google-site-verification: google0d91bc93cfc88895.html ພຶກສາຊາດພື້ນຖານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, August 13, 2016

ພຶກສາຊາດພື້ນຖານ

ລັກສະນະສັນຖານທົ່ວໄປ

ພືດຕົ້ນໜຶ່ງປະກອບດ້ວຍພາກສ່ວນທີ່ຢູ່ເທິງໜ້າດິນ ແລະ ພາກສ່ວນທີ່ຢູ່ຊັ້ນໃຕ້ດິນ.

ພືດສາມາດເກັບສະສົມສານອາຫານສໍາຮອງໄວ້ຢູ່ໃນຮາກຂອງພວກມັນ. ຫົວກາລົດສາມາດເກັບສະສົມສານອາຫານ ສໍາຮອງໄວ້ຢູ່ໃນຮາກແກ້ວຂອງມັນ ໃນຂະນະທີ່ຕົ້ນມັນຝຣັ່ງເກັບສະສົມໄວ້ຢູ່ໃນອະໄວຍະວະສະເພາະທີ່ເອີ້ນວ່າ: ຫົວ ຂອງພືດທີ່ຢູ່ໃຕ້ດິນ, ສານອາຫານສໍາຮອງເຫຼົ່ານີ້ຊ່ວຍໃຫ້ຕົ້ນພືດຍັງຄົງມີຊີວິດຢູ່ໃນຊ່ວງທີ່ປະເຊີນກັບລະດູການບໍ່ດີ (ລະດູແລ້ງ ຫຼື ລະດູໜາວ). ເນື່ອງຈາກວ່າຮາກຝອຍບໍ່ໄດ້ຂະຫຍາຍຕົວເລິກລົງໄປໃນພື້ນດິນ ແຕ່ວ່າມັນກະຈາຍຢ່າງໜາແໜ້ນຢູ່ໃກ້ໜ້າດິນ, ພືດທີ່ມີຮາກຝອຍແມ່ນເປັນສິ່ງທີ່ດີໃນການປົກຄຸມເອົາພື້ນທີ່ທີ່ກວ້າງຂວາງ ແລະ ປ້ອງກັນດິນຈາກການເຊາະເຈື່ອນ. ເຖິງຢ່າງໃດກໍຕາມ, ພືດທີ່ມີຮາກຝອຍມີຄວາມອ່ອນໄຫວຕໍ່ການຂາດປະລິມານນໍ້າຝົນຫຼາຍ ເນື່ອງຈາກວ່າຮາກດັ່ງ ກ່າວບໍ່ສາມາດຮັບນໍ້າຈາກຊັ້ນດິນທີ່ເລິກໄດ້. ພືດບາງຊະນິດສາມາດຈະເລີນເຕີບໂຕໄດ້ທັງຮາກຝອຍ ແລະ ຮາກແກ້ວ. ເຊິ່ງມັນຈະເກີດມີຮາກແກ້ວຖ້າວ່າຊັ້ນເທິງ ສຸດຂອງດິນແຫ້ງ, ເພື່ອໃຫ້ໄດ້ຮັບນໍ້າຈາກຊັ້ນດິນທີ່ເລິກກວ່າໄດ້. ຮາກຝອຍຈະມີການຈະເລີນເຕີບໂຕໄດ້ດີຖ້າຊັ້ນເທິງ ຂອງດິນມີນໍ້າ ແລະ ສານອາຫານໃຫ້ພຽງພໍກັບພືດ.
ສ່ວນທີ່ຢູ່ເທິງໜ້າດິນ


ສ່ວນທີ່ຢູ່ເທິງໜ້າດິນຂອງພືດແມ່ນລໍາຕົ້ນ, ເຊິ່ງມັນເຮັດໜ້າທີ່ປະຄັບປະຄອງລໍາຕົ້ນ, ດອກໄມ້, ໃບ ແລະ ສ່ວນອື່ນໆຢູ່ໃນໃບຂອງພືດມີສານສີຂຽວ ທີ່ເຮັດໜ້າທີ່ດູດເອົາພະລັງງານແສງຕາເວັນ, ຖ້າບໍ່ມີສິ່ງດັ່ງກ່າວຕົ້ນພືດກໍ່ບໍ່ສາ ມາດຈະເລີນເຕີບໂຕໄດ້. ໃນຂະນະທີ່ພືດຍັງມີຊີວິດຢູ່ມັນຈະປ່ອຍກາສອອກມາເຊິ່ງເປັນກາສອົກຊີແຊນທີ່ພວກເຮົາຫາຍໃຈເອົາ ແລະ ດູດເອົາກາສຊະນິດອື່ນເຂົ້າໄປແທນ. ການສັບປ່ຽນນີ້ເກີດຂຶ້ນຢູ່ໃນໃບຂອງພືດ. ດອກໄມ້ແມ່ນອະໄວຍະວະສືບພັນຂອງພືດເຊິ່ງມັນຈະມີທັງອະໄວຍະວະເພດຜູ້ ແລະ ເພດແມ່. ບາງທີດອກໄມ້ກໍ່ປ່ຽນຮູບເປັນໝາກໄມ້ທ ີ່ມີແກ່ນ. ສໍາລັບສ່ວນທີ່ຢູ່ຊັ້ນໃຕ້ດິນ, ຮາກເຮັດໃຫ້ພືດຄົງທີ່ຢູ່ໃນດິນ ແລະ ໜ້າທີ່ໂດຍພື້ນຖານຂອງມັນແມ່ນຮັບເອົານໍ້າ ແລະ ສານອາຫານທີ່ຈໍາເປັນຈາກດິນ ເພື່ອໃຫ້ຕົ້ນໄມ້ຈະເລີນເຕີບໂຕ. ຮາກປະກອບດ້ວຍສອງໂຄງສ້າງຄື:
ກ. ຮາກແກ້ວແມ່ນມີຢູ່ໜຶ່ງ ຫຼື ສອງຮາກຫຼັກ ເຊິ່ງຈະມີສະເພາະພືດໃບລ້ຽງຄູ່ເທົ່ານັ້ນ. ຮາກຊະນິດນີ້ຈະຊ່ວຍໃຫ້ພືດໄດ້ຮັບນໍ້າຈາກຊັ້ນດິນທີ່ເລິກລົງໄປ.
ຂ. ຮາກຝອຍ ແມ່ນຖືກສ້າງຂຶ້ນຈາກຮາກບາງໆປະລິມານຫຼາຍທີ່ເກີດຂຶ້ນຢູ່ເທິງໜ້າດິນ. ໂດຍປົກກະຕິແລ້ວສ່ວນລໍາຕົ້ນຈະຢູ່ເທິງໜ້າດິນ, ແຕ່ວ່າມັນຍັງມີສ່ວນເສີມຕໍ່ກັນຢູ່ຊັ້ນໃຕ້ດິນ ເຊັ່ນ: ສ່ວນເຫງົ້າ (ແນວນອນ) ຫຼື ສ່ວນຫົວ
(ແນວຕັ້ງ), ເຊິ່ງສ່ວນດັ່ງກ່າວເຮັດໃຫ້ລໍາຕົ້ນທີ່ຢູ່ເທິງໜ້າດິນຈະເລີນເຕີບໂຕຂຶ້ນ.

ພືດສາມາດເກັບສະສົມສານອາຫານ
ພືດສະສົມສານອາຫານ


              ພືດສາມາດເກັບສະສົມສານອາຫານສໍາຮອງໄວ້ຢູ່ໃນຮາກຂອງພວກມັນ. ຫົວກາລົດສາມາດເກັບສະສົມສານອາຫານສໍາຮອງໄວ້ຢູ່ໃນຮາກແກ້ວຂອງມັນ ໃນຂະນະທີ່ຕົ້ນມັນຝຣັ່ງເກັບສະສົມໄວ້ຢູ່ໃນອະໄວຍະວະສະເພາະທີ່ເອີ້ນວ່າ: ຫົວຂອງພືດທີ່ຢູ່ໃຕ້ດິນ, ສານອາຫານສໍາຮອງເຫຼົ່ານີ້ຊ່ວຍໃຫ້ຕົ້ນພືດຍັງຄົງມີຊີວິດຢູ່ໃນຊ່ວງທີ່ປະເຊີນກັບລະດູການບໍ່ດີ(ລະດູແລ້ງ ຫຼື ລະດູໜາວ).ເນື່ອງຈາກວ່າຮາກຝອຍບໍ່ໄດ້ຂະຫຍາຍຕົວເລິກລົງໄປໃນພື້ນດິນ ແຕ່ວ່າມັນກະຈາຍຢ່າງໜາແໜ້ນຢູ່ໃກ້ໜ້າດິນ,ພືດທີ່ມີຮາກຝອຍແມ່ນເປັນສິ່ງທີ່ດີໃນການປົກຄຸມເອົາພື້ນທີ່ທີ່ກວ້າງ ຂວາງ ແລະ ປ້ອງກັນດິນຈາກການເຊາະເຈື່ອນ.ເຖິງຢ່າງໃດກໍຕາມ, ພືດທີ່ມີຮາກຝອຍມີຄວາມອ່ອນໄຫວຕໍ່ການ ຂາດປະລິມານນໍ້າຝົນຫຼາຍ ເນື່ອງຈາກວ່າຮາກດັ່ງກ່າວບໍ່ສາມາດຮັບນໍ້າຈາກຊັ້ນດິນທີ່ເລິກໄດ້.
              ພືດບາງຊະນິດສາມາດຈະເລີນເຕີບໂຕໄດ້ທັງຮາກຝອຍ ແລະ ຮາກແກ້ວ. ເຊິ່ງມັນຈະເກີດມີຮາກແກ້ວຖ້າວ່າຊັ້ນເທິງສຸດຂອງດິນແຫ້ງ, ເພື່ອໃຫ້ໄດ້ຮັບນໍ້າຈາກຊັ້ນດິນທີ່ເລິກກວ່າໄດ້. ຮາກຝອຍຈະມີການຈະເລີນເຕີບໂຕໄດ້ດີຖ້າຊັ້ນເທິງຂອງດິນມີນໍ້າ ແລະ ສານອາຫານໃຫ້ພຽງພໍກັບພືດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ