google-site-verification: google0d91bc93cfc88895.html ສປປ ລາວ ແລະ ຕົ້ນກຳເນີດຂອງເຂົ້າ ອາຊີ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, August 18, 2016

ສປປ ລາວ ແລະ ຕົ້ນກຳເນີດຂອງເຂົ້າ ອາຊີ

ສປປ ລາວ ແລະ ຕົ້ນກຳເນີດຂອງເຂົ້າ ອາຊີ

                 ຢູ່ໃນຕະກຸນເຂົ້າ Oryza ທີ່ປູກຂຶ້ນນັ້ນ, ມີເຂົ້າປ່າ 20 ຊະນິດ  ແລະ  ເຂົ້າປູກ  2 ຊະນິດ. ຢູ່ໃນເຂົ້າປ່າ 20 ຊະນິດ  ຂອງຕະກຸນ  Oryza ນັ້ນ  ມີຫົກຊະນິດທີ່ພົບເຫັນ  ໃນ  ສປປ  ລາວ (ອັບປາ ຣາວ ແລະ ຄະນະ 1998, ກູໂຣດະ ແລະ ຄະນະ, ບົດທີ 15). ໃນຈຳນວນນີ້ ເຂົ້າຕະກຸນ O. rufipogon ຊຶ່ງເປັນບັນພະບຸລຸດຂອງເຂົ້າອາຊີ, ຕະກຸນ O.  sativa ສາມາດພົບເຫັນໄດ້ໃນຂອບ ເຂດທົ່ວປະເທດ  ແລະ  ມີຫຼາຍກວ່າໝູ່  ແມ່ນຢູ່ ເຂດການຜະລິດກະສິກຳ  ທາງພາກກາງ  ແລະ ພາກໃຕ້. ນອກຈາກນັ້ນ, ຍັງສັງເກດເຫັນເຂົ້າລູກ ປະສົມ, ຊຶ່ງເກີດຈາກການປະສົມພັນ ໂດຍທຳມະ ຊາດ ລະຫວ່າງ ເຂົ້າປ່າ ແລະ ເຂົ້າປູກ ແລະ ມີການ ປ່ຽນແປງຢ່າງຕໍ່ເນື່ອງ ຈາກຮູບແບບເຂົ້າປ່າກາຍ ມາເປັນເຂົ້າປູກ  (ອັບປາ  ຣາວ  ແລະ  ຄະນະ 1997a, 1998, 2000d).
             ເສດເຄື່ອງປັ້ນດິນເຜົາ  ທີ່ມີຄວາມກ່ຽວ ຂ້ອງກັບຮ່ອງຮອຍຂອງເມັດເຂົ້າ  ແລະ  ເປືອກ ເຂົ້າ O.  sativa  ທີ່ຖືກທັບຖົມໃນຍຸກນັ້ນ  ຢ່າງ ໜ້ອຍ 2,000 ປີ  ກ່ອນ  ຄ.ສ.  ຮ່ອງຮອຍດັ່ງກ່າວ ໄດ້ຖືກບັນທຶກລົງ  ໃນສະຖານບູຮານຄະດີ  ຢູ່ໃນ ພາກຕາເວັນອອກສ່ຽງເໜືອ  ຂອງລາຊາອານາຈັກໄທ,  ຊຶ່ງເປັນເຂດເຊື່ອມຕໍ່ທາງດ້ານພູມສາດ ແລະ  ປະ ຫວັດສາດ  ກັບ  ສປປ  ລາວ  ໃນຍຸກປະ ຈຸບັນ (Solheim 1972, White 1997). ເປັນທີ່ຮັບ ຮູ້ກັນໂດຍທົ່ວໄປວ່າ ສປປ ລາວ ຕັ້ງຢູ່ໃນຂົງເຂດທີ່ເປັນຕົ້ນກຳເນີດຂອງເຂົ້າ O. sativaຂອງອາຊີ
(Chang 1976, Oka 1988, Khush 1997)

ການເຕົ້າໂຮມ ແລະ ອະນຸລັກເຊື້ອພັນເຂົ້າ ກ່ອນປີ 1975

ຄວາມຫຼາກຫຼາຍ ແລະ ຄວາມສຳຄັນຂອງແນວພັນເຂົ້າພື້ນເມືອງ  ໃນ  ສປປ  ລາວ  ກຳລັງ ເປັນທີ່ຮູ້ຈັກກັນດີ,  ສະນັ້ນ  ເລີ່ມແຕ່ປີ 1970 ຫາ ປີ 1990 ໄດ້ມີທີມງານສຳຫຼວດເຕົ້າໂຮມເຊື້ອພັນ ເຂົ້າ ຫຼາຍຄະນະ ໄດ້ເຂົ້າມາຈັດຕັ້ງປະຕິບັດການ ສຳຫຼວດ ຢູ່ໃນ ສປປ ລາວ ໂດຍການສະໜັບສະ ໜູນ  ຂອງອົງການ  USAID,  ລັດເຊຍ,  ຍີ່ປຸ່ນ
ແລະ  ອົງການ/ປະເທດອື່ນໆ  (Schiller et  al 2001, Inthapanya et al 1997). ແຕ່ປີ 1991ຫາ a1 1994, ກິດຈະ ກຳຮ່ວມກັນ  ລະຫວ່າງ  ກະຊວງ ກະສິກຳ ແລະ ປ່າໄມ້ ກັບແຜນງານຄົ້ນຄວ້າເຂົ້າ ແຫ່ງຊາດ  ໄດ້ມີການລິເລີ້ມຂຶ້ນໂດຍການສະໜັບ ສະໜູນ ຂອງປະເທດສະວິສ ແລະ ໄດ້ຈັດຕັ້ງປະຕິບັດ  ໂດຍຜ່ານ  ອີຣີ  ກໍ່ໄດ້ເກັບສະສົມຕື່ມອີກ 1,000 ກວ່າຕົວຢ່າງ  ຈາກນິເວດເຂົ້າໄຮ່  ໃນຫົກແຂວງຂອງເຂດການຜະລິດກະສິກຳ  ພາກເໜືອ ຂອງລາວ  (Roder et  al 1996).  ແຕ່ວ່າ  ຂໍ້ມູນຈຳເພາະຂອງຕົວຢ່າງ  ສຳລັບການເຕົ້າໂຮມຄັ້ງນີ້,  ສ່ວນໃຫຍ່ແມ່ນບໍ່ຄົບຖ້ວນ.  ຍິ່ງໄປກວ່ານັ້ນ, ເນື່ອງຈາກວ່າ  ໃນໄລຍະນັ້ນ  ຢູ່ພາຍໃນປະເທດ ເຮົາຍັງບໍ່ທັນມີສາງເກັບມ້ຽນເມັດພັນທີ່ເໝາະສົມເທື່ອ ຈຶ່ງບໍ່ສາມາດຮັກສາເຊື້ອພັນໄວ້ໄດ້ ໂດຍປາ ສະຈາການປູກຟື້ນຊີບ. ສະນັ້ນ ແນວພັນທີ່ສະສົມ ມາ ຊຸດນີ້ ຈະບໍ່ສາມາດນຳໃຊ້ໄດ້ອີກຕໍ່ໄປ

ເຊື້ອພັນເຂົ້າ ທີ່ເຕົ້າໂຮມໄດ້ ແຕ່ປີ 1995ຫາປີ 2000

ການເຕົ້າໂຮມແນວພັນ  ທີ່ເປັນລະບົບໄດ້ເລີ້ມປະຕິບັດມາ  ແຕ່ປີ  1995 ຫາປີ 2000, ຊຶ່ງເປັນສ່ວນໜຶ່ງຂອງໂຄງ ການ  ເພື່ອເຕົ້າໂຮມ ແລະ ອະນຸລັກຊີວະນາໆພັນເຂົ້າ ໃນ 22ປະເທດໃນອາຊີໃຕ້  ແລະ  ອາຊີຕາເວັນອອກສ່ຽງໃຕ້, ຊາຮາຣາ  ອາຟຼິກາໃຕ້  ແລະ  ອາເມລິກາກາງ (IRRI  1994).  ໂຄງການດັ່ງກ່າວໄດ້ປະຕິບັດ ໂດຍການ ສະ ໜັບສະໜູນທາງດ້ານການເງິນຈາກອົງການເພື່ອການພັດທະນາ  ແລະ  ການຮ່ວມມື ຂອງ ປະເທສະວິດເຊີແລນ (SDC).ໃນຊ່ວງປີ 1995 ຫາ 2000 ສາມາດເຕົ້າ ໂຮມໄດ້ທັງໝົດ 13,192 ຕົວຢ່າງ  ແລະ  ເຂົ້າປ່າ 6 ຊະນິດ  ທີ່ເປັນຕະກຸນ  Oryza  ຈຳນວນ 237 ຕົວຢ່າງ.

ເຊື້ອພັນເຂົ້າ ທີ່ເຕົ້າໂຮມໄດ້ ຫຼັງປີ 2000ເຖີງປະຈຸບັນ

ອີງຕາມເປົ້າໝາຍຂອງການຄົ້ນຄວ້າ  ແຕ່ ລະໄລຍະ ດັ່ງນັ້ນ ຫຼັງການເຕົ້າໂຮມແນວພັນແຕ່ປີ 2000ແມ່ນໄດ້ມີໂຄງ ການຄົ້ນຄວ້າ ແລະ ສຶກສາ ຫຼາຍດ້ານກ່ຽວກັບເຊື້ອພັນເຂົ້າ ເຊັ່ນ: ເລື້ື້ອງດ້ານ ຄວາມຮູ້ພູມປັນຍາຊາວບ້ານ  ກ່ຽວກັບການອະນຸລັກ  ແລະ  ນຳໃຊ້ເຊື້ອພັນເຂົ້າພື້ນເມືອງ  ເຂົ້າໃນການບໍລິໂພກ,  ດ້ານວັດທະນະທຳ,  ດ້ານສາດ ສະໜາ, ດ້ານສາທາລະນະສຸກ ແລະ ອື່ນໆ ຂອງຊາວກະສິກອນລາວ  ແລະ  ສຶກສາຄົ້ນຫາແນວພັນທີ່ມີເອກກະລັກສະເພາະນັ້ນ,  ແຕ່ປີ 2001-2013 ທາງສະຖາບັນ  ຄົ້ນຄວ້າ  ກະສິກຳ  ແລະປ່າໄມ້  ແຫ່ງຊາດ  ກໍ່ຄື  ສູນຄົ້ນຄວ້າ  ກະສິກຳ ນາພອກ  ໄດ້ຮ່ວມມືກັບອົງການສາກົນອື່ນໆ  ເກັບເຕົ້າໂຮມເຊື້ອພັນເຂົ້າ  ໄດ້ຕື່ມອີກ 510 ກວ່າຕົວ ຢ່າງ  ຈາກເຂດທີ່ຫ່າງໄກ  ຊື່ງເປັນເຂົ້ານາ 279 ຕົວຢ່າງ  (ໜຽວ 246 ແລະ  ຈ້າວ 33 ຕົວຢ່າງ), ເຂົ້າໄຮ່ 231ຕົວຢ່າງ (ໜຽວ 191ຕົວຢ່າງ ແລະ ຈ້າວ 40 ຕົວຢ່າງ).  ປະຈຸບັນ  ລວມທັງໝົດເຕົ້າໂຮມໄດ້ 13,702 ກວ່າຕົວຢ່າງແລ້ວ  ທີ່ໄດ້ອະນຸລັກໃນທະນາຄານເຊື້ອພັນເຂົ້າ ຂອງ ສປປ ລາວທີ່ສູນຄົ້ນຄວ້າ ກະສິກຳ ນາພອກ ກໍ່ຄື ສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ.

ວິທີການເຕົ້າໂຮມເຊື້ອພັນເຂົ້າກະຊວງ ກະສິກຳ ແລະ ປ່າໄມ້ ແລະ ອີຣີ 

ໄດ້ຮ່ວມກັນເກັບເຕົ້າໂຮມ  ເຊື້ອພັນເຂົ້າ  ໃນຂົງ ເຂດທົ່ວປະເທດ ສປປ ລາວ. ໂດຍພາຍໃຕ້ການປະຊຸມປຶກສາຫາ ລືກັບບັນດາ  ຫ້ອງການກະສິກຳ ແລະ  ປ່າໄມ້ແຂວງ  ຂອງທຸກແຂວງ  ພາຍໃນປະ ເທດ ຈຶ່ງໄດ້ກະກຽມ ແລະ ຕົກ ລົງເຫັນດີປະຕິບັດຕາມແຜນການເຕົ້າໂຮມເຊື້ອພັນເຂົ້າ  ໃນໄລຍະ5 ປີ.  ໂດຍອີງໃສ່ລະດັບຂອງການສູນເສຍດ້ານເຊື້ອພັນເຂົ້າ  (ອັນເປັນຜົນສະທ້ອນ  ຈາກອັດຕາ  ການນຳໃຊ້ແນວພັນເຂົ້າປັບປຸງ),  ດ້ານການ ສະໜັບສະ ໜູນເບື້ອງທ້ອງຖິ່ນ,  ການພິຈາລະນາ ດ້ານຄວາມປອດໄພ  ແລະ  ຄວາມສາມາດເຂົ້າເຖີງພື້ນທີ່ເປົ້າໝາຍ  ເປັນພື້ນຖານຫຼັກ  ສຳລັບການຄັດເລືອກເຂດບຸລິມາສິດ  ໃນການເກັບເຕົ້າໂຮມເຊື້ອພັນເຂົ້າ.  ນັບແຕ່ເດືອນຕຸລາ  ປີ 1995 ເຖິງ  ເດືອນເມສາ  ປີ 2000,  ໄດ້ສຳຫຼວດທັງໝົດ 136 ຕົວເມືອງ ໃນ 17ແຂວງ ແລະ ເຂດເສດຖະກິດພິ ເສດໄຊສົມບູນ

ເຕັກນິກການເຕົ້າໂຮມເຊື້ອພັນເຂົ້າ

         ຈຸດປະສົງແມ່ນເພື່ອທ້ອນໂຮມເອົາຕົວ ຢ່າງແນວພັນເຂົ້າ  ພ້ອມດ້ວຍຂໍ້ມູນທີ່ກ່ຽວຂ້ອງໃຫ້ພຽງພໍທີ່ ຈະສາມາດເປັນ ຕົວແທນໃຫ້ແກ່ຄວາມຫຼາກຫຼາຍໃຫ້ໄດ້ສູງສຸດ  ດ້ວຍຈຳນວນຕົວຢ່າງທີ່ໜ້ອຍທີ່ສຸດ.  ເພື່ອບັນລຸຈຸດປະສົງອັນນີ້, ຄາດໝາຍແມ່ນຕ້ອງເກັບໃຫ້ໄດ້  ຢ່າງໜ້ອຍໜຶ່ງຕົວຢ່າງຂອງແຕ່ລະແນວພັນ  ຈາກທຸກຕົວເມືອງ.
          ໃນຂະນະທີ່ພວກເຮົາຮັບຮູ້ນຳກັນມາແຕ່ເບື້ອງຕົ້ນແລ້ວວ່າ  ບາງເທື່ອແນວພັນທີ່ຕ່າງກັນ  ຊາວນາພັດເອີ້ນຊື່ຄືກັນ, ແຕ່ແນວພັນອັນດຽວກັນອາດມີຊື່ແຕກຕ່າງກັນໄປ  ຕາມແຕ່ລະທ້ອງຖິ່ນ.  ການເຕົ້າໂຮມແນວພັນ  ໄດ້ເລີ່ມປະຕິ ບັດຂຶ້ນ  ໃນຊ້ວງໄລຍະທີ່ເຂົ້າກຳລັງສຸກແກ່  ຈົນຮອດໄລຍະຟາດເຂົ້າ. ເຖິງແມ່ນວ່າ ຄາດໝາຍ ສ່ວນ ໃຫຍ່ສາ ມາດບັນລຸໄດ້ໂດຍການເກັບຕົວຢ່ າງແນວພັນໂດຍກົງ ຈາກທົ່ງນາຂອງຊາວກະສິກອນ  ກ່ອນການເກັບກ່ຽວ  (ເດືອນກັນຍາ  -  ເດືອນທັນວາ),  ແຕ່ສ່ວນພື້ນທີ່  ທີ່ບໍ່ສາມາດເຂົ້າເຖິງໄດ້  ໃນຊ່ວງລະດູຝົນນັ້ນ,  ກໍ່ໄດ້ເກັບຕົວຢ່າງແນວພັນ  ພາຍຫຼັງເກັບກ່ຽວ  ຈາກລານຟາດເຂົ້າ  ຫຼື  ເລົ້າສາງ  ແຕ່ເດືອນມັງກອນ  ຫາ  ເດືອນເມສາ.  ໂດຍລວມແລ້ວ,  ແນວພັນເຂົ້າໄຮ່ສ່ວນໃຫຍ່  ແມ່ນໄດ້ເກັບເຕົ້າໂຮມພາຍຫຼັງເກັບກ່ຽວ,  ເນື່ອງຈາກມີຄວາມ
ຫຍຸ້ງຍາກໃນການເຂົ້າໄປເຖິງ  ໃນຊ່ວງໄລຍະການເພາະປູກ.
           ການເຕົ້າໂຮມແນວພັນເຂົ້າໄດ້ປະຕິບັດໂດຍມີການຕິດຕໍ່ພົວພັນ  ແລະ  ຮ່ວມມືຊ່ວຍເຫຼືອຂອງບັນດາຫ້ອງການກະສິກຳ-ປ່ າໄມ້ເມືອງ,ແຂວງ, ພະນັກງານຂອງ ກະ ຊວງ ກະສິກຳ ແລະ
ສປປ ລາວ ແລະ ຕົ້ນກຳເນີດຂອງເຂົ້າ ອາຊີ                  ຢູ່ໃນຕະກຸນເຂົ້າ Oryza ທີ່ປູກຂຶ້ນນັ້ນ, ມີເຂົ້າປ່າ 20 ຊະນິດ  ແລະ  ເຂົ້າປູກ  2 ຊະນິດ. ຢູ່ໃນເຂົ້າປ່າ 20 ຊະນິດ  ຂອງຕະກຸນ  Oryza ນັ້ນ  ມີຫົກຊະນິດທີ່ພົບເຫັນ  ໃນ  ສປປ  ລາວ (ອັບປາ ຣາວ ແລະ ຄະນະ 1998, ກູໂຣດະ ແລະ ຄະນະ, ບົດທີ 15). ໃນຈຳນວນນີ້ ເຂົ້າຕະກຸນ O. rufipogon ຊຶ່ງເປັນ
ຮູບສະແດງ 1: ຕົວຢ່າງແນວພັນເຂົ້າທີ່ເກັບເຕົ້າໂຮມໄດ້ ຈາກລະບົບນິເວດເຂົ້າໄຮ່ ແລະ ເຂົ້ານາ ພ້ອມດ້ວຍຊະນິດເຂົ້າໜຽວ ແລະ ເຂົ້າຈ້າວ ຂອງ ສປປ ລາວ



ປ່າໄມ້ ແລະ ຊ່ຽວຊານດ້ານເຊື້ອພັນພືດຂອງ ອີຣີ. ຕາມປົກກະຕິແລ້ວ  ພະນັກງານວິຊາການຂັ້ນເມືອງຈະມີຄວາມຮູ້ກ່ຽວກັບວິທີການປະຕິບັດຕ່າງໆ ແລະ ສາມາດສື່ສານກັບຊາວກະສິກອນໄດ້ຢ່າງມີປະສິດທິຜົນດີ. ຕົວຢ່າງ ແນວພັນທີ່ເກັບມາໄດ້  ລວມມີແນວພັນພື້ນເມືອງ,  ແນວພັນທີ່ມີລັກສະນະປັບປຸງເຫຼັກໜ້ອຍ, ແນວພັນລູກປະສົມທີ່ ມີການປະສົມພັນເກີດຂຶ້ນໂດຍທຳມະຊາດລະຫວ່າງ  ເຂົ້າປ່າກັບເຂົ້າປູກ  ແລະ  ເຂົ້າປ່າຊະນິດຕ່າງໆ  ຂອງຕະກຸນເຂົ້າ Oryza. ການເຕົ້າໂຮມແນວພັນ  ແມ່ນໄດ້ປະຕິບັດແຕ່ໃນພື້ນທີ່ປູກເຂົ້າລະດູຝົນ,  ໃນລະບົບນິເວດເຂົ້ານາຊົນລະປະທານລະດູແລ້ງ  ແມ່ນມີແຕ່ແນວພັນປັບປຸງເທົ່ານັ້ນ ທີ່ປູກ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ