1. ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໂດຍທາງກົງ:
ຊຶ່ງປະຕິບັດໄດ້ ໃນລະດັບບຸກຄົນ, ອົງການ ແລະ ລະດັບປະເທດ ໄດ້ແກ່:- ການໃຊ້ຢ່າງປະຢັດ: ຄືໃຊ້ເທົ່າທີ່ມີຄວາມຈໍາເປັນ ເພື່ອໃຫ້ມີຊັບພະຍາກອນໄວ້ໃຊ້ໄດ້ດົນ ແລະ ເກີດປະ ໂຫຍດຢ່າງຄຸ້ມຄ່າຫຼາຍທີ່ສຸດ.
- ການນໍາກັບມາໃຊ້ຄືນ: ໄດ້ແກ່ສິ່ງຂອງບາງປະເພດເມື່ອມີການໃຊ້ແລ້ວຄັ້ງໜຶ່ງສາມາດນໍາກັບມາໃຊ້ຄືນໃໝ່ເຊັ່ນ: ຖົງຢາງພຣາສຕິກ, ເຈັ້ຍ ຫຼື ສາມາດທີ່ຈະນໍາກັບມາໃຊ້ໃໝ່ໂດຍຜ່ານຂະບວນການຕ່າງໆເຊັ່ນ: ຕົວ ຢ່າງການນໍາເອົາເຈັ້ຍທີ່ໃຊ້ແລ້ວໄປຜ່ານຂະບວນການຕ່າງໆເພື່ອເຮັດເປັນເຈັ້ຍແຂງ ຊຶ່ງເປັນການຫຼຸດຜ່ອນປະລິມານການໃຊ້ຊັບພະຍາກອນທໍາມະຊາດ ແລະ ການທໍາລາຍສິ່ງແວດລ້ອມໄດ້.
- ການບູລະນະສ້ອມແປງສິ່ງຂອງບາງຢ່າງ: ເມື່ອໃຊ້ເປັນເວລານານອາດເກີດການເປ່ເພໄດ້, ດັ່ງນັ້ນຖ້າມີການສ່ອມແປງກໍ່ຈະຍືດອາຍຸການນໍາໃຊ້ຕໍ່ໄປໄດ້ອີກເພື່ອເປັນການນໍາໃຊ້ຊັບພະຍາກອນໃຫ້ເກີດປະ ໂຫຍດສູງສຸດ.
- ການບໍາບັດ ແລະ ການຟື້ນຟູ: ເປັນວິທີການເພື່ອຊ່ວຍຫຼຸດຜ່ອນຄວາມເຊື່ອມໂຊມຂອງຊັບພະຍາກອນດ້ວຍການບໍາບັດກ່ອນເຊັ່ນ: ການບໍາບັດນໍ້າເສຍຈາກຄົວເຮືອນ ຫຼືໂຮງງານອຸດສະຫະກໍາເປັນຕົ້ນ ກ່ອນທີ່ຈະປ່ອຍລົງສູ່ແຫຼ່ງນໍ້າສາທາລະນະ, ສ່ວນການຟື້ນຟູທໍາມະຊາດໃຫ້ກັບສູ່ສະພາບເດີມເຊັ່ນ: ການປູກຕົ້ນໄມ້ ເພື່ອຟື້ນຟູຄວາມສົມດຸນຂອງປ່າໃຫ້ກັບມາອຸດົມສົມບູນ ເປັນຕົ້ນ.
- ການໃຊ້ສິ່ງອື່ນມາທົດແທນ: ເປັນວິທີການທີ່ຈະຊ່ວຍໃຫ້ມີການໃຊ້ຊັບພະຍາກອນທໍາມະຊາດລົດໜ້ອຍລົງ ແລະ ບໍ່ທໍາລາຍສິ່ງແວດລ້ອມເຊັ່ນ: ການໃຊ້ຖົງຜ້າແທນຖົງຢາງພຣາສຕິກ, ການໃຊ້ໃບຕອງແທນໂຟມ, ການໃຊ້ພະລັງງານແສງຕາເວັນແທນນໍ້າມັນເຊື້ອໄຟ ແລະ ການໃຊ້ປຸຍຊີວະພາບແທນປຸຍເຄມີເປັນຕົ້ນ.
- ການເວນຍາມ ແລະ ປ້ອງກັນ: ເປັນວິທີການທີ່ບໍ່ໃຫ້ຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມຖືກທໍາລາຍເຊັ່ນ: ການເຝົ້າລະວັງການຖີ້ມຂີ້ເຫຍື່ອລົງສູ່ແມ່ນໍ້າລໍາທານ, ການສ້າງແນວປ້ອງກັນໄຟປ່າເປັນຕົ້ນ.
2 ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໂດຍທາງອ້ອມ
ສາມາດເຮັດໄດ້ຫຼາຍວິທີດັ່ງນີ້:
- ການພັດທະນາຄຸນນະພາບປະຊາຊົນ ໂດຍສະນັບສະໜູນການສຶກສາດ້ານການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມທີ່ຖືກຕ້ອງຕາມຫຼັກວິຊາການຊຶ່ງສາມາດເຮັດໄດ້ທຸກລະດັບອາຍຸ ທັງໃນລະບົບໂຮງຮຽນ ຫຼື ສະຖາບັນການສຶກສາຕ່າງໆ ແລະ ນອກລະບົບໂຮງຮຽນໂດຍຜ່ານຂໍ້ມູນຂ່າວສານຕ່າງໆ ເພື່ອໃຫ້ປະຊາຊົນເຫັນຄວາມສໍາຄັນ ແລະ ຄວາມຈໍາເປັນໃນການອະນຸລັກ, ເກີດຄວາມຫວງແຫນ ແລະໃຫ້ຄວາມຮ່ວມມືຢ່າງຈິງຈັງ.
- ການໃຊ້ມາດຕະການທາງສັງຄົມ ແລະ ກົດໝາຍ: ການຈັດຕັ້ງກຸ່ມຊຸມຊົນສະມະຄົມເພື່ອການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕ່າງໆ ຕະຫຼອດຮອດການໃຫ້ຄວາມຮ່ວມມືທາງດ້ານພະລັງກາຍ, ພະລັງໃຈ, ພະລັງຄວາມຄິດດ້ວຍຈິດສໍານຶກໃນຄວາມມີຄຸນຄ່າຂອງສິ່ງແວດລ້ອມ ແລະ ຊັບພະຍາ ກອນທີ່ມີຕໍ່ໂຕເຮົາເຊັ່ນ: ອົງການອະນຸລັກສັດປ່າ WCS, WWF ແລະ ອື່ນໆ.
- ສົ່ງເສີມໃຫ້ປະຊາຊົນໃນທ່ອງຖີ່ນໄດ້ມີສ່ວນຮ່ວມໃນການອະນຸລັກ: ຊ່ວຍກັນຮັກສາເພື່ອໃຫ້ຄົງສະພາບເດີມ ແລະ ບໍ່ໃຫ້ເສື່ອມໂຊມ ເພື່ອປະໂຫຍດໃນການດໍາລົງຊີວິດໃນທ້ອງຖີ່ນຂອງຕົນ ການປະສານງານເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ແລະຈິດສໍານຶກ ລະຫວ່າງໜ່ວຍງານຂອງລັດກັບອໍານາດການປົກຄອງທ້ອງຖີ່ນກັບປະຊາຊົນໃຫ້ມີບົດບາດໜ້າທີ່ໃນການປົກປ້ອງຄຸ້ມຄອງ ຟື້ນຟູການໃຊ້ຊັບພະຍາກອນຢ່າງຄຸ້ມຄ່າແລະ ເກີດປະໂຫຍດສູງສຸດ.
- ສົ່ງເສີມການສຶກສາວິໄຈຊອກຫາວິທີການ ແລະ ພັດທະນາເຕັກໂນໂລຊີ ມາໃຊ້ໃນການຈັດການກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ເກີດປະໂຫຍດສູງສຸດເຊັ່ນ: ການໃຊ້ຄວາມຮູ້ທາງຂໍ້ມູນຂ່າວສານເຕັກໂນໂລຊີ ມາຈັດການວາງແຜນພັດທະນາອຸປະກອນເຄື່ອງມື, ເຄື່ອງໃຊ້ໃຫ້ມີການປະຢັດພະລັງງານຫຼາຍຂຶ້ນເຊັ່ນ:ຄົ້ນຄ້ວາວິໄຈຫາວິທີການຈັດການ, ການປັບປຸງ, ການພັດທະນາສິ່ງແວດລ້ອມໃຫ້ມີຄຸນນະພາບ ແລະ ຍືນຍົງ.
- ການກໍານົດນະໂຍບາຍ ແລະ ວາງແນວທາງຂອງລັດຖະບານ ໃນການອະນຸລັກແລະ ພັດທະນາສິ່ງແວດລ້ອມທັງໃນໄລຍະສັ້ນແລະໄລຍະຍາວເພື່ອເປັນຫຼັກການໃຫ້ໜ່ວຍງານ, ອົງການ ແລະ ເຈົ້າໜ້າທີ່ຂອງລັດທີ່ກ່ຽວຂ້ອງຢຶດຖື ແລະ ນໍາໄປປະຕິບັດລວມໄປເຖິງການເຜີຍແຜ່ຂ່າວສານດ້ານການອະນຸລັກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມທັງທາງກົງ ແລະ ທາງອ້ອມ.
ຊະນິດພັນສັດປ່າ ແລະ ພັນພືດປ່າ. |
ສົນທິສັນຍາ ແລະ ສັນຍາສາກົນ ເພື່ອຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມ
ສປປ ລາວ ໄດ້ເຂົ້າຮ່ວມການແລກປ່ຽນບົດຮຽນ, ການປຶກສາຫາລື ແລະ ການເຈລະຈາກ່ຽວກັບບັນຫາດ້ານສິ່ງແວດ ລ້ອມລະດັບໂລກຢ່າງຕໍ່ເນື່ອງ. ວຽກງານກ່ຽວກັບສິ່ງແວດລ້ອມໄດ້ຖືກ ນຳເຂົ້າບັນຈຸໃນແຜນພັດທະນາ ເສດ ຖະກິດ-ສັງຄົມຂອງປະເທດ ແລະໄດ້ຖືກນໍາໄປຜັນຂະຫຍາຍ ໃຫ້ກາຍເປັນແຜນການ, ແຜນງານ ແລະ ໂຄງການຕົວຈິງ.ບັນດາສົນທິສັນຍາ ແລະ ສັນຍາດ້ານສິ່ງແວດລ້ອມທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ ລວມມີ:
+ ສົນທິສັນຍາ ວ່າດ້ວຍການປ່ຽນແປງດິນຟ້າອາກາດຈັດຂຶ້ນທີ່ເມືອງ ຣີໂອ ດີເຈນເນີໂຣ (Rio de Janeiro) ປະເທດ ເບຣຊິນ ໃນປີ 1992.
+ ສົນທິສັນຍາ ວ່າດ້ວຍການຕ້ານການກາຍເປັນທະເລຊາຍ ແລະ ໄພແຫ້ງແລ້ງຈັດຂຶ້ນທີ່ເມືອງ ຣີໂອ ດີເຈນເນີໂຣ (Rio de Janeiro) ປະເທດ ເບຣຊິນ ໃນປີ 1992
+ ສົນທິສັນຍາ ວ່າດ້ວຍຊີວະນານາພັນ ຈັດຂຶ້ນທີ່ເມືອງ ຣີໂອ ດີເຈນເນີໂຣ (Rio de Janeiro) ປະເທດ ເບຣຊິນ ໃນປີ 1992.
+ ສົນທິສັນຍາ ວ່າດ້ວຍມູນມໍລະດົກທາງດ້ານວັດທະນາທຳ ແລະ ທຳມະຊາດ ຂອງໂລກ ຈັດຂຶ້ນທີ່ເມືອງສະຕ໋ອກໂຮມ (Stockholm) ປະເທດສະວີເດັນ ໃນປີ 1972.
+ ສົນທິສັນຍາກຸງວຽນນາ ວ່າດ້ວຍການປົກປ້ອງຊັ້ນໂອໂຊນ ຈັດຂຶ້ນທີ່ປະເທດ ອອດສເຕຣຍ (Austria) ໃນປີ 1985.
+ ສົນທິສັນຍາ ວ່າດ້ວຍສານເຄມີຕົກຄ້າງທີ່ເປັນອັນຕະລາຍ ຈັດຂຶ້ນທີ່ເມືອງສະຕ໋ອກໂຮມ ປະເທດ ສະວີເດັນ ໃນປີ 2001.
+ ອະນຸສັນຍາກຽວໂຕ ຈັດຂຶ້ນທີ່ເມືອງທີຣານ Teheran ປະເທດ ອີຣານ 2003.
+ ສົນທິສັນຍາ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໄກ້ຈະສູນພັນລະຫວ່າງຈັດຂຶ້ນທີ່ປະເທດສະຫະລັດອາເມລິກາ ໃນປີ 1973 (Convention on InternationalTrade in Endangered Species of Wild Fauna and Flora - CITES) ຫຼື ສົນທິສັນຍາ ວໍຊິງຕັນ. ໃນນີ້ ສປປ ລາວ ກໍ່ໄດ້ເຂົ້າຮ່ວມເປັນພາຄີຂອງສົນທິສັນ ຍາ ດັ່ງກ່າວນັບແຕ່ວັນທີ 30 ພຶດສະພາ 2004 ເປັນຕົ້ນມາ. ຈຸດປະສົງຂອງສົນທິສັນຍາສະບັບນີ້ແມ່ນເພື່ອຄຸ້ມ ຄອງການຄ້າ-ຂາຍຊະນິດພັນສັດປ່າ ແລະ ພັນພືດທີ່ໃກ້ຈະສູນພັນລະຫວ່າງຊາດເພື່ອບໍ່ໃຫ້ມີໄພຂົ່ມຂູ່ເຖິງການຢູ່ລອດຂອງຊະນິດພັນສັດປ່າ ແລະ ພັນພືດປ່າ.
ຊະນິດພັນສັດປ່າ ແລະ ພັນພືດປ່າ |
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ