google-site-verification: google0d91bc93cfc88895.html ອົງປະກອບຂອງລະບົບນິເວດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, August 18, 2016

ອົງປະກອບຂອງລະບົບນິເວດ

http://hukased.blogspot.com
ອົງປະກອບຂອງລະບົບນິເວດ


ການຈໍາແນກອົງປະກອບຂອງລະບົບນິເວດ ແຍກຕາມໜ້າທີ່ໃນລະບົບ ໄດ້ແກ່ພວກທີ່ສ້າງອາຫານໄດ້ເອງ(Autotroph), ແລະ ສິ່ງມີຊີວິດໄດ້ຮັບອາຫານຈາກສິ່ງມີຊີວິດອື່ນ(Heterotroph) ຢ່າງໃດກໍ່ຕາມການຈໍາແນກອົງປະກອບຂອງລະບົບນິເວດໂດຍທົ່ວໄປ ມັກປະກອບໄປດ້ວຍອົງປະກອບທີ່ມີຊີວິດ (Biotic) ແລະ ອົງປະກອບທີ່ບໍ່ມີຊີວິດ (Abiotic)

1.1  ອົງປະກອບທີ່ມີຊີວິດ(Biotic components)

ໝາຍເຖິງ ສະພາບແວດລ້ອມທີ່ມີຊີວິດ ຊຶ່ງໄດ້ແກ່ກຸ່ມສິ່ງທີ່ມີຊີວິດນັ້ນເອງ, ສິ່ງມີຊີວິດໃນລະບົບນິເວດມີບົດບາດແຕກຕ່າງກັນຈໍາແນກອອກເປັນ3 ກຸ່ມຄື:
1)  ຜູ້ຜະລິດ (Producer ຫຼືAutotrophic organism)ໄດ້ແກ່: ສິ່ງມີຊີວິດທີ່ສາມາດ ສ້າງອາຫານດ້ວຍຕົນເອງໄດ້ຈາກທາດອະນົງຄະທາດ ຊຶ່ງສ່ວນໃຫຍ່ໄດ້ແກ່ພວກພືດທີ່ມີເມັດສີຂຽວຄຼໍໂລຟິລ (Chlorophyll).
2)  ຜູ້ບໍລິໂພກ (Consumer)ໝາຍເຖິງ ສິ່ງມີຊີວິດທີ່ບໍ່ສາມາດສ້າງອາຫານເອງໄດ້ (Heterotrophic Organism) ແບ່ງອອກເປັນ 4 ກຸ່ມດັ່ງນີ້:

  • ສັດກິນພືດ (Herbivores)ໝາຍເຖິງສິ່ງມີຊີວິດທີບໍລິໂພກພືດເປັນອາຫານ ຈັດເປັນຜູ້ບໍລິໂພກອັນດັບນື່ງ ຫຼື ຜູ້ບໍລິໂພກຂັ້ນຕົ້ນ (Primary consumers)ເພາະ ໄດ້ຮັບການຖ່າຍທອດພະລັງງານຈາກພືດໂດຍກົງເຊັ່ນ: ງົວ, ຄວາຍ, ແບ້, ແກະ, ກະຕ່າຍ, ຕັກແຕນ ແລະ ອື່ນໆ. 
  • ຜູ້ບໍລິໂພກສັດ (Carnivores)ໝາຍເຖິງສິ່ງມີຊີວິດທີ່ກິນສັດເປັນອາຫານເຊັ່ນ: ເສືອ, ສິງ, ງູ ແລະ ອື່ນໆ. 
  • ຜູ້ບໍລິໂພກທັງພືດ ແລະ ສັດ (Omnivores)ໝາຍເຖິງສິ່ງມີຊີວິດທີ່ກິນທັງສັດ ແລະ ພືດເປັນອາຫານເຊັ່ນ: ມະນຸດ, ໄກ່, ເປັດ ແລະ ອື່ນໆ.
  • ຜູ້ບໍລິໂພກຊາກພືດ ແລະ ສັດ (Scavenger) ໝາຍເຖິງສິ່ງມີຊີວິດທີ່ກິນຊາກສັດ ຊາກພືດເປັນອາຫານເຊັ່ນ: ແຮ້ງ, ຂີ້ກະເດືອນ, ບົ້ງກື, ປວກ ເປັນຕົ້ນ.

3)  ຜູ້ຍ່ອຍສະຫຼາຍ (Decomposer; Saprotroph ແລະ Osmotroph micro consumers) ໝາຍເຖິງ ສິ່ງມີຊີວິດຂະໜາດນ້ອຍທີ່ສ້າງອາຫານເອງບໍ່ໄດ້ດໍາລົງຊີວິດໂດຍການປ່ອຍເອັນໄຊມ໌(Enzyme)ອອກມາຍ່ອຍສະຫຼາຍຊາກພືດຊາກສັດກາຍເປັນສານອົງຄະທາດໂມເລກຸນນ້ອຍໆ ຫຼື ຢູ່ໃນຮູບຂອງສານອາຫານ (Nutrients)ເພື່ອໃຫ້ຜູ້ ຜະລິດນໍາໄປໃຊ້ປະໂຫຍດຕໍ່ໄປ ຕົວຢ່າງຜູ້ຍ່ອຍສະຫຼາຍໄດ້ແກ່: ແບກທີເຣຍ (Bacteria), ເຫັດຣາ (Fungi)ແລະ ແອກທີໂນໄມຊີທ (Actinomycetes).ຫາກບໍ່ມີຜູ້ຍ່ອຍສະຫຼາຍສານອົງຄະທາດ ຊາກພືດຊາກສັດຈະບໍ່ເນົ່າເປື່ອຍ ແລະ ກອງທັບຖົມກັນຈົນລົ້ນໂລກ ການຍ່ອຍສະຫຼາຍສານອົງຄະທາດເປັນໂຕເຊື່ອມໂຍງການໜູນວຽນທາດສານໃນລະບົບນິເວດ ແລະ ໄດ້ຮັບການຖ່າຍທອດພະລັງງານເປັນອັນດັບສຸດທ້າຍ.

 ຜູ້ຍ່ອຍສະຫຼາຍ (Decomposer; Saprotroph ແລະ Osmotroph micro consumers)

1.2  ອົງປະກອບທີ່ບໍ່ມີຊີວິດ (Abiotic components)ໄດ້ແກ່:

1)  ທາດອະນົງຄະທາດ(Inorganic substances)ປະກອບດ້ວຍ ແຮ່ທາດ ແລະ ທາດອະນົງຄະທາດທີ່ເປັນອົງປະກອບສໍາຄັນຂອງຈຸລັງສິ່ງມີຊີວິດເຊັ່ນ: ຄາບອນ, ອອກຊີເຈນ, ໄນໂຕຼເຈນ, ຄາບອນໄດອອກໄຊສ໌ ແລະ ນໍ້າ. ສານເຫຼົ່ານີ້ມີການໝູນວຽນໃຊ້ຢູ່ໃນລະບົບນິເວດເອີ້ນວ່າ: ວົງຈອນຂອງສານເຄມີທໍລະນີຟີຊິກ (Biogeochemical cycle)
2)  ທາດອົງຄະທາດ (Organic compound)ໄດ້ແກ່ ທາດອົງຄະທາດທີ່ຈໍາເປັນຕໍ່ຊີ ວິດເຊັ່ນ: ໂພຣທີນ, ຄາໂບໄຮເດຣສ໌, ໄຂມັນ ແລະ ຊາກສິ່ງມີຊີວິດທີ່ເນົ່າເປືື່ອຍທັບຖົມ ກັນໃນດິນ ຮິວມັສ (Humus) ເປັນຕົ້ນ.
3)  ສະພາບພູມອາກາດ (Climate regime) ໄດ້ແກ່ປັດໄຈທາງກາຍຍະພາບທີ່ມີອິທິ ພົນຕໍ່ການດໍາລົງຊີວິດຂອງສິ່ງມີຊີວິດໃນລະບົບນິເວດ, ປັດໄຈໃດເມື່ອຂາດໄປແລ້ວເຮັດໃຫ້ສິ່ງມີຊີວິດເຫຼົ່ານັ້ນດໍາລົງຊີວິດຢູ່ບໍ່ໄດ້ຊຶ່ງເອີ້ນວ່າ: ປັດໄຈຈໍາກັດ (Limiting factors)ຫຼື (Climate regime)ເຊັ່ນ:

  • ອຸນຫະພູມ ມີອິດທິພົນຕໍ່ຂະບວນການທາງສະລີລະວິທະຍາຂອງພືດ ແລະ ສັດເລືອດເຢັນ, ມີຜົນຕໍ່ການອົບພະຍົກຍ້າຍຖິ່ນຂອງສັດເລືອດອຸ່ນ ແລະ ມີຜົນຕໍ່ການແຜ່ກະຈາຍຂອງພືດ ແລະ ສັດຕ່າງໆ. 
  • ແສງສະຫວ່າງມີອິດທິພົນຕໍ່ອັດຕາການສັງເຄາະດ້ວຍແສງຂອງພືດ, ການຫຸບບານຂອງດອກໄມ້ ການອອກດອກ ແລະ ການເກີດໝາກຂອງພືດ, ມີຜົນຕໍ່ພຶດຕິກໍາການຫາອາຫານຂອງສັດ.
  • ຄວາມຊຸ່ມ (ນໍ້າ) ມີອິດທິພົນຕໍ່ການແຜ່ກະຈາຍຂອງພືດ ແລະ ສັດ, ມີຜົນຕໍ່ການດໍາລົງຊີວິດຂອງສິ່ງມີຊີວິດທຸກຊະນິດ.


+ ຂະບວນການຫຼັກສອງຢ່າງຂອງລະບົບນິເວດມີຄື: ການເຄື່ອນຍ້າຍຂອງພະລັງງານ ແລະ ການໜູນວຽນຂອງສານເຄມີ ການເຄື່ອນຍ້າຍຂອງພະລັງງານ (Energy flow)ເປັນການສົ່ງຜ່ານຂອງພະລັງງານໃນອົງປະກອບຂອງລະບົບນິເວດ. ສ່ວນການໜູນວຽນຂອງສານເຄມີ (Chemical cycle) ເປັນການໃຊ້ປະໂຫຍດ ແລະ ນໍາກັບມາໃຊ້ໃໝ່ຂອງແຮ່ທາດໃນລະບົບນິເວດເຊັ່ນ: ຄາບອນ ແລະ ໄນໂຕຣເຈນ.
+  ພະລັງງານທີ່ສົ່ງມາເຖິງລະບົບນິເວດສ່ວນຫຼາຍແມ່ນຢູ່ໃນຮູບຂອງແສງຕາເວັນພືດ ແລະ ຜູ້ຜະລິດອື່ນໆ ຈະປ່ຽນພະລັງງານແສງໃຫ້ເປັນພະລັງງານເຄມີ ຢູ່ໃນຮູບຂອງອາຫານທີ່ ໃຫ້ພະລັງງານເຊັ່ນ: ແປ້ງ ຫຼື ຄາໂບໄຮເດຣສ໌ ພະລັງງານຈະເຄື່ອນຍ້າຍໄປຍັງສັດໂດຍການກິນພືດ ແລະ ຜູ້ຜະລິດອື່ນໆ ຜູ້ຍ່ອຍສະຫຼາຍທີ່ສໍາຄັນໄດ້ແກ່ ແບກທີເຣຍ ແລະ ເຫັດຣາໃນດິນ ໂດຍໄດ້ຮັບພະລັງງານຈາກການຍ່ອຍສະຫຼາຍຊາກພືດ ແລະ ຊາກສັດລວມ ທັງສິ່ງມີຊີວິດຕ່າງໆທີ່ຕາຍລົງໄປ. ໃນການໃຊ້ພະລັງງານເຄມີເພື່ອເຮັດໜ້າທີ່ ແລະ ເຄື່ອນໄຫວຕ່າງໆ ສິ່ງມີຊີວິດຈະປ່ອຍພະລັງງານຄວາມຮ້ອນໄປສູ່ບໍລິເວນອ້ອມຮອບຕົວ, ດັ່ງນັ້ນພະລັງງານຄວາມຮ້ອນນີ້ ຈິ່ງບໍ່ສາມາດໝູນກັບມາໃຊ້ໃນລະບົບນິເວດໄດ້ອີກ, ແຕ່ໃນທາງກົງກັນຂ້າມການໝູນວຽນພະລັງງານຜ່ານລະບົບນິເວດສານເຄມີຕ່າງໆສາມາດນໍາກັບມາໃຊ້ໄດ້ອີກລະຫວ່າງຊຸມຊົນຂອງສິ່ງທີ່ມີຊີວິດ ແລະ ສິ່ງແວດລ້ອມທີ່ບໍ່ມີຊີວິດ. ພືດ ແລະ ຜູ້ຜະລິດລ້ວນແຕ່ຕ້ອງການທາດຄາບອນໄນໂຕຼເຈນ ແລະ ແຮ່ທາດອື່ນໆ ທີ່ຢູ່ໃນຮູບຂອງທາດອະນົງຄະທາດຈາກອາກາດ ແລະ ດິນ.
+  ການສັງເຄາະດ້ວຍແສງ (Photosynthesis)ໄດ້ລວມເອົາທາດເຫຼົ່ານີ້ເຂົ້າໄວ້ໃນທາດປະກອບອົງຄະທາດເຊັ່ນ: ຄາໂບໄຮເດຣສ໌ ແລະໂພຣທີນ. ສັດຕ່າງໆໄດ້ຮັບທາດເຫຼົ່ານີ້ໂດຍການກິນທາດອົງຄະທາດ ເມຕາບໍລິຊິມ໌ (Metabolism)ຂອງທຸກຊີວິດປ່ຽນສານ ເຄມີບາງສ່ວນກັບໄປເປັນສານບໍ່ມີຊີວິດໃນສິ່ງແວດລ້ອມຢູ່ໃນຮູບຂອທາດ ອະນົງຄະທາດ.ກາານຫາຍໃຈລະດັບຈຸລັງ (Respiration)ເປັນການເຮັດໃຫ້ໂມເລກຸນຂອງທາດອົງຄະ ທາດແຕກ ສະຫຼາຍອອກເປັນຄາບອນໄດອອກໄຊສ໌ ແລະ ນໍ້າ.ການຖ່າຍທອດ ຫຼື ການເຄື່ອນຍ້າຍພະລັງງານໃນລະບົບນິເວດ

ການຖ່າຍທອດ ຫຼື ການເຄື່ອນຍ້າຍພະລັງງານໃນລະບົບນິເວດການຖ່າຍທອດ ຫຼື ການເຄື່ອນຍ້າຍພະລັງງານໃນລະບົບນິເວດ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ