google-site-verification: google0d91bc93cfc88895.html ຄວາມສໍາຄັນຂອງປ່າດົງດິບ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 19, 2016

ຄວາມສໍາຄັນຂອງປ່າດົງດິບ

ຄວາມສໍາຄັນຂອງປ່າດົງດິບ
ປ່າດົງດິບ


ຄວາມສໍາຄັນຂອງປ່າດົງດິບ

ປ່າດົງດິບຂະໜາດໃຫຍ່ ຊຶ່ງຄວບຄຸມບໍລິເວນເສັ້ນສູນສູດ ມີອານາເຂດໄປທົ່ວທະວີບອາເມລິກາຕອນກາງ ແລະ ອາເມລິກາຕອນໃຕ້, ອາຟິລິກາຕອນກາງ, ອາຊີຕາເວັນອອກສຽງໃຕ້ ແລະ ອອສຕຣາເລເຊຍຕອນເໜືອ ນັບວ່າເປັນລະບົບນິເວດ ທີ່ມີຄວາມຊັບຊ້ອນຫຼາຍທີ່ສຸດໃນໂລກ ແລະ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ປ່າເຫຼົ່ານີ້ກໍາລັງຖືກທໍາລາຍດ້ວຍອັດຕາທີ່ໜ້າຕົກໃຈ ເຖິ່ງແມ່ນວ່າຈະມີຄວາມສໍາຄັນຫຼາຍປານໃດກໍ່ ຕາມ. ພື້ນທີປ່າດົງດິບມີ 10% ຂອງພື້ນທີ່ເທິງໜ້າໂລກ, ມີພືດ ແລະ ສັດຊະນິດຕ່າງໆ ອາໄສຢູ່ເຖິງ 50-70%, ປ່າດົງດິບເປັນແຫຼ່ງວັດຖຸດິບທີ່ສຳຄັນ ສຳຫຼັບຢາຮັກສາໂລກ ແລະ ແຫຼ່ງອາຫານຢ່າງໜ້ອຍທີ່ສຸດມີພືດ ທີ່ນຳໄປໃຊ້ ເປັນອາຫານມີເຖິງ 1650 ຊະນິດ. ປ່າດົງດິບທີ່ໃຫຍ່ທີ່ສຸດໃນໂລກຄື ປ່າອາເມຊອນ ໃນປະເທດບຣາຊິນ.

ປ່າດົງດິບຂະໜາດໃຫຍ່
ປ່າດົງດິບຂະໜາດໃຫຍ່

1  ການແບ່ງຊັ້ນຂອງປ່າ

ປ່າດົງດິບທັງຫຼາຍຈະມີໂຄງສ້າງຄ້າຍຄືກັນ ແບ່ງເປັນຊັ້ນຕ່າງໆ 5 ຊັ້ນແຕ່ລະຊັ້ນຈະມີພືດ ແລະ ສັດສະເພາະຢ່າງ ສັດເຫຼົ່ານີ້ອາດຈະລວມເຂົ້າດ້ວຍກັນ ຫຼື ອາດມີບໍ່ຄົບທັງ 5 ຊັ້ນກໍ່ໄດ້.

  • ຕົ້ນໄມ້ບາງຊະນິດມີຄວາມສູງເຖິງ 50-60 ແມັດ, ແຕ່ສ່ວນຫຼາຍຢູ່ໃນລະດັບ 30 -40 ແມັດ ຊຶ່ງເປັນເຮືອນຍອດ(Canopy)ຂອງປ່າ ແລະ ແບ່ງເປັນຊັ້ນໆ ຕາມລະດັບຄວາມສູງໄດ້ 3-5 ຊັ້ນ (A, B, C, DແລະE),ໂດຍຊັ້ນ A ເປັນຊັ້ນສູງສຸດ, ພົ້ນຈາກຕົ້ນໄມ້ອື່ນໆ 10 - 15 ແມັດ ຊັ້ນນີ້ຈະມີນົກອິນຊີ ແລະ ນົກລ່າເຫຍື່ອອື່ນໆອາໄສຢູ່ຄອຍຈ້ອງຈັບກິນສັດອື່ນເປັນອາຫານ. ຊັ້ນ B ເປັນຊັ້ນເຮືອນຍອດຢູ່ເທິງພື້ນດິນ 30 - 40 ແມັດຊັ້ນນີ້ຈະໜາປະມານ 10 ແມັດ ແລະ ມີຊັ້ນເຮືອນຍອດແຜ່ແຊກໄປໃນຫວ່າງຂອງຊັ້ນAດັ່ງນັ້ນ, ຊັ້ນAແລະB ຈິ່ງເປັນຄ້າຍກັບຮົ່ມຜືນໃຫ່ຍປົກຄຸມຊັ້ນລຸ່ມຂອງຜືນປ່າເກືອບສົມບູນ. ຊັ້ນຕໍ່ມາເປັນຊັ້ນ Cຊຶ່ງເປັນພວກໄມ້ຢືນຕົ້ນທີ່ຕ່ຳທີ່ສຸດ, ຊັ້ນ D ເປັນພຸ່ມໄມ້, ຕົ້ນໄມ້ທີ່ມີອາຍຸນ້ອຍ ລວມທັງຜັກກູດຂະໜາດໃຫ່ຍ ແລະ ໄມ້ເນື້ອອ່ອນຂະໜາດໃຫ່ຍ. ຊັ້ນສຸດທ້າຍ ຊັ້ນ Eເປັນຊັ້ນທີ່ຢູ່ເທິງໜ້າດິນເລັກໜ້ອຍ ຫຼື ຕິດກັບໜ້າດິນເຊັ່ນ: ໄມ້ເນື້ອອ່ອນຂະໜາດນ້ອຍ, ເບ້ຍໄມ້ (Seeding),ຕົ້ນອ່ອນຂອງໄມ້ຊະນິດຕ່າງໆ.

2  ປະເພດປ່າໃນລາວ

ຊຸມຊົນພືດໃນປະເທດເຂດເອເຊຍຕາເວັນອອກສ່ຽງໃຕ້ເວົ້າລວມເວົ້າສະເພາະໃນປະເທດລາວ ໄດ້ແບ່ງອອກເປັນ 2 ປະເພດໃຫ່ຍຄື: ປ່າດົງດິບ ແລະ ປ່າປ່ຽນໃບ. ປ່າດົງດິບຍັງແບ່ງຍ່ອຍອອກເປັນຫຼາຍປະເພດເຊັ່ນ: ປ່າດົງດິບຊຸ່ມ, ປ່າດິບແລ້ງ, ປ່າຈອມພູສູງເປັນຕົ້ນ. ສ່ວນປ່າປ່ຽນໃບກໍ່ໄດ້ແບ່ງຍອ່ຍເປັນຫຼາຍປະເພດເຊັ່ນ: ປ່າປະສົມປ່ຽນໃບ,ປ່າໂຄກ (ປ່າຈິກ-ຮັງ) ເປັນຕົ້ນ, ນອກຈາກນີ້ຍັງມີປ່າແປກ, ປ່າທົ່ງ, ປ່າບຶງອີກດ້ວຍ.ອີງຕາມການປະເມີນຂອງຫ້ອງການສຳຫຼວດ ແລະ ວາງແຜນປ່າໄມ້, ກົມປ່າໄມ້ກະຊວງ ກະສິກຳ ແລະ ປ່າໄມ້ໃນປີ 1992 ໄດ້ຈັດປະເພດປ່າ ແລະ ປະເມີນເນື້ອທີ່ປົກຄຸມຂອງປ່າ ໄມ້ປະເພດຕ່າງໆໃນລາວ ດັ່ງທີ່ໄດ້ສະແດງໃນຕາຕະລາງທີ 4.1
ປະເພດປ່າ ແລະ ປະເມີນເນື້ອທີ່ປົກຄຸມຂອງປ່າ ໄມ້ປະເພດຕ່າງໆໃນລາວ
ປະເພດປ່າ ແລະ ປະເມີນເນື້ອທີ່ປົກຄຸມຂອງປ່າ ໄມ້ປະເພດຕ່າງໆໃນລາວ

ການແບ່ງລະດັບຊັ້ນໃນຊຸມຊົນປ່າໄມ້ 3 ປະເພດ


3  ເຂດປ່າສະຫງວນແຫ່ງຊາດ ຂອງ ສປປ ລາວ

ເກືອບ 68 % ຂອງເນື້ອທີ່ປະເທດລາວຖືກປົກຄຸມດ້ວຍປ່າດົງດິບມາແຕ່ເດີມ, 23% ເປັນປ່າປະສົມ ແລະ 7% ເປັນປ່າໂຄກ (ບົດລາຍງານແຫ່ງຊາດຂອງ ສປປ ລາວ ກ່ຽວກັບປ່າສະຫງວນ ແລະ ການພັດທະນາເສດຖະກິດ, 2003. ອ້າງຈາກ Mackinnon.1986). ຕົວເລກດ້ານການປົກຄຸມຂອງປ່າໄມ້ຂອງລັດຖະບານແມ່ນ 47% ໃນປີ 1998 
(ອ້າງຈາກ ອວຕສ 2001). ທະນາຄານໂລກໄດ້ຄາດຄະເນວ່າ 80% ຂອງເນື້ອທີ່ປະເທດລາວທີ່ປົກຄຸມດ້ວຍປ່າໄມ້ນັ້ນ ຫຼາຍກວ່າເຄິ່ງໜຶ່ງຂອງປ່າໄມ້ນັ້ນແມ່ນເຊື່ອມໂຊມທີ່ສຸດ ແລະ ບໍ່ໄດ້ປະກອບເປັນເນື້ອທີ່ປົກຄຸມຂອງປ່າ (ບົດລາຍງານແຫ່ງຊາດຂອງສປປ ລາວ ກ່ຽວກັບປ່າສະຫງວນ ແລະ ການພັດທະນາເສດຖະກິດ, 2003. ອ້າງຈາກ
World bank. 2001). ແນວໃດກໍ່ຕາມຕົວເລກດັ່ງກ່າວຍັງບໍ່ທັນແນ່ນອນ, ລັດຖະບານກຳລັງດຳເນີນການ ເລື່ອງຕົວເລກເປີເຊັນການປົກຄຸມຂອງປ່ານີ້ຢູ່, ເຖິງວ່າຂໍ້ມູນການປະເມີນຂອງDTZMRCໄດ້ລາຍງານວ່າ ລາວຍັງມີປ່າພຽງ 39,7% ແຕ່ຕົວເລກນີ້ລາວກໍ່ຍັງບໍ່ທັນຮັບຮອງເທື່ອ. ສິ່ງທີ່ແນ່ນອນທີ່ສຸດແລ້ວກໍ່ຄື: ໃນປີ 1993 ລັດຖະບານລາວໄດ້ສ້າງຕັ້ງລະບົບປ່າສະຫງວນລະດັບຊາດ ທີ່ໄດ້ຮັບການປົກປ້ອງຕາມກົດໝາຍ 20 ແຫ່ງ ກວມເອົາ 12,5%, ລະດັບແຂວງທຸກແຂວງ 8,5% ລວມທັງໝົດປະມານ 21% ຂອງເນື້ອທີ່ທົ່ວປະເທດຕາມລຳດັບ, ຊຶ່ງເປັນໜຶ່ງໃນອັດຕາສ່ວນສູງທີ່ສຸດໃນໂລກ (IUCN ປະຈຳ ສປປ ລາວ 1999) ແລະ ມາຮອດປັດຈຸບັນປ່າສະຫງວນແຫ່ງຊາດມີ ຈໍານວນ 24 ແຫ່ງໄດ້ກະຈາຍຢູ່ທຸກພາກຂອງປະເທດ ດັ່ງສະແດງໃນຕາຕະລາງລຸ່ມນີ້
ປ່າສະຫງວນແຫ່ງຊາດມີ
​ຕາ​ຕະ​ລາງປ່າສະຫງວນແຫ່ງຊາດມີປະ​ຈຸ​ບັນ


ປ່າສະຫງວນແຫ່ງຊາດມີ
​ແຜ​ນ​ທີ່​ປ່າ​ສະ​ຫວງນ​ແຫ່ນ​ຊາດ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ