google-site-verification: google0d91bc93cfc88895.html ມົນລະພິດທາງສຽງ (Noise pollution) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, August 20, 2016

ມົນລະພິດທາງສຽງ (Noise pollution)

ມົນລະພິດທາງສຽງ
ມົນລະພິດທາງສຽງ


ມົນລະພິດທາງສຽງ (Noise pollution)

ມົນລະພິດທາງສຽງ ໝາຍເຖິງ ສະພາວະທີ່ມີສຽງດັງເກີນປົກກະຕິ ຫຼື ສຽງດັງຕໍ່ເນື່ອງຍາວນານຈົນກໍ່ໃຫ້ເກີດຄວາມລໍາຄານ ຫຼື ກໍ່ໃຫ້ເກີດອັນຕະລາຍຕໍ່ລະບົບການໄດ້ຍິນຂອງມະນຸດ ແລະ ສັດ. ມົນລະພິດທາງສຽງເປັນໜຶ່ງໃນບັນຫາສິ່ງແວດລ້ອມຂອງເມືອງໃຫຍ່ທີ່ເກີດພ້ອມກັບການປ່ຽນແປງທາງວິທະຍາສາດ ເທັກໂນໂລຊີ ແລະ ວັດທະ ນາທໍາລວມເຖິງການເຕີບໂຕທາງເສດຖະກິດບໍ່ວ່າຈະເປັນສຽງດັງຈາກລົດ, ຍົນ, ຍານພາຫະນະທີ່ໃຊ້ເຄື່ອງ ຈັກ, ສຽງດັງຈາກເຄື່ອງຈັກ, ສຽງດັງຈາກການກໍ່ສ້າງ, ສຽງດັງຈາກເຄື່ອງກະຈາຍສຽງເຊັ່ນ: ໂທລະທັດ, ວິທະຍຸ ແລະ ອຸປະກອນສື່ສານ (ສຽງໂທລະສັບມືຖື) ລວມທັງສຽງສົນທະນາທີ່ດັງເກີນຄວນ ແລະ ບໍ່ຖືກກາລະເທສະ.ຜົນກະ ທົບຈາກມົນລະພິດທາງສຽງ
+ ຕໍ່ການໄດ້ຍິນ: ສະແດງອອກຢູ່ສາມລັກສະນະ ຄື: ຫູໜວກທັນທີ, ຫູອື້ຊົ່ວຄາວແລະ ຫູອື້ຖາວອນ.
+ ຕໍ່ສຸຂະພາບກາຍ: ຄວາມດັນເລືອດສູງ, ໃຈສັ່ນ, ຫົວໃຈເຕັ້ນໄວ, ຕີນມືເຢັນ, ການໄຫຼວຽນຂອງເລືອດບໍ່ເປັນປົກ ກະຕິ ແລະ ໂລກຫົວໃຈ.
+ ຕໍ່ສຸຂະພາບຈິດ: ລົບກວນການຜັກຜ່ອນ, ເກີດຄວາມຄຽດ ຊຶ່ງກ້າວ ໄປສູ່ອາການເຈັບປ່ວຍເສົ້າຊຶມ ແລະ ໂລກປະສາດໄດ້.
+ ຕໍ່ສັງຄົມ: ກະທົບຕໍ່ການສ້າງມະນຸດສໍາພັນທີ່ດີ ເຮັດໃຫ້ຂາດຄວາມສະຫງົບ.
+ ຕໍ່ດ້ານສິ່ງແວດລ້ອມ: ສຽງດັງມີຜົນຕໍ່ການດໍາລົງຊີວິດຂອງສັດເຊັ່ນ: ເຮັດໃຫ້ສັດຕົກໃຈ ແລະ ອົບພະຍົກໜີ.

ມົນລະພິດທາງສຽງ
ມົນລະພິດທາງສຽງ

ການປ້ອງກັນ ແລະ ແກ້ໄຂມົນລະພິດທາງສຽງ

+ ກໍານົດມາດຕະຖານການຄວບຄຸມລະດັບສຽງດັງທຸກປະເພດ.
+ ຄວບຄຸມລະດັບສຽງຈາກແຫຼ່ງກໍາເນີດ ໃຫ້ຢູ່ໃນລະດັບມາດຕະຖານ ທີ່ກົດໝາຍກໍານົດ.
+ ຜູ້ທີ່ຢູ່ໃນບໍລິເວນທີ່ມີສຽງດັງ ຄວນໃສ່ສິ່ງປ້ອງກັນການໄດ້ຍິນສຽງດັງເຊັ່ນ:ເຄື່ອງອັດຫູ ເປັນຕົ້ນ.
+ ກໍານົດເຂດການໃຊ້ທີ່ດິນ ປະເພດກໍ່ໃຫ້ເກີດສຽງດັງລໍາຄານໃຫ້ຢູ່ຫ່າງຈາກສະຖານທີ່ຕ້ອງການຄວາມສະຫງົບເຊັ່ນ: ທີ່ພັກອາໄສ, ໂຮງຮຽນ, ໂຮງໝໍ, ວັດ ເປັນຕົ້ນ ຫຼື ຄວນສ້າງເຂດກັນຊົນເພື່ອຫຼຸດຜ່ອນຄວາມດັງຂອງສຽງ.
+ ຄວນມີມາດຕະການລົດຜົນກະທົບຈາກກິດຈະກໍາກໍ່ສ້າງຕ່າງໆ ຢ່າງເຂັ້ມງວດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ