google-site-verification: google0d91bc93cfc88895.html ຢາປາບສັດຕູພືດຈາກທໍາມະຊາດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, August 15, 2016

ຢາປາບສັດຕູພືດຈາກທໍາມະຊາດ


ຢາປາບສັດຕູພືດຈາກທໍາມະຊາດລ້ວນແຕ່ປອດສານພິດ, ລາຄາຖືກ ແລະ ມີປະສິດທິພາບໃນການຄວບຄຸມສັດຕູພືດ. ຢາປາບສັດຕູພືດຊະນິດນີ້ ສາມາດປຸງແຕ່ງໄດ້ຈາກສ່ວນປະກອບທີ່ຫຼາກຫຼາຍ ເຊິ່ງສາມາດຊອກຫາໄດ້ງ່າຍ. ການບໍ່ນໍາໃຊ້ສານເຄມີແມ່ນເປັນຜົນດີຕໍ່ສິ່ງແວດລ້ອມຫຼາຍກວ່າ, ບໍ່ເສຍຄ່າໃຊ້ຈ່າຍ, ດີຕໍ່ຜູ້ປູກ, ຜູ້ບໍລິໂພກ ແລະ ຜູ້ເກັບກ່ຽວ. ເວລາທີ່ທ່ານສີດພົ່ນຢາປາບສັດຕູພືດຈາກທໍາມະຊາດໃສ່ພືດຂອງທ່ານພະຍາຍາມ ສີດໃສ່ທາງລຸ່ມຂອງໃບ ເພາະມີ ສັດຕູພືດຈໍານວນຫຼາຍລີ້ອາໄສຢູ່ທີ່ນັ້ນ.

ສະເປຼ ໝາກເຜັດ / ຫົວກະທຽມ

ສັດຕູພືດທີ່ຄວບຄຸມໄດ້: ບົ້ງ, ເພ້ຍໄຟ, ໄຮແມງມຸມແດງ, ແມງມີ່ຂາວ, ຕັກແຕນ, ມົດ ແລະ ປວກ. ສະເປຼນີ້ໃຊ້
ໄດ້ກັບສັດຕູພືດເກືອບທຸກໆຊະນິດຍົກເວັ້ນເພ້ຍ (ໃຫ້ນໍາໃຊ້ສະເປຼນໍ້າສະບູສໍາລັບເພ້ຍ) ວິທີບົດໝາກເຜັດ 1 ກິໂລ
ປົນກັບຫົວກະທຽມ 1 ກິໂລ ແລະ ໃບຢາສູບ 1-2 ໃບ. ເຕີມເຫຼົ້າຂາວ 1 ລິດໃສ່ ແລະ ປະໄວ້ 1 ອາທິດ. ຈາກນັ້ນໃຊ້ຜ້າຝ້າຍຕອງເອົານໍ້າຂອງມັນ. ຖ້າບໍ່ມີໃບຢາສູບ, ທ່ານສາມາດໃຊ້ຢາສູບ 2 ກອກແທນກໍ່ໄດ້.
ສະເປຼ ໝາກເຜັດ / ຫົວກະທຽມ
ສະເປຼ ໝາກເຜັດ / ຫົວກະທຽມ

ສະເປຼນໍ້າສະບູ

ສັດຕູພືດທີ່ຄວບຄຸມໄດ້:ເພ້ຍ, ເພ້ຍໄຟ, ໄຮແມງມຸມແດງ, ແມງມີ່ຂາວ
ວິທີປຸງແຕ່ງ:ປະສົມນໍ້າສະບູ 30 ມີລີລິດ ກັບເຫຼົ້າຂາວ 30 ມີລີລິດ ແລະ ນໍ້າ 1 ລິດ ນໍ້າຢາສາມາດນໍາໃຊ້ໄດ້ເລີຍ ຫຼັງຈາກປະສົມແລ້ວ. ສັ່ນຂວດນໍ້າຢາກ່ອນນໍາໃຊ້.ສັດຕູພືດທີ່ຄວບຄຸມໄດ້:ແມງລີ້ນໝາ ແລະ ຫອຍທາກ, ໜອນ, ໄຮແມງມຸມແດງ
ວິທີປຸງແຕ່ງ:ປະສົມເຫຼົ້າຂາວ 1 ລິດ ກັບນໍ້າໝາກນາວ (5%) 0,5 ລິດ, ນໍ້າສະກັດຊີວະພາບ 0,5 ລິດ ແລະ ກາກນໍ້າຕານ 0,5 ລິດ. ປະໄວ້ 1 ວັນ. ຢາທີ່ປະສົມແລ້ວສາມາດຮັກສາໄວ້ໄດ້ດົນເຖິງ 6 ເດືອນໃນບ່ອນມືດ ແລະ ແຫ້ງໃນການສີດພົ່ນໃຫ້ໃຊ້ນໍ້າຢານີ້ 10 ມີລີລິດ (1-2 ບ່ວງແກງ) ປົນກັບນໍ້າ 10 ລິດ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ