ຕົ້ນ ດອກແຄຂົນ [Ton Khae Khon]
ຊື່ວິທະຍາສາດ: Markhamia stipulata
ຂ້ອຍແມ່ນຕົ້ນດອກແຄຂົນ ເປັນໄມ້ຢືນຕົ້ນ, ມີອາຍຸຫຼາຍປີ ແລະ ມີການກະຈາຍພັນຢູ່ປະເທດລາວ, ຫວຽດນາມ, ກຳປູເຈຍ, ໄທ, ມ່ຽນມ້າ, ພາກໃຕ້ຂອງຈີນ ແລະອິນເດຍ. ຂ້ອຍມັກເກີດຕາມປ່າໂຄກ, ປ່າປະສົມ ແລະ ປ່າດົງດິບອີກ. ລຳຕົ້ນຂອງຂ້ອຍ ສູງ 10-15 ມ, ເສັ້ນຜ່າກາງ 50-80 ຊມ, ເປືອກລຽບ ອອກສີເທົາແກມເຫຼືອງ.ໃບ ແມ່ນໃບປະສົມແບບຂົນນົກ ປາຍຄີກ, ຍາວ 23-25 ຊມ, ໃບຍ່ອຍມີຮູບຂອບຂະໜານແກມຮູບຫອກ, ປາຍໃບແຫຼມ, ກົກໃບມົນ, ກ້ານໃບຍ່ອຍ ຍາວ 1 ຫາ 4 ຊມ.ພິເສດ ໃບອ່ອນ ມີຂົນດົກໜາ ກວ່າສ່ວນອ່ືນໆ ທັງໃບຍ່ອຍອ່ອນກໍ່ໂກບງໍເຂົ້າຫາກັນຕ່າງຈາກ ຊະນິດອື່ນໃນຕະກຸນດຽວກັນ. ດອກ ອອກເປັນຊໍ່ ຍາວ 4-5 ຊມ. ດອກຈູມອອກສີແດງອົມມ້ວງແກມເຫຼືອງ, ເວລາບານ ຈຶ່ງອອກສີເຫຼືອງເຂັ້ມ ຫຼື ເຫຼືອງຈືດໆ.ກາບດອກ ມີ 5 ກາບ, ຕີນກາບດອກ ເຊື່ອມຕິດກັນເປັນ ຫຼອດ ຮູບກະດິ່ງ ແລະ ກີບດອກ ມີ 5 ກີບ ເຊື່ອມຕິດກັນເປັນຫຼອດ ຮູບກະດິ່ງເຊັ່ນດຽວ, ສ່ວນປາຍສຸດຂອງກີບດອກ ແຍກເປັນ 5 ແສກ ບິດບ້ຽວ ບໍ່ເທົ່າກັນ, ເກສອນຜູ້ມີ 4 ອັນ. ເຕົ້າໄຂ່ ໜຶ່ງອັນ.ໝາກ ເປັນຝັກຍາວແປ, ຍາວ 40-50 ຊມ, ໝາກຂອງຂ້ອຍ ເວລາແກ່ ມີຂົນແລບດົກໜາເປັນຈຸ້ມໆ, ໝາກ ມີສີຂ້ອນຂ້າງສີກ່ຳເປື້ອນ ເຮັດໃຫ້ຜູ້ຄົນຍ່າງ ກາຍເວລາເຫັນຂ້ອຍ ນອກເສຍຈາກວ່າ ເຄີຍໄດ້ຮູ້ຈັກລົດຊາດຂອງຂ້ອຍແລ້ວ, ເວລາແກ່ ມັນຈະ
ແຕກ ອອກເປັນ 2 ປ່ຽງ. ແກ່ນ ມີປີກບາງສີຂາວຫຸ້ມໄວ້. ຂ້ອຍອອກດອກເດືອນກັນຍາເຖິງເດືອນທັນວາ. ໝາກແກ່ ເດືອນກຸມພາ ເຖິງເດືອນມີນາ ຊຶ່ງຈະເຫັນແມ່ຄ້າມາຈາກຊົນນະບົດໂດຍສະເພາະ ວາງຂ້ອຍຂາຍຢູ່ຕາມ ທ້ອງຕະຫຼາດ.ຂ້ອຍມີປະໂຫຍດຫຼາຍຢ່າງ ເຊັ່ນ: ໃຊ້ເປັນຢາ ໂດຍຖາກເອົາ ເປືອກຂອງລຳຕົ້ນມາອົມເພື່ອປົວອາການປາກເປັນກາງ, ແຊ່ເປືອກດິບ ແລ້ວກິນເປັນຢາປົວອາການເຫຼືອງ.ສ່ວນດອກ ເພິ່ນເອົາມາປຸງແຕ່ງອາຫານເອກກະລັກຢ່າງໜຶ່ງ ເຊັ່ນ ໜຶ້ງດອກແລ້ວຊຸບ ປະສົມກັບຜັກອື່ນ ຫຼື ຊຸບ ແຕ່ມັນ,ປຸງແຕ່ງເປັນແຈ່ວ, ຕຳໃສ່ຂີງແລ້ວຂົ້ວ ຫຼື ເຮັດອົ່ວດອກແຄ ຊຶ່ງ ເປັນອາຫານທີ່ແຊບຊ້ອຍ ແລະ ຮູ້ກັນຢ່າງກວ້າງຂວາງ. ສ່ວນໝາກເພິ່ນເອົາມາເຜົາແລ້ວຕໍາແຈ່ວເຊັ່ນດຽວກັນ. ນອກຈາກທີ່ເປັນຜັກ ທີ່ຊາວລາວ ມັກບໍລິໂພກແລ້ວຊຸມຊົນໃນເຂດພາກອີ່ສານຂອງ ປະເທດໄທ ກໍນິຍົມບໍລິໂພກດອກແຄເຊັ່ນດຽວກັນ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ