google-site-verification: google0d91bc93cfc88895.html ນິເວດວິທະຍາພື້ນຖານ Fundamentals of Ecology - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, August 17, 2016

ນິເວດວິທະຍາພື້ນຖານ Fundamentals of Ecology

ນິເວດວິທະຍາພື້ນຖານ Fundamentals of Ecology
ນິເວດວິທະຍາພື້ນຖານ Fundamentals of Ecology


ສປປ ລາວ ເວົ້າລວມແລ້ວ ເປັນປະເທດທີ່ມີຊັບພະຍາກອນທໍາມະຊາດອຸດົມສົມບູນແລະ ຄຸນນະພາສິ່ງແວດລ້ອມຍັງດີຢູ່ ທຽບໃສ່ປະເທດອ້ອມຂ້າງ ຊຶ່ງເປັນທ່າແຮງອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ດັ່ງນັ້ນ ພວກເຮົາທັງໝົດ ຕ້ອງໄດ້ຊ່ວຍກັນປົກປັກຮັກສາເພື່ອໄວ້ເປັນມໍລະດົກແກ່ຄົນລຸ້ນຫຼັງ.

  •  ການກ້າວເຂົ້າສູ່ສະຫະສະວັດໃໝ່, ຄວາມຮັບຮູ້ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບການພັດທະນານັບມື້ນັບວ່ອງໄວ ແລະ ຕໍ່ເນື່ອງ ແລະ ໄດ້ຊຸກຍູ້ໃຫ້ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງວ່ອງໄວເຊັ່ນດຽວກັນ. ແຕ່ວ່າຜົນສະທ້ອນຂອງການເຄື່ອນໄຫວຂອງມະນຸດ ເຮັດໃຫ້ສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດເຊື່ອມໂຊມລົງ ເປັນຕົ້ນ ການສູນເສຍຊີວະນານາພັນ, ປ່າໄມ້ຖືກທໍາລາຍ,ແຫຼ່ງນໍ້າຖືກບົກແຫ້ງ, ການເຊື່ອມໂຊມຂອງດິນ, ການເພີ່ມຂຶ້ນຂອງສິ່ງເສດເຫຼືອ, ການເພີ່ມຂຶ້ນຂອງສານເຄມີທີ່ເປັນພິດ, ການເຈືອປົນມົນລະພິດໃນອາກາດ, ນໍ້າ ແລະ ດິນ,ການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ ຊຶ່ງສ້າງຜົນສະທ້ອນຕໍ່ການດໍາລົງຊີວິດ ແລະຊັບສິນຂອງມະນຸດ.
  • ປຶ້ມນິເວດວິທະຍາພື້ນຖານຫົວນີ້ ເກີດມາຈາກແຮງບັນດານໃຈ ທີ່ຜູ້ຂຽນເຫັນວ່າເອກະສານໃນສາຂາວິຊານີ້ ທີ່ຂຽນເປັນພາສາລາວແມ່ນມີໜ້ອຍ ແລະ ສ່ວນຫຼາຍທີ່ມີແມ່ນເປັນພາສາຕ່າງປະເທດ ຊຶ່ງສ້າງຄວາມລໍາບາກຕໍ່ຜູ້ທີ່ເລີ່ມສຶກສາຄົ້ນຄວ້າໃນທາງດ້ານນີ້ ດັ່ງນັ້ນ ຈິ່ງເກີດມີແນວຄວາມຄິດຢາກຂຽນປຶ້ມໃນສາຂາວິຊານິເວດວິທະ ຍານີ້ ຂຶ້ນມາ ເພື່ອໃຫ້ນັກນິເວດວິທະຍາທັງຫຼາຍທີ່ກໍາລັງສຶກສາຢູ່ ຫຼື ຜູ້ອື່ນໆ ທີ່ມີຄວາມສົນໃຈທາງດ້ານນິເວດວິທະຍາໄດ້ນໍາໄປໃຊ້ປະໂຫຍດເຊັ່ນ: ເປັນເອກະສານປະກອບການຮຽນ-ການສອນ ແລະ ສາມາດນໍາໃຊ້ເຂົ້າໃນຂົງເຂດວຽກງານດ້ານການອະນຸລັກຊັບພະຍາກອນທໍາມະຊາດໄດ້.
  • ໂດຍເນື້ອຫາໃນປຶ້ມຫົວນີ້ປະກອບດ້ວຍສາມສ່ວນ ຄື: ສ່ວນທີໜຶ່ງ ລະບົບນິເວດ(Ecosystem), ວົງຈອນຂອງແຮ່ທາດໃນລະບົບນິເວດ, ຊີວະນານາພັນ ແລະ ຄວາມສໍາຄັນຂອງປ່າຝົນເຂດຮ້ອນ (ປ່າດົງດິບ), ສ່ວນທີສອງ ບັນຫາໄພຂົ່ມຂູ່ຕໍ່ຊີວະນານາພັນແລະ ບັນຫາມົນລະພິດສິ່ງແວດລ້ອມ ແລະ ສ່ວນທີສາມ ບັນຫາໄພຂົ່ມຂູ່ຕໍ່ຊີວະນານາພັນ ແລະ ບັນຫາມົນລະພິດສິ່ງແວດລ້ອມ.
  • ເມື່ອຜູ້ອ່ານໄດ້ອ່ານປຶ້ມຫົວນີ້ແລ້ວ ຈະຮັບຮູ້ເຖິງຄວາມສໍາຄັນຂອງລະບົບນິເວດແລະ ບັນຫາສິ່ງແວດລ້ອມ ເຮັດໃຫ້ເກີດຄວາມຫວງແຫນຊັບພະຍາກອນທໍາມະຊາດຫຼາຍຂຶ້ນ ແລະ ອີກດ້ານໜຶ່ງ ເພື່ອເປັນຊ່ອງທາງຊຸກຍູ້ດ້ານການອະນຸລັກ ຊັບພະຍາກອນທໍາມະຊາດ ທີ່ເປັນຊັບສົມບັດອັນລໍ້າຄ່າຂອງຊາດ ກໍ່ຄືຂອງປະຊາຊົນລາວທັງປະເທດໃຫ້ມີຄວາມຢັ້ງຢືນຕະຫຼອດໄປ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ