google-site-verification: google0d91bc93cfc88895.html ລັກສະນະສັນຖານວິທະຍາຂອງໃບ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, August 13, 2016

ລັກສະນະສັນຖານວິທະຍາຂອງໃບ

http://hukased.blogspot.com/
ໃບປະສົມ ແລະ ໃບດ່ຽວ
http://hukased.blogspot.com/
​ໃບ


ມັນອາດຈະຊັບຊ້ອນທີ່ຈະຈໍາແນກຄວາມແຕກຕ່າງລະຫວ່າງໃບປະສົມ ແລະ ໃບດ່ຽວ. ແຕ່ທ່ານສາມາດຮູ້ໄດ້ວ່າມັນເປັນໃບປະສົມ ຫຼື ບໍ່ນັ້ນແມ່ນເບິ່ງຢູ່ໜໍ່ໃບອ່ອນ. ໃບປະສົມຈະບໍ່ມີໜໍ່ໃບອ່ອນ ໃນຂະນະທີ່ລໍາຕົ້ນແມ່ນມີທັງໜໍ່ໃບອ່ອນສ່ວນປາຍ ແລະ ໜໍ່ໃບອ່ອນທີ່ຢູ່ຕາມງ່າມໄມ້. ດັ່ງນັ້ນ, ກ້ານຂອງໃບປະສົມມັກຈະມີສີແຕກຕ່າງຈາກລໍາຕົ້ນ.

http://hukased.blogspot.com/
ພາກສ່ວນທາງກາຍະວິພາກຂອງໃບ


ໃນພາກສ່ວນທາງກາຍະວິພາກຂອງໃບແມ່ນມີການຜັນແປສູງຄື:

  • ລາຍເສັ້ນຂອງໃບໄມ້
  • ຍອດໃບ
  • ຂອບໃບ
  • ຖານໃບ
  • ຂົນຂອງໃບ
  • ແລະ ອື່ນໆ

ຄຸນລັກສະນະເຫຼົ່ານີ້ຈະມີປະໂຫຍດໃນເວລາທີ່ຄົນປູກຕ້ອງການທີ່ຈະລະບຸພັນຂອງພືດແຕ່ລະຊະນິດ. ສີຂອງໃບໄມ້ພືດສວນ ຖືກເລືອກໃຫ້ເປັນພືດສ່ວນໜຶ່ງໃນຈໍາພວກພືດທີ່ມີລັກສະນະສວຍງາມ. ບາງຄັ້ງພືດທີ່ໃຊ້ປະດັບປະດາກໍ່ມີພຽງໃບ ຫຼື ດອກ ທີ່ມີຫຼາຍກວ່າໜຶ່ງສີ ໃນຮູບແບບເປັນດ່າງ, ເປັນລາຍເສັ້ນ ແລະ ອື່ນໆ, ເຊິ່ງເອີ້ນວ່າຄວາມຫຼາກຫຼາຍສີສັນຂອງພືດ. ຄວາມຫຼາກຫຼາຍສີສັນຂອງພືດແມ່ນມາຈາກຫຼາຍສາເຫດ. ສິ່ງທໍາອິດແມ່ນຍ້ອນອະໄວຍະວະຂອງພືດເປັນໂຣກຈາກການຕິດເຊື້ອໄວຣັສ, ການຂາດສານອາຫານ ຫຼື ຄວາມເສຍຫາຍທີ່ເກີດຈາກນໍ້າ ແລະ ແສງ. ບາງຄັ້ງເຊື້ອໄວຣັສອາດຈະເຮັດໃຫ້ອະໄວຍະວະຂອງພືດມີຫຼາຍສີ ແຕ່ວ່າບໍ່ມີຜົນກະທົບທີ່ເປັນອັນຕະລາຍ ສີພວກມັນຈະແຜ ່ກະຈາຍອອກໂດຍຜ່ານການຕັດຕໍ່ກິ່ງ. ສາເຫດອື່ນແມ່ນມາຈາກການຜະລິດ ຫຼື ການທໍາລາຍທໍາມະຊາດຂອງພືດ.ຖ້າຄວາມຫຼາກຫຼາຍສີສັນຂອງພືດເກີດຈາກເຊື້ອໄວຣັສ, ແກ່ນຂອງພືດອາດຈະບໍ່ຜະລິດຕົ້ນກ້າທີ່ມີຫຼາຍສີສັນ.ຄວາມຫຼາຍຫຼາຍສີສັນຂອງພືດອາດຈະຊ່ວຍຫຼຸດຜ່ອນການສູນເສຍນໍ້າຂອງໃບໂດຍການສະທ້ອນແສງ. ນັກວິທະຍາສາດບາງທ່ານແນະນໍາວ່າ ໃບທີ່ເປັນດ່າງອາດຈະຊ່ວຍຫຼີກລ້ຽງຈາກແມງໄມ້ທີ່ອັນຕະລາຍເພາະມັນຈະເບິ່ງຄືວ່າຂີ້ຮ້າຍ, ເປັນເຊື້ອໂຣກ ຫຼື ແມ້ກະທັ້ງມີໄຂ່ໜອນປົກຄຸມຢູ່. ສະຫຼຸບແລ້ວ, ດອກໄມ້ບາງຊະນິດທີ່ສະແດງໃຫ້ເຫັນວ່າມີຫຼາຍສີສັນໃນກີບດອກຈະຊ່ວຍໃຫ້ແມງໄມ້ຫາສູນກາງຂອງດອກໄມ້ໄດ້.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ