google-site-verification: google0d91bc93cfc88895.html ແມງໄມ້ ທີ່​ໃຫ້​ໂທດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, August 15, 2016

ແມງໄມ້ ທີ່​ໃຫ້​ໂທດ

ແມງໄມ້

ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ. ບາງຊະນິດກໍ່ນໍາພະຍາດມາໃສ່ພືດ ແລະ ແຜ່ລະບາດການຕິດເຊື້ອໄປທົ່ວສວນ. ແຕ່ບໍ່ໝາຍຄວາມວ່າແມງໄມ້ທຸກໆຊະນິດຈະແມ່ນສັດຕູພືດທັງໝົດ ເພາະມີແມງໄມ້ບາງຊະນິດກໍ່ເປັນແມງໄມ້ທີ່ມີປະໂຫຍດ ເຊິ່ງພວກມັນຈະຊ່ວຍໃນການປະສົມເກສອນຂອງດອກໄມ້, ບາງຊະນິດກໍ່ຈະຂັບໄລ່ ແລະ ກິນແມງໄມ້ທີ່ເປັນສັດຕູພືດ. ການພະຍາຍາມຊອກຫາສັດຕູພືດໃນເຂດການຜະລິດຂອງທ່ານບໍ່ໝາຍຄວາມວ່າທ່ານຕ້ອງກັງວົນ, ສັດຕູພືດເຫຼົ່ານີ້ກໍ່ມີຄວາມດຶງດູດຕໍ່ແມງໄມ້ທີ່ມີປະໂຫຍດເຊັ່ນກັນ. ສະນັ້ນ ຕ້ອງຫຼີກເວັ້ນການໃຊ້ຢາປາບສັດຕູພືດ, ມັນເປັນສິ່ງທີ່ດີທີ່ສຸດທີ່ຈະຮັກສາຄວາມສົມດຸນລະຫວ່າງສັດຕູພືດ ແລະ ແມງໄມ້ທີ່ເປັນປະໂຫຍດ. ຕາມປົກກະຕິໃນຊ່ວງໄລຍະທໍາອິດຂອງການທຳການຜະລິດ, ສັດຕູພືດຈະແຜ່ຂະຫຍາຍໄວກວ່ານັກລ່າຂອງມັນເຊິ່ງແມ່ນແມງໄມ້ທີ່ກິນສັດຕູພືດເປັນອາຫານ. ຈາກນັ້ນພວກມັນກໍ່ຈະກາຍເປັນບັນຫາໃນການຕິດເຊື້ອທີ່ຮຸນແຮງ ແລະ ທ່ານອາດຈະຈໍາເປັນຕ້ອງຕໍ່ສູ້ກັບພວກມັນດ້ວຍການນໍາໃຊ້ຢາປາບສັດຕູພືດທີ່ເຮັດຈາກທໍາມະຊາດ. ໃນບາງກໍລະນີທ່ານອາດຈະພົບທັງສັດຕູພືດ ແລະ ແມງໄມ້ທີ່ເປັນປະໂຫຍດຢູ່ຜົນລະປູກຂອງທ່ານພ້ອມກັນ, ເຊິ່ງມັນເປັນການດີທີ່ສຸດທີ່ຈະປ່ອຍໃຫ້ແມງໄມ້ທີ່ເປັນນັກລ່າໄດ້ເຮັດໜ້າທີ່ຂອງຕົນເອງ. ວິທີນີ້ຈະເປັນການຮັກສາວົງຈອນຂອງລະບົບນິເວດ ແລະ ກໍ່ເປັນການຫຼຸດພາລະຂອງທ່ານ ສິ່ງທີ່ທ່ານຄວນຈະເຮັດກໍ່ຄືໝັ່ນສັງເກດເບິ່ງຄວາມສົມດຸນລະຫວ່າງສັດຕູພືດ ແລະ ແມງໄມ້ທີ່ເປັນປະໂຫຍດ.

ສັດຕູພືດທົ່ວໄປ

ແມງລີ້ນໝາ ແລະ ຫອຍທາກ

ສັດທັງສອງຊະນິດນີ້ມີຮ່າງກາຍທີ່ເມືອກ ແລະ ອ່ອນນຸ້ມ. ຫອຍທາກຈະມີເປືອກຫຸ້ມ ແຕ່ແມງລີ້ນໝາບໍ່ມີ. ພວກມັນມັກກິນເບ້ຍ ແລະ ໃບອ່ອນຂອງ ພືດ. ເນື່ອງຈາກວ່າພວກມັນມັກເຄື່ອນໄຫວກາງຄືນ, ສະນັ້ນການເຄື່ອນທີ່ຂອງພວກມັນສາມາດຕິດຕາມໄດ້ຈາກຮອຍ ທາງທີ່ເປັນສີຄ້າຍຄືສີນໍ້າເງິນທີ່ພວກມັນປະໄວ້. ວິທີດີທີ່ສຸດທີ່ຈະຈັດການກັບສັດຕູພືດພວກນີ້ກໍ່ຄືຄວບຄຸມໂດຍນໍາໃຊ້ວິທີທາງທໍາມະຊາດ. ສັດພວກນີ້ມັກເບຍ, ຖ້າທ່ານເອົາຈານ ແລະ ຖອກເບຍໃສ່ປະມານ 2 ຊັງຕີແມັດ ແລ້ວເອົາໄປວາງໄວ້, ໃນຕອນເຊົ້າທ່ານຈະເຫັນພວກມັນຈໍານວນຫຼາຍໂຕເຂົ້າ ມາຢູ່ໃນຈານເບຍ ແລະ ທ່ານກໍ່ສາມາດກຳຈັດພວກມັນຢ່າງສະບາຍ.
ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)
ແມງລີ້ນໝາ ແລະ ຫອຍທາກ

ບົ້ງ

ບົ້ງເປັນຕົວອ່ອນ ຫຼື ໜອນຂອງແມງກະເບື້ອ ແລະ ແມງເມົ່າ. ບົ້ງຈະສ້າງ “ຮອຍ” ຫຼື ເສັ້ນທາງນ້ອຍເວລາພວກມັນຄານ. ໂດຍປົກກະຕິແລ້ວ, ຈະພົບບົ້ງໃນຜັກກະລໍ່າປີ ເຊິ່ງພວກມັນຈະກັດກິນໃບກະລໍ່າປີ. ທ່ານສາມາດຈັບບົ້ງໄດ້ດ້ວຍມືຢ່າງງ່າຍດາຍ ແລະ ປ່ອຍມັນກັບຄືນສູ່ທໍາມະຊາດທີ່ຢູ່ຫ່າງໄກຈາກສວນຂອງທ່ານ. ລະມັດລະວັງໃນເວລາຈັບບົ້ງເພາະມີບົ້ງບາງຊະນິດມີຂົນທີ່ເປັນພິດ, ສະນັ້ນຄວນໃຊ້ອຸປະກອນຊ່ວຍ ແລະບໍ່ໃຫ້ຈັບພວກມັນໂດຍກົງ.

ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)

ແມງງວງຊ້າງ

ແມງງວງຊ້າງມີລັກສະນະສະເພາະຄືມີດັງໂຄ້ງຍາວ. ມີລໍາຕົວຍາວປະມານ1 ຊັງຕີແມັດ ແລະ ເປັນສີນໍ້າຕານປົນສີເຖົ່າ. ຕົວອ່ອນຈະມີຮູບຮ່າງຄືແມງລີ້ນໝາ, ພວກມັນຈະກິນໃບ, ຮາກ ແລະ ຍອດຂອງພືດໃຫ້ເປັນຮູ. ແມງງວງຊ້າງ ຈະຫາກິນຕອນກາງຄືນ ແລະ ນອນໃນດິນຕອນກາງເວັນລັກສະນະການທໍາລາຍຂອງແມງງວງຊ້າງ ແລະ ບົ້ງຈະຄ້າຍຄືກັນການກໍາຈັດແມງງວງຊ້າງຂ້ອນຂ້າງຍາກ. ວິທີໜຶ່ງແມ່ນເອົາໂຖທີ່ບັນຈຸເສດພືດຜັກປອດສານພິດ ແລະ ດິນວາງໃສ່ໂດຍປິ່ນຫົວໂຖລົງລຸ່ມ. ວິທີນີ້ຈະດຶງດູດແມງງວງຊ້າງເຂົ້າມານອນໃນຍາມກາງເວັນແລ້ວທ່ານກໍ່ສາມາດກຳຈັດພວກມັນໄດ້.

ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)
ແມງງວງຊ້າງ

ເພ້ຍ

ເພ້ຍສາມາດເປັນສີຂຽວ, ຂາວ ດໍາ, ນໍ້າຕານ ແລະ ແມ່ນແຕ່ສີສົ້ມ, ເພ້ຍມີຄວາມຍາວປະມານ 2-5 ມີລີແມັດ. ພວກມັນຂະຫຍາຍຕົວໄວໃນສະພາບອາກາດທີ່ແຫ້ງ ແລະ ອົບອຸ່ນກາບຂອງເພ້ຍມີນໍ້າຕານເຊິ່ງດຶງດູດໃຫ້ເກີດມີເຊື້ອລາຢູ່ຕາມດ້ານໜ້າຂອງໃບພືດ, ມົດກໍ່ມັກກາບຂອງເພ້ຍທີ່ມີນໍ້າຕານນີ້ຄືກັນ, ມົດຈະປົກປ້ອງເພ້ຍເຫຼົ່ານີ້ຈາກແມງໄມ້ທີ່ມີປະໂຫຍດ ແລະ ມົດກໍ່ຈະຂົນຍ້າຍເພ້ຍໄປຫາພືດຕົ້ນອື່ນໆ. ຖ້າມີການລະບາດຂອງເພ້ຍພຽງເລັກ
ນ້ອຍ, ທ່ານສາມາດສີດນໍ້າທີ່ປະສົມຢາໃສ່ ຫຼື ລ້າງບ່ອນທີ່ຕິດເຊື້ອອອກຈາກພືດດ້ວຍນໍ້າສະບູ.

ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)
ເພ້ຍ

ແມງມີ່ຂາວ

ແມງມີ່ຂາວເປັນແມງໄມ້ນ້ອຍສີຂາວເຊິ່ງມັກຈະພົບຢູ່ກ້ອງໃບຂອງພືດເທົ່ານັ້ນ, ຖ້າຖືກລົບກວນພວກມັນຈະບິນອອກໄປເປັນຝູງ, ວິທີທີ່ງ່າຍທີ່ສຸດໃນການກວດຫາພວກມັນແມ່ນທ່ານພຽງແຕ່ສັ່ນພືດຂອງທ່ານຄ່ອຍໆ ແລ້ວສັງ 
ເກດເບິ່ງວ່າຈະມີແມງມີ່ຂາວບິນອອກໄປບໍ່, ທ່ານສາມາດປັດແມງມີ່ຂາວອອກຈາກພືດດ້ວຍນິ້ວມືຂອງທ່ານ ແລະ ໝັ່ນກວດກາເບິ່ງພືດທຸກໆ 3-4 ວັນ. ຕົວອ່ອນຂອງແມງມີ່ຂາວຈະນ້ອຍຫຼາຍ ຈົນທ່ານບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ. ຫຼັງຈາກນັ້ນປະມານ 3-4 ວັນ ພວກມັນຈຶ່ງຈະໃຫຍ່ໃນຂະໜາດທີ່ສາມາດເບິ່ງເຫັນໄດ້ ແລະ ທ່ານກໍ່ສາມາດກໍາຈັດພວກມັນ.
ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)
ແມງມີ່ຂາວ

ເພ້ຍຫອຍ

ເພ້ຍຫອຍມີຫຼາຍສາຍພັນ. ຕອນຍັງເປັນຕົວອ່ອນພວກມັນມັກຍ້າຍໄປມາຕະຫຼອດ, ສ່ວນໂຕໃຫຍ່ມັກພັກຢູ່ຕາມໃບ ແລະ ກ້ານຂອງພືດ, ບາງເທື່ອກໍ່ຢູ່ໂຕດຽວ. ບາງເທື່ອກໍ່ຢູ່ເປັນກຸ່ມໂດຍພື້ນຖານແລ້ວເພ້ຍຫອຍເປັນແມງໄມ້ປະເພດດູດນໍ້າຫຼໍ່ລ້ຽງຈາກພືດແລ້ວກໍ່ປະຄາບສີເຫຼືອງໄວ້ຕາມໃບຂອງພືດມັນເປັນແມງໄມ້ປະເພດກາບມີນໍ້າຕານທີ່ດຶງດູດເຊື້ອລາ ແລະ ມົດ ທ່ານສາມາດໃຊ້ແປງຊະນິດອ່ອນ, ສະບູ່ ແລະ ນໍ້າເຊັດຖູເພ້ຍຫອຍອອກຈາກພືດ. ຈົ່ງລະວັງບໍ່ໃຫ້ທໍາລາຍໃບຂອງພືດ.ທ່ານຍັງສາມາດເຮັດສ່ວນປະສົມລະຫວ່າງນໍ້າທໍາມະດາໜຶ່ງສ່ວນ ແລະ ເຫຼົ້າຂາວ ໜຶ່ງສ່ວນເຊັດເພ້ຍອອກ. ໃນກໍລະນີທີ່ມີການລະບາດທີ່ຮຸນແຮງ ທ່ານຈະຕ້ອງໃຊ້ນໍ້າປະສົມນີ້ເຊັດຖູຄືນອີກເທື່ອໜຶ່ງ.

ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)
ເພ້ຍຫອຍ

ເພ້ຍແປ້ງ

ເພ້ຍແປ້ງຄືສັດຕູພືດທົ່ວໄປ, ທີ່ມີຮູບຊົງໄຂ່, ມີສີຂີ້ເຖົ່າຂາວອ່ອນນຸ້ມເບິ່ງຄືຍອງຝ້າຍ, ມີຄວາມຍາວປະມານ 2-5 ມີລີແມັດ. ສ່ວນໃຫຍ່ມັກພົບເຫັນພວກມັນຕາມກ້ອງໃບ ແລະ ພືດທີ່ປົ່ງໃໝ່. ຄືກັບເພ້ຍຫອຍ, ເພ້ຍແປ້ງຈະຄາຍນໍ້າຫວານອອກມາ. ໃນກໍລະນີທີ່ມີການລະບາດທີ່ບໍ່ຮ້າຍແຮງ, ທ່ານສາມາດໃຊ້ກ້ານສໍາລີປັດ ແລະ ທໍາຄວາມສະອາດບ່ອນທີ່ພືດຕິດເຊື້ອດ້ວຍສະບູ່່ເພື່ອເອົາເພ້ຍແປ້ງທີ່ໃຫຍ່ອອກ. ໃນກໍລະນີທີ່ມີການລະບາດທີ່ຮຸນແຮງ,ທ່ານອາດຈະຕ້ອງເຮັດຊໍ້າອີກເທື່ອໜຶ່ງ

ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)
ເພ້ຍແປ້ງ

ໄຮແມງມຸມແດງ (ແມງແດງ)

ໄຮແມງມຸມແດງສາມາດເບິ່ງເຫັນໄດ້ຍາກດ້ວຍສາຍຕາມະນຸດ (ມີຂະໜາດພຽງ 0.5-1 ມີລີແມັດ), ແຕ່ທ່ານສາ ມາດສັງເກດໄດ້ຈາກຈຸດທີ່ເປັນຄືແຜ່ນຟີມທີ່ຢູ່ຂ້າງລຸ່ມຂອງໃບພືດ ແລະ ຈຸດທີ່ມີສີເຫຼືອງຫາຂາວຢູ່ໜ້າໃບ. ພວກມັນຈະດູດນໍ້າຫຼໍ່ລ້ຽງ ແລະ ທໍາລາຍເຊວຂອງໃບພືດ. ນີ້ຈະສົ່ງຜົນໃຫ້ໃບເຫຼືອງ ແລະ ຕາຍ. ໄຮແມງມຸມແດງຕ້ອງການອາກາດແຫ້ງ ແລະ ຄວາມຊຸ່ມໜ້ອຍເພື່ອການແຜ່ພັນ. ໃນຕອນເຊົ້າຂອງລະດູແລ້ງ, ທ່ານສາມາດສີດ
ພົ່ນນໍ້າໃສ່ປາຍ ແລະ ຂ້າງລຸ່ມຂອງໃບພືດເພື່ອປ້ອງກັນການລະບາດຂອງໄຮແມງມຸມແດງ
ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)
ໄຮແມງມຸມແດງ

ເພ້ຍໄຟ

ເພ້ຍໄຟແມ່ນແມງໄມ້ຊະນິດທີ່ມີປີກນ້ອຍໆ (ຍາວປະມານ 0,2-1 ມີລີແມັດ)ມີສີອອກຂີ້ເຖົ່າ. ຕາມປົກກະຕິພວກມັນມັກຈະຢູ່ຕາມກ້ອງໃບພືດ. ພວກມັນຈະດູດຜິວໜ້າຂອງໃບເພື່ອເອົານໍ້າຫຼໍ່ລ້ຽງ ເຊິ່ງເຮັດໃຫ້ເກີດມີບໍລິເວນສີນໍ້າເງິນທີ່ມີຈຸດນ້ອຍໆສີດໍາຢູ່ຕາມໃບພືດ ທ່ານສາມາດໃຊ້ຢາປາບສັດຕູພືດຈາກທໍາມະຊາດ ເຊັ່ນນໍ້າສະກັດຈາກຜັກທຽມເພື່ອຈັດການກັບເພ້ຍໄຟ
ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)
ເພ້ຍໄຟ

ໜູ

ໜູຄືສັດທໍາລາຍເພາະພວກມັນມັກກັດກິນຕົ້ນພືດ, ໝາກ ແລະ ແກ່ນ. ຫ້າມເອົາຊີ້ນ ຫຼື ປາທຸກຊະນິດໃສ່ໃນຄອກຝຸ່ນບົ່ມ ເພາະມັນດຶງດູດໜູ. ປິດ ແລະ ປ້ອງກັນຄອກຝຸ່ນບົ່ມໃຫ້ດີເພື່ອບໍ່ໃຫ້ໜູເຂົ້າໄດ້. ຖ້າມີໜູຫຼາຍ, ໃຊ້ແຮ້ວຈັບພວກມັນ. ຢ່າໃຊ້ສານເບື່ອໜູເພາະມັນຈະເປັນອັນຕະລາຍຕໍ່ພືດ ແລະ ຄົນ

ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)
ໜູ

ຕັກກະແຕນ

ຕັກກະແຕນເປັນແມງໄມ້ທີ່ມີຫຼາຍສີ, ຫຼາຍຂະໜາດ ແລະ ຫຼາຍລັກສະນະທີ່ແຕກຕ່າງກັນ. ຕາມປົກກະຕິແລ້ວພວກມັນມັກຈະຢູ່ຕາມໃບພືດຕ່າງໆ. ພວກມັນຈະກັດກິນໃບຂອງພືດ ໂດຍສະເພາະແມ່ນໃບອ່ອນໃນຊ່ວງເວລາພືດກຳລັງຈະເລີນເຕີບໂຕ. ລັກສະນະການກິນຂອງແມງໄມ້ປະເພດນີ້ ຈະສັງເກດເຫັນຢູ່ບໍລິເວນໃບຂອງພືດຢ່າງຊັດເຈນ ເຊິ່ງຈະມີຮ່ອງຮອຍການກັດກິນຢູ່ຕາມໃບ ແລະ ກິ່ງກ້ານຂອງພືດເປັນຕົ້ນ
ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)
ຕັກກະແຕນ

ໝັດຜັກ

ໝັດຜັກເປັນແມງໄມ້ຂະໜາດນ້ອຍ ແຕ່ທ່ານສາມາດເບິ່ງດ້ວຍຕາເປົ່າໄດ້, ແມງໄມ້ຊະນິດນີ້ແມ່ນລະບາດຫຼາຍໃນພືດຜັກໃນຊ່ວງທີ່ພືດກຳລັງເຕີບໂຕ ແລະ ງອກງາມ. ລັກສະນະຂອງການທຳລາຍ ຈະມີລັກສະນະເຈາະເປັນຮູນ້ອຍໆຕາມໃບຜັກ, ຖ້າມີສິ່ງທີ່ມາກະທົບກັບໃບຜັກທີ່ພວກມັນອາໄສຢູ່ ພວກມັນກະບິນ ຫຼື ກະໂດດໄປຢ່າງໄວວາ.

ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)
ໝັດຜັກ

ແມງຂີ້ໄຮ້ (ແມງເຕົ່າແດງ)

ສ່ວນຫຼາຍມັກຈະລະບາດໃນພືດຜັກຕະກຸນໝາກແຕງ, ລັກສະນະການກິນຂອງພວກມັນຈະເປັນວົງຢູ່ບໍລິເວນແຜ່ນໃບຂອງພືດ,ທ່ານຈະພົບເຫັນພວກມັນຢູ່ຕາມໃບພືດຜັກເປັນຄູ່ຫຼື ເປັນຈຳນວນຫຼາຍ. ເມື່ອເວລາມີການເໜັງຕີງ ຫຼື ມີການເຄື່ອນໄຫວຕ່າງໆພວກມັນຈະບິນໜີໄປຢ່າງໄວວາບາງຄັ້ງກໍ່ຈະຕົກລົງພື້ນດິນ ແລະລີ້ຢູ່ກ້ອງໃບພືດ.

ແມງໄມ້ ພືດມີຄວາມດຶງດູດຕໍ່ແມງໄມ້ຕ່າງໆຫຼາຍຊະນິດ. ສັດຕູພືດບາງຊະນິດກໍ່ມາກິນ ຫຼື ດູດນໍ້າຫຼໍ່ລ້ຽງຜົນລະປູກຂອງທ່ານ.  ແມງຂີ້ໄຮ້ (ແມງເຕົ່າແດງ) ແມງຂີ້ໄຮ້ (ແມງເຕົ່າແດງ)
ແມງຂີ້ໄຮ້ (ແມງເຕົ່າແດງ)


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ