google-site-verification: google0d91bc93cfc88895.html ການເກັບກ່ຽວຜົນຜະລິດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, August 16, 2016

ການເກັບກ່ຽວຜົນຜະລິດ

ການເກັບກ່ຽວຜົນຜະລິດ
ການເກັບກ່ຽວຜົນຜະລິດ

ການເກັບກ່ຽວຄືເວລາແຫ່ງຄວາມມ່ວນຊື່ນເພາະທ່ານໄດ້ເກັບກ່ຽວເອົາໝາກຜົນຈາກສິ່ງທີ່ທ່ານໄດ້ເພາະປູກ ແລະ ບົວລະບັດຮັກສາມາໃນຊ່ວງເວລາຫຼາຍອາທິດ ແລະ ຫຼາຍເດືອນທີ່ຜ່ານມາ. ເຊິ່ງສິ່ງທີ່ເປັນໜ້າຊື່ນຊົມຍິນດີຂຶ້ນໄປ
ອີກກໍ່ຄືທ່ານຈະພູມໃຈໃນຄວາມແຊບຊ້ອຍຂອງອາຫານທີ່ທ່ານປຸງແຕ່ງຈາກພືດພັນທັນຍາຫານ ແລະ ພືດສະໝຸນ
ໄພຕ່າງໆຂອງທ່ານເອງ ມັນເປັນສິ່ງທີ່ສໍາຄັນທີ່ຕ້ອງຮູ້ວ່າ ເວລາໃດຜົນລະປູກແຕ່ລະຊະນິດພ້ອມທີ່ຈະຖືກ ເກັບ ກ່ຽວ ເພື່ອທ່ານຈະໄດ້ເກັບກ່ຽວພວກມັນໃນເວລາທີ່ຖືກຕ້ອງ ແລະ ເໝາະສົມ. ຜົນລະປູກບາງຊະນິດຕ້ອງສຸກທີ່ຕົ້ນ ຂອງມັນໃນຂະນະທີ່ບາງຊະນິດສາມາດສຸກຢູ່ນອກຕົ້ນກໍ່ໄດ້.ການເກັບກ່ຽວຕ້ອງເຮັດຢ່າງລະມັດລະວັງເພື່ອບໍ່ໃຫ້ຜົນລະປູກເສຍຫາຍ. ຄວນຄັດເລືອກເອົາສະເພາະແຕ່ຜົນຜະລິດທີ່ມີສະພາບສົມບູບເທົ່ານັ້ນເພື່ອເກັບຮັກສາໄວ້, ສ່ວນຜົນຜະລິດທີ່ເສຍຫາຍ ຫຼື ບໍ່ສົມບູນຕ້ອງຖືກນໍາໃຊ້ທັນທີຫຼັງຈາກເກັບກ່ຽວ, ທ່ານສາມາດເອົາຜົນລະປູກທີ່ບໍ່ສົມບູນເຫຼົ່ານີ້ໄປໃສ່ຄອກຝຸ່ນບົ່ມ ຫຼື ເອົາໄປຜະລິດເປັນນໍ້າສະກັດຊີວະພາບກໍ່ໄດ້. ເວລາສໍາລັບການເກັບກູ້ຜົນ ລະປູກທີ່ເໝາະສົມທີ່ສຸດແມ່ນໃນຕອນເຊົ້າທີ່ອາກາດຍັງເຢັນຢູ່. ຜັກ ແລະ ໝາກໄມ້ທີ່ເກັບກູ້ໃນເວລາອຸນຫະ ພູມເຢັນຈະສາມາດເກັບຮັກສາໄວ້ໄດ້ດົນກວ່າຈໍາພວກທີ່ເກັບໃນເວລາອາກາດຮ້ອນ. ຕ້ອງໝັ່ນກວດກາເປັນປຈໍາ ເພື່ອຜົນລະປູກຈະຖືກເກັບກູ້ໃຫ້ທັນເວລາ ແລະ ກໍ່ຈະບໍ່ເປັນການປະໃຫ້ຜົນລະປູກສຸກເກີນໄປ ມັນເປັນສິ່ງສຳຄັນຫຼາຍໃນການເກັບແກ່ນແນວພັນຂອງພືດຜັກທຸກໆຊະນິດ ເພື່ອຈົ່ງແກ່ນແນວພັນໄວ້ສໍາລັບລະດູການເພາະປູກຕໍ່ໄປ. 

ການເກັບກ່ຽວ
ການເກັບກ່ຽວ

ຄວນຮັກສາພືດທີ່ແຂງແຮງດີປະມານ 2-3 ຕົ້ນໄວ້ໃນໜານ, ປ່ອຍໃຫ້ພວກມັນໃຫຍ່ຈົນອອກດອກ ແລະ ໃຫ້ແກ່ນ.
ພາຍຫຼັງທີ່ດອກບານແລ້ວ, ຝັກຂອງແກ່ນໃນເບື້ອງຕົ້ນຈະເປັນສີຂຽວ ແລະ ມີລັກສະນະອ່ອນນຸ້ມຫຼາຍ. ສໍາລັບການເກັບເອົາແກ່ນ ຫຼື ແນວພັນ, ຕ້ອງລໍຖ້າຈົນກວ່າຝັກກາຍເປັນສີນໍ້າຕານ ແລະ ແກ່ຂຶ້ນກ່ອນ. ຄວນເກັບກູ້ແກ່ນແນວພັນໃນຕອນສວຍເວລາທີ່ມັນແຫ້ງ ເພື່ອຫຼີກເວັ້ນບໍ່ໃຫ້ພວກມັນຂຶ້ນລາໃນເວລາເກັບຮັກສາ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ