google-site-verification: google0d91bc93cfc88895.html ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang] Dipterocarp - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 21, 2016

ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang] Dipterocarp

ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang] Dipterocarp
ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang] Dipterocarp


ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang]
ຊື່ວິທະຍາສາດໂດຍລວມ: Dipterocarpaceae
ຊື່ທົ່ວໄປ ເປັນພາສາ ອັງກິດ: Dipterocarp

ຕະກຸນໄມ້ຍາງເປັນຕະກຸນພືດທີ່ໃຫຍ່ຕະກຸນໜຶ່ງທີ່ແຜ່ຂະຫຍາຍໃນ ບ່ອນຕ່ຳຂອງເຂດຮ້ອນ ແລະ ຊຸ່ມ ເປັນຈຸດໜັກ, ມີປະມານ 500 ຊະນິດເຊັ່ນ: ໄມ້ບາກ, ໄມ້ກຸງ, ໄມ້ຍາງ,ໄມ້ຊາດ, ໄມ້ຕະແບງ, ໄມ້ຈິກ, ໄມ້ຮັງ, ໄມ້ພາວ,ໄມ້ຊີ ດັ່ງນີ້ເປັນຕົ້ນ. ຫຼາຍຊະນິດ ໃນຕະກຸນນີ້ສ້າງທາດແຫຼວມີກິ່ນຂິວ ແລ້ວລະບາຍອອກມາຕາມຫຼາຍແບບ ດັ່ງອອກເປັນນ້ຳ ເອີ້ນວ່ານ້ຳມັນຍາງ ຊຶ່ງແມ່ນໃນກໍລະນີ ຕົ້ນຍາງ ແລະ ຕົ້ນຕະແບງ, ອອກມາເປັນວັດຖຸແຂງ ເອີ້ນວ່າຂີ້ຊີ ຊຶ່ງແມ່ນນ້ຳຢາງກ້າມຢູ່ເທິງຕົ້ນເປັນແທ່ງ ແຂງແລ້ວຕົກລົ່ນລົງເຊັ່ນ ໃນກໍລະນີ ໄມ້ຊີ, ໄມ້ຈິກ ດັ່ງນີ້ເປັນຕົ້ນ ແລະ ສຸດທ້າຍແມ່ນຂີ້ຕົກ ຊຶ່ງແມ່ນກໍລະນີນ້ຳຢາງໄຫຼອອກນຳກິ່ງ, ນຳງ່າເລັກ ງ່ານ້ອຍຕົກລົ່ນອອກມາ ເມື່ອມາເຖິງດິນແລ້ວຈຶ່ງເລີ້ມແຂງ ເຊັ່ນ ໃນກໍລະນີ ໄມ້ແຄນ ດັ່ງນີ້ເປັນຕົ້ນ. ທາດສານເຫລົ່ານີ້ ມີຄວາມສຳຄັນຕໍ່ວິຖີຊີວິດຂອງ ຊຸມ ຊົນ ຊາວລາວ ມາແຕ່ຊ້ານານ ໂດຍສະເພາະໃນເຂດຊົນນະບົດ.ການກະຈາຍພັນມີຢູ່ຫຼາຍປະເທດ ຄື:ອິນເດຍ, ອິນໂດເນເຊຍ, ມ່ຽນມ້າ, ໄທ, ລາວ,ຫວຽດນາມ, ກຳບູເຈຍ ແລະ ມາເລເຊຍ. ນອກຈາກບ່ອນກະຈາຍພັນຂ້າງເທິງນີ້ແລ້ວຍັງມີຊະນິດສະເພາະຢູ່ໃນເຂດຮ້ອນຂອງທະວີບອາຟຼິກກາ ແລະ ຂອງທະວີບອາເມຣິກາໃຕ້ອີກດ້ວຍ. ສຳ ລັບ ໃນປະເທດລາວ ສ່ວນຫຼາຍພົບໃນພາກກາງ ລົງເຖິງພາກໃຕ້,ສະພາບແວດລ້ອມທີ່ຂ້ອຍມັກຢູ່ ແມ່ນປ່າດົງດິບ ແລະ ປ່າປະສົມ ແຕ່ ກໍ່ຍັງມີຢູ່ໃນປ່າໂຄກ ອາດປະປົນຢູ່ນຳຊະນິດອື່ນ ຫຼື ເປັນປ່າ ພືດຕະກຸນໄມ້ຍາງ ສົດກໍ່ມີ. ທຸກຊະນິດໃນຕະກຸນໄມ້ຍາງເປັນໄມ້ຢືນຕົ້ນ ມີຫຼາຍຊະນິດເປັນໄມ້ຂະໜາດໃຫຍ່, ມີຫູໃບຫຸ້ມຍອດອ່ອນໄວ້ ຈະຫຼົ່ນກໍ່ຕໍ່ເມື່ອໃບໃຫຍ່ຂຶ້ນ ແລ້ວປະຮອຍໄວ້. ດອກ ອອກເປັນຊໍ່ສັ້ນໆແບບເປັນກຸ່ມຍ່ອຍ, ເກີດຢູ່ລະຫວ່າງງ່າມໃບ ແລະ ປາຍຍອດ, ໄລຍະເວລາຊໍ່ດອກຍັງອ່ອນ ມີກາບຫຸ້ມຊໍ່ດອກ ແລ້ວລົ່ນອອກເມື່ອຊໍ່ດອກແກ່. ໝາກມີປີກໝາກແຕ່ 2 ເຖິງ 5ປີກ, ປີກອ່ອນມີສີນ້ຳຕານອົມແດງ ສ່ວນປີກແກ່ ອອກສີແດງ. ປີກຂອງໝາກຈະຊ່ວຍໃຫ້ໝາກປີວໄປໄດ້ໄກ ອັນມີສ່ວນຊ່ວຍໃນການກະຈາຍພັນ. ດອກ ອອກລະຫວ່າງເດືອນ ມັງກອນ ເຖິງເດືອນມີນາ ແລະ ເປັນໝາກລະຫວ່າງເດືອນມີນາ ເຖິງເດືອນພຶດສະພາ. ປະຊາຊົນລາວໄດ້ນຳໃຊ້ພືດຕະກຸນໄມ້ຍາງເຂົ້າໃນການກໍ່ສ້າງ, ເຮັດເຄື່ອງຫັດຖະກໍາໄມ້ຫຼາກຫຼາຍຊະນິດ. ຊາວບ້ານນຳໃຊ້ນ້ຳມັນຍາງ ທາໄມ້ເພື່ອກັນການເຈາະຂອງປວກ ແລະ ມອດແມງທັງຫຼາຍ, ໃຊ້ທາ ແລະ ຢາເຮືອ, ທາເຄື່ອງຈັກສານປະເພດຕ່າງໆ ແລະ ເຮັດກະບອງ. ນອກນັ້ນຍັງໃຊ້ເປັນຢາພື້ນເມືອງເຊັ່ນ: ລ້າງບາດແຜ, ເປັນ

ຕະກຸນໄມ້ຍາງ
ຕະກຸນໄມ້ຍາງ
ຢາປ້ອງກັນນ້ຳຄັນກິນຕີນ ແລະ ໃຊ້ເປັນສ່ວນປະກອບໃນອຸດສາຫະກຳນ້ຳມຶກພິມແລະ ສານເຄືອບຮູບ. ສຸດທ້າຍ ເພິ່ນຍັງນຳໃຊ້ເຂົ້າໃນພິທີກຳທາງສາດສະໜາບາງຢ່າງ ເຊັ່ນ: ນຳເອົາຂີ້ຊີມາປະສົມກັບນ້ຳ ມັນຍາງເພ່ືອເຮັດເຮືອໄຟນ້ຳ, ນຳເອົາຂີ້ຊີມາເປັນສວນປະກອບໃນການເຮັດກະໂທງ ໃນງານບຸນອອກພັນສາ ດັ່ງນີ້ເປັນຕົ້ນ.
ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang]
ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang]
ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang]
ຕົ້ນໄມ້ ໃນຕະກຸນໄມ້ຍາງ [Ton Mai Nhang]

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ