google-site-verification: google0d91bc93cfc88895.html ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ ແນວ​ພັນ​ເຂົ້າ ທ່າດອກຄຳ1 - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 12, 2016

ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ ແນວ​ພັນ​ເຂົ້າ ທ່າດອກຄຳ1

ແນວ​ພັນ​ເຂົ້າ ທ່າດອກຄຳ1
      

    ທ່າດອກຄຳ1,  ເປັນແມ່ພັນ/ຫຼື  ຕົວຮັບ (recieprient  parent),   ແມ່ນແນວພັນເຂົ້າໜຽວ ທຳອິດຂອງ ສປປ ລາວ ທີ່ນຳອອກສູ່ການຜະລິດ ໃນປີ  1993 ເປັນຕົ້ນມາ.  ເປັນແນວພັນທີ່ປັບ ຕົວໄດ້ກວ້າງ,  ທົນທານລະດັບປານກາງຕໍ່ການ ທຳລາຍຂອງພະຍາດໄໝ້,  ຂອບໃບແຫ້ງ  ແລະ ເພັ້ຍຈັກຈັ່ນສີນ້ຳຕານ;   ກິນແຊບອ່ອນນຸ້ມດີ. 
ຈຸດອ່ອນ:  ບໍ່ທົນທານຕໍ່ Fe ເປັນພິດ  ແລະ  ນ້ຳ ຖ້ວມ.  ແນວພັນດັ່ງກ່າວ  ຖືກນຳໃຊ້ຢ່າງກວ້າງ ຂວາງ ໃນເຂດພາກກາງ ແລະ ໃຕ້, ໂດຍສະເພາະ ເຂດທົ່ງພຽງລຽບຕາມຝັ່ງແມ່ນ້ຳຂອງ  ແລະ  ສາຂາຂອງມັນ (ພູມີ ອິນທະປັນຍາ, 2011). 
           IR4093133132, ເປັນພໍ່ພັນ/ຫຼື  ຕົວໃຫ້ເຊື້ອພັນ SUB1  (donor  parent),  ເປັນເຂົ້າ ຈ້າວ  ອາຍຸ 118129 ວັນ,  ລຳຕົ້ນຕໍ່າ 115120ຊມ  ແລະ  ບັນຈຸແປ້ງອາມີໂລ 25% ແລະ  ມີເຊື້ອ ພັນທົນນ້ຳຖ້ວມ SUB1  (David  J,  Mackill; 2009).

           ໃນປີ 1999, ສຄກ ແລະ ໂຄງການຮ່ວມມື LaoIRRI ໄດ້ຈັດສົ່ງເມັດພັນ  ທ່າດອກຄຳ1 ໃຫ້  ດຣ.  ດາວິດ  ມາກກີນ (David  Mackill) ທີ່ມະຫາວິທະຍາໄລ  ກາລີຟໍເນັຍ.  ໂດຍໄດ້ປະສົມພັນ  ທ່າດອກຄຳ1 ແລະ IR4093133132 ເປັນພໍ່/ເປັນຕົວໃຫ້ເຊື້ອພັນ  ທົນນ້ຳຖ້ວມ SUB1,  ປະສົມພັນຕ່າວ  3 ຄັ້ງ IR4093133132/3*TDK1, ໂດຍນຳໃຊ້ຊີວະເຕັກໂນໂລຊີເຂົ້າຊ່ວຍໃນການຄັດເລືອກພັນ  (Marker assistance  in  selection). ຂັ້ນຕອນການຄັດ ເລືອກ  ສະແດງໃນຮູບສະແດງ  1.  ຫຼັງຈາກນັ້ນ ດຣ. ດາວິດ ມາກກີນ ໄດ້ກັບຄືນມາສະຖາບັນຄົ້ນ ຄວ້າເຂົ້າສາກົນທີ່ຟີລີປິນ ແລະ ໄດ້ສືບຕໍ່ສ້າງໂຄງ ການຮ່ວມມື  ລະຫວ່າງ IRRIJapan  Project:"ຍົກຜົນຜະລິດເຂົ້າເຂດນ້ຳຖ້ວມ ໃນອາຊີຕາເວັນ ອອກສ່ຽງໃຕ້ (Increasing  rice  productivity in  submergenceprone  areas  of  Southeast  Asia)"  ໂດຍໃຫ້ທືນສະໜັບສະໜູນ  ຈາກລັດຖະບານຍີປຸ່ນ, ຊື່ງມີ 6ປະເທດ ຄື: ກຳປູເຈັຍ, ອິນໂດເນເຊັຍ, ສປປ ລາວ, ຟີລິປິນ, ໄທ ແລະ ສສ ວຽດນາມ. ໂຄງການດັ່ງກ່າວ ໄດ້ນຳເອົາ TDK1Sub1ແລະ ອີກ 10ສາຍພັນທີ່ມີເຊື້ອພັນ SUB1ໄປທົດສອບລະດັບທ້ອງຖິ່ນ  ໃນ  ສປປ  ລາວ, ຟີລີບປິນ ແລະ ອິນເດັຍ. ໂດຍສະເພາະ ໃນ ສປປ ລາວ, ແນວພັນດັ່ງກ່າວ ໄດ້ນຳໄປທົດສອບໃນ 4 ແຂວງ  ຄື:  ວຽງຈັນ,  ຄຳມ່ວນ,  ສະຫວັນນະເຂດ ແລະ  ຈຳປາສັກ  ໂດຍແຜນງານຄົ້ນຄວ້າເຂົ້າ ແຫ່ງຊາດ ໃນປີ 2008. 
TDK1Sub1 (ທ່າດອກຄຳ1Sub1) ຊື່ງສາຍພັນ  ແມ່ນມີຊື່ສາຍພັນ  (pedigree name):  IR07F289 ແລະສະຖາບັນ  ຄົ້ນຄວ້າກະສິກຳ  ແລະ  ປ່າໄມ້  ແຫ່ງຊາດລາວ  ຮັບຮອງ ຊື່ສະເພາະ  ເປັນແນວພັນຂອງລາວ:  ທ່າດອກ ຄຳ1ທົນນ້ຳຖ້ວມ. ໂດຍສະເພາະ  ສປປລາວ, ໃນປີ 2009 ພາຍໃຕ້ການຊີ້ນຳຂອງ  ສະຖາບັນ ຄົ້ນຄວ້າ ກະສີກຳ ແລະ ປ່າໄມ້ ແຫ່ງຊາດ, ສຄກ ໄດ້ຮ່ວມມືກັບ  ພະແນກກະສິກຳ  ແລະ  ປ່າໄມ້ ແຂວງຄຳມ່ວນ  ແລະ  ບໍລິສັດໄຟຟ້ານ້ຳເທີນ 2, ໜ່ວຍ ງານພື້ນຟູຊີວິດການເປັນຢູ່ ເຂດລຸ່ມເຂື່ອນ, ໄດ້ ນຳເອົາແນວພັນ TDK1Sub1 ແລະ 10 ສາຍ ພັນທີ່ມີເຊື້ອພັນ SUB1ດັ່ງກ່າວ ໄປທົດສອບໃນ 5ວາລະສານ ກະສິກໍາ ແລະ ປ່າໄມ້, ສະບັບທີ. 28(ສະບັບພິເສດ) 2013 5 ຕົວເມືອງ  ຄື:  ຍົມມະລາດ,  ມະຫາໄຊ,  ໜອງ ບົກ,  ເຊບັ້ງໄຟ  (ແຂວງຄຳມ່ວນ)  ແລະ  ໄຊບູລີ (ແຂວງສະຫວັນນະເຂດ)  ໂດຍຊາວນາມີສ່ວນ ຮ່ວມ ແລະ ເຫັນວ່າ TDK1Sub1ແລະ IR64Sub1 ຈະເລີນເຕີບໂຕໄດ້ດີ  ແລະ  ຊາວນາຄັດ ເລືອກເອົາ.  ຍ້ອນຄົນລາວນິຍົມກິນເຂົ້າໜຽວ TDK1Sub1 ຈຶ່ງເປັນທີ່ຍອມຮັບ  ຢ່າງກວ້າງ ຂວາງ.  ພ້ອມດຽວກັນນັ້ນ  ກໍໄດ້ຝືກແອບໃຫ້ຊາວ ນາກ່ຽວກັບເຕັກນິກການປູກ  ແລະ  ການຂະ 
ຫຍາຍເມັດພັນ.
              ການສຶກສາລະດັບຄວາມທົນທານຕໍ່ພະ ຍາດ  ແລະ  ແມງໄມ້  ແມ່ນໄດ້ນຳໄປທົດສອບ ທີ່ມະຫາວິທະຍາໄລ ກະເສດສາດ ກຳແພງແສນ ປະເທດໄທ,  ການທົດສອບຄຸນນະພາບເມັດ, ການສີ  ແລະ  ການບໍລິໂພກ  ແມ່ນທົດສອບທີ່ ຫ້ອງວິໄຈຄຸນນະພາບ ຂອງ ສຄກ; ແລະ ຄວາມທົນທານຕໍ່ເຫຼັກ  (Fe) ເປັນພິດ  ແມ່ນສັງເກດການຈະເລີນເຕີບໂຕໃນທົ່ງນາ ສຄກ. ສ່ວນການສຶກສາຂໍ້ມູນ  ດ້ານຄວາມແຕກຕ່າງກັບແນວພັນອື່ນ (distinctness), ຄວາມສະໝໍ່າສະເໝີ (uniformity)ແລະ ຄວາມເປັນສະເຖັຍລະພາບ (stability)/ DUS testແມ່ນນຳໃຊ້ວິທີການ ຂອງ IRRIແລະ ສປປ ຈີນ, ໂດຍນຳໃຊ້ ແບບຟອມທີ່ມີ 46 ລັກສະນະ (SES, IRRI 1996)

1 comment:

  1. ຂອບໃຈສຳລັບຂໍ້ມູນດີໆ
    ຄວນຈະນຳສະເໜີພັນເຂົ້າອື່ນແບບນີ້ນຳ ເຊັ່ນ ທ່າຊະໂນ7,9...

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ