google-site-verification: google0d91bc93cfc88895.html ເຄື່ອງ​ປ່າ​ຂອ​ງດົງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 21, 2016

ເຄື່ອງ​ປ່າ​ຂອ​ງດົງ

ເຄື່ອງ​ປ່າ​ຂອ​ງດົງ
ເຄື່ອງ​ປ່າ​ຂອ​ງດົງ


ຄຳທີ່ກ່າວເຖິງເຄື່ອງປ່າຂອງດົງ ໃຫ້ພາບແບບໜັກໜາ ໃຫ່ຍໂຕ ແລະ ກວ້າງໄກແກ່ພວກເຮົາເອົາແທ້ເອົາວ່າ ແຕ່ໃນຄວາມເປັນຈິງແລ້ວ ຜູ້ຄົນສ່ວນໃຫຍ່ ສຳພັດກັບສິ່ງເຫຼົ່ານີ້ເກືອບທຸກວັນບໍ່ວ່າໃນຮູບເຄື່ອງໃຊ້ສອຍ, ອາຫານການກິນ, ຫວ້ານຢາທານັງເຫຼົ່ານີ້ເປັນຕົ້ນ… ຈົນເຮົາມອງຂ້າມ ບໍ່ເຫັນຄວາມສຳຄັນພໍເທົ່າໃດເລີຍ. ຄວາມຈິງແລ້ວ ຄຳສັບເປັນພາສາອັງກິດແມ່ນ Non Timber Forest Products ຫຼື Nonwoody Forest Products ແລະ ເປັນພາສາຝລັ່ງແມ່ນ Les produits sousforestiers ຫຼື Les produits non ligneux ດັ່ງນີ້ເປັນຕົ້ນ, ຄວາມໝາຍໃນພາສາ
ລາວ ກໍ່ແມ່ນທຸກສິ່ງທີ່ມີໃນປ່າທີ່ບໍ່ແມ່ນໄມ້ (ໄມ້ຖ່ອນ) ນັ້ນເອງ ຊຶ່ງ ໄດ້ແກ່: ພືດຜັກ,ໝາກໄມ້, ຢາພື້ນເມືອງ, ສັດນໍ້າ, ສັດປ່າ, … ແຕ່ ໃນນັ້ນພັດຍັງ ກວມເອົາໄມ້ຟືນ ແລະຖ່ານອີກ ນອກຈາກພວກຫວາຍ ທີ່ເພິ່ນນຳມາໃຊ້ ເປັນອາຫານ, ເຮັດຕັ່ງເຮັດຕູ້ ແລະເຄື່ອງຫັດຖະກຳຫຼາກຫຼາຍປະເພດ. ອີງຕາມວິທີທີ່ຜູ້ຄົນນຳໃຊ້ເຄື່ອງປ່າຂອງດົງມາແຕ່ບູຮານນະການມາເພິ່ນຈຶ່ງ ແບ່ງເຄື່ອງປ່າຂອງດົງອອກເປັນ 7 ກຸ່ມໃຫຍ່ດັ່ງ: ເຄື່ອງປ່າຂອງດົງທີ່ໃຊ້ເປັນອາຫານ, ໃຊ້ເປັນຢາ, ໃຊ້ເສັ້ນໄຍ, ໃຫ້ນໍ້າມັນ, ໃຊ້ປະດັບ ແລະຕົບແຕ່ງ, ໃຊ້ເຮັດຖ່ານ ແລະ ຟືນ ແລະ ກຸ່ມສຸດທ້າຍໄດ້ແກ່ຜະລິດຕະພັນຈາກສັດຊຶ່ງແມ່ນ ບັນດາສັດປ່າທັງຫຼາຍ ແລະ ສິ່ງທີ່ໄດ້ມາຈາກສັດດັ່ງ ງາຊ້າງ, ຂົນສັດ, ກະ ດູກ,ໜັງສັດ ດັ່ງນີ້ ເປັນຕົ້ນ.…ໃນທົ່ວປະເທດ ການນຳໃຊ້ເຄື່ອງປ່າຂອງດົງເຂົ້າໃນການດຳລົງຊີວິດ ຂອງປະຊາ ຊົນລາວມີເຖິງ 80% ແລະ ລາຍຮັບທີ່ໄດ້ຈາກເຄື່ອງປ່າຂອງດົງຂອງປະຊາຊົນຢູ່ໃນເຂດຊົນນະບົດ ເກັບມາຂາຍໂດຍກົງ ຫຼື ແປຮູບເລັກນ້ອຍໃນປີໜຶ່ງໆກວມເອົາປະມານ 50% ຂອງລາຍຮັບທັງໝົດ ແລະ ລາຍຮັບທັງໝົດທີ່ໄດ້ຈາກເຄື່ອງປ່າຂອງດົງລະດັບປະເທດ ແມ່ນ 20-30% ຂອງລວມຍອດຜະລິດຕະພັນແຫ່ງຊາດ (Joost Foppes ແລະ Sounthone Ketphanh, 2000). ໃນເມື່ອມີລາຍຮັບຍ້ອນເຄື່ອງປ່າຂອງດົງສູງປານນັ້ນ ແນ່ນອນການຊ່ວງເສັງກັນເກັບກູ້ ແລະ ເກີນຂອບເຂດໄດ້ເຮັດໃຫ້ຫຼາຍໆຊະນິດຫຼຸດໜ້ອຍຖອຍລົງ ແລະ ບາງຊະນິດມີທ່າອ່ຽງໄກ້ຈະສູນພັນເຊັ່ນ: ເຄືອແຫມ, ໝາກແໜ່ງ, ຢາງບົງ, ໄມ້ເກັດສະໜາ (ຂີ້ຊີໄມ້ເກດ), ຫົວກອຍແລະ ອື່ນໆ… ໃນປື້ມຫົວນີ້ ໄດ້ຮວບຮວມເອົາ ສະເພາະເຄື່ອງປ່າຂອງດົງທີ່ເປັນພາກສ່ວນ ພືດເທົ່ານັ້ນມາສະເໜີ ເພື່ອໃຫ້ຜູ້ອ່ານໄດ້ຮູ້ຈັກກັບລັກສະນະ ແລະ ນິເວດຂອງແຕ່ລະຊະນິດ, ການກະຈາຍພັນ ແລະ ການນຳໃຊ້ ເພື່ອຈະເຫັນຊ່ອງທາງຊຸກຍູ້,ແກ້ ໄຂ ຫຼື ສືບຕໍ່ນຳໃຊ້ ຢ່າງມີການປະຢັດ ແລະ ຮັກສາພັນພືດເຫຼົ່ານັ້ນໃຫ້ຍືນຍົງ ຄົງຕົວໄວ້ໃຫ້ລຸ້ນລູກ ລຸ້ນຫຼານຂອງ ພວກເຮົາ ໃຫ້ໄດ້ນຳໃຊ້ມັນໄປອີກນານໆ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ