google-site-verification: google0d91bc93cfc88895.html ການຈະເລີນເຕີບໂຕຂອງພືດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, August 13, 2016

ການຈະເລີນເຕີບໂຕຂອງພືດ


ການຈະເລີນເຕີບໂຕຂອງພືດຖືກແບ່ງອອກເປັນສອງແບບຄື: ການຈະເລີນເຕີບໂຕຂັ້ນໜຶ່ງ ແລະ ການຈະເລີນເຕີບໂຕຂັ້ນສອງ.
ການຈະເລີນເຕີບໂຕຂັ້ນໜຶ່ງ: ແມ່ນຜ່ານການຂະຫຍາຍຕົວແບບຢືດອອກຂອງຮາກ ແລະ ໜໍ່, ລວມໄປເຖິງການສ້າງອະໄວຍະວະໃໝ່ໆເຊັ່ນ: ໃບ ຫຼື ດອກ.
ການຈະເລີນເຕີບໂຕຂັ້ນສອງ: ແມ່ນການສ້າງໃຫ້ລໍາຕົ້ນໜາແໜ້ນຂຶ້ນ ແລະ ເຮັດໜ້າທີ່ໃນການຈະເລີນເຕີບໂຕຂອງວົງຮອບປີທີ່ສາມາດແນມເຫັນພາຍໃນຕົ້ນໄມ້. ໂດຍສ່ວນໃຫຍ່ແລ້ວຫຍ້າ ຫຼື ພືດໃບລ້ຽງດ່ຽວຈະບໍ່ມີການຈະເລີນເຕີບໂຕຂັ້ນສອງ.

http://hukased.blogspot.com/
ການຈະເລີນເຕີບໂຕຂອງພືດ

             ພືດສາມາດສ້າງຍອດ, ດອກ ແລະ ໃບໃໝ່ຂຶ້ນໄດ້. ໂດຍສ້າງຂຶ້ນຈາກໜໍ່ໃບອ່ອນ, ເຊິ່ງມີຖານທີ່ຕັ້ງຢູ່ໃບ ຫຼື ຈຸດສູງສຸດຂອງຍອດ. ປົກກະຕິແລ້ວໜໍ່ໃບອ່ອນເຫຼົ່ານັ້ນຈະບໍ່ເຄື່ອນໄຫວ, ແຕ່ເມື່ອພືດຕ້ອງການມັນຈະສ້າງຍອດ,ໃບ ຫຼື ດອກໃໝ່ຂຶ້ນມາ. ສິ່ງນີ້ອະທິບາຍໄດ້ວ່າ ຍ້ອນຫຍັງພືດຈຶ່ງສາມາດສ້າງຍອດໃໝ່ຂຶ້ນມາໄດ້ເມື່ອໜໍ່ໃບອ່ອນສ່ວນປາຍຖືກກໍາຈັດອອກ (ຖືກຕັດ, ຖືກເລັມອອກ ຫຼື ໄດ້ຮັບຄວາມເສຍຫາຍຈາກອັນໃດອັນໜຶ່ງ). ການພັກໂຕຂອງໜໍ່ໃບອ່ອນເຫຼົ່ານີ້ ມີຄວາມສໍາຄັນຢ່າງຍິ່ງໃນການເພາະປູກ ເນື່ອງຈາກວ່າພວກມັນເປັນອົງປະກອບສໍາຄັນທີ່ຊ່ວຍໃນການຕັດ ຫຼື ການຕອນກິ່ງເພື່ອຂະຫຍາຍພັນ ມັນເປັນສິ່ງສໍາຄັນໃນການເບິ່ງແຍງຕົ້ນອ່ອນດ້ວຍຄວາມລະມັດລະວັງ ແລະ ປ້ອງກັນຈາກສັດກິນພືດເພື່ອໃຫ້ໜໍ່ໃບອ່ອນຂອງມັນບໍ່ຖືກທໍາລາຍ

http://hukased.blogspot.com/
ພືດສາມາດສ້າງຍອດ, ດອກ ແລະ ໃບໃໝ່ຂຶ້ນໄດ້


             ຖ້າຫາກວ່າໜໍ່ໃບອ່ອນກາຍເປັນຍອດໃໝ່, ຍອດໃໝ່ອັນນີ້ຈະຂະຫຍາຍໜໍ່ໃບອ່ອນອັນໃໝ່ຂຶ້ນມາ ເຊິ່ງມັນຈະສາມາດສ້າງຍອດ, ດອກ ຫຼື ໃບໃໝ່ຂຶ້ນມາໄດ້. ດອກຈະບໍ່ຮັກສາໜໍ່ໃບອ່ອນໄວ້, ເພາະໜໍ່ໃບອ່ອນຖືກປ່ຽນຮູບຮ່າງເປັນດອກໄມ້, ເຊິ່ງນີ້ໝາຍຄວາມວ່າພືດໄດ້ສູນເສຍໜໍ່ໃບອ່ອນໄປແລ້ວ. ນີ້ເປັນເຫດຜົນທີ່ພືດບາງຊະນິດມີໜໍ່ໃບອ່ອນປີໜຶ່ງຄັ້ງດຽວ ເພາະວ່າໜໍ່ໃບອ່ອນທັງໝົດຂອງມັນຈະສ້າງດອກໄມ້ຂຶ້ນມາ, ສະນັ້ນ ພືດຈະບໍ່ມີໜໍ່ໃບອ່ອນເຫຼືອໄວ້ເພື່ອສ້າງຍອດ ຫຼື ດອກໃໝ່ຂຶ້ນໄດ້.ຮູບພາບຂ້າງເທິງນີ້ສະແດງໃຫ້ເຫັນທາງເລືອກຂອງພືດ ໃນລະຫວ່າງການຈະເລີນເຕີບໂຕໃນປີທໍາອິດ, ພືດຕົ້ນນີ້ມີໃບໄມ້ 5 ໃບ, ມີໜໍ່ໃບອ່ອນທີ່ບໍ່ເຄື່ອນໄຫວ 5 ໜໍ່ (ຢູ່ທີ່ຖານຂອງໃບ) ແລະ ມີໜໍ່ໃບອ່ອນສ່ວນປາຍໜຶ່ງໜໍ່. ໃນປີຕໍ່ມາໜໍ່ໃບອ່ອນອັນໜຶ່ງໄດ້ປ່ຽນເປັນດອກໄມ້, ສອງໜໍ່ໄດ້ປ່ຽນເປັນຍອດໃໝ່ ແລະ ໜໍ່ໃບອ່ອນສ່ວນປາຍຈະຍັງຄົງດໍາເນີນການຂະຫຍາຍຕົວໃຫ້ກັບລໍາຕົ້ນຫຼັກເພື່ອສ້າງໃບ ແລະ ໜໍ່ໃບອ່ອນສອງໜໍ່ໃໝ່ຂຶ້ນມາ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ