google-site-verification: google0d91bc93cfc88895.html ຕົ້ນກອຍ [Ton Koy] Asiatic bitter yam - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 21, 2016

ຕົ້ນກອຍ [Ton Koy] Asiatic bitter yam

ຕົ້ນກອຍ [Ton Koy] Asiatic bitter yam
ຕົ້ນກອຍ [Ton Koy] Asiatic bitter yam

ຕົ້ນກອຍ [Ton Koy]

ຊື່ວິທະຍາສາດ: Dioscorea hispida
ຊື່ທົ່ວໄປເປັນພາສາ ອັງກິດ: Asiatic bitter yam


ຂ້ອຍແມ່ນຕົ້ນກອຍ ເປັນພືດໃບລ້ຽງດ່ຽວ ມີຫົວຢູ່ໃຕ້ດິນ ແລະ ມີລຳຕົ້ນ ເປັນເຄືອຂະໜາດນ້ອຍ, ມີມືເກາະກ້ຽວຂຶ້ນຕາມລຳຕົ້ນໄມ້ອື່ນໆ. ຂ້ອຍກະຈາຍພັນຢູ່ປະເທດບູຖານ, ຈີນ, ລາວ, ຫວຽດນາມ, ກຳບູເຈຍ, ໄທ, ມ່ຽນ ມ້າ, ອິນໂດເນເຊຍ, ມາເລເຊຍຕະຫຼອດ ຮອດປະເທດ ປາປົວ ນິວກີເນຍ. ໃນລາວ ຂ້ອຍມັກເກີດຕາມປ່າປະສົມ ແລະ
ປ່າດົງດິບແລ້ງ ໃນເຂດສູງ ແລະ ເຂດຕ່ຳ ໂດຍບໍ່ເລືອກ ດິນເລີຍ ແຕ່ບ່ອນຂ້ອຍມັກແທ້ແມ່ນບ່ອນທີ່ມີດິນຊາຍແກມຕົມ, ບ່ອນມີຮົ່ມ ແລະ ລຽບຕາມແຄມແມ່ນໍ້າ ຫຼື ຫ້ວຍຮ່ອງຄອງບຶງ. ເຄືອຂອງຂ້ອຍຍາວ 2-10 ມ, ມີໜາມແຂງ, ຫົວໃຕ້ດິນມີຮາກຂະໜາດນ້ອຍຈຳນວນຫຼາຍ ສົນສວ້າກັນຢູ່ ທັງເສັ້ນສັ້ນ ແລະ ເສັ້ນຍາວຕ່າງກັນ, ເປືອກຂອງຫົວກອຍ ອອກສີເຫຼືອງແກມສີນ້ຳຕານ, ຂ້າງໃນຂອງຫົວກອຍມີສີຂາວ. ໃບ ແມ່ນໃບປະສົມ ມີ 3 ໃບ ຍ່ອຍ, ໃບຍ່ອຍມີຮູບຮ່າງຫຼາຍແບບ ດັ່ງ: ຮູບຫອກ, ຮູບໄຂ່ປີ້ນ,ໂຄນໃບບ້ຽວ ບໍ່ສົມສ່ວນ. ແຜ່ນໃບໜຽວ, ຂອບໃບລຽບ. ຂະໜາດຂອງໃບ ຍາວ 14-19ຊມ, ກ້ວາງ 11-14 ຊມ. ດອກ ອອກເປັນຊໍ່ ອອກຕາມຂໍ້ ແລະ ຢູ່ງ່າມໃບ, ໝາກມີ 3
ລ່ຽມ. ຕົ້ນກອຍ ອອກດອກເດືອນຕຸລາ ເຖິງເດືອນພະຈິກ. ໝາກແກ່ເດືອນກຸມພາ ເຖິງ

ຕົ້ນກອຍ

ເດືອນມີນາ. ຫົວຂອງຂ້ອຍບັນຈຸທາດແປ້ງຫຼາຍ ເຊິ່ງເພິ່ນ ສາມາດກິນແທນເຂົ້າໄດ້ແຕ່ພ້ອມດຽວ ກໍບັນຈຸທາດສານອານກາລອຍ ດັ່ງ ທາດສານດີອົດສະກໍຣີນ ຊຶ່ງເປັນສານເບ່ືອເວລາເຮົາສຳພັດ ຈະເກີດອາການຄັນ. ສະນັ້ນ, ເມື່ອປະຊາຊົນ ຂຸດເອົາຫົວກອຍມາປຸງແຕ່ງເປັນອາຫານຕ້ອງ ໄດ້ປະຕິບັດ ຢ່າງເຂັ້ມງວດ ຕາມ 2 ວິທີ ເຊັ່ນ:ດ້ວຍວິ ທີ ຕົ້ມ ແລະ ວິທີແຊ່, ດັ່ງເພິ່ນຝານຫົວກອຍເປັນແຜ່ນບາງໆແລ້ວເອົາມາຕົ້ມ ປ່ຽນນ້ຳຫຼາຍເທື່ອຈົນໃຫ້ກອຍຈືດ ຫຼື ເອົາກອຍທີ່ຝານແລ້ວໃສ່ຂ້ອງຫຼືກະຢັງ ລົງແຊ່ໃນຫວ້ຍນ້ຳໄຫຼຈົນກວ່າມັນຈືດ ຊຶ່ງໃຊ້ເວລາປະມານ 1 ອາທິດແລ້ວນຳ ມາປຸງແຕ່ງເປັນຂອງຫວານ ຫຼື ໜຶ້ງກິນແທນເຂົ້າໃນເວລາຂາດເຂົ້າ. ນອກນັ້ນ,ຊາວຊົນນະບົດຍັງໃຊ້ເປັນຢາ ໂດຍຊອຍຫົວກອຍ 7 ປ່ຽງ ແຊ່ນ້ຳກິນປົວອາການໄຂ້ຍຸງ.ປົກກະຕິ ການເກັບກູ້ເລີ້ມແຕ່ເດືອນມີນາໄປ, ຫົວກອຍ ເກັບກູ້ແລ້ວສາມາດຮັກສາຄວາມສົດໄວ້ໄດ້ 3 ເຖິງ 4 ເດືອນ.
ຫົວ​ກອຍ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ