google-site-verification: google0d91bc93cfc88895.html ສາເຫດການເຊາະເຈື່ອນ ແລະ ຊຸດໂຊມຂອງດິນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, August 13, 2016

ສາເຫດການເຊາະເຈື່ອນ ແລະ ຊຸດໂຊມຂອງດິນ

ກ. ການເຊາະເຈື່ອນຂອງດິນດ້ວຍນໍ້າ ເມື່ອຝົນຕົກເຮັດໃຫ້ນໍ້າມີປະລິມານຫຼາຍຕົກກະທົບໃສ່ໜ້າດິນໂດຍກົງ ເຮັດໃຫ້ເກີດມີການເຊາະໜ້າດິນໃຫ້ລອຍໄປກັບນໍ້າເຊິ່ງລະດັບຄວາມຮຸນແຮງໃນການເຊາະລ້າງຈະກິນພື້ນທີ່ກວ້າງ ຫຼື ໜ້ອຍຫຼາຍເທົ່າໃດແມ່ນຂຶ້ນກັບລະດັບຄວາມຮຸນແຮງຂອງຝົນ ແລະ ປະລິມານພືດທີ່ປົກຄຸມໜ້າດິນ.

http://hukased.blogspot.com/

ຂ. ການຕັດໄມ້ທຳລາຍປ່າ, ການເຜົາປ່າເພື່ອທຳການຜະລິດເຮັດໃຫ້ໜ້າດິນເປີດ ແລະ ຖືກເຊາະລ້າງໂດຍນໍ້າແລະ ລົມ, ເມື່ອຝົນຕົກແຮງນໍ້າຈະເຊາະລ້າງເອົາດິນທີ່ອຸດົມສົມບູນໄປກັບນໍ້າເຮັດໃຫ້ດິນມີຄຸນນະພາບຊຸດໂຊມລົງ.
ຄ. ການປູກພືດ, ການກະກຽມດິນ ແລະ ປູກພືດທີ່ບໍ່ຖືກວິທີ ຈະກໍ່ໃຫ້ເກີດຄວາມເສຍຫາຍກັບດິນຫຼາຍຢ່າງເຊັ່ນ:
ໄຖພວນດິນໃນຂະນະທີ່ດິນແຫ້ງເຮັດໃຫ້ດິນທີ່ອຸດົມສົມບູນປິວລອຍໄປຕາມລົມ, ການປູກພືດບາງຊະນິດທີ່ເຮັດໃຫ້ດິນເສຍຄວາມອຸດົມສົມບູນເຊັ່ນ: ຢາງພາລາ, ໄມ້ວິກ...ການເຜົາປ່າ ຫຼື ການເຜົາຕໍເຟືອງຈະເຮັດໃຫ້ຮີວມັດໃນດິນເຊື່ອມສະພາບກໍ່ໃຫ້ເກີດຜົນເສຍໃນດິນ, ການໃຊ້ປຸ໋ຍເຄມີ ແລະ ຢາຂ້າແມງໄມ້ຈະທຳລາຍຈຸລິນຊີ ແລະ ໂຄງສ້າງຂອງດິນເຮັດໃຫ້ດິນຊຸດໂຊມ ແລະ ອາດບໍ່ສາມາດນຳໃຊ້ໃນການເພາະປູກໄດ້ອີກເລີຍ.
http://hukased.blogspot.com/
http://hukased.blogspot.com/
ການຕັດໄມ້ທຳລາຍປ່າ
http://hukased.blogspot.com/
ການຕັດໄມ້ທຳລາຍປ່າ



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ