google-site-verification: google0d91bc93cfc88895.html ຕົ້ນ ດອກເຜິ້ງ [Ton Dok Pheung] Orchid - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, August 23, 2016

ຕົ້ນ ດອກເຜິ້ງ [Ton Dok Pheung] Orchid

ຕົ້ນ ດອກເຜິ້ງ [Ton Dok Pheung] Orchid
ຕົ້ນ ດອກເຜິ້ງ [Ton Dok Pheung] Orchid

ຕົ້ນ ດອກເຜິ້ງ [Ton Dok Pheung]

ຊື່ວິທະຍາສາດໂດຍລວມ: Orchidaceae
ຊື່ທົ່ວໄປເປັນພາສາ ອັງກິດ: Orchid
ຂ້ອຍແມ່ນຕົ້ນດອກເຜິ້ງ ຫຼືຕົ້ນເອື້ອງ ເປັນພືດຕະກຸນໜຶ່ງທີ່ມີການ ວິວັດທະນາການສູງສຸດໃນກຸ່ມພືດໃບລ້ຽງດ່ຽວ. ເປັນພືດຫຍ້າ ຂະໜາດນ້ອຍ, ແຕ່ ລະດັບ ມີລີແມັດ ເຖິງ3 ແມັດ, ມີອາຍຸຫຼາຍປີ. ພືດຕະກຸນນີ້ມີຄວາມຫຼາກຫຼາຍ ທາງດ້ານຊະນິດ ແລະ ດ້ານລັກສະນະ. ຂ້ອຍມີດອກທີ່ມີຮູບຮ່າງ ແລະ ສີສັນທີ່ສວຍງາມ ແລະ ເປັນທີ່ປະທັບຕາ 
ຕ້ອງໃຈຂອງຄົນທີ່ພົບເຫັນ. ຕົ້ນດອກເຜິ້ງຫຼາຍຊະນິດ ອາໄສຢູ່ຕາມຕົ້ນໄມ້ ແລະ ອາໄສຕາມດານຫີນ ເຊັ່ນ: ເອື້ອງສາຍໄໝ, ເອື້ອງຄຳ, ຊ້າງກະ, ເອື້ອງຕານາງ, ເອື້ອງລຳຕໍ່ ແລະ ອື່ນໆ. ດອກເຜິ້ງຈຳພວກນີ້ ມີລຳຕົ້ນສ່ວນຫຼາຍເປັນຂໍ້ໆ, ມີຮາກຈັບເກາະ ແລະ ຮາກອາກາດເກີດອອກຈາກຂໍ້. ນອກນັ້ນ, ມີກຸ່ມດອກເຜິ້ງ ຫຼາຍຊະນິດ ອາໄສຢູ່ຕາມໜ້າດິນ ເອີ້ນວ່າ: ດອກເຜິ້ງດິນ ເຊັ່ນ: ຫຍ້າໃບລາຍ, ເກີບນາລີ, ນາງອົ້ວ ແລະ ອື່ນໆ.ຂ້ອຍຂະຫຍາຍພັນຢູ່ທົ່ວໄປ ໃນເຂດພູມອາກາດອົບອຸ່ນ ແລະ ໃນເຂດອາກາດຮ້ອນແລະ ຊຸ່ມເປັນສ່ວນຫຼາຍ ໂດຍສະເພາະ ມີຫຼາຍໆຊະນິດເກີດໃນເຂດເອເຊຍຕາເວັນອອກສ່ຽງໃຕ້. ຂ້ອຍມັກເກີດຕາມປ່າດົງດິບ, ປ່າໂຄກ ແລະ ປ່າປະສົມ. ລະດູອອກດອກຂອງດອກເຜິ້ງ ແມ່ນທຸກລະດູການ ຂື້ນກັບແຕ່ລະຊະນິດຂອງດອກເຜິ້ງ. ຂ້ອຍເປັນໄມ້ປະດັບທີ່ຜູ້ຄົນທັງຫຼາຍ ມັກແລະຫຼົງໄຫຼໃນຄວາມງາມຂອງຂ້ອຍ ເຂົາເຈົ້າມັກປູກຂ້ອຍ ຫ້ອຍຕາມຕົ້ນໄມ້ ປະດັບໄວ້ຕາມເຮືອນຊານ, ຕາມອາຄານ ແລະ ຫ້ອງການຕ່າງໆ. ນອກຈາກຈະໃຊ້ປະດັບ ແລ້ວຕົ້ນດອກເຜິ້ງ ຍັງໃຊ້ເປັນພືດສະໝູນໄພອີກ ດັ່ງ ທີ່ຊາວຈີນ, ຊາວຫວຽດນາມ ແລະ ຍັງໃຊ້ໃນບາງຕຳລາຢາພື້ນເມືອງຂອງຊາວລາວນຳອີກ. ປະຊາຊົນ ສ່ວນຫຼາຍເກັບກູ້ຂ້ອຍມາຂາຍ ໃນເວລາທີ່ອອກດອກ ຈະໄດ້ລາຄາແພງ ແລະ ເປັນທີ່ຕ້ອງການຂອງຄົນທີ່ພົບເຫັນ ເຊັ່ນ: ເອື້ອງເກີບນາລີ, ຊ້າງກະ,ເອື້ອງຄຳ ແລະ ອື່ນໆ. ດອກເຜິ້ງຫຼາຍຊະນິດໃນສະກຸນຫວາຍ ຖືກຂາຍສົ່ງອອກປະເທດຈີນໃນປາລິມານຫຼາຍ ເຮັດໃຫ້ບາງຊະນິດມີຈຳນວນຫຼຸດລົງແລະກາຍເປັນທີ່ຫາຍາກ ຫຼື ບາງຄັ້ງກໍ່ສູນພັນໄປເສຍແລ້ວ. ຕາມຄວາມຈິງ ດອກເຜິ້ງທຸກຊະນິດ ຖືກຈັດໃນບັນຊີແດງຕາມສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າລະຫວ່າງຊາດ ເອີ້ນຊື່ຫຍໍ້ວ່າ <ໄຊແຕສ> (CITES). ດັ່ງນັ້ນ ຕາມລະບຽບການແລ້ວ ການຄ້າຂາຍພືດຕະກຸນນີ້ ຈຶ່ງເປັນການກະທຳທີ່ຜິດກົດໝາຍ.
ຕົ້ນ ດອກເຜິ້ງ [Ton Dok Pheung] Orchid
ຕົ້ນ ດອກເຜິ້ງ [Ton Dok Pheung] Orchid

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ