google-site-verification: google0d91bc93cfc88895.html ບັນຫາໄພຂົ່ມຂູ່ຕໍ່ຊີວະນານາພັນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 19, 2016

ບັນຫາໄພຂົ່ມຂູ່ຕໍ່ຊີວະນານາພັນ

ບັນຫາໄພຂົ່ມຂູ່ຕໍ່ຊີວະນານາພັນ
ບັນຫາໄພຂົ່ມຂູ່ຕໍ່ຊີວະນານາພັນ

ບັນຫາໄພຂົ່ມຂູ່ຕໍ່ຊີວະນານາພັນ

ສັດຕະວັດທີ່ຜ່ານມາ ມະນຸດເຮົາໄດ້ກາຍເປັນຜູ້ມີບົດບາດຄອບຄອງໂລກເໜືອກວ່າສິ່ງມີຊີວິດຊະນິດອື່ນໆການເພີ່ມຂຶ້ນຂອງປະຊາກອນ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດຢ່າງວ່ອງໄວ ເປັນສາເຫດເຮັດໃຫ້ຄວາມຕ້ອງການນໍາໃຊ້ຊັບພະຍາກອນຂອງໂລກເພີ່ມຂຶ້ນ. ເນື້ອທີ່ໜ້າດິນຂອງໂລກ 1/3 ຫາ 1/2 ໄດ້ຖືກປ່ຽນແປງດ້ວຍກິດຈະກໍາຂອງມະນຸດໄປຢ່າງຖາວອນ(Vitounsek et al.1997). ນອກຈາກນີ້, ພວກເຮົາຍັງເປັນຜູ້ປ່ຽນແປງ ທາງດ້ານໜ້າທີ່ຂອງລະບົບທໍາມະຊາດຂອງໂລກອີກຫຼາຍດ້ານເຊັ່ນ: ປ່ຽນແປງບັນຍາກາດຂອງໂລກ ໂດຍການປ່ອຍອາຍຄາບອນໄດອອກໄຊມ໌ (CO2) ຈາກໂຮງງານອຸດສະຫະກໍາທີ່ເປັນທາດອາຍເຊິ່ງເປັນຕົວການສໍາຄັນໃນການເຮັດໃຫ້ອຸນຫະພູມຂອງໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ ຄຽງຄູ່ກັບການທໍາລາຍຊັ້ນໂອໂຊນ(Ozone) ຈາກຜະລິດ ຕະພັນຄຼໍໂຣຟຼູໂຣຄາບອນ (Chloroflurocarbon)ຊື່ຫຍໍ້ວ່າ: CFC ເຊິ່ງເປັນກາສທີ່ຖືກຜະລິດຂຶ້ນໂດຍມະນຸດເອງ. ໄພຂົ່ມຂູ່ໂດຍກົງຕໍ່ຊີວະນານາພັນແມ່ນເປັນບັນຫາທີ່ໝົດທັງໂລກກໍາລັງປະເຊີນໜ້າຢູ່. ໄພຂົ່ມຂູ່ດັ່ງກ່າວກວມເອົາການສູນເສຍທີ່ຢູ່ອາໄສ, ການແຜ່ຂະຫຍາຍຂອງກຸ່ມຮ່າງກາຍ ບຸກລຸກຕໍ່ຊີວະນານາພັນ, ມົນລະພິດ, ການຂຸດຄົ້ນຊັບພະຍາກອນທໍາມະຊາດເກີນຂອບເຂດ ແລະ ການປ່ຽນແປງຂອງດິນຟ້າອາກາດຢູ່ໃນໂລກ.ນອກນັ້ນສາເຫດຂອງການສູນເສຍຊີວະນານາພັນຍັງແມ່ນການເພີ່ມຂຶ້ນຂອງປະຊາກອນ,ການອົບພະຍົບ, ຄວາມຍາກຈົນ, ການຂະຫຍາຍພື້ນທີ່ປຸກສ້າງ, ການປະຕິບັດລະບຽບກົດໝາຍບໍ່ເຂັ້ມງວດ ດັ່ງນີ້ເປັນຕົ້ນ.

  • ການສູນເສຍ ແລະ ການຕັດແຍກທີ່ຢູ່ອາໄສ: ຖືວ່າເປັນໄພຂົ່ມຂູ່ອັນໃຫຍ່ຫຼວງຕໍ່ສັດປ່າ ແລະ ພັນພືດໃນທົ່ວໂລກ ແລະ ເປັນສາເຫດຕົ້ນຕໍຂອງການສູນພັນຂອງຊະນິດ (Rosenburg and Raphael 1986; Wilcox and Murphy 1985), ທີ່ຢູ່ອາໄສຂອງສັດ ແລະ ພືດ ຍັງຖືກຕັດແຍກຍ້ອນການປ່ຽນແປງທາງທໍາມະຊາດເອງເຊັ່ນ: ແຜນດິນໄຫວ ຫຼື ປະກົດການທາງລົບທາງດ້ານທໍລະນີສາດ. ນອກຈາກນີ້ຄົນເຮົາຍັງເປັນຕົວການສໍາຄັນໃນໄພຂົ່ມຂູ່ ຄືຄົນເຮົາ ໄດ້ເປັນຜູ້ປ່ຽນແປງພູມສັນຖານເພື່ອເຮັດການກະສິກໍາມາເປັນພັນປີແລ້ວ. ປັດຈຸບັນນີ້ ກິດຈະກໍາທາງດ້ານການກະສິກໍາເປັນສາເຫດໃຫຍ່ຕົ້ນຕໍຂອງການສູນເສຍ ແລະ ການ ຕັດແຍກຖິ່ນທີ່ຢູ່ອາໄສຂອງສັດໃນທົ່ວໂລກ . 
  • ກຸ່ມຮ່າງກາຍບຸກລຸກ (Invasive species):ແມ່ນເປັນຮ່າງກາຍທີ່ຂົ່ມຂູ່ຕໍ່ການອະນຸລັກຊີວະນານາພັນໃນທົ່ວໂລກ, ການຂົ່ມຂູ່ໃນລະດັບເອກະຖານຂອງຊະນິດໃດໜຶ່ງມີຄວາມສໍາຄັນອັນດັບສອງ ກົງກັນຂ້າມ ການຂົ່ມຂູ່ລະດັບລະບົບນິເວດວິທະຍາເປັນການຂົມຂູ່ລະດັບໜຶ່ງ. ຍິ່ງໄປກວ່ານັ້ນ ເມື່ອຄົນເຮົາໄດ້ນໍາເອົາຊະນິດໃດໜຶ່ງຈາກຊີກ ໂລກໜຶ່ງໄປອີກຊີກໂລກໜຶ່ງ, ມັນຈະເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ກັບກົກເຄົ້າພື້ນຖານ ຂອງຊີວະນານາພັນຂອງໂລກ ແລະ ການວິວັດທະນາການຂອງຊະນິດໃໝ່

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ