- ການຍາດແຍ່ງແຂ່ງຂັນລະຫວ່າງຊະນິດ (Competition between Species)ເມື່ອປະຊາກອນຂອງຊຸມຊົນ ມີສອງຊະນິດ ຫຼື ຫຼາຍກວ່າ ມາອາໄສຢູ່ໃນແຫຼ່ງຊັບພະຍາກອນມີຈໍາກັດທີ່ຄ້າຍກັນເອີ້ນວ່າ: ການຍາດແຍ່ງແຂ່ງຂັນລະຫວ່າງຊະນິດເກີດຂຶ້ນ.
- ການລ່າເຫຍື່ອ (Predation) ການລ່າເຫຍື່ອປະກອບມາຈາກຝ່າຍໜຶ່ງ ເປັນຜູ້ລ່າ (Predator)ແລະ ອີກຝ່າຍໜຶ່ງເປັນຜູ້ຖືກລ່າເຫຍື່ອ (Prey) ເຊັ່ນ: ແມວ ລ່າໜູ, ເສືອລ່າກວາງ ແຕ່ບາງກໍລະນີຜູ້ລ່າອາດຕົກເປັນເຫຍື່ອຂອງສິ່ງມີຊີວິດອື່ນອີກເຊັ່ນ: ກົບກິນແມງໄມ້, ແຫຼວກິນກົບອີກຕໍ່ໜຶ່ງ. ການພົວພັນແບບນີ້ຝ່າຍຜູ້ລ່າຈະໄດ້ປະໂຫຍດສ່ວນຜູ້ຖືກລ່າຈະເສຍປະໂຫຍດ.
- ການປ້ອງກັນຕົວຂອງພືດຕໍ່ສິ່ງມີຊີວິດກິນພືດ, ເພາະພືດບໍ່ສາມາດແລ່ນໜີໄດ້ຈິ່ງຕ້ອງມີໂຄງສ້າງທີ່ເປັນໜາມ ແລະ ຂົນແຂງ. ພືດບາງຊະນິດສ້າງສານນິໂຄທິນ ແລະ ສານມໍຟິນ, ບາງຊະນິດກໍ່ຜະລິດສານເຄມີຮຽນແບບຮໍໂມນສັດ ເຮັດໃຫ້ສັດທີ່ຫລົງມາກິນໄດ້ຮັບອັນຕະລາຍ ແລະ ເກີດອາການຜິດປົກກະຕິຂຶ້ນໃນການຈະເລີນເຕີບໂຕຂອງຮ່າງກາຍ ຫຼື ອາດເຖິງແກ່ຊີວິດໄດ້.
- ສັດຈະໃຊ້ວິທີການຫຼາຍຢ່າງໃນການປ້ອງກັນຕົວຈາກຜູ້ລ່າເຊັ່ນ: ການຫລົບໜີ,ການຫຼີ້ຊ່ອນ, ການໜີເອົາໂຕລອດເປັນພຶດຕິກໍາການຕອບສະໜອງຕໍ່ຜູ້ຫລ່າເປັນປົກກະຕິ. ນອກຈາກນີ້ ຍັງມີການໃຊ້ສຽງເຕືອນ, ການຮຽນແບບ, ການຫຼອກເພື່ອໃຫ້ເຫຍື່ອນໍາໄປ, ລວມທັງການລວມກຸ່ມເພື່ອຕໍ່ສູ້ກັບຜູ້ຫລ່າເປັນຕົ້ນ.
ການພົວພັນລະຫວ່າງສິ່ງມີຊີວິດຕ່າງຊະນິດໃນຊຸມຊົນ (Interspecific Interactions in Community) |
3. ຄວາມສໍາພັນແບບການຢູ່ຮ່ວມກັນ (Symbiotic relationships)ການຢູ່ຮ່ວມກັນເປັນການພົວພັນລະຫວ່າງຊະນິດ ຊຶ່ງຊະນິດໜຶ່ງເອີ້ນວ່າ:Symbiont ອາໄສຢູ່ຮ່ວມກັບຊະນິດໜຶ່ງ ຊຶ່ງເອີ້ນວ່າ: ເຈົ້າກາຝາກ (Host)ມີ 2 ແບບຄື: ແບບກາຝາກ (Parasitism)ແລະ ແບບເພິ່ງພາອາໄສ (Mutualism).
3.1 ການກາຝາກ (Parasitism)ການພົວພັນນີ້ຝ່າຍໜຶ່ງຈະໄດ້ປະໂຫຍດ ແລະ ຝ່າຍໜຶ່ງຈະເສຍປະໂຫຍດເຊັ່ນ: ແມ່ທ້ອງກັບຄົນເຮົາເປັນການຢູ່ຮ່ວມກັນແບບກາຝາກ, ແຕ່ການກາຝາກນັ້ນ ໂຕກາຝາກ (Parasite)ບໍ່ຕ້ອງການໃຫ້ເຈົ້າກາຝາກ(Host) ຕາຍ, ເພາະຖ້າເຈົ້າກາຝາກຕາຍມັນກໍ່ຈະຕາຍ. ອີງໃສ່ທີ່ຢູ່ອາໄສການກາຝາກແຍກອອກເປັນສອງຊະນິດຄື:
ກ. ກາຝາກໃນ (Endoparasite) ກາຝາກແບບນີ້ເປັນການກາຝາກຊຶ່ງກາຝາກຈະອາ ໄສກິນອາຫານ ແລະ ດຳລົງຊີວິດຢູ່ພາຍໃນຮ່າງກາຍຂອງເຈົ້າກາຝາກເຊັ່ນ: ແມ່ທ້ອງແປ, ແມ່ທ້ອງກົມຊະນິດຕ່າງໆລວມທັງຈຸລະຊີບຕ່າງໆ.
ຂ. ກາຝາກພາຍນອກ (Ectoparasite)ກາຝາກແບບນີ້ອາໄສຢູ່ພາຍນອກຂອງເຈົ້າກາຝາກເຊັ່ນ: ເຫົາ, ມັດ, ໄຮ, ຫິດ, ກາກ, ກ້ຽນ.
3.2 ການເພິ່ງພາອາໄສ(Mutualism)ເປັນການພົວພັນລະຫວ່າງສອງຊະນິດ ຊຶ່ງຕ່າງຝ່າຍຕ່າງໄດ້ຜົນປະໂຫຍດ ແຕ່ທັງສອງຊະນິດບໍ່ສາມາດແຍກອອກຈາກກັນໄດ້, ຖ້າແຍກອອກຈາກກັນທັງສອງຊະນິດຈະຕາຍເຊັ່ນ: ເຫັດເທົາ (Lichen) ຊຶ່ງປະກອບດ້ວຍເຫັດ(Fungi) ແລະ ເທົາ (Algae).ສັດເອກະຈຸລັງ (Protozoa) ທີ່ຢູ່ໃນລຳໄສ້ຂອງປວກເປັນຕົ້ນ
4 ການເກື້ອກູນ(Commensalism)ເປັນການພົວພັນລະຫວ່າງສອງຊະນິດທີ່ຢູ່ຮ່ວມກັນ, ຊຶ່ງໃນນັ້ນຝ່າຍໜຶ່ງໄດ້ປະໂຫຍດ ສ່ວນອີກຝ່າຍໜຶ່ງບໍ່ໄດ້ ແລະ ບໍ່ເສຍປະໂຫຍດເຊັ່ນ: ດອກເຜີ້ງອາໄສຢູ່ຕົ້ນໄມ້ໃຫຍ່, ຕົ້ນພູກັບຕົ້ນໄມ້ໃຫຍ່, ປາສະຫຼາມກັບເຫົາສະຫຼາມ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ