google-site-verification: google0d91bc93cfc88895.html ຕົ້ນ ຜັກຫວານ [Ton Phak Wan] Melientha suavis - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, August 31, 2016

ຕົ້ນ ຜັກຫວານ [Ton Phak Wan] Melientha suavis

http://hukased.blogspot.com/2016/08/ton-phak-wan-melientha-suavis.html
ຕົ້ນ ຜັກຫວານ [Ton Phak Wan]  Melientha suavis


ຕົ້ນ ຜັກຫວານ [Ton Phak Wan]
ຊື່ວິທະຍາສາດ: Melientha suavis, 

ຊື່ທົ່ວໄປເປັນພາສາ ອັງກິດ: melientha

ຕົ້ນຜັກຫວານ, ເປັນໄມ້ຢືນຕົ້ນ ມີອາຍຸຫຼາຍປີ, ຄົນລາວ ແລະ ຄົນອີ່ສານຢູ່ປະເທດໄທ ຮູ້ຈັກຂ້ອຍດີ ອາດແມ່ນຍ້ອນລົດຊາດຂອງຂ້ອຍ ຫວານ ແລະແຊບຊ້ອຍເມື່ອປຸງແຕ່ງໃນອາຫານຕາມສູດຂອງແຕ່ລະທ້ອງຖິ່ນໃຜລາວ. ຈຸດພິເສດຂອງປົ່ງຍອດອອ່ນຈຳນວນຫຼວງຫຼາຍ ໃນເວລາທີ່ອາກາດອົບເອົ້າ ແຫ້ງແລ້ງ ແລະແມ່ນຍາມນັ້ນລະທີ່ມີລົດຊາດແຊບ ແລະຫອມ ກວ່າຍາມໃດໆເລີຍ. ມີການກະຈາຍພັນຢູ່ປະເທດ ລາວ, ໄທ, ຫວຽດນາມ, ກໍາບູເຈຍ, ມາເລເຊຍ ແລະ ປະເທດຟິລິບປິນ. ເກີດ ຢູ່ຕາມປ່າປ່ຽນໃບ ແລະ ປ່າປະສົມ. ເປັນຕົ້ນຂະໜາດນ້ອຍ,ສູງ 10-15 ແມັດ. ໃບ ແມ່ນໃບດ່ຽວ, ຈັບສະຫຼັບກ້ຽວວຽນ, ຂອບໃບລຽບ ແລະ ເວລາເປັນໃບອ່ອນແຜ່ນໃບຂອງຂ້ອຍກອບຕຶ່ງເຕັມຕະຫຼອດເວລາ. ດອກອອກເປັນຊໍ່ ອອກຕາມຫຼືບໃບ ແລະ ຫ້ອຍຈັບຕາມລຳຕົ້ນ ແລະກິ່ງງ່າ. ມີຊໍ່ດອກຜູ້ ແລະ ຊໍ່ດອກແມ່ຕ່າງກັນຢູ່ພາຍໃນຕົ້ນດຽວ. ເມື່ອເປັນໝາກ ສ່ວນຫຼາຍ ໝາກຈັບເປັນພົ້ວແໜ້ນໜາຕາມລຳຕົ້ນ ຫຼື ກິ່ງງ່າ ຊຶ່ງມັນໄດ້ວິວັດມາຈາກດອກແມ່ນັ້ນເອງ. ໝາກເປັນຮູບໄຂ່ມີແກ່ນດຽວ. ລະດູອອກດອກ ແລະ ໝາກ ປະກົດໄລ່ເລັ່ຍກັນ ແລະ ເລີ້ມແຕ່ ເດືອນທັນວາ ໄປຈົນເຖິງເດືອນມີນາ. ຕົ້ນຜັກຫວານ ເປັນພືດທີ່ຊາວບ້ານນິຍົມນຳມາເປັນອາຫານແຕ່ສະໄໝປູ່ຍ່າເປັນຕົ້ນມາ ຍ້ອນເປັນຜັກປ່າເລີດລົດ ຊະນິດໜຶ່ງ ຈົນຜູ້ຄົນຈຳນວນໜຶ່ງໄດ້ປູກຕົ້ນນີ້ໄວ້ແຄມສວນແຄມນາ ເພື່ອສະດວກເກັບກິນຍອດອ່ອນ ແລະຊໍ່ດອກພ້ອມ. ອາຫານທີ່ປຸງແຕ່ງຈາກຜັກຫວານກໍ່ມີ ແກງໃສ່ປາ ປະສົມໄຂ່ມົດຍິ່ງດີເລີດ, ຂົ້ວໃສ່ໄຂ່, ເຮັດຊຸບ ແລະໜຶ້ງກັບແຈ່ວ ຫຼື ປົ່ນປາ. ນອກຈາກໃຊ້ເປັນຜັກແລ້ວ
ເພິ່ນຍັງໃຊ້ຮາກຂອງຕົ້ນຜັກຫວານເປັນຢາແກ້ໄຂ້ຮ້ອນນຳອີກ.

ຕົ້ນ ຜັກຫວານ [Ton Phak Wan]  Melientha suavis
ຕົ້ນ ຜັກຫວານ [Ton Phak Wan]  Melientha suavis

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ