google-site-verification: google0d91bc93cfc88895.html ການປູກພືດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 14, 2016

ການປູກພືດ

ການປູກພືດ


ການປູກພືດແມ່ນການນໍາເອົາເບ້ຍໄມ້ ຫຼື ແກ່ນ ຊະນິດຕ່າງໆລົງປູກໃນພື້ນທີ່ດິນຕ່າງໆ ມີຫລາຍຈຸດປະສົງການປູກຄື: ການປູກຕົ້ນໄມ້ໃນພື້ນທີ່ປ່າຊຸດໂຊມ, ການປູກໄມ້ໃຫ້ໝາກ, ການປູກໄມ້ອຸດສາຫະກຳ, ການປູກພືດໄລຍະສັ້ນເພື່ອຜະລິດອາຫານ ແລະ ອື່ນໆ. ເຊິ່ງເຮົາພົບເຫັນໂດຍທົ່ວໄປມີ 3 ແບບຫຼັກໆຄື: ການປູກດ້ວຍແກ່ນໂດຍກົງ,
ການປູກເບ້ຍໄມ້ ແລະ ການປູກລຳຕົ້ນ ຫຼື ຫົວ.

ການປູກດ້ວຍແກ່ນໂດຍກົງ

ການປູກດ້ວຍແກ່ນແມ່ນ ການປູກໂດຍໃຊ້ແກ່ນພືດປູກລົງພື້ນທີ່ໂດຍກົງ ເຊິ່ງຈະບໍ່ມີການຍ້າຍບົງ ຫຼື ຍ້າຍປູກໄປໃນພື້ນທີ່ອື່ນ. ເຊິ່ງການປູກແບບນີ້ແມ່ນນິຍົມໃຊ້ກັບພືດໄລຍະສັ້ນ ຫຼື ພືດອາຍຸ 1 ປີເຊັ່ນ: ເຂົ້າໄຮ່, ສາລີ, ໝາກເດືອຍແລະ ອື່ນໆ.

ວັດສະດຸ ແລະ ອຸປະກອນ


  •  ລົດໄຖ (ໃຊ້ໄຖພວນດິນ, ປັບໜ້າດິນ)
  •  ພ້າ (ໃຊ້ຖາງຫຍ້າ ແລະ ອານາໄມພື້ນທີ່ກ່ອນການປູກ)
  •  ຈົກ, ຊວ້ານ (ໃຊ້ຂຸດຂຸມ ແລະ ແປງໜານປູກ)
  •  ສະທາ (ໃຊ້ເກາະວັດສະພືດ ແລະ ແປງໜານປູກ)
  •  ບົວຫົດນໍ້າ (ໃຊ້ນໍ້າຫົດໜານ ຫຼື ຂຸມປູກແກ່ນ)
  •  ສຽມ (ໃຊ້ຂຸດຂຸມປູກ)

ຂັ້ນຕອນການປູກດ້ວຍແກ່ນໂດຍກົງ:

ການກະກຽມພື້ນທີ່

ການປູກພືດດ້ວຍແກ່ນໂດຍກົງແມ່ນມີຫຼາຍວິທີແຕກຕ່າງກັນຂຶ້ນກັບຄວາມເໜາະສົມກັບພືດແຕ່ລະຊະນິດ. ດັ່ງການກະກຽມພື້ນທີ່ຈຶ່ງແຕກຕ່າງກັນເຊັ່ນ: ການປູກພືດໄຮ່ໃນພື້ນທີ່ສູງແມ່ນຈະເລີ່ມຂຶ້ນໃນຊ່ວງລະດູແລ້ງໂດຍຈະຖາງປ່າແລະ ຈູດໄຮ່, ຈາກນັ້ນຈຶ່ງອະນາໄມຄືນໃຫ້ກ້ຽງ ເພື່ອກຽມພ້ອມປູກໃນຊ່ວງລະດູຝົນ. ສ່ວນພື້ນທີ່ຮຽບພຽງສາມາດປູກພືດໄດ້ຕະຫຼອດປີ ແລະ ປູກພືດໄດ້ຫຼາກຫຼາຍ ດັ່ງນັ້ນຈຶ່ງໄດ້ມີການຈັດການພື້ນທີ່ຢ່າງດີ. ເຊິ່ງເລີ່ມຈາກການອະນາໄມຕັດຫຍ້າກຳຈັດວັດສະພືດອອກ ຈາກນັ້ນຈຶ່ງໄຖພວນດິນເລິກປະມານ 20-30 ຊັງຕີແມັດ. ຕາກດິນປະໄວ້ປະມານ3-7 ວັນ. ຖ້າດິນໃນພື້ນທີ່ຫາກເປັນກົດຄວນໃຊ້ປູນຂາວຫວ່ານເພື່ອເປັນການປັບຄວາມເປັນກົດຂອງດິນ ແລະ ຍັງເປັນການຂ້າເຊື້ອພະຍາດບາງຊະນິດໃນອັດຕາ 1 ກໍາມື / 1 ຕາເມັດ. ຫຼັງຈາກນັ້ນແມ່ນໃຫ້ໃສ່ຝຸ່ນບົ່ມ ຫຼື ຝຸ່ນຄອກໃນອັດຕາ 1-3 ກິໂລ / ຕາເມັດ. ແລ້ວຈຶ່ງໄຖຄືນ ແລະ ປັບພື້ນທີ່ໃຫ້ພຽງຈຶ່ງຈະສາມາດປູກພືດໄດ້ຕໍ່ໄປ.

ການຄັດເລືອກແກ່ນພັນ

ແກ່ນພັນທີ່ຈະນໍາມາປູກມີຫຼາຍປະເພດເຊັ່ນ: ແກ່ນພັນພື້ນເມືອງເປັນແກ່ນພັນທີ່ປະຊາຊົນເກັບຮັກສາໄວ້ຈາກຫຼຸ້ນສູ່ຫຼຸ້ນຕໍ່ໆກັນມາ ເຊິ່ງຈະຄັດເລືອກແກ່ນຈາກຕົ້ນແມ່ພັນທີ່ແຂງແຮງ ບໍ່ມີພະຍາດ, ໃຫ້ຜົນຜະລິດສູງ, ເປັນໝາກແກ່,ແກ່ນມີສີເຂັ້ມ ຫຼື ດຳ, ຕຶ່ງເຕັມດີ ແລະ ຈະຕ້ອງໄດ້ແຕກແດດໄວ້ປະມານ 2-3 ແດດກ່ອນ ຈຶ່ງສາມາດເກັບໄວ້ ແລະນໍາໄປກ້າໄດ້ຕໍ່ໄປ. ສ່ວນແກ່ນພັນທີ່ຂາຍຕາມທ້ອງຕະຫຼາດແມ່ນແກ່ນພັນທີ່ຜ່ານການຄັດເລືອກແກ່ນຈາກໜ່ວຍງານຫຼື ບໍລິສັດໃດໜຶ່ງແລ້ວ, ເຊິ່ງສາມາດເລືອກຊະນິດທີ່ຕ້ອງການໄດ້ເລີຍ ແຕ່ເຮົາຄວນອ່ານລາຍລະອຽດຕ່າງໆໃນຊອງເຊັ່ນ: ວັນເດືອນປີຜະລິດ ແລະ ວັນໝົດອາຍຸ, ເປີເຊັນການແຕກງອກ ແລະ ອື່ນໆ.

ການກະຕຸ້ນແກ່ນກ່ອນປູກ

ການກະຕຸ້ນແກ່ນມີຫຼາຍວິທີຂຶ້ນກັບລັກສະນະຂອງແກ່ນພືດແຕ່ລະຊະນິດເຊັ່ນ: ຖ້າແກ່ນທີ່ມີຂະໜາດນ້ອຍແມ່ນສາມາດໃຊ້ວິທີແຊ່ນໍ້າປະມານ 8-24 ຊົ່ວໂມງເພື່ອໃຫ້ແຕກໜໍ່ (ແກ່ນຜັກຫອມປອມ, ຜັກກາດ, ຖົ່ວດິນ ແລະ ອື່ນໆ...)ຫຼື ບົ່ມໃນພື້ນດິນທີ່ຊຸ່ມປະມານ 2-3 ມື້ (ເມັດເຂົ້ານາ ແລະ ອື່ນໆ). ແຕ່ແກ່ນພືດບາງຊະນິດກໍ່ບໍ່ຈຳເປັນ
ຕ້ອງກະຕຸ້ນແກ່ນກໍ່ໄດ້ເຊັ່ນ: ແກ່ນໝາກງາ, ສາລີ, ໝາກເດືອຍ ແລະ ອື່ນໆ.

ການກະກຽມໜານປູກ ແລະ ຂຸມປູກ

ການກະກຽມໜານປູກສ່ວນໃຫຍ່ແມ່ນສ້າງຂຶ້ນໃນພື້ນທີ່ຮຽບພຽງ ແລະ ມີຂະໜາດກວ້າງ 1 ແມັດ, ລວງຍາວບ່ໍກຳ
ນົດແລ້ວແຕ່ຄວາມສະດວກ, ເຊິ່ງຈະເລີ່ມໄຖຮ່ອງ ແລະ ຍົກລະດັບໜານຂຶ້ນສູງປະມານ 15-20 ຊັງຕີແມັດ, ໄລຍະ
ຫ່າງຂອງໜານແມ່ນ 60 ຊັງຕີແມັດ ເຊິ່ງການປູກແກ່ນໃນໜານສ່ວນໃຫຍ່ແມ່ນໃຊ້ປູກແກ່ນພືດຜັກຕ່າງໆເຊັ່ນ: ຜັກຫອມ, ຜັກບົ້ງ, ຜັກຫົມ ແລະ ອື່ນໆ. ສ່ວນການຂຸດຂຸມແມ່ນຈະໃຊ້ກັບພວກພືດຜັກບາງຊະນິດເຊັ່ນ: ໝາກຖົ່ວຍາວ,ໝາກແຕງ ແລະ ອື່ນໆ. ເຮົາຈະເລີ່ມຈາກການໃຊ້ເຊືອກເນັ່ງເປັນແຖວດຽວ ຫຼື ແຖວຄູກໍໄດ້, ເຊິ່ງຂຸມຈະມີຂະໜາດ10x10 ຊັງຕີແມັດ ຫຼື 20x20 ຊັງຕີແມັດ ແລະ ເລິກປະມານ 15-20 ຊັງຕີແມັດ, ຖ້າເປັນແຖວຄູຈະມີໄລຍະຫ່າງປະມານ 15-20 ຊັງຕີແມັດ, ສ່ວນໄລຍະຫ່າງຂອງແຖວປະມານ 60-80 ຊັງຕີແມັດ. ຈາກນັ້ນໃຊ້ສຽມຂຸດເປັນຂຸມຕາມທີ່ໄດ້ກຳນົດໂດຍຈະຮັກສາດິນໄວ້ 3/4 ຂອງຂຸມ ຫຼື ໃຫ້ດິນໃນຂຸມຕໍ່າກວ່າປາກຂຸມເລັກນ້ອຍ.

ວິທີການປູກແກ່ນ

ວິທີການປູກແກ່ນມີ 2 ແບບຄື: ການຫວ່ານແກ່ນ ແລະ ການປູກເປັນແຖວ
ກ. ການຫວ່ານແກ່ນ: ແມ່ນໃຊ້ກັບພືດທີ່ແກ່ນຂະໜາດນ້ອຍ, ມີອັດຕາການລອດຕາຍຕໍ່າ ແລະ ລາຄາຖືກ ເຊັ່ນ:
ໝາກງາ, ເຂົ້ານາ ແລະ ອື່ນໆ. ປະລິມານແກ່ນທີ່ຈະຫວ່ານໃນແຕ່ລະຄັ້ງແມ່ນຂຶ້ນກັບອັດຕາການແຕກງອກ ແລະ
ຜູ້ຫວ່ານເອງ. ຖ້າແກ່ນມີອັດການແຕກງອກສູງກໍ່ສາມາດຫວ່ານຫ່າງໆກໍ່ໄດ້ ແຕ່ທັງນີ້ກໍ່ຂຶ້ນກັບຜູ້ທີ່ຫວ່ານແກ່ນຈະ
ຕ້ອງມີຄວາມຊຳນານດ້ວຍ ຖ້າບໍ່ດັ່ງນັ້ນຈະສີ້ນເປືອງແກ່ນໂດຍບໍ່ຈຳເປັນ ແລະ ເບ້ຍໄມ້ແຕກງອກຂຶ້ນມາອາດຈະໜາແໜ້ນເກີນໄປຈົນເຮັດໃຫ້ຕົ້ນພືດແຄະ-ຈ່ອຍ ຫຼື ເກີດມີພະຍາດ ແລະ ແມງໄມ້ເຂົ້າມາທຳລາຍໄດ້ໂດຍງ່າຍ. ດັ່ງນັ້ນຫາກພືດເກີດໜາແໜ້ນເກີນໄປຄວນມີການຈັດການໂດຍຖອນແຍກອອກ ເພື່ອຈັດໄລຍະຫ່າງຂອງຕົ້ນພືດໃໝ່ໃຫ້ເໜາະສົມຈຶ່ງສາມາດໄດ້ຮັບຜົນດີ.

ວິທີການປູກແກ່ນ

ສ່ວນການຢອດແກ່ນແມ່ນຈະໃຊ້ໄມ້ຊັກພື້ນດິນໃຫ້ເປັນຂຸມແລ້ວຢອດແກ່ນ ເຊິ່ງເປັນວິທີ່ງ່າຍ ແລະ ບໍ່ຫຍຸ້ງຍາກ
ມັກນິຍົມໃຊ້ວິທີນີ້ໃນພື້ນທີ່ສູງເປັນສ່ວນໃຫຍ່ເຊັ່ນ: ການປູກແກ່ນໝາກຖົ່ວດິນ, ຖົ່ວເຫຼືອງ, ເຂົ້າໄຮ່, ໝາກເດືອຍ,
ສາລີ ແລະ ອື່ນໆ. ຈະຢອດແກ່ນປະມານ 3-4 ແກ່ນຕໍ່ຂຸມ ແລ້ວກົບດິນເລັກນ້ອຍ. ແຕ່ມີພືດບາງຊະນິດເຊັ່ນ:
ໝາກຖົ່ວຍາວ, ໝາກແຕງ ແລະ ພືດບາງຊະນິດ ກໍ່ຈຳເປັນຕ້ອງໄດ້ຂຸດຂຸມປູກ ເຊິ່ງຈະຢອດແກ່ນປະມານ 3-4
ແກ່ນ, ແລ້ວກົບດິນເລັກນ້ອຍ ຈາກນັ້ນຫົດນໍ້າໃຫ້ຊຸ່ມ, ຫຼັງຈາກແກ່ນແຕກງອກກາຍເປັນເບ້ຍແລ້ວ ຖ້າຫາກຂຸມ
ໃດຫາກເກີດຫຼາຍເກີນໄປຄວນມີການຖອນແຍກຕົ້ນທີ່ອ່ອນແອອອກ ເຊິ່ງສ່ວນໃຫຍ່ຈະຈົ່ງໄວ້ 1-2 ຕົ້ນເທົ່ານັ້ນ
ດັ່ງໃນຕາຕະລາງລຸ່ມນີ້.

ຕາຕະລາງໄລຍະປູກຂອງພືດກະສິກຳ


ການປູກພືດ



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ