google-site-verification: google0d91bc93cfc88895.html ເຂົ້າ rice ข้าว - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 12, 2016

ເຂົ້າ rice ข้าว

http://hukased.blogspot.com
hukased.blogspot.com


ຂໍ້ມູນທີ່ໄດ້ບັນທຶກແມ່ນ  ການອອກດອກ,  ຈຳນວນຮວງຕໍ່ສຸມ,  ລວງສູງ,  ສັດສ່ວນຂອງເມັດລີບ  ເມັດເຕັມໃນຮວງ,  ຜົນຜະລິດແລະ  ອົງປະກອບຂອງຜົນຜະລິດ,  ຜົນຜະລິດແມ່ນກ່ຽວເອົາ 21 ສຸມແຖວກາງ  ຂອງແຕ່ລະ ແປງນ້ອຍ  ແລະ  ໄດ້ນຳເອົາເມັດໄປວິໄຈທີ່ສະຖາບັນຄົ້ນຄວ້າເຂົ້າ ນານາຊາດ (International Rice  Research Institute:  IRRI).  ເມັດເຂົ້າເປືອກຂອງແຕ່ລະແປງ  ແມ່ນນຳໄປແກະເປືອກດ້ວຍໂຮງສີ  (Satake  Rice Machine,  Tokyo, Japan),  ຂັດໃຫ້ຂາວ  (Grainman  60-230-60-2AT,  Grain  Machi-nery  Mfg.  Corp., 
Miami, FL), ແລະ ບາງສ່ວນຂອງເຂົ້າສາຍພັນແມ່ນບົດເປັນແປ້ງ  (Udy  Cyclone  Sample Mill  3010-030,  Fort  Collins,  CO)  ແລະ ຮ່ອນດ້ວຍເຂິງ 0.5  mm, ຕົວຢ່າງເຂົ້າດັ່ງກ່າວ ແມ່ນນຳໃຊ້ເຂົ້າໃນການສຶກສາ  ໂປຣເຕອິນທີ່ມີໃນແປ້ງ,  ອຸນຫະພູມໃນການຫູງຕົ້ມ,  ຄວາມຫອມ, ເນື້ອແປ້ງ ແລະ ຄວາມຢືດໜຽວ ດັ່ງຕໍ່ໄປນີ້:

ໂປຣເຕອິນ (Protein)

ໂປຣເຕອິນທີ່ ມີໃນແປ້ງຂອງເຂົ້າແຕ່ ລະຊະນິດ  ແມ່ນໄດ້ວິໄຈດ້ວຍເຄື່ອງ  NearInfrared  Transmission(NIT). ໝາຍຄວາມວ່າ  ຊ່ວງທຳອິດໄດ້ນຳແປ້ງທີ່ລະອຽດອ່ອນ  ໄດ້ມາດຕະຖານທີ່ຕ້ອງການ  ໄປອັດແໜ້ນເປັນ ກ້ອນ, ຫຼັງຈາກນັ້ນ ນຳໄປໃສ່ໃນເຄື່ອງ (Infratec 1241 Grain Analyzer, Foss, Sweden)ເພື່ອ ວິໄຈຫາ ໂປຣເຕອິນ ແລະ ແຕ່ລະຕົວຢ່າງຕ້ອງເຮັດ 3 ເທື່ອ

ອຸນຫະພູມການຫຸງຕົ້ມ (Gelatinisation temperature)

ອຸນຫະພູມການຫຸງຕົ້ມ  ແມ່ນໄດ້ວິໄຈດ້ວຍເຄື່ອງ differential scanning calorimetry (DSC) (Q100 TA Instruments, New Castle, DE). ປະລິມານແປ້ງທີ່ໃຊ້ວິໄຈແມ່ນ 4 mg ປະສົມກັບນ້ຳ  8 µL,  ເອົາໃສ່ໃນຖ້ວຍອາລູມິນຽມນ້ອຍ ແລ້ວອັດຝາລົງໃຫ້ແໜ້ນ. ເຄື່ອງວິໄຈເພີ່ມອຸນຫະພູມຂຶ້ນແຕ່  25°C ເຖິງ 100°C ທີ່ 10°C min-1. ໂປຣກຼາມ  ທີ່ນຳໃຊ້ບັນທຶກ  ແລະ ວິໄຈແມ່ນ Universal Analysis 2000 software. ອຸນຫະພູມຫຸງຕົ້ມ  ແມ່ນລາຍງານເປັນຈຸດຂອງ gelatinisation endotherm. 

ຄວາມຫອມ 

ສານຄວາມຫອມ, 2-acetyl-1-pyrroline  (2AP) ແມ່ນວິໄຈດ້ວຍ gas  chromatography  (Agilent  6890N, Santa  Clara, CA,  USA), ວິທີການແມ່ນໄດ້ອະທິບາຍຢູ່ນຳ (Kovach et  al.,  2009).  ເຄມີທີ່ໃຊ້ໃນການ 
ສັງເຄາະສານ 2AP ແມ່ນໄດ້ມາຈາກ  Dr.  T. Yoshihashi  (Japan  International  Research Centre  for Agricultural  Sciences,  Ibaraki, Japan) ແລະ  ໃຊ້ຄຳນວນ   2AP  ໃນຕົວຢ່າງ. ສານ 2APແມ່ນວິໄຈແຕ່ເຂົ້າ KNL ແລະHNN, ເພາະວ່າ ເຂົ້າພັນປັບປຸງແມ່ນເຂົ້າບໍ່ຫອມ. 

ເນື້ອແປ້ງ (Texture)

ເນື້ອແປ້ງຈະສະແດງອອກໃນຄວາມແຂງ  ແລະ  ຄວາມໜຽວ,  ໂດຍນຳໃຊ້ເມັດເຂົ້າສານ 25 ເມັດ  ມາໜື້ງໃຫ້ສຸກ (ວິທີການໜື້ງແມ່ນໃຊ້ແບບໜື້ງຢູ່ລາວ)  ມ່າເຂົ້າ 2 ຊົ່ວໂມງເພາະວ່າ  ເປັນເຂົ້າເກົ່າ  ແລ້ວນຳມາໜື້ງ 30 ນາທີ. ແຕ່ລະຊະນິດທົດລອງ  ແມ່ນນຳໃຊ້ 3 ເມັດມາວິໄຈເບິ່ງຄວາມແຂງ  ແລະ  ຄວາມໜຽວໂດຍນຳໃຊ້ເຄື່ອງວິໄຈ Ta.XT-Plus  Texture analyser ເວລາໜື້ງສຸກໃໝ່ໆ.   ໃນເວລານັ້ນແນວພັນ TDK1 ບໍ່ສາມາດວິໄຈໄດ້ເພາະວ່າ ເມັດບໍ່ພຽງພໍ.

ຄວາມຢືດໜຽວ (Viscosity)

ກໍຄືຄວາມອ່ອນຂອງແປ້ງເຂົ້າ  ຕີລາຄາລັກສະນະ  ຂອງຄຸນນະພາບການກິນ, Viscosity ສະແດງໃຫ້ເຫັນ  ຈາກຕົວຊີ້ວັດທີ່ສະແດງໃນເສັ້ນສະແດງ ຂອງ viscosityສະແດງໃຫ້ເຫັນວ່າ ເຂົ້າດັ່ງກ່າວ ສາມາດຢືດຮອດຈຸດສູງ ສຸດຫຼາຍເທົ່າໃດ,  ຫຼັງຈາກນັ້ນ  ຈະມີການແຕກອອກແວບລົງຈະເຫັນຈຸດຕໍ່າສຸດ ແລະ ສຸດທ້າຍແປ້ງດັ່ງກ່າວຖືກອຸນ ຫະພູມຮ້ອນຟອງຕົວຂຶ້ນເຫັນຈຸດສຸດທ້າຍ:  ຈຸດສູງສຸດຂອງເສັ້ນ  ເອີ້ນວ່າ peak, ຈຸດທີ່ຕໍ່າສຸດອ່ວຍລົງມາ  ເອີ້ນວ່າ trough ແລະ  ຈຸດສຸດທ້າຍ  ເອີ້ນວ່າ final viscosities. ນອກຈາກນັ້ນ ຍັງຕ້ອງຄຳນວນຄ່າ Breakdown ຄວາມແຕກຕ່າງ  ລະຫວ່າງ  ຄ່າຂອງ  peak ແລະ trough,  ຄ່າຂອງ Setbackຄວາມແຕກຕ່າງ  ລະຫວ່າງ final viscositiesແລະ peak (ຖ້າຄ່າ Setback ອອກເປັນຄ່າ ບວກ ສະແດງວ່າ ແປ້ງເຢັນແຂງກວ່າແປ້ງຮ້ອນ ແລະ  ຖ້າຄ່າ Setback ອອກເປັນລົບ  ສະແດງວ່າ  ແປ້ງເຢັນອ່ອນກວ່າແປ້ງຮ້ອນ  ກໍຄື  ເຂົ້າຮັກສາຄວາມອ່ອນ) ແລະ retrogradation (ຄວາມແຕກຕ່າງ  ລະຫວ່າງ  final ແລະ trough viscosities).  ການວິໄຈ  Viscosity ແມ່ນນຳ 
ໃຊ້ແປ້ງ  ຂອງແຕ່ລະຕົວຢ່າງ 3 ກຼາມ   ປະສົມກັບນ້ຳ 25 ກຼາມ  ໃສ່ວິໄຈໃນເຄື່ອງ   Rapid Visco-Analyser (RVA).  Viscosity ແມ່ນວັດດ້ວຍ  RVA  (Newport  Scientific  Model 4D) ນຳໃຊ້ Method  61-02 (American Association of Cereal Chemists, 2000). 

ການວິໄຈສະຖິຕິ (Statistical analysis)

Balanced  analysis  of  variance (ANOVA), ຕົວຢ່າງທີ່ນຳມາວິໄຈ  ມີຈຳນວນເທົ່າກັນ  ແລະ  ນຳໃຊ້ວິໄຈດ້ວຍ  R  statistic software  (version  2.11.0) ສຳລັບຜົນຜະລິດ,  ອົງປະກອບຜົນຜະລິດ  ແລະ  ໂປຣເຕອິນ. 
ສຳລັບອຸນຫະພູມຫຸງຕົ້ມ,  ຄວາມແຂງ  ແລະຄວາມໜຽວ,  unbalanced  ANOVA ແມ່ນນຳໃຊ້  SAS  (version  9.1.  ການປຽບທຽບຄ່າສະເລ່ຍແມ່ນນຳໃຊ້  least  significant difference (LSD)ໃນລະດັບ 5%. ເຮັດຄວາມ 
ສຳພັນແບບ matrix ໃນລະຫວ່າງ  ຕົວຢ່າງ RVA,  ຄວາມແຂງ  ແລະ  ຄວາມໜຽວ  ແມ່ນນຳໃຊ້ R statistic software.

http://hukased.blogspot.com

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ