google-site-verification: google0d91bc93cfc88895.html ວິທີການສ້າງສວນກ້າເບ້ຍໄມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, August 16, 2016

ວິທີການສ້າງສວນກ້າເບ້ຍໄມ

ນິຍາມສວນກ້າເບ້ຍໄມ້

ສວນກ້າແມ່ນຫຍັງ?

ສວນກ້າແມ່ນບ່ອນອະນຸບານ, ຂະຫຍາຍພັນ ແລະ ບ່ອນເກັບລວບລວມພັນໄມ້ຫຼາກຫຼາຍຊະນິດມາເກັບໄວ້ບ່ອນ
ດຽວກັນ. ໂດຍມີການບົວລະບັດຮັກສາເປັນຢ່າງດີ ເພື່ອໃຫ້ຕົ້ນໄມ້ມີຄວາມແຂງແຮງ ແລະ ສວຍງາມເພື່ອໄວ້ສຶກສາຄົ້ນຄວ້າ, ໄວ້ປູກປະດັບຕາມອາຄານ ຫຼື ຈັດຈຳໜ່າຍຕາມທ້ອງຕະຫຼາດ ແລະ ອື່ນໆເປັນຕົ້ນ.

ສວນກ້າ
ສວນກ້າ


ການຄັດເລືອກສະຖານທີ່ສ້າງສວນກ້າເບ້ຍໄມ້

ສະຖານທີ່ຈະສ້າງສວນກ້າເບ້ຍໄມ້ໃຫ້ເໝາະສົມນັ້ນ ຄວນເປັນພື້ນທີ່ຮາບພຽງດີບໍ່ລຸບ ຫຼື ໂນນຈົນເກີນໄປ, ເປັນພື້ນທີ່ທີ່ຢູ່ໃກ້ກັບແຫຼ່ງນໍ້າ ຫຼື ມີລະບົບຊົນລະປະທານ, ບໍ່ມີນໍ້າຖ້ວມຂັງ, ມີເສັ້ນທາງ ເຂົ້າ-ອອກ ສະດວກສະບາຍໃນການປະຕິບັດໜ້າທີ່ວຽກງານຕ່າງໆ, ເປັນບ່ອນທີ່ໄດ້ຮັບແສງແດດພຽງພໍ ແລະ ສາມາດຖ່າຍເທອາກາດໄດ້ດີ ເພື່ອໃຫ້ເບ້ຍໄມ້ມີຄວາມແຂງແຮງ, ສາມາດຈະເລີນເຕີບໄດ້ດີ, ປາສະຈາກເຊື້ອພະຍາດ ແລະ ສັດຕູພືດຕ່າງໆອີກດ້ວຍ.

ວິທີການສ້າງຕັ້ງສວນກ້າ

ກ. ການກະກຽມພື້ນທີ່ສໍາລັບການສ້າງສວນກ້າ:
ສະພາບພື້້ນທີ່ເໝາະສົມໃນການສ້າງເປັນສວນກ້າເບ້ຍໄມ້ນັ້ນຕ້ອງຮາບພຽງ ແລະ ສະໝໍ່າສະເໝີກັນ, ຖ້າພື້ນທີ່ມີ
ຄວາມຄ້ອຍຊັນ ແມ່ນແນະນໍາໃຫ້ໃຊ້ຫີນ ຫຼື ໄມ້ ເພື່ອສ້າງເປັນກໍາແພງຕ້ານການເຊາະເຈື່ອນຂອງດິນ. ພື້ນທີ່ທີ່ຈະ
ເຮັດສວນກ້າ ນັ້ນຄວນມີການຍົກລະດັບໜ້າດິນຂຶ້ນສູງປະມານ 20-30 ຊັງຕີແມັດເພື່ອໃຫ້ພື້ນທີ່ດັ່ງກ່າວສາມາດລະບາຍນໍ້າໄດ້ດີ, ເພື່ອຫຼີກລ້ຽງບັນຫານໍ້າຖ້ວມຂັງ, ການຕິດເຊື້ອພະຍາດໄດ້ງ່າຍ ແລະ ບັນຫາອື່ນໆທີ່ຕາມມາອີກດ້ວຍ.
ຂ. ການກະກຽມອຸປະກອນໃນການສ້າງສວນກ້າ
ວັດສະດຸໃນການສ້າງສວນກ້າປະກອບມີ:

  • ໄມ້ເສົາ: ສາມາດເຮັດດ້ວຍເຫຼັກ, ໄມ້ແກນຫຼ້ອນ, ໄມ້ປ່ອງ ແລະ ອື່ນໆ
  • ໂຄງຫຼັງຄາ: ສາມາດເຮັດດ້ວຍເຫຼັກ, ໄມ້ປ່ອງ ແລະ ອື່ນໆ
  • ຫຼັງຄາ: ສາມາດມຸງດ້ວຍແສດຳ (50%-70%), ກະແຕະໄມ້ປ່ອງ, ໃບໄມ້ (ໃບພ້າວ, ໃບຕາວ ແລະ ອື່ນໆ)
  • ໂຕະລຽນເບ້ຍໄມ້: ສາມາດເຮັດດ້ວຍເຫຼັກ, ໄມ້ແກນຫຼ້ອນ, ໄມ້ປ່ອງ ແລະ ອື່ນໆໃນກໍລະນີທີ່ຈະສ້າງເປັນສວນກ້າຊົ່ວຄາວບໍ່ຈຳເປັນມີໂຕະກໍ່ໄດ້

ເຄື່ອງມືໃນການສ້າງສວນກ້າປະກອບມີ:

  • ພ້າ
  • ຈົກ
  • ຊວ້ານ
  • ສຽມ
  • ເຫຼັກລວດ ຫຼື ໄມ້ຕອກ, ເຫຼັກຕະປູ ແລະ ອື່ນໆ
ຄ. ການສ້າງໂຄງເຮືອນສວນກ້າ
ການສ້າງໂຄງເຮືອນສວນກ້າປະກອບມີຫຼາຍແບບ ແລະ ຫຼາຍວິທີຂຶ້ນກັບຈຸດປະສົງໃນການສ້າງ, ຂຶ້ນກັບງົບປະມານ ແລະ ອື່ນໆ ສ່ວນໃຫຍ່ແລ້ວຈະປະກອບມີ 3 ຮູບແບບຄື: ສວນກ້າແບບຖາວອນ, ສວນກ້າແບບເຄິ່ງຖາວອນ ແລະ ສວນກ້າແບບຊົ່ວຄາວ.

ສວນກ້າແບບຖາວອນ

ສວນກ້າຖາວອນ ແມ່ນສວນກ້າທີ່ສ້າງຂຶ້ນໂດຍມີຈຸດປະສົງເພື່ອເປັນບ່ອນຜະລິດ ແລະ ດູແລຮັກສາເບ້ຍໄມ້ທີ່ແນ່
ນອນ ແລະ ມີອາຍຸການໃຊ້ງານຫຼາຍກວ່າ 6 ປີຂຶ້ນໄປ. ປົກກະຕິຈະມີຂະໜາດປານກາງປະມານ 10x20 ແມັດ 
(ຂຶ້ນກັບຫງົບປະມານ ແລະ ຈໍານວນເບ້ຍໄມ້), ມີຮູບແບບການສ້າງທີ່ໝັ້ນຄົງ, ເຊິ່ງໂຄງສ້າງທັງໝົດບໍ່ວ່າຈະເປັນເສົາ ຫຼື ໂຄງຫຼັງຄາຈະເຮັດດ້ວຍເຫຼັກ ຫຼື ໄມ້ແປຮູບກໍ່ໄດ້. ສ່ວນຝາອ້ອມສວນກ້າຈະໃຊ້ໄມ້ດິ້ວຕີອ້ອມແບບດິ້ວເວັ້ນດິ້ວເພື່ອປ້ອງກັນສັດລ້ຽງເຂົ້າມາທຳລາຍເບ້ຍໄມ້, ມີການສ້າງປະຕູທາງເຂົ້າ 3 ດ້ານຄື: ທາງໜ້າ, ທາງຂ້າງ ແລະ ທາງຫຼັງ,ຫຼັງຄາມຸງດ້ວຍແສດຳ (50% ຫຼື 70%), ພາຍໃນສວນກ້າຈະສ້າງໂຕະທີ່ເຮັດດ້ວຍເຫຼັກ ຫຼື ໄມ້ແປຮູບເພື່ອລຽນເບ້ຍໄມ້ທີ່ຕ້ອງການດູແລຮັກສາເປັນພິເສດ, ພື້ນສວນກ້າປູດ້ວຍຫີນ, ດິນຈີ່ ຫຼື ຊີມັງ ແລະ ມີການເຮັດຮ່ອງລະບາຍນໍ້າເພື່ອຮັກສາຄວາມຊຸ່ມຊື່ນ ແລະ ລະບາຍນໍ້າໄດ້ດີຂຶ້ນ. ສວນກ້າແບບຖາວອນແບບນີ້ສ່ວນໃຫຍ່ແມ່ນສ້າງຂຶ້ນເພື່ອຜະລິດ, ດູແລຮັກສາພືດທີ່ຫາຍາກ ແລະ ມີຄຸນຄ່າທາງເສດຖະກິດ

ສວນກ້າຖາວອນ
ສວນກ້າຖາວອນ

ສວນກ້າແບບເຄິ່ງຖາວອນ

ສວນກ້າເຄິ່ງຖາວອນ ແມ່ນສ້າງຂຶ້ນເພື່ອເປັນບ່ອນຜະລິດ ແລະ ດູແລຮັກສາເບ້ຍໄມ້ໃນປະລິມານຫຼາຍເປັນແສນໆເບົ້າເພື່ອໃຊ້ໃນການປູກປ່າ ຫຼື ຈຳໜ່າຍຕາມຄວາມຕ້ອງການຂອງຕະຫຼາດ. ດັ່ງນັ້ນສວນກ້າຈະມີຂະໜາດໃຫຍ່ຂຶ້ນ ກັບຈຳນວນຂອງເບ້ຍໄມ້ທີ່ຕ້ອງການໃນແຕ່ລະປີ. ປົກກະຕິຈະມີອາຍຸປະມານ 3-5 ປີ, ມີຂະໜາດ 20x40 ຂຶ້ນໄປຮູບຮ່າງຂອງສວນກ້າເປັນແບບງ່າຍໆ. ມີໂຄງສ້າງເປັນໄມ້ເນື້ອແຂງ ແລະ ໄມ້ປ່ອງ, ເຊິ່ງເສົາເຮັດດ້ວຍໄມ້ແກນຫຼ້ອນ ແລະ ໂຄງຫຼັງຄາເຮັດດ້ວຍໄມ້ປ່ອງ (ຕ້ອງປ່ຽນໄມ້ທຸກໆ 3-5 ປີ), ຫຼັງຄາສາມາດມຸງດ້ວຍແສດຳ (50%, 70%) ໂຕະເຮັດດ້ວຍໄມ້ປ່ອງທັ້ງໝົດ ແລະ ອາດຈະເຮັດຝາອ້ອມສວນກ້າ ຫຼື ບໍ່ເຮັດກໍ່ໄດ້, ສ່ວນພື້ນສວນກ້າຄວນປັບໃຫ້ພຽງມີການເຮັດຮ່ອງລະບາຍນໍ້າເພື່ອໃຫ້ລະບາຍນໍ້າໄດ້ດີຂຶ້ນ.

ສວນກ້າເຄິ່ງຖາວອນ
ສວນກ້າເຄິ່ງຖາວອນ

ສວນກ້າແບບຊົ່ວຄາວ

ສວນກ້າແບບຊົ່ວຄາວເປັນສວນກ້າທີ່ສ້າງຂຶ້ນເພື່ອເກັບຮັກສາເບ້ຍໄມ້ຊົ່ວຄາວ ຫຼື ອາດໃຊ້ເປັນບ່ອນຜະລິດເບ້ຍໄມ້ໄດ້ ແຕ່ຕ້ອງໄດ້ມີການປັບປຸງທຸກປີ. ເຊິ່ງຈະມີອາຍຸການໃຊ້ງານ 1-2 ປີເທົ່ານັ້ນ. ວັດສະດຸທີ່ຈະນໍາມາສ້າງບໍ່ຈຳເປັນຕ້ອງມີຄວາມທົນທານສູງ ເຊິ່ງເຮົາສາມາດຫາໄດ້ເອງເຊັ່ນ: ເສົາເຮັດດ້ວຍໄມ້ຈິງ ຫຼື ໄມ້ປ່ອງ, ໂຄງຫຼັງຄາເຮັດດ້ວຍໄມ້ປ່ອງແລະ ຫຼັງຄາສາມາດມຸງດ້ວຍໄມ້ປ່ອງຜ່າເປັນດິ້ວ ສານລຽນສະຫຼັບດິ້ວເວັ້ນດິ້ວ ຫຼື ນຳໃຊ້ໃບໄມ້ຕ່າງໆມາມຸງເຊັ່ນ: ໃບພ້າວ, ໃບຕາວ ແລະ ອື່ນໆ ເຊິ່ງເຮົາຈະໃຫ້ແສງຜ່ານໄດ້ປະມານ 50% ເທົ່ານັ້ນ.

ສວນກ້າແບບຊົ່ວຄາວ
ສວນກ້າແບບຊົ່ວຄາວ

ການຈັດລຽນຕຳແໜ່ງເບ້ຍໄມ້ພາຍໃນສວນກ້າ

ການຈັດລຽນຕົ້ນໄມ້ຢູ່ພາຍໃນສວນກ້າແມ່ນມີ 3 ແບບດ້ວຍກັນເຊັ່ນວ່າ: ການຈັດລຽນຢູ່ພື້ນດິນ, ການຈັດລຽນຢູ່ເທິງໂຕະ ແລະ ການຈັດລຽນແບບເກາະຫ້ອຍ

ການຈັດລຽນຕຳແໜ່ງເບ້ຍໄມ້ພາຍໃນສວນກ້າ
ການຈັດລຽນຕຳແໜ່ງເບ້ຍໄມ້ພາຍໃນສວນກ້າ

ກ. ການຈັດລຽນແບບເກາະຫ້ອຍ

ການຈັດລຽນແບບຫ້ອຍ ຫຼື ເກາະ ສ່ວນໃຫຍ່ແມ່ນໃຊ້ພືດອີງອາໄສໂດຍສະເພາະເຊັ່ນ: ດອກເຜິ້ງ, ຜັກກູດບາງຊະ
ນິດ ແລະ ອື່ນໆ. ເຊິ່ງພືດເຫຼົ່ານີ້ຕ້ອງການພື້ນທີ່ ແລະ ວັດສະດຸປູກທີ່ສາມາດລະບາຍອາກາດໄດ້ດີ ເຮັດໃຫ້ບໍ່ສາ
ມາດຈັດລຽນໄວ້ເທິງໂຕະ ແລະ ພື້ນດິນໄດ້. ການຈັດລຽນແບບເກາະຫ້ອຍຈະໃຊ້ຂໍເກາະຕາມໄມ້ຂ້າວ ຫຼື ຮາວທີ່
ກຽມໄວ້ລຽນເປັນແຖວຊື່ແຖວດຽວຫ່າງກັນ 10-20 ຊັງຕີແມັດ. ໂດຍໃຫ້ກະໂຖສູງຈາກໜ້າດິນປະມານ 1 ແມັດ ຂຶ້ນໄປ.
ໝາຍເຫດ: ການຈັດລຽນແບບເກາະຫ້ອຍສາມາດໃຊ້ໃນການປະດັບອາຄານຕາມລະບຽງ, ປ່ອງຢ້ຽມ ແລະ ໜ້າເຮືອນເພື່ອເພີ່ມຄວາມສວຍງາມໃຫ້ແກ່ບ້ານເຮືອນອີກດ້ວ

ການຈັດລຽນແບບຫ້ອຍ
ການຈັດລຽນແບບຫ້ອຍ

ຂ. ການຈັດລຽນຢູ່ພື້ນດິນ

ການຈັດລຽນຕົ້ນໄມ້ເທິງພື້ນດິນ ສ່ວນໃຫຍ່ແມ່ນໃຊ້ກັບໄມ້ຍືນຕົ້ນທີ່ມີຂະໜາດໃຫຍ່, ເບ້ຍໄມ້ ແລະ ໄມ້ປະດັບ ຫຼື
ໄມ້ທຳມະຊາດທີ່ດູແລຮັກສາງ່າຍ ແລະ ທົນຕໍ່ພະຍາດ. ເຊິ່ງການຈັດລຽນເບົ້າແມ່ນຂຶ້ນກັບຂະໜາດຂອງເບົ້າເບ້ຍ
ໄມ້ເອງເຊັ່ນ: ເບົ້າຕົ້ນໄມ້ຂະໜາດໃຫຍ່ ສູງ 1-3 ແມັດ (ໄມ້ປະດັບຂະໜາດໃຫຍ່) ສ່ວນໃຫຍ່ແມ່ນລຽນເປັນແຖວ
ດ່ຽວຫ່າງກັນ 0.6-1 ແມັດ, ເບົ້າເບ້ຍໄມ້ຂະໜາດນ້ອຍສ່ວນໃຫຍ່ແມ່ນລຽນເປັນແຖວຊື່ຫຼາຍແຖວຕິດກັນ (ຂຶ້ນກັບຂະໜາດຂອງເບົ້າ) ການລຽນເບົ້າແຕ່ລະແຖວຖ້າແຖວທຳອິດມີຈຳນວນເບົ້າເທົ່າໃດ ແຖວຕໍ່ໄປຈົນຮອດແຖວສຸດ ທ້າຍຕ້ອງມີຈຳນວນເທົ່າກັນ. ທັ້ງນີ້ກໍ່ເພື່ອໃຫ້ສະດວກໃນການຄິດໄລ່ຈຳນວນ ແລະ ງ່າຍຕໍ່ການບົວລະບັດຮັກສາ.
ໝາຍເຫດ: ການຈັດລຽນຢູ່ພື້ນດິນແມ່ນມັກເກີດມີພະຍາດ ແລະ ແມງໄມ້ລົບກວນໄດ້ງ່າຍເຊັ່ນ: ຫອຍທາກ, ພະຍາດເນົ່າເປື່ອຍ ແລະ ອື່ນໆ.

ການຈັດລຽນຢູ່ພື້ນດິນ
ການຈັດລຽນຢູ່ພື້ນດິນ

ຄ. ການຈັດລຽນຢູ່ເທິງໂຕະ

ການຈັດລຽນພືດຢູ່ເທິງໂຕະແມ່ນສາມາດໃຊ້ກັບພືດຫຼາຍປະເພດຫຼາຍຊະນິດເຊັ່ນ: ພືດອີງອາໄສ, ຜັກກູດ, ດອກເຜິ້ງແລະ ໄມ້ປະດັບອື່ນໆ. ເຊິ່ງພືດເຫຼົ່ານີ້ສ່ວນໃຫຍ່ເປັນພືດຫາຍາກ, ມີຄວາມສຳຄັນ ແລະ ຕ້ອງການໆດູແລຮັກສາເປັນພິເສດ. ໂດຍປົກກະຕິໂຕະມີຂະໜາດ ກ້ວາງ 80 ຊັງຕີແມັດ - 1 ແມັດ ແລະ ສູງແມ່ນ 80 ຊັງຕີແມັດ- 1 ແມັດແລະ ຍາວແມ່ນບໍ່ຈໍາກັດ. ການລຽນກະໂຖເທິງໂຕະສ່ວນໃຫຍ່ແມ່ນຂຶ້ນກັບຂະໜາດຂອງກະໂຖ ແລະ ການລຽນແມ່ນເປັນແຖວຊື່ຫຼາຍແຖວຄ້າຍຄືກັບການຈັດລຽນຢູ່ພື້ນດິນ. ແຕ່ການລຽນເທິງໂຕະຈະສາມາດປ້ອງກັນການເກີດຂອງພະຍາດ ແລະ ແມງສັດຕູພືດໄດ້, ຊ່ວຍຖ່າຍເທອາກາດໄດ້ສະດວກດີ ແລະ ຍັງສະດວກໃນການກຳຈັດວັດສະພືດອີກດ້ວຍ.

http://hukased.blogspot.com
ການຈັດລຽນຢູ່ເທິງໂຕະ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ