google-site-verification: google0d91bc93cfc88895.html ຢາຫົວ [Ya Houa] Sarsaparilla root - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, August 22, 2016

ຢາຫົວ [Ya Houa] Sarsaparilla root

ຢາຫົວ [Ya Houa] Sarsaparilla root
ຢາຫົວ [Ya Houa] Sarsaparilla root

ຢາຫົວ [Ya Houa]

ຊື່ວິທະຍາສາດ: Smilax glabra)
ຊື່ທົ່ວໄປ ເປັນພາສາ ອັງກິດ: Sarsaparilla root

ຂ້ອຍແມ່ນຢາຫົວ ເປັນພືດເຄືອຂະໜາດນ້ອຍ ແຕ່ຫາກແຂງແກ່ນ, ເຄືອ ມີສີຂຽວ, ມີຫົວຢູ່ໃຕ້ດິນ, ຢູ່ຕາມຂໍ້ ມີມືເກາະ ເພື່ອໃຫ້ຂ້ອຍໄດ້ເກາະຫ້ອຍຕາມພືດຫຍ້າທີ່ຢູ່ໄກ້ຄຽງ. ຂ້ອຍມີການກະຈາຍພັນຢູ່ຫຼາຍປະເທດ ຄື: ພາກເໜືອຂອງປະເທດອິນເດຍ,ມ່ຽນມ້າ, ພາກໃຕ້ຂອງຈີນ, ໄຕ້ຫວັນ, ໄທ, ລາວ, ຫວຽດນາມ ແລະ ກຳບູເຈຍ. ຂ້ອຍ
ມັກເກີດຕາມປ່າດົງດິບ, ປ່າປະສົມແລ້ງ, ເກີດຕາມພູເຂົາ ແລະ ຕາມແຄມຫ້ວຍ. ເຄືອຂອງຂ້ອຍຍາວ 5-6 ມ, ເສັ້ນຜ່າກາງປະມານ 0.4-1 ຊມ. ເນື້ອຫົວແຂງແກ່ນ ແລະ ມີສີນ້ຳຕານແດງ, ຫົວ ຍາວ 40-80 ຊມ, ເສັ້ນຜ່າກາງ 3-5 ຊມ. ໃບ ເປັນໃບດ່ຽວ, ຮຽງສະຫຼັບກັນ, ໃບ ມີຮູບໄຂ່, ເນື້ອໃບແຂງ, ຜິວໃບກ້ຽງ ແລະ ເຫຼື້ອມເປັນເງົາງາມ, ຂອບ
ໃບລຽບ, ປາຍໃບແລະກົກໃບແຫຼມ ຫຼື ກົກໃບເປັນຮູບຫົວໃຈ, ເສັ້ນກ່າງໃບ ມີ 3 ເສັ້ນອອກຈາກກົກໃບ. ດອກອອກເປັນຊໍ່ ເກີດຕາມຫຼືບໃບ. ດອກອອກລະຫວ່າງ ເດືອນພຶດສະພາ ເຖິງ ກໍລະກົດ. ໝາກອອກໃນເດືອນກໍລະກົດ ເຖິງທັນວາ. ຊາວລາວ ຫຼາຍໆເຜົ່າໄດ້ມີຄວາມເຊື່ອຖືໃນສັບພະຄຸນ ຂອງຢາຫົວມາໄດ້ ຫຼາຍເຊັ່ນຄົນ ແລ້ວ, ເພິ່ນນຳໃຊ້ ຢາຫົວ ເປັນສ່ວນປະກອບຫຼັກໃນສູດຢາພື້ນເມືອງ ດັ່ງ ຕົ້ມຢາຫົວ ດື່ມ ແກ້ພິດທາດເບື່ອໃນຮ່າງກາຍ, ຊ່ວຍລະ ລາຍ ອາຫານ,ເຮັດໃຫ້ກະດູກສັນຫຼັງແຂງແຮງ, ແກ້ເຈັບຂໍ້ກະດູກ, ໃຊ້ເປັນຢາຟອກເລືອດ,ໃຊ້ ຂັບນ້ຳເຫື່ອ, ໃຊ້ເປັນນ້ຳດື່ມຂອງແມ່ຢູ່ກຳ ດັ່ງນີ້ເປັນຕົ້ນ.ນອກນັ້ນ ໂຮງງານຜະລິດຢາຍັງໄດ້ຜະລິດເປັນເຄື່ອງດື່ມບຳລຸງສຸຂະພາບອີກດ້ວຍ.
ຢາຫົວ [Ya Houa] Sarsaparilla root
ຢາຫົວ [Ya Houa] Sarsaparilla root

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ