google-site-verification: google0d91bc93cfc88895.html ບັນຫາມົນລະພິດໃນສິ່ງແວດລ້ອມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 19, 2016

ບັນຫາມົນລະພິດໃນສິ່ງແວດລ້ອມ

ບັນຫາມົນລະພິດໃນສິ່ງແວດລ້ອມ
ບັນຫາມົນລະພິດໃນສິ່ງແວດລ້ອມ


ບັນຫາມົນລະພິດໃນສິ່ງແວດລ້ອມ

ຄວາມໝາຍຂອງມົນລະພິດສິ່ງແວດລ້ອມ:ມົນລະພິດສິ່ງແວດລ້ອມໝາຍເຖິງສິ່ງແວດ ລ້ອມ ທີ່ມີມວນສານ (Pollutants) ທີ່ເປັນພິດປົນເປື້ອນຢູ່ຫຼາຍເກີນຂີດຈໍາກັດ ທີ່ທໍາມະຊາດ ແລະ ສິ່ງແວດລ້ອມຈະຮັບໄດ້ ຈົນມີຜົນກະທົບຕໍ່ຄຸນນະພາບຊີວິດຂອງມະນຸດ,ພືດ, ສັດ ແລະ ຄຸນນະພາບສິ່ງແວດລ້ອມ.

  • ສາເຫດຂອງມົນລະພິດໃນສິ່ງແວດລ້ອມ: ມົນລະພິດສິ່ງແວດລ້ອມເປັນຜົນສືບເນື່ອງມາຈາກຄວາມສະ ຫຼຽວສະຫຼາດຂອງມະນຸດ ທີ່ມີການພັດທະນາໃນທຸກໆດ້ານ ໂດຍບໍ່ໄດ້ຫາທາງປ້ອງກັນປັນຫາສິ່ງແວດ ລ້ອມທີ່ອາດຈະເກີດຂຶ້ນຕາມມາເຮັດໃຫ້ມະນຸດເອງຕ້ອງໄດ້ຮັບຜົນກະທົບຕໍ່ສຸຂະນາໄມຂອງມະນຸດທັ້ງດ້ານຮ່າງກາຍ ແລະ ຈິດໃຈ. ສາເຫດຫຼັກທີ່ເຮັດໃຫ້ເກີດມົນລະພິດສິ່ງແວດລ້ອມແມ່ນມາຈາກ ການເພີ່ມຂຶ້ນຂອງປະຊາກອນມະນຸດ ເພາະເປັນສິ່ງມີຊີວິດ ທີ່ມີບົດບາດຕໍ່ລະບົບນິເວດຫຼາຍທີ່ສຸດ ໂດຍສະເພາະບົດ ບາດໃນຖານະຜູ້ບໍລິໂພກລະດັບສູງສຸດຂອງຕ່ອງໂສ້ອາຫານ, ເປັນຜູ້ໃຊ້ພະລັງງານ ແລະ ແຮ່ທາດສານອາ ຫານ ຫຼື ຊັບພະຍາກອນທໍາມະຊາດຫຼາຍທີ່ສຸດໃນບັນດາສິ່ງມີຊີວິດທີ່ມີໃນໂລກ. ດັ່ງນັ້ນເມື່ອປະຊາກອນມະ ນຸດເພີ່ມສູງຂຶ້ນ ຈິ່ງເຮັດໃຫ້ຊັບພະຍາກອນທໍາມະຊາດໃນໂລກ ຖືກໃຊ້ໄປເພື່ອການດໍາລົງຊີວິດຂອງມະນຸດຈົນຊັບພະຍາກອນຫຼາຍປະ ເພດໄດ້ສູນຫາຍໄປໂດຍບໍ່ສາມາດທົດແທນໄດ້ເຊັ່ນ: ເຊື້ອເພີງທໍາມະຊາດ ແລະ ຊັບພະຍາກອນສິ່ງມີຊີວິດທີ່ສູນພັນໄປ. ນອກຈາກນີ້ການໃຊ້ຊັບພະຍາກອນດັ່ງກ່າວຂອງມະ ນຸດຍັງກໍ່ໃຫ້ເກີດສິ່ງເສດເຫຼືອ (Waste)ແລະ ກໍ່ໃຫ້ເກີດບັນຫາມົນລະພິດຕ່າງໆນໍາອີກ.
  • ການປ່ຽນແປງຂອງດິນຟ້າອາກາດ: ບັນຫາການປ່ຽນແປງຂອງດິນຟ້າອາກາດແມ່ນບັນຫາສິ່ງແວດລ້ອມປາຍເຫດ ທີ່ສົ່ງຜົນກະທົບເຖິງທຸກມຸມໂລກ ເປັນຕົ້ນ ແມ່ນການກະທົບຕໍ່ລະບົບນິເວດທຳມະຊາດຂອງໂລກ ກໍ່ຄືຄວາມບໍ່ມີສະເຖຍລະພາບຂອງໂລກໂດຍສະເພາະແມ່ນສິ່ງທີ່ມີຊີວິດ, ວົງຈອນອາຫານ, ແຫຼ່ງນ້ຳ, ອາ ກາດ, ພະລັງງານຄວາມຮ້ອນ. ການປ່ຽນແປງຂອງດິນຟ້າອາກາດພາໃຫ້ເກີດຝົນຕົກຜິດລະດູການອາກາດ ຮ້ອນຫຼື ເຢັນຜິດປົກກະຕິ ແລະ ເກີດໄພພິບັດທາງທຳມະຊາດ ທີ່ບໍ່ເຄີຍມີມາກ່ອນ. ສິ່ງເຫຼົ່ານີ້ໄດ້ສົ່ງຜົນກະທົບອັນຮຸນແຮງຕໍ່ລະບົບເສດຖະກິດ - ສັງຄົມ ໂດຍສະເພາະການຜະລິດກະສິກຳຕົກຕໍ່າ, ພະຍາດຊະນິດໃໝ່ໆ ເກີດຂຶ້ນທົ່ວໄປ ແລະ ອື່ນໆ. ເພື່ອຢາກແກ້ໄຂບັນຫາດັ່ງກ່າວນັ້ນ ຕ້ອງໄດ້ແກ້ໄຂບັນຫາທີ່ຕົ້ນເຫດໃນລະດັບຊາດ, ພາກພື້ນ ແລະ ລະດັບໂລກດ້ວຍກ້ອນທຶນອັນມະຫາສານ ເຂົ້າໃນການຄົ້ນຄ້ວາຫາສາເຫດ, ວິທີປ້ອງກັນ, ແກ້ໄຂ ແລະ ອອກລະບຽບການ ດ້ານກົດໝາຍສາກົນ.

ພາວະເຮືອນແກ້ວ (Greenhouse effect)

ພາວະເຮືອນແກ້ວແມ່ນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?

ໃນສະພາບປົກກະຕິ ຊັ້ນບັນຍາກາດຂອງໂລກຈະປະກອບດ້ວຍ ໂອໂຊນ, ອາຍນໍ້າ ແລະ ກາສຊະນິດອື່ນໆ ຈໍານວນ ໜຶ່ງໃນບັນດາກາສດັ່ງກ່າວນີ້ ໂອໂຊນຊຶ່ງເຮັດໜ້າທີ່ກັ່ນຕອງລັງສີຄື້ນສັ້ນ ແລະ ຄື້ນຍາວທີ່ສ່ອງລົງມາສູ່ພື້ນຜິວໂລກ ໝາຍຄວາມວ່າຄວາມຮ້ອນທີ່ຜ່ານລົງມາຫາພື້ນຜິວໂລກ ໄດ້ຖືກເກັບໄວ້ບາງສ່ວນ. ສິ່ງເຫຼົ່ານີ້ເຮັດໃຫ້ໂລກມີອຸນຫະພູມເໝາະສົມຕໍ່ການດໍາລົງຊີວິດຂອງສິ່ງທີ່ມີຊີວິດທັງຫຼາຍ. ແຕ່ໃນປັດຈຸບັນ ມະນຸດກໍາລັງປ່ຽນແປງ ອຸນຫະພູມຂອງໂລກຢ່າງຮ້າຍແຮງໂດຍການສ້າງ ແລະ ນໍາໃຊ້ສານເຄມີບາງຊະນິດໃນກິດຈະກໍາຕ່າງໆ ທີ່ສາມາດທໍາລາຍເກາະປ້ອງກັນຂອງໂລກ ຊຶ່ງເປັນເຫດເຮັດໃຫ້ເກາະປ້ອງກັນນີ້ບໍ່ສາມາດລະບາຍຄວາມຮ້ອນອອກໄດ້ດີ, ເຮັດໃຫ້ພື້ນຜິວໂລກ ແລະຊັ້ນບັນຍາກາດມີອຸນຫະພູມສູງຂຶ້ນ. ໃນປັດຈຸບັນຊັ້ນບັນຍາກາດຂອງໂລກມີປະລິມານກາສບາງຊະນິດຫຼາຍ ເກີນຄວາມສົມດຸນທາງທໍາມະຊາດອັນເນື່ອງມາຈາກການກະທໍາຂອງມະນຸດເຊັ່ນ: ການ ປ່ອຍກາສ ຄາບອນໄດອອກໄຊດ໌ (CO2), ກາສມີເທນ (CH4),ກາສ ໄນຕຣັສອອກໄຊມ໌(N2O)ແລະ ຄຼໍໂຣຟຼູໂຣຄາບອນ (CFC),ດັ່ງນີ້ເປັນຕົ້ນ. ກາສເຫຼົ່ານີ້ ມີຄຸນສົມບັດພິເສດຄື ສາມາດດູດກືນລັງສີຄື້ນຍາວອິນຟຣາເຣດໄດ້ດີຫຼາຍ ດັ່ງນັ້ນ ເມື່ອພື້ນຜິວໂລກປ່ອຍລັງສີອິນຟຣາເຣດຂຶ້ນສູ່ຊັ້ນບັນຍາກາດ ກາສເຫຼົ່ານີ້ຈິ່ງດູດກືນລັງສີອິນຟຣາ ເຣດເອົາໄວ້ ຊຶ່ງເຮັດໃຫ້ຄວາມຮ້ອນຖືກສະສົມຢູ່ບໍລິເວນພື້ນຜິວໂລກ ແລະຊັ້ນບັນຍາກາດເພີ່ມຫຼາຍຂຶ້ນ ພື້ນຜິວໂລກຈິ່ງມີອຸນຫະພູມເພີ່ມສູງຂຶ້ນ ເຮົາເອີ້ນກາສທີ່ເຮັດໃຫ້ເກີດສະພາວະແບບນີ້ວ່າ: ”ກາສເຮືອນແກ້ວ (Greenhouse gases)”

ກາສເຮືອນແກ້ວ (Greenhouse gases)”
ກາສເຮືອນແກ້ວ (Greenhouse gases)”


ແຫຼ່ງທີ່ມາຂອງກາສພິດເຮືອນແກ້ວແຕ່ລະປະເພດ: 

+  ກາສຄາບອນໄດອອກໄຊດ໌ ສ່ວນໃຫຍ່ເກີດມາຈາກການເຜົາໄໝ້ສິ່ງເສດເຫຼືອ, ນໍ້າມັນເຊື້ອເພີງຕ່າງໆ.
+  ອາຍນໍ້າ ເກີດຂຶ້ນຢູ່ໃນຊັ້ນບັນຍາກາດໂດຍທໍາມະຊາດ.
+  ໂອໂຊນ (Ozone ຫຼື O3) ເກີດຂຶ້ນຢູ່ໃນຊັ້ນບັນຍາກາດໂດຍທໍາມະຊາດ.
+  ກາສມີເທນ ເກີດຈາກການເໜົ່າເປື່ອຍຂອງສິ່ງມີຊີວິດ ແລະ ບ່ອນມີນ້ຳຖ້ວມຂັງເປັນເວລາດົນເຊັ່ນ:ໃນນາເຂົ້າຕ່າງໆ.
+  ກາສໄນຕຣັສອອກໄຊດ໌ ເກີດຈາກການເນົ່າເປື່ອຍຂອງພືດ, ການນຳໃຊ້ປຸຍເຄມີ, ກາສຊະນິດນີ້ມີຄວາມສາ ມາດຄົງຕົວຢູ່ໃນຊັ້ນບັນຍາກາດໄດ້ຫຼາຍກວ່າ 100 ປີ
+  ກາສຄຼໍໂຣຟຼູໂຣຄາບອນ ເກີດຈາກການຜະລິດໃນອຸດສະຫະກຳເພື່ອນຳໃຊ້ເຂົ້າໃນການຜະລິດເຄື່ອງເຮັດໃຫ້ເກີດຄວາມເຢັນເຊັ່ນ: ແອເຢັນ, ຕູ້ເຢັນ, ເຄື່ອງເຮັດໃຫ້ເກີດຄວາມດັນ ເຊັ່ນ: ສະເປ ແລະ ຜະລິດເຮັດໂຟມ

ວິທີແກ້ໄຂ: ການແກ້ໄຂ ຕ້ອງອາໄສສ່ວນຮ່ວມຈາກຫຼາຍພາກສ່ວນຈິ່ງຈະມີປະສິດທິພາບດັ່ງ: ຕ້ອງເລີ່ມຈາກໝົດທຸກຄົນຮ່ວມກັນອະນຸລັກຊັບພະຍາກອນທໍາມະຊາດແລະ ໃຊ້ຊັບພະຍາກອນທໍາມະຊາດໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ, ຢຸດຕິການຕັດໄມ້ທໍາລາຍປ່າ, ສົ່ງເສີມໃຫ້ມີການປູກປ່າໃຫ້ຫຼາຍຂຶ້ນ, ສົ່ງເສີມການນໍາໃຊ້ພະລັງງານ
ທົດແທນ, ຫຼຸດຜ່ອນການນໍາໃຊ້ປຸຍເຄມີ ເພື່ອເປັນການຫຼຸດຜ່ອນຜົນກະທົບທາງລົບຕໍ່ ການນຳໃຊ້ດິນ, ຄຸນນະພາບຂອງແຫຼ່ງນ້ຳ ແລະ ພ້ອມດຽວກັນນັ້ນກໍ່ເປັນການຫຼຸດຜ່ອນຕໍ່ສາເຫດການເກີດສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ໂລກຮ້ອນອີກດ້ວຍ. ຄວນປະຕິບັດລະບຽບກົດໝາຍຢ່າງເຄັ່ງຄັດ ແລະ ຄວນປັບໄໝໃສ່ໂທດຕໍ່ຜູ້ກະທໍາຜິດ ຢ່າງຈິງຈັງ.
  • ຊັ້ນໂອໂຊນ: ໂອໂຊນເປັນກາສຊະນິດໜຶ່ງ ເປັນຮູບແບບໜຶ່ງຂອງກາສອັອກຊີເຈນທີ່ບໍ່ມີຄວາມໝັ້ນຄົງ, ມີຄວາມໄວຕໍ່ການເກີດປະຕິກິລິຍາສູງ. ໂອໂຊນໃນບັນຍາກາດມີປະລິມານໜ້ອຍ ສະເລ່ຍປະມານ 3 ໃນ 10 ລ້ານ ໂມເລກຸນອາກາດ. ໂອໂຊນ ໃນບັນຍາກາດພົບຫຼາຍຢູ່ໃນສອງບໍລິເວນ ຄື: 90% ພົບຢູ່ບໍລິເວນຊັ້ນບັນຍາກາດ ສະຕຣາໂຕສະແຟຣ໌ (Stratosphere)ທີ່ມີຄວາມສູງລະຫວ່າງ 10-50 ກິໂລແມັດ ໃນບໍລິເວນຊັ້ນນີ້ພົບໂອໂຊນມີຄວາມໜາແໜ້ນທີ່ຄວາມສູງປະມານ 15-35 ກິໂລແມັດ ເອີ້ນວ່າ: ຊັ້ນໂອໂຊນ.ສ່ວນອີກ 10 % ທີ່ເຫຼືອແມ່ນພົບຢູ່ບໍລິເວນຊັ້ນລຸ່ມລົງມາ ຄື: ຊັ້ນໂຕຣໂຟສແຟຣ໌(Troposphere)ຊັ້ນນີ້ມີຄວາມສູງປະມານ 10ກິໂລແມັດ. ໂອໂຊນເຖິງຈະມີປະລິມານພຽງເລັກນ້ອຍແຕ່ມີບົດບາດສໍາຄັນໃນບັນຍາກາດຫຼາຍ ແລະ ມີປະໂຫຍດຕໍ່ສິ່ງມີຊີວິດເທິງໜ້າໂລກ ຄື: ມັນເຮັດໜ້າທີ່ປ້ອງກັນລັງສີ Ultraviolet (UV) ຈາກແສງຕາເວັນທີ່ຊ່ອງລົງມາໂລກຂອງເຮົາ ລັງສີນີ້ເປັນລັງສີຄື້ນສັ້ນບໍ່ສາມາດເບິ່ງເຫັນໄດ້ ແລະ ເປັນອັນຕະລາຍຕໍ່ສິ່ງມີຊີວິດ ເພາະເປັນສາເຫດກໍ່ໃຫ້ເກີດມະເລັງຜິວໜັງ. ນອກຈາກຜົນເສຍດັງທີ່ໄດ້ກ່າວມາຂ້ອງເທິງນີ້ແລ້ວ ໂອໂຊນ ກໍ່ຍັງມີຄຸນປະໂຫຍດໃນການນໍາມາຂ້າເຊື້ອໂຣກໄດ້ທຸກຊະນິດ ແລະ ນໍາມາລ້າງສານພິດທີ່ຕົກຄ້າງຕ່າງໆເຊັ່ນ: ນໍາມາແກ້ໄຂບັນຫານໍ້າເສຍ ແລະ ນໍາມາຂ້າເຊື້ອໃນຂະບວນການຜະລິດນໍ້າດື່ມບໍລິສຸດເປັນຕົ້ນ.
ຊັ້ນໂອໂຊນ
ຊັ້ນໂອໂຊນ

•  ປະກົດການທີ່ຊັ້ນໂອໂຊນຖືກທໍາລາຍ:ການເກີດຊ່ອງໂວ່ຂອງຊັ້ນໂອໂຊນພົບຄັ້ງທໍາອິດໃນປີ 1985 ແລະ ໄດ້ຂະຫຍາຍວົງກວ້າງອອກທຸກປີໃນຄະນະທີ່ອຸນຫະພູມໂລກເພີ່ມສູງຂຶ້ນທີ່ຊັ້ນລຸ່ມຂອງບັນຍາກາດຊັ້ນໂຕຣໂປສ ແຟຣ໌ ຊຶ່ງເກີດຈາກປະກົດການເຮືອນແກ້ວ, ແຕ່ກົງກັນຂ້າມການສູນເສຍໂອໂຊນ ພັດເກີດຂຶ້ນຢູ່ຊັ້ນເທິງຂອງບັນຍາກາດສະຕຣາໂຕສແຟຣ໌ ຊຶ່ງເປັນຊັ້ນທີ່ປ້ອງກັນລັງສີ UVທີ່ເປັນອັນຕະລາຍຕໍ່ພືດ, ສັດ ແລະ ມະນຸດ. ການສູນເສຍໂອໂຊນ ແມ່ນມີສາເຫດມາຈາກກາສຊະນິດໜຶ່ງທີ່ມະນຸດສ້າງຂຶ້ນມີຊື່ວ່າ ຄຼໍໂຣຟຼູໂຣຄາບອນ (Chlorofluorocarbon) ຫຼື CFC ກາສນີ້ບໍ່ເກີດຂຶ້ນເອງໂດຍທຳມະຊາດ, ແຕ່ມະນຸດເຮົາເປັນຜູ້ຜະລິດຂຶ້ນມາເພື່ອນຳໃຊ້ເຂົ້າໃນອຸດສະຫະກຳການຜະລິດເຄື່ອງ ເຮັດໃຫ້ເກີດຄວາມເຢັນເຊັ່ນ: ແອເຢັນ, ຕູ້ເຢັນ. ນອກນີ້ຍັງໃຊ້ເປັນສ່ວນປະສົມຂອງສະເປເກືອບທຸກຊະນິດ ລວມທັງໃຊ້ໃນການຜະລິດພຣາສຕິກ, ໂຟມ ເປັນຕົ້ນ. ທາດອາຍດັ່ງກ່າວ ມີປະໂຫຍດທີ່ສຸດເມື່ອມີການນຳໃຊ້ຖືກຕ້ອງ, ແຕ່ກົງກັນຂ້າມ ມັນຈະເປັນພິດໄພທີ່ຮ້າຍແຮງ ເມື່ອມັນຖືກປ່ອຍສູ່ຊັ້ນບັນຍາກາດ ເພາະທາດດັ່ງກ່າວເປັນຕົວການໃນການທຳລາຍຊັ້ນໂອໂຊນ. ກາສCFCທີ່ປ່ອຍຂຶ້ນສູ່ບັນຍາກາດ ເມື່ອໄປກະທົບກັບລັງສີ UV ມັນຈະເກີດປະຕິກິລິຍາທາງເຄມີແລ້ວປົດປ່ອຍອາຕອມ Cl ເສລີອອກໄປອາຕອມClທີ່ປົດປ່ອຍອອກຈະໄປເຮັດປະຕິກິລິຍາກັບໂມເລກຸນໂອໂຊນ ເພື່ອກາຍເປັນໂມເລກຸນອອກຊີເຈນ. ໜຶ່ງອາຕອມຂອງ Cl ສາມາດທຳລາຍໂມເລກຸນຂອງໂອໂຊນເປັນພັນໆ ຄັ້ງ ດັ່ງສະແດງໃນຮູບທີ 16. ສະນັ້ນການນຳໃຊ້CFCຈິ່ງຖືວ່າເປັນການທຳລາຍຊັ້ນໂອໂຊນໃນບັນຍາກາດໃຫ້ນັບມື້ບາງລົງ ອັນຈະເຮັດໃຫ້ມວນມະນຸດ ແລະ ສິ່ງທີ່ມີຊີວິດທັງຫຼາຍ ແລະ ມີຄວາມສ່ຽງຕໍ່ການເປັນມະເຮັງຜິວໜັງຫຼາຍຂຶ້ນ ແລະ ພະຍາດອື່ນໆເພີ່ມຂຶ້ນ. 

ປະກົດການທີ່ຊັ້ນໂອໂຊນຖືກທໍາລາຍ
ປະກົດການທີ່ຊັ້ນໂອໂຊນຖືກທໍາລາຍ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ