google-site-verification: google0d91bc93cfc88895.html ຕົ້ນ ຜັກສະເມັກ [Ton Phak Sa Mek] Eugenia - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, August 23, 2016

ຕົ້ນ ຜັກສະເມັກ [Ton Phak Sa Mek] Eugenia

ຕົ້ນ ຜັກສະເມັກ [Ton Phak Sa Mek] Eugenia
ຕົ້ນ ຜັກສະເມັກ [Ton Phak Sa Mek] Eugenia


ຕົ້ນ ຜັກສະເມັກ [Ton Phak Sa Mek]
ຊື່ວິທະຍາສາດ: Syzygium gratum,
ຊື່ທົ່ວໄປເປັນພາສາ ອັງກິດ: Eugenia


ຂ້ອຍແມ່ນ ຕົ້ນຜັກສະເມັກ, ເປັນໄມ້ຢືນຕົ້ນຂະໜາດນ້ອຍ ທີ່ມີອາຍຸຫຼາຍປີ. ລຳຕົ້ນ ແລະ ກິ່ງງ່າ ມີສີນ້ຳຕານແດງ; ລຳຕົ້ນແກ່ ມີເກັດບາງໆ ຂະໜາດນ້ອຍ ສີນ້ຳຕານແດງຊ້ອນກັນເປັນຫຼາຍໆຊັ້ນ, ເກັດນັ້ນ ຫຼຸດລົ່ນ ອອກງ່າຍ ແລະ ແລ້ວເປືອກຂອງລໍາຕົ້ນກໍ່ ກ້ຽງມື່ນ. ໃບອ່ອນຈະເປັນສີເທົາແກມແດງ, ມີລົດຝາດ ແລະ ຢູ່ຕາມແຜ່ນໃບ ມີຈຸດນ້ຳມັນລະເຫີຍຢາຍຢູ່ທົ່ວໆ. ຂ້ອຍມີການກະຈາຍພັນຢູ່ ຫຼາຍປະເທດຄື: ປະເທດລາວ, ຫວຽດນາມ, ກຳບູເຈຍ, ໄທ ແລະ ມ່ຽນມ້າ. ສະພາບແວດລ້ອມທີ່ຂ້ອຍມັກເກີດແມ່ນໃນປ່າດົງດິບ, ເກີດຢູ່ຕາມແຄມໜອງ ແຄມຫ້ວຍ ຫຼື ເກີດຢູ່ຕາມປ່າເຫຼົ່າ ແລະ ໄຮ່ເກົ່າ.ລຳຕົ້ນຂອງຂ້ອຍສູງ 4-7 ມ, ເສັ້ນຜ່າກາງ 10-15 ຊມ. ໃບ ແມ່ນໃບດ່ຽວ ຈັບພາບກັນ,
ໃບ ມີຮູບຫອກ, ແຜ່ນໃບໜຽວ, ຜິວໃບມັນ, ຂອບໃບລຽບ, ປາຍໃບແຫຼມຍາວ, ໂຄນໃບເປັນຮູບຫຼີ້ມ. ຂະໜາດໃບຍາວ 5.2-8 ຊມ, ກ້ວາງ 1.5-3 ຊມ. ດອກອອກເປັນຊໍ່ອອກຢູ່ຕາມປາຍກິ່ງ, ດອກສີຂາວນວນ. ໝາກກົມມົນສີຂາວ, ມີເນື້ອ ແລະ ມີແກ່ນດຽວ. ດອກ ອອກໃນເດືອນມີນາ ເຖິງເດືອນເມສາ. ໝາກອອກໃນເດືອນມິຖຸນາ, ແກ່ໃນ ເດືອນກໍລະກົດເຖິງເດືອນສິງຫາ.ການບໍລິໂພກສ່ວນຕ່າງໆຂອງຕົ້ນສະເມັກມີມາແຕ່ໂບຮານນະການ ໂດຍສະເພາະໃບອ່ອນ ແລະ ຍອດອ່ອນໃຊ້ກິນກັບລາບ, ກັບເອາະ, ກັບ ເຂົ້າປຸ້ນຫຼື ຈ້ຳແຈ່ວ, ໝາກສຸກ ມີຮົດຝາດຫວານກິນໄດ້. ນອກ ນັ້ນ ຮາກ ແລະເປືອກຂອງລຳຕົ້ນຍັງໃຊ້ຕົ້ມກິນເປັນຢາບຳລຸງຕັບ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ