google-site-verification: google0d91bc93cfc88895.html ຝຸ່ນບົ່ມ ແລະ ການຄຸມດິນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, August 15, 2016

ຝຸ່ນບົ່ມ ແລະ ການຄຸມດິນ

ການເຮັດຝຸ່ນບົ່ມ ຝຸ່ນບົ່ມແມ່ນສ່ວນປະກອບຂອງທໍາມະຊາດທີ່ມີລາຄາຖືກທີ່ສຸດ ການໃຊ້ຝຸ່ນບົ່ມແມ່ນງ່າຍດາຍ.
ຝຸ່ນບົ່ມ ແລະ ການຄຸມດິນ

ການເຮັດຝຸ່ນບົ່ມ

ຝຸ່ນບົ່ມແມ່ນສ່ວນປະກອບຂອງທໍາມະຊາດທີ່ມີລາຄາຖືກທີ່ສຸດ ການໃຊ້ຝຸ່ນບົ່ມແມ່ນງ່າຍດາຍ. ເປັນວິທີທີ່ຈະຮັກສາສວນໃຫ້ມີສຸຂະພາບແຂງແຮງ. ສະໜອງສານອາຫານທີ່ສໍາຄັນໃຫ້ແກ່ພືດ ແລະ ຍັງປັບປຸງດິນໂດຍການຮັກສານໍ້າ, ອາກາດໃນດິນຊ່ວຍໃຫ້ຮາກຂອງພືດຫາຍໃຈສະດວກ. ຊ່ວຍກະຕຸ້ນການເຮັດວຽກຂອງແບັກທີເຣຍ. ວິທີທີ່ດີທີ່ສຸດໃນການໃສ່ຝຸ່ນກໍ່ຄື ປະສົມຝຸ່ນໃສ່ກັບໜ້າດິນສ່ວນເທິງສຸດ ໜາປະມານ 20-30 ຊັງຕີແມັດ. ແຕ່ທ່ານກໍ່ສາມາດນໍາໃຊ້ຝຸ່ນເພື່ອປົກໜານຜັກກໍ່ໄດ້. ການປົກໜານໃຫ້ໜາຢ່າງໜ້ອຍ 5 ຊັງຕີແມັດ. ເຮັດເປັນຊັ້ນໆຂອງຝຸ່ນແຫ້ງປົກເທິງໜ້າດິນເພື່ອຮັກສາຄວາມຊຸ່ມ, ປ້ອງກັນບໍ່ໃຫ້ຫຍ້າຂຶ້ນໃນສວນ

ການເຮັດຝຸ່ນບົ່ມ

ສ່ວນປະກອບຂອງຝຸ່ນບົ່ມ:

ສິ່ງເສດເຫຼືອສີຂຽວຈໍານວນ 50% ສິ່ງເສດເຫຼືອສີນໍ້າຕານຈໍານວນ 50%:

  • ຫຍ້າ ແລະ ວັດຊະພືດອື່ນໆ
  • ເຈ້ຍ
  • ເສດຜັກຈາກເຮືອນຄົວ
  • ເຈ້ຍແຂງ
  • ອາຈົມຂອງສັດ (ຂີ້ໄກ່, ຂີ້ຄວາຍ ແລະ ອື່ນໆ)
  • ກາບໄມ້
  • ຂົນສັດ
  • ເຟືອງ ແລະ ແກບ
  • ກາກກາເຟບົດ
  • ໃບໄມ້ແຫ້ງ, ດິນ

ຈົ່ງລະມັດລະວັງ, ຢ່າປົນສິ່ງທີ່ທ່ານບໍ່ຕ້ອງການເອົາໄປລົງໃນກອງບົ່ມຝຸ່ນ. ຫ້າມປົນອາຫານທີ່ປຸງແຕ່ງສຸກແລ້ວ
(ລວມທັງຊີ້ນ ແລະ ປາ), ເນື້ອໄມ້ຂະໜາດໃຫຍ່, ຢາງ, ເຫຼັກ, ແກ້ວ, ຜ້ານີລົງ ຫຼື ໄຍສັງເຄາະຕ່າງໆ.

ວິທີເຮັດຝຸ່ນບົ່ມ:


  • ເຮັດເປັນຊັ້ນທັບຊ້ອນກັນ ເຊິ່ງແຕ່ລະຊັ້ນມີຄວາມສູງ 20-30 ຊັງຕີແມັດ (ສິ່ງເສດເຫຼືອທີ່ເປັນສີນໍ້າຕານໜຶ່ງຊັ້ນ,ດິນປົນກັບຂີ້ເປັດ, ຂີ້ໄກ່, ຂີ້ຄວາຍ ຫຼື ຂີ້ສັດອື່ນໆໜຶ່ງຊັ້ນ, ສິ່ງເສດເຫຼືອສີຂຽວໜຶ່ງຊັ້ນ ແລະ ເຮັດຄືນແບບເກົ່າໄປເລື້ອຍໆ).
  • ເຕີມນໍ້າສະກັດຊີວະພາບລົງໄປເພື່ອຊ່ວຍກະຕຸ້ນການຍ່ອຍສະຫຼາຍຂອງອົງຄະທາດຕ່າງໆ. ປະສົມນໍ້າສະກັດຊີວະພາບປະມານ 10 ຊີຊີ ກັບນໍ້າ 10 ລິດ. ຖອກເຕີມໃສ່ກອງຝຸ່ນບົ່ມທຸກໆສອງອາທິດ.
  • ຮັກສາຝຸ່ນບົ່ມໄວ້ໃນບ່ອນທີ່ຮົ່ມ ແລະ ແຫ້ງເຊັ່ນ: ເກັບຮັກສາໄວ້ບໍລິເວນທີ່ບັນຈຸຝຸ່ນເຊິ່ງອ້ອມດ້ວຍຮົ້ວໄມ້ໄຜ່ແລະ ມຸງຫຼັງຄາ.
  • ປີ້ນກອງຝຸ່ນບົ່ມສີ່ຄັ້ງຕໍ່ເດືອນ ແລະ ເຕີມນໍ້າໃສ່ເລັກນ້ອຍເວລາປີ້ນກອງຝຸ່ນບົ່ມ, ພະຍາຍາມຮັກສາຄວາມຊຸ່ມຂອງກອງຝຸ່ນແຕ່ບໍ່ໃຫ້ມັນປຽກ, ຝຸ່ນບົ່ມທີ່ດີຈະບໍ່ມີກິ່ນເໝັນ, ຖ້າຮູ້ສຶກວ່າມັນມີກິ່ນເໝັນແຮງສະແດງວ່າມັນປຽກໂພດຕ້ອງປີ້ນຫຼາຍເທື່ອຂຶ້ນຕື່ມ.
  • ຕາມທໍາມະດາການເຮັດຝຸ່ນບົ່ມຈະໃຊ້ເວລາປະມານສາມເດືອນ ເພື່ອພ້ອມສໍາລັບເອົາໄປນໍາໃຊ້ໄດ້.
  • ຕ້ອງນໍາໃຊ້ພຽງແຕ່ຝຸ່ນບົ່ມທີ່ບົ່ມແລ້ວເທົ່ານັ້ນ ຝຸ່ນບົ່ມທີ່ບົ່ມແລ້ວຈະມີໂຄງສ້າງຂອງອົງປະກອບຕ່າງໆທີ່ສອດຄ່ອງ ແລະ ກົມກືນກັນ, ມີກິ່ນດິນທີ່ດີ ແລະ ເມັດພືດທໍາມະຊາດຈະເລີ່ມແຕກໜໍ່.

ວິທີນໍາໃຊ້ຝຸ່ນບົ່ມ:


  • ໃຊ້ປົກຄຸມ: ວາງອ້ອມຕົ້ນພືດເຮັດເປັນຊັ້ນໜາປະມານ 1 ຊັງຕີແມັດ ເພື່ອຮັກສາຄວາມຊຸ່ມຊື່ນຂອງດິນ
  • ໃຊ້ປະສົມເປັນດິນປູກ: ປະສົມໜຶ່ງສ່ວນຂອງຝຸ່ນບົ່ມກັບດິນຊັ້ນເທິງສອງສ່ວນ ເພື່ອໃຫ້ໄດ້ດິນປູກທີ່ດີ. 
  • ໃຊ້ເພື່ອປັບປຸງດິນ: ໃສ່ຝຸ່ນບົ່ມໃນໜານຜັກຕ່າງໆ ເພື່ອປັບປຸງຄຸນນະພາບຂອງດິນ.

ການຄຸມດິນ

ແມ່ນວິທີໜຶ່ງທີ່ສາມາດຮັກສາຄວາມຊຸ່ມຊື່ນໃນດິນໄດ້ດີທີ່ສຸດ ແລະ ຍັງປະຢັດຄ່າໃຊ້ຈ່າຍໄດ້ຫຼາຍອີກ ໂດຍການໃຊ້ວັດສະດຸຕ່າງໆຈາກທຳມະຊາດມາຄຸມດິນເພື່ອເກັບຮັກສາດິນ ແລະ ນໍ້າເຊັ່ນ: ເສດຊາກພືດ, ໃບໄມ້, ເຟືອງເຂົ້າ ຫຼື ວັດສະດຸອື່ນໆ. ການຄຸມດິນດ້ວຍວິທີຕ່າງໆທີ່ກ່າວມານັ້ນ ແມ່ນສາມາດຫຼຸດຜ່ອນປະລິມານນໍ້າທີ່ໄຫຼອອກຈາກຕົ້ນພືດ, ຫຼຸດຜ່ອນການສູນເສຍດິນ, ຊ່ວຍຄວບຄຸມວັດສະພືດ, ຄວບຄຸມອຸນຫະພູມຂອງດິນ, ຊ່ວຍເພີ່ມອິນ
ຊີວັດຖຸແກ່ດິນ ແລະ ຫຼຸດການລະເຫີຍນໍ້າຈາກໜ້າດິນເຮັດໃຫ້ໃນດິນເກັບຄວາມຊຸ່ມຊື່ນໄດ້ຍາວນານຂຶ້ນ

ວິທີການຄຸມດິນ:

ການຄຸມດິນສາມາດເຮັດໄດ້ຫຼາຍວິທີແລ້ວແຕ່ຈຸດປະສົງຂອງຜູ້ໃຊ້ເຊັ່ນ:

  • ໃຊ້ເພື່ອຄຸມພືດຜັກ: ສ່ວນໃຫຍ່ແມ່ນໃຊ້ເຟືອງເຂົ້າ, ຂີ້ແກບ, ໃບໄມ້ແຫ້ງ ແລະ ອື່ນໆມາປົກຄຸມດິນຕາມຄວາມເໝາະສົມກັບຜັກແຕ່ລະຊະນິດເຊັ່ນ: ຜັກທຽມ, ຜັກບົ່ວ ແລະ ອື່ນໆ.
  • ໃຊ້ເພື່ອຄຸມໄມ້ໃຫ້ໝາກ ຫຼື ໄມ້ຢືນຕົ້ນ: ສ່ວນໃຫຍ່ແມ່ນໃຊ້ຊາກພືດ, ໃບໄມ້ ແລະ ອື່ນໆ.

ໝາຍເຫດ:ທ່ານຍັງສາມາດໃຊ້ວັດສະດຸອື່ນໆໃນການຄຸມດິນ ຫຼື ຄຸມພືດຜັກຂອງທ່ານໄດ້ເຊັ່ນ: ຜ້າຢາງ, ເຈ້ຍແກັດ
ແລະ ອື່ນໆ

ວິທີການຄຸມດິນ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ