google-site-verification: google0d91bc93cfc88895.html ການປູກເບ້ຍໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 14, 2016

ການປູກເບ້ຍໄມ້

ການປູກເບ້ຍໄມ້

ການປູກເບ້ຍໄມ້ແມ່ນການນຳເອົາເບ້ຍໄມ້ທີ່ກ້າໄວ້ມາລົງປູກໃນພື້ນທີ່, ເຊິ່ງເປັນວິທີທີ່ໄດ້ຮັບຄວາມນິຍົມເພາະເປັນວິທີທີ່ສາມາດຮັບປະກັນໄດ້ ແລະ ມີອັດຕາການລອດຕາຍສູງ, ການຍ້າຍປູກແມ່ນໄດ້ນຳເອົາເບ້ຍໄມ້ຊະນິດທີ່ໄດ້ຈາກການຂະຫຍາຍພັນແບບຕ່າງໆເຊັ່ນ: ຈາກການກ້າແກ່ນ, ການສຽບຍອດ, ການໂທມງ່າ, ການທາບງ່າ ແລະ ການຕິດຕາ ເຊິ່ງສ່ວນໃຫຍ່ຈະເປັນໄມ້ໃຫ້ໝາກ ແລະ ໄມ້ເສດຖະກິດ. ເຊິ່ງມີລາຍລະອຽດລຸ່ມນີ້:

ວັດສະດຸ ແລະ ອຸປະກອນ


  •  ລົດໄຖ (ໃຊ້ໄຖພວນດິນ, ປັບໜ້າດິນ)
  •  ພ້າ (ໃຊ້ຖາງຫຍ້າ ແລະ ອະນາໄມພື້ນທີ່ກ່ອນການປູກ)
  •  ຈົກ, ສຽມ, ຊວ້ານ (ໃຊ້ຂຸດຂຸມ)
  •  ບົວຫົດນໍ້າ (ໃຊ້ຫົດນໍ້າຂຸມ)
  •  ໄມ້ຫຼັກ (ໃຊ້ຄໍ້າຢັນເບ້ຍໄມ້)
  •  ເຊືອກມັດ (ໃຊ້ມັດໄມ້ກັບເບ້ຍໄມ້)

ຂັ້ນຕອນການປູກ

ການກະກຽມພື້ນທີ່ປູກ

ກ່ອນທີ່ເຮົາຈະກຽມພື້ນທີ່ປູກຕົ້ນໄມ້ ຄວນຕັດສິນໃຈວ່າຈະປູກຕົ້ນໄມ້ເພື່ອຈຸດປະສົງຫຍັງ, ປູກຕົ້ນໄມ້ຊະນິດໃດ ແລະໄລຍະຫ່າງເທົ່າໃດ. ເຊິ່ງການກະກຽມພື້ນທີ່ການປູກເບ້ຍໄມ້ແມ່ນຈະຄ້າຍຄືກັບການກະກຽມພື້ນທີ່ໃນການປູກແກ່ນແຕ່ຕ່າງຢູ່ບ່ອນວ່າການປູກເບ້ຍໄມ້ໃນພື້ນປ່າຊຸດໂຊມເພື່ອຟ້ືນຟູປ່າແມ່ນຈະບໍ່ມີການອະນາໄມໃຫ້ກ້ຽງ ພຽງແຕ່ອະນາໄມອ້ອມຂຸມບ່ອນທີ່ຈະປູກພືດເທົ່ານັ້ນ.
ໝາຍເຫດ: ການປູກຕົ້ນໄມ້ຄວນປະຕິບັດໃນຊ່ວງລະດູຝົນຈະໄດ້ຜົນດີທີ່ສຸດ.

ການຄັດເລືອກເບ້ຍໄມ້

ການເລືອກເບ້ຍໄມ້ທີ່ຈະນຳມາປູກຄວນສັງເກດຢ່າງລະອຽດວ່າຕົ້ນເບ້ຍໄມ້ໄດ້ຄຸນນະພາບດີຫຼືບໍ່ ເຊິ່ງເບ້ຍໄມ້ທີ່ໄດ້ຄຸນນະພາບ (ມາດຕະຖານ) ຄວນມີຄຸນລັກສະນະດັ່ງນີ້:

ກ. ລໍາຕົ້ນຕ້ອງມີຄວາມສູງລະຫວ່າງ 1-2 ເທົ່າຂອງຮາກ ຫຼື ຂະໜາດເບົ້າ
ຂ. ລໍາຕົ້ນຊື່, ມີຄວາມແຂງແຮງ, ມີຮູບຮ່າງໄດ້ຊັດສ່ວນ ແລະ ມີເຮືອນຍອດທືບ
ຄ. ມີລະບົບຮາກກະຈາຍສົມບູນ ແລະ ມີຮາກຝອຍຫຼາຍ
ງ. ສຳລັບເບ້ຍໄມ້ທີ່ໄດ້ຈາກການທາບງ່າ, ສຽບຍອດ ແລະ ຕິດຕາ ບັນດາຂໍ້ຕໍ່ຕ້ອງເຊື່ອມຕິດກັນດີ
ຈ. ເປັນເບ້ຍໄມ້ທີ່ບໍ່ມີພະຍາດ ແລະ ແມງໄມ້ເຂົ້າລົບກວນ.

ສິ່ງສຳຄັນຄວນເລືອກຊະນິດເບ້ຍໄມ້ໃຫ້ເຂົ້າກັບສະພາບພື້ນທີ່ສາມາດປູກ ແລະ ຂະຫຍາຍຕົວດີໃນພື້ນທີ່ນັ້ນ.

ການກຳນົດໄລຍະຫ່າງການປູກ

ການກຳນົດໄລຍະຫ່າງການປູກສ່ວນໃຫຍ່ໄລຍະຫ່າງການປູກເບ້ຍຈະມີ 2 ໄລຍະຄື: ໄລຍະຫ່າງລະຫວ່າງແຖວຕໍ່ແຖວແລະ ໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນ ເຊິ່ງໝາຍເຖິງໄລຍະຫ່າງໃນແຖວດຽວກັນ ໂດຍສ່ວນໃຫຍ່ແມ່ນໄດ້ກຳນົດໄລຍະຫ່າງການປູກປະມານ 2x2 ແມັດ, 2x3 ແມັດ, 3x3 ແມັດ (ສໍາລັບໄມ້ໃຫ້ໝາກ ແລະ ໄມ້ອຸດສາຫະກຳບາງປະເພດ)ແຕ່ທັງນີ້ການກຳນົດໄລຍະຫ່າງກໍ່ຂຶ້ນກັບຫຼາຍປັດໃຈເຊັ່ນ: ຊະນິດພັນໄມ້ຖ້າເປັນໄມ້ໃຫຍ່ໄວກໍ່ຄວນມີໄລຍະການປູກທີ່ກວ້າງກວ່າ ແຕ່ຖ້າເປັນໄມ້ໃຫຍ່ຊ້າກໍ່ຈະມີໄລຍະຫ່າງການປູກທີ່ແຄບກວ່າ.

ການຂົນສົ່ງເບ້ຍໄມ້

ການຂົນສົ່ງເບ້ຍໄມ້ຄວນປະຕິບັດດ້ວຍຄວາມລະມັດລະວັງ ເພື່ອບໍ່ໃຫ້ເບ້ຍໄມ້ໄດ້ຮັບການກະທົບກະເທືອນຫຼາຍ
ຖ້າເຄື່ອນຍ້າຍເບ້ຍໄມ້ໄປໃນເຂດທີ່ຫ່າງໄກ. ໃຫ້ຄຸມເບ້ຍໄມ້ດ້ວຍແສດໍາເພື່ອປ້ອງກັນບໍ່ໃຫ້ມີລົມກະທົບໃສ່ຕົ້ນໄມ້
ໂດຍກົງ. ອີກຢ່າງໜຶ່ງກໍ່ເປັນການປ້ອງກັນແສງແດດໃນເວລາເຄື່ອນຍ້າຍຕົ້ນໄມ້ບໍ່ໃຫ້ມັນແຫ່ວໃນເວລາຂົນສົ່ງ.
ຫຼັງຈາກມາເຖິງສະຖານທີ່ໄວ້ກໍ່ຄວນນຳເບ້ຍໄມ້ໄວ້ບ່ອນຮົ່ມ ແລະ ຫົດນໍ້າຈົນກວ່າເບ້ຍໄມ້ນັ້ນຈະປັບຕົວເຂົ້າ
ກັບສະພາບພື້ນທີ່ໄດ້ດີ ແລະ ແຂງແຮງດີແລ້ວຈຶ່ງນຳເອົາຕົ້ນໄມ້ນັ້ນໄປປູກໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ