google-site-verification: google0d91bc93cfc88895.html ຊີວະນານາພັນ (Biodiversity) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 19, 2016

ຊີວະນານາພັນ (Biodiversity)

ຊີວະນານາພັນ (Biodiversity)
ຊີວະນານາພັນ (Biodiversity)


ຊີວະນານາພັນ (Biodiversity)


  • ຄວາມໝາຍຂອງຊີວະນານາພັນ: ໝາຍເຖິງຄວາມຫຼາກຫຼາຍຂອງສິ່ງມີຊີວິດຢູ່ ບົນໜ້າໂລກ ຊຶ່ງເປັນຄວາມຫຼາກຫຼາຍໃນທຸກໆ ລະດັບນັບແຕ່ດ້ານພັນທຸກໍາໄປຈົນເຖິງລະບົບນິເວດ, ລວມທັງຂະບວນການຕ່າງໆທາງນິເວດ ແລະ ວິວັດທະນາການທີ່ເຮັດໃຫ້ບັນດາສິ່ງທີ່ມີຊີວິດມີຄວາມຍືນຍົງຄົງຕົວ.
  • ຄວາມມະຫັດສະຈັນຢ່າງໜຶ່ງຂອງໂລກເຮົານີ້ກໍ່ຄື ຄວາມຫຼາກຫຼາຍຂອງຮູບແບບສິ່ງມີຊີວິດທີ່ເກີດຈາກການ ປ່ຽນແປງວິວັດທະນາການທັງຂອງສິ່ງມີຊີວິດເອງ ແລະ ຂອງສິ່ງແວດລ້ອມ ຄວບຄູ່ກັນໄປຢ່າງຕໍ່ ເນື່ອງ ຈາກອາດີດເຖິງປັດຈຸບັນ ແລະ ການປ່ຽນແປງນີ້ຍັງຄົງດໍາເນີນໄປບໍ່ມີມື້ສີ້ນສຸດ. 
  • ຄວາມຫຼາກຫຼາຍຂອງຊີວະນານາພັນ (Biodiversity) ມີຫຼາຍລະດັບຄືຄວາມຫຼາກ ຫຼາຍຂອງສິ່ງມີຊີວິດນານາຊະນິດ (Species diversity)ບໍ່ວ່າຈະເປັນພວກຈຸລະຊີບ, ພືດ, ສັດ ລວມທັງມະນຸດ ສິ່ງມີຊີວິດແຕ່ລະຊະນິດລ້ວນແຕ່ມີອົງປະກອບທາງພັນທຸກໍາທີ່ແຕກຕ່າງຜັນແປກັນອອກໄປຢ່າງຫຼວງຫຼາຍ (Genetic diversity)ເພື່ອໃຫ້ເກີດຄວາມ ສອດຄ່ອງເໝາະສົມກັບສະພາບແຫລ່ງທີ່ຢູ່ອາໄສໃນແຕ່ລະແຫ່ງອັນເປັນລະບົບນິເວດທີ່ຊັບຊ້ອນ ແລະ ຫຼາກຫຼາຍໃນບໍລິເວນຕ່າງໆ ຂອງໂລກ (Ecological diversity).
  • ຄວາມຫຼາກຫຼາຍໃນດ້ານຊະນິດຂອງສິ່ງມີຊີວິດປະກອບມີ 2 ລັກສະນະສອດຄ່ອງກັນ ຄື: ມີຄວາມຫຼາຍທາງດ້ານຊະນິດ(Species richness)ຊຶງໝາຍເຖິງຈໍານວນຊະນິດ ຂອງສິ່ງມີຊີວິດຕໍ່ຫົວໜ່ວຍເນື້ອທີ່ ແລະ ຕ້ອງມີຄວາມສະໝໍ່າສະເໝີຂອງຊະນິດ(Species everness)ຈຶ່ງຈະຖືໄດ້ວ່າມີຄວາມຫຼາກຫຼາຍທາງຊີວະນານາພັນ.
  • ນັກວິທະຍາສາດຄາດຄະເນວ່າ ຊະນິດຂອງສິ່ງມີຊີວິດເທິງໜ້າໂລກ ມີປະມານ5-30 ລ້ານຊະນິດ ຊຶ່ງປະກອບດ້ວຍພືດ, ສັດ ແລະ ຈຸລະຊີບແຕ່ທີ່ໄດ້ມີການສຶກສາມາ ໂດຍໃຊ້ຫຼັກການທາງວິທະຍາສາດມີຢູ່ປະມານ 2 ລ້ານຊະນິດເທົ່ານັ້ນ ໃນຈໍານວນ 2 ລ້ານຊະນິດທີ່ຮູ້ຈັກກັນແລ້ວນີ້ມີພຽງເລັກນ້ອຍປະມານ 0,01% ທີ່ນັກວິທະຍາສາດໄດ້ ສຶກສາ ແລະ ກວດສອບເຖິງຄຸນລັກສະນະທີ່ຈະນໍາມາເປັນປະໂຫຍດຕໍ່ມະນຸດໃນຮູບ ແບບຕ່າງໆ ທັງທາງກົງ ແລະ ທາງອ້ອມ. ຕົວຢ່າງສິ່ງມີຊີວິດທີ່ໄດ້ມີການສຶກສາມາປະກອບມີ ເຊື້ອໄວຣັດ (Virus) 1.000 ຊະນິດ, ແບັກທີເຣຍ 4.760 ຊະນິດ, ເຊື້ອຣາ7.000 ຊະນິດ, ເທົາ 26.900 ຊະນິດ, ສັດເອກະຈຸລັງ 30.800 ຊະນິດ, ສັດບໍ່ມີກະດູກສັນຫລັງ 99.000 ຊະນິດ, ສັດມີກະດູກສັນຫລັງ 44.000 ຊະນິດ ກະຈາຍຢູ່ຕາມສ່ວນຕ່າງໆຂອງໂລກ, ຈໍານວນປະຊາກອນ ແລະ ຈໍານວນຊະນິດຂອງສິ່ງມີຊີວິດຈະແຕກຕ່າງກັນອອກໄປຕາມສິ່ງແວດລ້ອມທີ່ສິ່ງມີຊີວິດອາໄສຢູ່.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ