google-site-verification: google0d91bc93cfc88895.html ​ລັກ​ສະ​ນະ ຫລາກ​ຫລາຍ ຂອງ​ເຂົ້າ​ໄກ່​ນ້ອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 12, 2016

​ລັກ​ສະ​ນະ ຫລາກ​ຫລາຍ ຂອງ​ເຂົ້າ​ໄກ່​ນ້ອຍ

ການປະເມີນຄວາມຫຼາກຫຼາຍທາງພັນທຸ ກຳໂດຍນຳໃຊ້ລັກສະນະທາງສັນຖານວິທະຍາ (morphological trait)

           ລັກສະນະທາງດ້ານຄຸນນະພາບ: ຈາກການປະເມີນຄວາມຫຼາກຫຼາຍທາງກຳມະພັນ  ຂອງລັກສະນະທາງຄຸນນະພາບ ຈຳນວນ 14ລັກສະນະໂດຍໃຊ້ຄ່າດັດຊະນີຄວາມຫຼາກຫຼາຍ  ທາງກຳ ມະພັນ Shannon’s  index  (H’) ເພື່ອພິຈາລະນາຄ່າທັງພາຍໃນ  ແລະ  ລະຫວ່າງປະຊາກອນຂອງເຂົ້າໄກ່ນ້ອຍ 26 ຕົວຢ່າງພັນ  ບໍ່ພົບຄວາມ ຫຼາກຫຼາຍຂອງລັກສະນະ  ສີແຜ່ນໃບ,  ສີກາບໃບ,  ສີລີ້ນໃບ,  ຮູບຮ່າງລີ້ນໃບ,  ສີຫູໃບ,  ສີປ້ອງແລະ ສີຫາງຂອງເຂົ້າ (H’ =0). ພົບຄວາມຫຼາກຫຼາຍພຽງເລັກນ້ອຍ  ໃນລັກສະນະສີຍອດເກສອນແມ່,  ສີຍອດດອກ,  ສີກີບຮອງດອກ,  ແຕ່ຍັງພົບລັກສະນະທີ່ມີຄວາມຫຼາກຫຼາຍ  ທັງພາຍໃນ  ແລະ  ລະຫວ່າງປະຊາກອນ  ຄື  ໃນລັກສະນະສີຂໍ້,  ສີຂໍ້ຕໍ່ໃບ  ແລະ  ພົບຄວາມຫຼາກຫຼາຍສູງທັງພາຍໃນ  ແລະ  ລະຫວ່າງ  ປະຊາກອນ  ຄືລັກສະນະຫາງເຂົ້າ (H’= 0 - 1.079) , ສີກົ້ນເມັດ (H’ =0.056 - 1.053) ແລະ ລັກສະນະສຸມ (H’ = 0 - 0.693)ໂດຍເຂົ້າໄກ່ນ້ອຍເຫຼືອງ LG14117 ມີຄວາມຫຼາກຫຼາຍສູງ  ຍົກເວັ້ນເຂົ້າໄກ່ນ້ອຍແດງ(LG14095)  ທີ່ບໍ່ມີຄວາມຫຼາກຫຼາກຫຼາຍ  ຂອງລັກສະນະສຸມພາຍໃນປະຊາກອນ  (H’ = 0) (ຕາຕະລາງ 4ແລະ 5). 
ລັກສະນະທາງດ້ານຄຸນນະພາບລັກສະນະທາງດ້ານຄຸນນະພາບ

          ພາຍໃນປະຊາກອນ  ພົບວ່າ  ປະຊາກອນທີ່ ມີຄວາ ມຫຼາ ກຫຼາ ຍຂອງລັ ກສະນະທາງຄຸນນະພາບສູງ  ຄື:  ເຂົ້າໄກ່ນ້ອຍເຫຼືອງ (LG14111) (H’  ລວມ =  3.655)  ໂດຍພົບຄວາມຫຼາກຫຼາຍໃນລັກສະນະ  ສີຂໍ້,  ສີຂໍ້ຕໍ່ໃບ 
(H’ =0 - 0.423), ສີກົ້ນເມັດ (H’ = 0 - 0.857),ລັກສະນະມີຫາງ  (H’  =  0.812),  ສີຍອດເກສອນແມ່, ສີຍອດດອກ (H’ = 0 - 0.199) ແລະລັກສະນະສຸມ   (H’ = 0.673)  ລອງລົງມາ  ຄືເຂົ້າໄກ່ນ້ອຍເຫຼືອງ (LG14101) ແລະ  ເຂົ້າໄກ່ ນ້ອຍລາຍດຳ (LG14106.  LG14101)  (H’ລວມ  =  3.054)  ໂດຍພົບຄວາມຫຼາກຫຼາຍ 
ໃນລັກສະນະ  ສີກົ້ນເມັດ  (H’  =  0.899),  ລັກສະນະມີຫາງ  (H’  =  0.628),  ລັກສະນະສຸມ(H’  =  0.673),  ສີຍອດດອກ  ແລະ  ສີຍອດ ເກສອນແມ່  (H’  =  0.425).  ປະຊາກອນ  ທີ່ມີຄວາມຫຼາກຫຼາຍ  ຂອງລັກສະນະທາງຄຸນນະ ພາບພາຍໃນປະຊາກອນນ້ອຍທີ່ສຸດ  ຄື  ເຂົ້າໄກ່ ນ້ອຍແດງ (LG14095) (H’ລວມ =  0.428) ຊຶ່ງບໍ່ພົບຄວາມຫຼາກຫຼາຍ  ໃນລັກສະນະສຸມພາຍໃນປະຊາກອນ (H’ = 0) (ຕາຕະລາງ 4, 5ແລະ 6). 

ສີຂໍ້ ແລະ ສີຂໍ້ຕໍ່ໃບ:

ລະຫວ່າງເຂົ້າໄກ່ນ້ອຍແດງບໍ່ມີຄວາມຫຼາກຫຼາຍ,  ລະຫວ່າງ  ເຂົ້າໄກ່ນ້ອຍລາຍ  ເຫັນວ່າ  ມີຄວາມຫຼາກຫຼາຍ  ແລະ  ລະຫວ່າງ ເຂົ້າໄກ່ນ້ອຍເຫຼືອງ ກໍມີຄວາມຫຼາກຫຼາຍ.

ສີກົ້ນເມັດ: 

ລັກສະນະຫາງ  ແລະ  ລັກສະນະ ສຸມມີຄວາມຫຼາກຫຼາຍຊຶ່ງ  ດັດຊະນີຄວາມຫຼາກຫຼາຍສູງເຖິງ 1, ສ່ວນສີຍອດເກສອນແມ່, ສີກີບ ຮອງດອກ,  ສີຍອດດອກ  ສະແດງໃຫ້ເຫັນຄວາມຫຼາກຫຼາຍຕໍ່າ, ສ່ວນລັກສະນະອື່ນໆແມ່ນ 
ມີດັດຊະນີຄວາມຫຼາກຫຼາຍຕໍ່າເຖິງບໍ່ມີ.

ລັກສະນະທາງດ້ານຄວາມຫຼາກຫຼາຍພາຍໃນ ແລະ  ລະຫວ່າງປະຊາກອນ:  

ລັກສະນະຄວາມແຕກຕ່າງຂອງເມັດພາຍໃນປະຊາກອນ  ແລະ ລະຫວ່າງປະຊາກອນຂອງ  ເຂົ້າໄກ່ນ້ອຍ  26 
ຕົວຢ່າງ  ຈາກການສຶກສາໃນຂະໜາດຕົວຢ່າງ 100  ເມັດ  ເຫັນວ່າ  ຍັງສະແດງໃຫ້ເຫັນວ່າ  ມີ ຄວາມແປປ່ວນພາຍໃນປະຊາກອນ  ແລະ  ລະ ຫວ່າງ  ກຸ່ມປະຊາກອນທີ່ສາມາດຈຳແນກໄປຕາມກຸ່ມປະຊາກອນລະອຽດ ດັ່ງຕໍ່ໄປນີ້:

ເຂົ້າໄກ່ນ້ອຍແດງ: 

ຈາກຕາຕະລາງ 6 ສັງເກດ ເຫັນສີເປືອກຈາກສີເຟືອງທີ່ເປັນພື້ນໄປຫາສີ ນ້ຳຕານ ແລະ ສີນ້ຳຕານແດງ ໃນອັດຕາສ່ວນ74-100%ຂອງປະຊາກອນ. ສີເຂົ້າສານ ເປັນສີຂາວຂຸ້ນ 100% ແລະ  ເປັນເຂົ້າໜຽວ 100%.  ສີກົ້ນ 
ເມັດເຂົ້າມີສີເຟືອງຫາສີນ້ຳຕານເຂັ້ມ  ແລະ  ສີມ່ວງ.  ຫາງຂອງເມັດເຂົ້າໄກ່ນ້ອຍແດງ 3 ຕົວຢ່າງ  ມີທັງເມັດບໍ່ມີຫາງ,  ມີຫາງສັ້ນ  ແລະ  ມີຫາງຍາວ,  ເມັດບໍ່ມີຫາງກວມເອົາ  61-98%, ມີຫາງສັ້ນກວມເອົາ 2-30% ແລະ  ມີຫາງຍາວພຽງແຕ່ 7-9%,  ນ້ຳໜັກ  100 ເມັດ  ຢູ່ໃນລະຫວ່າງ 2.01-2.44 ກຼາມ  ຊຶ່ງໃນນັ້ນ  ຕົວຢ່າງເລກທີ  LG14095 ໜັກກວ່າໝູ່ 2.44 ກຼາມເຫັນວ່າ  ລັກສະນະສີເປືອກ  ແລະ  ສີກົ້ນເມັດ  ມີສີນ້ຳຕານເຂັ້ມ,  ເປັນແຊກ  ແລະ  ມ່ວງ  ເຫັນວ່າຍັງມີຄວາມແປປ່ວນ ພາຍໃນປະຊາກອນ. 

ເຂົ້າໄກ່ນ້ອຍລາຍ ແລະ ລາຍດຳ: 

ສີເປືອກຂອງເຂົ້າໄກ່ນ້ອຍລາຍ  ແລະ  ລາຍດຳ  ສ່ວນໃຫຍ່ສີເຟືອງເປັນພື້ນ  ໄປຫາສີນ້ຳຕານເຂັ້ມ  ແລະ ແຊກດຳ ໃນນັ້ນ LG14108 ແລະ LG14097 ເຟືອງແຊກດຳ  (ມ່ວງດຳ)  ໃນອັດຕາສ່ວນ  25 -  45% ຂອງປະຊາກອນ,ແຕ່ວ່າ  LG14099, LG14110 ແລະ  LG14124  ມີສີເປືອກພື້ນ ສີເຟືອງສູງ  ໃນອັດຕາ 71  -  90% ແລະ  ສີກົ້ນ ເມັດມີສີມ່ວງດຳສູງ ໃນອັດຕາ 92 - 99%ອາດ ແມ່ນເຂົ້າໄກ່ນ້ອຍເຫຼືອງ. ສີເຂົ້າສານ ເປັນສີຂາວ ຂຸ້ນ 100% ແລະ ເປັນເຂົ້າໜຽວ  100%.  ຫາງຂອງເມັດທຸກໆຕົວຢ່າງ  ຂອງເຂົ້າໄກ່ນ້ອຍລາຍ ແລະ  ລາຍດຳ  ມີທັງເມັດບໍ່ມີຫາງ, ມີຫາງສັ້ນແລະ  ຫາງຍາວ,  ເມັດບໍ່ມີຫາງກວມເອົາ  48 -84%,  ມີຫາງສັ້ນ  9-33% ແລະ  ຫາງຍາວ 6-49%. ເຫັນວ່າ  LG14108 ມີເປີເຊັນມີ ຫາງຍາວສູງ  ກວມເອົາເກືອບເຄິ່ງ 49% ຂອງປະຊາກອນເຂົ້າໄກ່ນ້ອຍລາຍ  ແລະ  ລາຍດຳທັງ 7ຕົວຢ່າງ. ແຕ່ວ່າ LG14108, LG14106, LG14112 ແລະ  LG14109 ມລັກສະນະສີຫາງເມັດເປັນສີມ່ວງ 100% ສະແດງວ່າ  ບໍ່ມີຄວາມແປປວນໃນລັກສະນະສີຂອງຫາງ.   ນ້ຳ ໜັກ 100ເມັດ ແຕກຕ່າງ ຈາກ 2.39-2.93 ກຼາມ ລະອຽດໃນ ຕາຕະລາງ 7

​ຕາ​ຕະ​ລາງ​ລັກ​ສະ​ນະ​ເຂົ້າ​ໄກ່​ນ້ອຍ​​ລາຍ ແລະ ດຳ
​ລັກ​ສະ​ນະ​ເຂົ້າ​ໄກ່​ນ້ອຍ​ເຫລືອງ
​ຕາ​ຕະ​ລ​າງ​ລັກ​ສະ​ນະ​ເຂົ້າ​ໄກ່​ນ້ອຍ​ເຫລືອງ

ເຂົ້າໄກ່ນ້ອຍເຫຼືອງ: 

ສີເປືອກເຂົ້າໄກ່ນ້ອຍເຫຼືອງສ່ວນໃຫຍ່ເປັນສີເຟືອງທີ່ເປັນພື້ນ ແລະ ແຊກດຳ ໃນອັດຕາສ່ວນ  26-98% ຂອງປະຊາກອນ, ແຕ່ວ່າ LG14123 ພື້ນສີເຟືອງພຽງ 5%  ແລະ ຮ່ອງດຳ 95% ອາດເປັນໄກ່ນ້ອຍລາຍ.  ສີເຂົ້າ 
ສານເປັນສີຂາວຂຸ້ນ 100%  ແລະ  ເປັນເຂົ້າໜຽວ 100%.  ສີກົ້ນເມັດເຂົ້າ  ເປັນສີນ້ຳຕານຫາມ່ວງ,  ຫາງຂອງເມັດມີທັງບໍ່ມີຫາງ,  ຫາງສັ້ນ  ແລະ  ມີຫາງຍາວ,  ເມັດບໍ່ມີຫາງ  ກວມເອົາແຕ່  11-100% ໃນນັ້ນ LG14125 ແລະ 
LG14107 ເປັນລັກສະນະບໍ່ມີຫາງ 100%,  ມີຫາງສັ້ນກວມເອົາ  ແຕ່ 0-47% ແລະ  ເມັດທີ່ມີຫາງຍາວ  ກວມເອົາ 0-46%.  ນ້ຳໜັກ  100ເມັດ  ແຕກຕ່າງຈາກ  2.27-2.80 ກຼາມ.  ເຂົ້າ ໄກ່ນ້ອຍເຫຼືອງ  ທັງໝົດ 16 ຕົວຢ່າງ  ທີ່ນຳມາສຶກສາ  ເຫັນວ່າ  ຍັງມີຄວາມແປປ່ວນທາງດ້ານລັກສະນະເມັດ (ຕາຕະລາງ 8). ລັກສະນະຮວງ ແລະ  ເມັດຂອງເຂົ້າໄກ່ນ້ອຍ  ແມ່ນໄດ້ສະແດງໃນຮູບ 6

​ລັກ​ສະ​ນະ ເຂົ້າ​ໄກ່​ນ້ອຍ​ເຫລືອງ ເຂົ້າ​ໄກ່​ນ້ອຍ ແດງ ເຂົ້າ​ໄກ່​ນ້ອຍ​ລາຍ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ