google-site-verification: google0d91bc93cfc88895.html ນ້ຳ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, August 13, 2016

ນ້ຳ

ນໍ້າເປັນສ່ວນປະກອບທີ່ສຳຄັນຂອງສິ່ງທີ່ມີຊີວິດ ພືດມີນໍ້າເປັນສ່ວນປະກອບຫຼັກປະມານ 75-90%. ນໍ້າຈຶ່ງມີບົດບາດໃນການດຳລົງຊີວິດຈົນເຖິງການຈະເລີນເຕີບໂຕຂອງພືດ ເຊິ່ງເລີ່ມຕັ້ງແຕ່ການແຕກງອກຂອງແກ່ນຈົນເຖິງການອອກດອກອອກໝາກຖ້າພືດຂາດນໍ້າຫຼາຍໃນເວລາຍາວນານຈະເຮັດໃຫ້ພືດອາດຕາຍໄດ້. ຄວາມສຳຄັນຂອງນໍ້າຕໍ່ການຈະເລີນເຕີບໂຕຂອງພືດ
ກ. ນໍ້າມີຜົນຕໍ່ຂະບວນການຕ່າງໆໃນການຈະເລີນເຕີບໂຕຂອງພືດ ແມ່ນຕ້ອງການນໍ້າເພື່ອໃຊ້ໃນຂະບວນການຂະຫຍາຍຕົວຂອງຈຸລັງຖ້າພືດຂາດນໍ້າຈຸລັງຈະຂະຫຍາຍຕົວບໍ່ເຕັມທີ່ເຮັດໃຫ້ພາກສ່ວນຕ່າງໆຂອງພືດນ້ອຍແລະ ແຄະລົງ.
ຂ. ນໍ້າເປັນປັດໃຈທີ່ສຳຄັນໃນການລຳລຽງອາຫານ, ແຮ່ທາດຕ່າງໆ ນໍ້າເປັນຕົວລະລາຍອາຫານ ແລະ ແຮ່ທາດ
ມັນເປັນຕົວກາງໃນການລຳລຽງແຮ່ທາດໃນດິນ ເມື່ອຮາກພືດດູດແຮ່ທາດເຂົ້າມາໃນລຳຕົ້ນ ນໍ້າຈະເປັນຕົວລຳລຽງ
ຂຶ້ນໄປທີ່ໃບ ເພື່ອເປັນສ່ວນປະກອບໃນຂະບວນການສັງເຄາະແສງ ມາເປັນອາຫານແລ້ວນໍ້າຈະລຳລຽງອາຫານທີ່ໄດ້ອອກໄປລໍ່ລ້ຽງພາກສ່ວນຕ່າງໆຂອງພືດຕໍ່ໄປ.
ຄ. ນໍ້າເປັນຕົວຮັກສາຮູບຮ່າງຂອງຈຸລັງ ແລະ ຕົ້ນພືດ ຈຸລັງທີ່ມີຊີວິດຂອງພືດຈະຕ້ອງເປັນຈຸລັງທີ່ມີນໍ້າບັນຈຸຢູ່ເຕັມຖ້າພາຍໃນຈຸລັງມີນໍ້າບໍ່ເຕັມຈຸລັງກໍ່ຈະແຫ່ວຫາກຕົ້ນໄມ້ແຫ່ວເກີນໄປຫຼາຍກໍ່ຈະເຮັດໃຫ້ຕົ້ນໄມ້ຕາຍໄປໃນທີ່ສຸດ.
ງ. ນໍ້າເປັນປັດໃຈທີ່ສຳຄັນໃນຂະບວນການທາງສະລິລະວິທະຍາ ແລະ ຂະບວນການທາງເຄມີພາຍໃນພືດ ຫຼື ສິ່ງ
ທີ່ມີຊີວິດເຊັ່ນ: ຂະບວນການສັງເຄາະແສງ, ຂະບວນການຫາຍໃຈ, ການດູດແຮ່ທາດອາຫານ, ການສັງເຄາະແສງ
ຕ່າງໆທີ່ໃຊ້ໃນການຈະເລີນເຕີບໂຕ ແລະ ອື່ນໆ. ນອກຈາກນີ້ ນໍ້າຍັງເປັນປັດໃຈທີ່ກ່ຽວຂ້ອງກັບການຄວບຄຸມປະ ກົດການຈະເລີນເຕີບໂຕດ້ານອື່ນໆເຊັ່ນ: ການແຕກງອກຂອງແກ່ນ, ການພັກຕົວຂອງພືດ ແລະ ການອອກດອກເປັນຕົ້ນ.

ວົງຈອນຊີວິດຂອງນ້ຳ

ການໝູນວຽນຂອງນໍ້າແມ່ນເລີ່ມຈາກແສງແດດທີ່ສ່ອງລົງມາຍັງໂລກ, ພະລັງງານຈາກແສງແດດນີ້ຈະມີຜົນຕໍ່ການລະເຫີຍອາຍຂອງນ້ໍາໃນມະຫາສະໝຸດ, ແມ່ນ້ໍາຕ່າງໆ ແລະ ຈາກການຄາຍນໍ້າຂອງພືດ. ອາຍນໍ້າເຫຼົ່ານີ້ຈະລອຍຂຶ້ນສູ່ຊັ້ນບັນຍາກາດ ເມື່ອອາຍນໍ້າຖືກກະທົບກັບຄວາມເຢັນຈະເກີດການຄວບແໜ້ນ ຫຼື ເກີດການລວມຕົວຂອງອາຍນໍ້າກາຍເປັນກ້ອນເມກ, ໃນທີ່ສຸດກໍຈະກັ່ນຕົວກາຍເປັນຝົນລວມເຖິງຫິມະ ແລະ ໝາກເຫັບແລ້ວຕົກລົງມາສູ່ພື້ນດິນກາຍເປັນແມ່ນໍ້າລຳເຊຕ່າງໆ ແລະ ໄຫຼລົງໄປຍັງມະຫາສະໝຸດແລ້ວກໍ່ຈະໜູນວຽນແບບນີ້ໄປເລື້ອຍໆ.
hukased.blogspot.com/

ວົງຈອນຊີວິດຂອງນ້ຳ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ