google-site-verification: google0d91bc93cfc88895.html ການຄັດເລືອກງ່າໂທມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 12, 2014

ການຄັດເລືອກງ່າໂທມ

ການຄັດເລືອກງ່າໂທມ

ການ​ຄັດ​ເລຶອກງ່າຕົ້ນ​ຂອງ​ສົ້ມ​ໂອ​ທີ່​ເຮົາ​ຈະ​​ໂທມ​ນັ້ນ ຕ້ອງ​ແມ່ນ​ເຮົາ​ຈະ​ຕອ້ງ​ໄດ້​ພິຈະ​ລະນາ​ເ​ລຶອກຕົ້ນ​ກ່ອນ​ເພາະ​ຖ້າ​ຕົ້ນພໍ​ແມ່ນ​ພັນ​ທີ່​ຕິດ​ເຊື້ອພະຍາດ ​ແລະ ​​ບໍ່​ແຂງ​ແຮງ​ສົມບູນ​​ດີ​ແລ້ວ , ​ເມື່ອ​ເຮົາ​ຂະຫຍາຍນຳ​ອອກ​ໄປ​ປູກ​ນັ້ນ​ແມ່ນ​ຈະ​ໃຫ້​ຜົນ​ຜະລິດ​ນ້ອຍບໍ່​ໄດ​້ຮັບ​ຜົນ​ດີ​ເຊີ່ງ​ມີ​ຫຼັກການທີ່​ຈະ​ຕອ້ງ​ພິຈະ​ລະນາ​​ໄດ້ດັ່ງ​ນີ້:
  • ໃນ​ການ​ຂະຫຍາຍ​ພັນ​ແມ່ນ​ເຮົາ​ຈະ​ຄັດເລືອກ​ເອົາ​ຕົ້ນ​ພໍ່​ແມ່​ພັນ​ທີ່​​ເຄີຍ​ໃຫ້​ຜົນ​ຜະລິດໝາກຫຼາຍ ​ແລະມຄຸນນະພາບ​ສູງ.
  • ເປັນ​ຕົ້ນ​ທີ່​ໃຫ້​ຜົນ​ຜະລິດ​ດົກ​ໃຫ້​ສະໝ່ຳສະ​ເໝີ​ເປັນ​ພັນ​ທີ່​ດີນິຍົມ​ກັນ​ບໍ່ລິ​ໂພ​ກກັນ ແລະ ທົນ​ທານ​ຕໍ່​ສະພາບ​ແວດ​ລ້ອມ ​​​ໄດ້​ດີ​ທີ່​ສຸດ
  • ເລືອກ​​ເອົາ​ກີ່​ງງ່າ​ທີ່​ສົມບູນ​ທີ່​ມີ​ຄວາມຈະ​ເລີ​ນ​ເຕີບ​ໂຕ ແຂງ​ແຮງ ​ໂດຍ​ການສັງ​ເກດ​ດ້ວຍ​ການ​ສື​ກສາ​ຈາ​ກກີ່​ງ ຫຼື ຕົ້ນ​ອື່ນໆ ທີ່​ຢູ່​ອ້ອມ​ບໍ່​ລິ​ເວນ​ສວນ.
  • ເ​ລື​ອກຈາກ​ຕົ້ນ​ທີ່​ປາສະຈາກ​ໂລກ​ພະຍາດ ​ແລະ ​ແມງ​​ໄມ້​ທີ່​ມາທຳລາຍ ຫຼື ​ລົບ​ກວນ.
ເມື່ອ​ເລືອກ​ຈາກ​ຕົ້ນ​ທີ່​ດີ​ແລ້ວ​ຈີ່​ງຫັນ​ມາ​ການ​ຄັດ​ເລືອກ​ກີ່​ງທີ່​ຈະ​ໂທມ ​ເຊີ່ງ​ເປັນ​ເລື່ອງ​ທີ່​ສຳຄັນ​ທີ່​ສຸດ ​ແຕ່ສ່ວນ​ຫຼາຍ​ຊາວ​ສວນ​ມັກ​ບໍ່​ຄ່ອຍ​ຄຳນືງ​ເຖີງບັ່ນ​ຫານີ້ກັນ​ເຫັນ​ກີ່​ງ​ໃດ​ພໍ​ທີ່​ຈະ​ໂທມ​ໄດ້​ກໍ່​ຈະ​ໂທມ​ກັນ​ໂລດເຊີ່ງ​ນັບ​ວ່າ​ມັນ​ບໍ່​ຖືກຕ້ອງ​ເພາະວ່າ​ຕົ້ນ​ໄມ້​ແຕ່​ລະ​ຕົ້ນ​ມີ​ກີ່​ງທີ່​ມີ​ຄວາມ​ຈະ​ເລີ​ນ​ເຕີບ​ໂຕ​ສົມບູນ​ບໍ່​ເທົ່າ​ກັນບາງ​ກີ່ງກໍ່​ແຂງ​ແຮງ,ບາງ​ກີ່​ງອ່ອນ​ແອ,ບາງ​ກີ່​ງກໍ່​ແກ່​ເກີນ​ໄປ​ຫຼຶອ່ອນ​ເກີນ​ໄປ​ສີ່​ງ​ເຫຼົ່ານີ້ຈະ​ເຮັດ​ກີ່​ງທີ່​ໂທມນັ້ນບໍ່​ຄ່ວຍສົມ​ບູນ​ແຂງ​ແຮງ​ດັ່ງນັ້ນຈີ່​ງຄວນ​ເລືອກ​ກີ່​ງຕອງ​ດັ່ງນີ້:
  • ກີ່​ງທີ່​ຈະ​ໃຊ້​ຕອນ​ຕ້ອງ​ເປັນ​ກີ່​ງທີ່​ບໍ່​ແກ່,ບໍ່​ອ່ອນ​ເກີນ​ໄປ​ມີ​ໃບ​ຍອດ​ເຕັມທີ່ ​ແລະ ຈະ​ເລີ​ນ​ເຕີບ​ໂຕ​ຈົນ​ເປັນ​ໃບ​ແກ່​ແລ້ວ
  • ກີ່​ງທີ່​ໂທມ​ນັ້ນຄວນ​ເປັນ​ກີ່​ງທີ່​ຕັ້ງຊື່ ຫຼຶ ອ່ຽງ​ເລັກ​ນ່ອຍ ບໍ່ເປັນ​ກີ່​ງຫ້ອຍ​ເອົາ​ຍອດ​ຢ່ອນ​ລົງ​ດີ​ນ​ເພາະ​ຈະ​ເຮັດ​ໃຫ້​ຮາກ​ທີ່​ງອກ​ອອກ​ມາ​ງໍ​ເມື່ອ​ຕັດ​ໄປ​ປູກ​ຈະ​ໄດ້​ກີ່​ງຕອນ​ທີ່​ປາຍ​ຮາກຊີ້ຟ້າ.
  • ​ເປັນ​ກີ່​ງທີ່​ມີ​ຄວາມ​ຍາວ​ປະມານ 50-70cm,ມີ​ກີ່​ງ​​ແຂວນ​ແຍກ​ອອກ​ຈາກ​ງ່າ​ເບື້ອງ​ເທິງ 2-3 ງ່າ.
  • ເປັນ​ກີ່​ງທີ່​ຈະ​ເລີ​ນ​ເຕີບ​ໂຕ​ແຂງ​ແຮງ​ປາສະ​ຈາກ​​ໂລກ ​ແລະ ​ແມງ​ໄມ້

ການຄັດເລືອກງ່າໂທມການ​ຄັດ​ເລຶອກງ່າຕົ້ນ​ຂອງ​ສົ້ມ​ໂອ​ທີ່​ເຮົາ​ຈະ​​ໂທມ​ນັ້ນ ຕ້ອງ​ແມ່ນ​ເຮົາ​ຈະ​ຕອ້ງ​ໄດ້​ພິຈະ​ລະນາ​ເ​ລຶອກຕົ້ນ​ກ່ອນ​ເພາະ​ຖ້າ​ຕົ້ນພໍ​ແມ່ນ​ພັນ​



  • ການ​ຕັດ​ແຕ່ງ​ກີ່​ງງ່າ​ແມ່ນ​​ຕັດ​ອອກ​ແຕ່​ພາກ​ສວ່ນ​ໃບ ​ແລະ ກີ່​ງກ້ານ​ບ່ອນ​ທີ່​ບໍ່​ລິ​ເວນ​ຈະ​ໂທມ​ເພື່ອບໍ່ເປັນ​ການຫຸ້ຍ​ງຍາກ ​ແລະ ​ສະດວກ​ສະບາຍ​ໃນ​ການ​ປະຕິບັດ​ງານ


ການຄັດເລືອກງ່າໂທມການ​ຄັດ​ເລຶອກງ່າຕົ້ນ​ຂອງ​ສົ້ມ​ໂອ​ທີ່​ເຮົາ​ຈະ​​ໂທມ​ນັ້ນ ຕ້ອງ​ແມ່ນ​ເຮົາ​ຈະ​ຕອ້ງ​ໄດ້​ພິຈະ​ລະນາ​ເ​ລຶອກຕົ້ນ​ກ່ອນ​ເພາະ​ຖ້າ​ຕົ້ນພໍ​ແມ່ນ​ພັນ​

 
  • ຕາມການສຶກສາຜ່ານມາເຫັນໄດ້ຫຼາຍວິທີທີ່ທາງນັກວິຊາການໄດ້ປະຕິບັດກັນຫຼາຍແຕ່ວິທີນີ້ສ່ວນໃຫຍ່ກໍ່ອາດຈະໃຫ້ຜົນຜະລິດບໍ່ຕ່າງກັນຫຼາຍເຊິ່ງເຮົາມີວິທີການດັ່ງຕໍ່ໄປນີ້:
ປາດ​ປາກ​ບາດ ກີ່ງງ່າພັນທີ່ຄັດໄດ້ແລ້ວກ່ອນຈະປາດປາກບາດຕ້ອງຕັດແຕ່ງງ່າທີ່ີກີດຂວາງນັ້ນອອກແລ້ວໃຫ້ໃຊ້ມີດຄັດເຕ່ີມີດນ້ອຍປາດເຂົ້າໄປໃນເປືອກຂອງກີ່ງຕົ້ນໝາກກ້ຽງແລ້ວຫັ່ນອ້ອມໃຫ້ຕິດຈອດກັນໃຫ້ເຮັດແບບ ເກົ່າອີກເທື່ອໜຶ່ງ ໂດຍໃຫ້ຫ່າງກວ່າບ່ອນເກົ່າລົງໄປທາງເບື້ອງລຸ່ມປະມານ 3-5 ຊັງຕີແມັດ ຫຼື ວັດເອົາຕາມຂະໜາດລວງ
ຮອບຂອງກິ່ງໂທມເຊິ່ງເຮົາຈະໃຊ້ເຊືອກວັດເບິ່ງແລ້ວໝາຍຂະໜາດຂອງຈຸດຮອບກັນຂອງກິ່ງໂທມໄວ້ ຫຼັງຈາກ ນັ້ນກໍ່ມາຍອອກແລ້ວນຳໄປແທກແຕ່ປາກບາດເບື້ອງເທິງຫາບ່ອນທີ່ໝາຍໄວ້ແລ້ວໃຊ້ມີດນ້ອຍຫັ່ນອ້ອມໄວ້.
ການຄັດເລືອກງ່າໂທມການ​ຄັດ​ເລຶອກງ່າຕົ້ນ​ຂອງ​ສົ້ມ​ໂອ​ທີ່​ເຮົາ​ຈະ​​ໂທມ​ນັ້ນ ຕ້ອງ​ແມ່ນ​ເຮົາ​ຈະ​ຕອ້ງ​ໄດ້​ພິຈະ​ລະນາ​ເ​ລຶອກຕົ້ນ​ກ່ອນ​ເພາະ​ຖ້າ​ຕົ້ນພໍ​ແມ່ນ​ພັນ​



ຂັ້ນຕອນແກ​ະ​ເປືອ​ກ

      ຫລັງຈາກທີ່ປາດປາກບາດເບື້ອງເທິງ ແລະ ເບື້ອງລຸ່ມແລ້ວໃຫ້ໃຊ້ປາຍມີດ ໄປເນັ້ນໃສ່ປາກບາດດ້ານເທິງ ແລ້ວໃຫ້ໃຊ້ມືເນັ້ນໃຫ້ຂົ່ມມີດເຂົ້າໄປເຖິງແກນ, ຂີດໃບມີດລົງໃຫ້ເຖິງປາກບາດເບື້ອງລຸ່ມແລ້ວຢຸດຫຼັງຈາກນັ້ນໃຫ້ ໃຊ້ປາຍມີດ ແລະ ມືແນບໃສ່ກັນຄ່ອຍໆ ແກະເອົາເປືອກອອກ, ໃນເວລາຂີດເປືອກຂອງຕົ້ນໝາກກ້ຽງພະຍາ ຍາມຢ່າໃຫ້ເລິກຈົນເຖິງແກນເພາະຈະມີຜົນຕໍ່ການເກີດຮາກອີກ​ດ້ວຍ.



ຂູ​ດ​ເນື້ອ​ເຍື່ອ

ພາຍຫລັງທີ່ແກະເປືອກອອກແລ້ວກໍ່ໃຊ້ສັນມີດຂູດເນື້ອເຍື່ອທີ່ເມືອກໆມີນ້ຳການຂູດແມ່ນຈະ
 ເລີມຂູດແຕ່ ເທິງລົງລຸ່ມໃຫ້ຂາດອອກຈາກກັນຈົນເຫລືອແຕ່ແກ່ນຂາວແຕ່ບໍ່ໃຫ້ຂູດເລິກຈົນເກີນໄປເພາະຈະ ມີຜົນກະທົບຕໍ່ການເກີດຮາກການທີ່ຂູດເນື້ອເຍື່ອແບບນີ້ກໍ່​ເພື່ອ​ທຳລາຍ​ເນື້ອ​ເຍື່ອທີ່ຈະ​ເລີ​ນ ຫລື ເພື່ອທຳລາຍ ທໍ່ລຳລຽງນ້ຳ, ທໍ່ລຳລຽງ ອາຫານທີ່​ຕິດ​ຢູ່​ໃນ​ແກ່ນ​ໄມ້​ນັ້ນອອກເພື່ອບໍ່ໃຫ້ພືດມີການສົ່ງທາດອາຫານໄປຫລໍ່ລ້ຽງ ພາກສ່ວນໃບ, ເມື່ອເປັນ ເຊັ່ນນັ້ນແລ້ວ ພືດຈະອາໃສດູດນ້ຳ ແລະ ແຮ່ທາດຈາກເບົ້າທີ່ເຮົາມັດໄວ້ພ້ອມກັບ​ການສ້າງ ຮາກຂື້ນມາໃຫມ່, ຖ້າ​ບໍ່​ເຮັດ​ຄື​ແນວ​ນັ້ນຫຼັງ​ຈາກ​ເຮົາ​ໂທມ​ງ່າ​ແລ້ວ​ເນື້ອເຍື່ອທີ່​ຕົກ​ຄ້າງ ຫລື ເນື້ອເຍື່ອ ທີ່ຂູດບໍ່ຂາດ ​ແລະ ບໍ່​ລະອຽດ ​ມັນ​ຈະ​ເຮັດ​ໃຫ້​ສ້າງ​​ເປື້ອກ​ໃໝ່​ຂື້ນມາ​ທົດ​ແທນ​ການ​ອອກຮາກ ເຊິ່ງເຮົາຈະສັງເກດ ເຫັນເມື່ອເວລາແກະເບົ້າອອກມັນຈະເປັນຕູດຢູ່ ແລະ ຈະ​ບໍ່​ມີ​ຮາກ​ເກີດ​ຂື້ນມາ.

 ຮໍ​ໂມນ​

 ການ​ໃຊ້​ຮໍ​ໂມນ​ເລັ່ງຮາກ​ທາ​ບໍ່​ລິ​ເວນ​ທີ່​ປາກ​ບາດ​ເບື້ອງ​ເທີ​ງ ຫຼື ບໍ່ລິເວນທີ່ຈະເກີດຮາກຈະຊ່ວຍໃຫ້ຮາກ ພືດເກີດຮາກດີຂື້ນ ຄື: ມີຮາກຫຼາຍຂື້ນ ຮາກຈະເລີນໄວ ແລະ ອອກຮາກໄວຂື້ນການທາຮໍໂມນປົກກະຕິຈະທາ ບໍ່ລິເວນບ່ອນທີ່ມັນ​ຈະເກີດຮາກເທົ່ານັ້ນເຊັ່ນ: ບໍ່ລິເວນທີ່ເຮົຟາປາດປາກບາດຫຼືຮອຍປາດເບື້ອງເທີງເທົ່ານັ້ນ ຄວນຈະໄດ້ສືກສາທົດລອງມາກ່ອນເພາະຕົ້ນພືດແຕ່ລະຊະນິດຈະອອກຮາກຍາກ ຫຼຶ ງ່າຍຕ່າງກັນ. ປົກກະຕິຕົ້ນ ພືດທີ່ອອກຮາກງ່າຍອາດຈະບໍ່ໃຊ້ກໍ່ໄດ້ຖ້າໃຊ້ກໍ່ຈະໃຊ້ຮໍໂມນຊະນິດອອ່ນທີ່ມີຄວາມເຂັ້ມຂຸ້ນນ້ອຍໆ ກໍ່ພຽງພໍ ສ່ວນຕົ້ນພືດທີ່ອອກຮາກຍາກຈຳເປັນຕ້ອງໃຊ້ຮໍໂມນຊະນິດແຮງ ຫຼື ທີ່ມີຄວາມເຂັ້ມຂຸ້ນຫຼາຍໆຕາມລຳດັບ ການໃຊ້ຮໍໂມນທີ່ກົງກັນຂ້າມກັບທີ່ກ່ວາມານີ້ ນອກຈາກຈະໃຊ້ໄດ້ຮັບຜົນດີຂື້ນແລ້ວ ຍັງເປັນການທຳລານພືດ
ທີ່​ໂທມ ແລະ ເຮັດໃຫ້ການໃຊ້ຈ່າຍເພີ່ມຂື້ນອີກດ້ວຍ.

ກະປິ

 ກະປິສວ່ນຫຼາຍ​​ແມ່ນ​ຄົນ​ເຮົາ​ຮູ້ຈັກ​ກັນ​ຫຼາຍ ​​ແລະ ຈະ​ມີ​ຂາຍໃນ​ຮ້ານ​ຄ້າຂາຍ​ຍ່ອຍ,ໃນ​ຕາມ​ທ້ອງ​ຕະ ຫຼາດ​ທົ່ວໆ​ໄປ ນອກຈາກ​ມະນຸດ​ເຮົາ​ນຳ​ໃຊ້​ເຂົ້າ​ໃນ​ການ​ປຸ່ງ​ແຕ່ງອາຫານ  ເພື່ອ​ເຮັດໃຫ້​ອາຫານ​ທີ່​ປຸ່ງ​ແຕ່ງມີ​ລົດ​ຊາດ​​ດີອີກ​ແລ້ວແລະ​ ອີກ​ບັ່ນ​ຫາ​ໜື່ງກະປິ​ກໍ່​ມີ​ສ່ວນ​ທີ່​ສຳຄັນຫຼາຍ​ທີ່​ນັກວິຊາການຈະນຳ​ໃຊ້​ເຂົ້າ​ໃນ​ການ​ຂະ ຫຍາຍ​ພັນ​​ພືດຄື: ການ​ໂທມ​ງ່າ​ໄມ້​ແມ່ນ​ເພີ່ນ​ຈະ​ນຳ​ໃຊ​້ກະປິ​ເພື່ອ​ຊ່ວຍ​ໃນ​ການ​ເລັ່ງຮ​າກ​ເຮັດ​ໃຫ້​ຮາກ​ພື​ດຂະ ຫຍາຍຕົວ​ໄວຂື້ນແທນການໃຊ້ຮໍໂມນເຂົ້າຊ່ວຍ  ກ່ອນອື່ນແມ່ນເຮົາຈະນຳເອົາກະປິລົງໃສ່ຖ້ວຍ ຫຼຶ ຈອກແລ້ວ ນຳເອົານ້ຳມາຖອກລົງໃສ່ໃຫ້ນຳເອົາໄມ້ຕີກະປິກັບນ້ຳເຂົ້າກັນໃຫ້ລະອຽດແລ້ວ ຈາກນັ້ນກໍ່ນຳໃຊ້ສຳລີ ຫຼຶ ນຳເອົາ ໄມ້ມາທຸບປາຍໃຫ້ມຸ່ນຄ້າຍຄືກັບຟອຍທາສີ, ນຳຟອຍທາສີຈຸ່ມນ້ຳກະປິແລ້ວທາໃສ່ປາກບາດເບື້ອງເທິງທີ່ເຮົາ ປາດສຳເລັດນັ້ນດັ່ງຮູບຂ້າງລຸ່ມນີ້:

ການ​ໂອບດິນ

 ນຳດິນໜຽວທີ່ໄດ້ຜ່ານການຄັ້ນຈົນຕິດກັນດີມາທາຫຼຶ​ໂອບໃສ່ປາກບາດທີ່ຜ່ານການແກະເປືອກ ແລະ ຂູດເນື້ອເຍື່ອອອກ​ໄວ້ຮຽບແລ້ວໂດຍໃຫ້ນຳເອົາດິນໜຽວມາຕິດແປະໃສ່ປາກບາດດ້ານເທິງ ແລະ ຕ້ອງໃຫ້ດິນ ຫຸ້ມກິ່ງໄມ້ ໄວ້ໝົດເພື່ອເປັນການກະຕຸ້ນການເກີດຮາກ​ໄວອີກເຊັ່ນກັນ.

ການ​ປາດ​ຖົງ​ຢາງ​ຄຸຍ​ໝາກ​ຟ້າ​ວ.

    ​      ເມື່ອ​ໃສ່​ດິນສຳ​ເລັດ​ແລ້ວ ກ່ອນ​ອື່ນ​ເຮົາ​ຈະ​ນຳ​ເອົາ​ຖົງ​ຢາງ​ທີ່​ຢັດ​ຄຸຍ​ໝາກ​ຟ້າວ​ສຳ​ເລັດ​ແລ້ວກ່ອນ​ນັ້ນ ຈັບ​ຂື້ນມາ​ໃສ່​ຝາ​ມື ໃຫ້​ເປັນ​ລັກສະນະທາງ​ເປ ຫຼື ນອນ​ລົງ​ກໍ່​ໄດ້ ຈາກ​ນັ້ນກໍ່​ນຳ​ໃຊ້ມີດ​ນ້ອຍ ຫຼື ມີດ​ຄັດ​ເຕີ ມາ​ປາດ​ຖົງ​ຄຸຍ​ໝາກ​ຟ້າວທ​າງກາງ ການ​ປາດ​ແມ່ນ​ໃຫ້​ປາດ​ພໍ​ເໝາະ​ກັບປາກ​ບາດ​ທີ່​ເຮົາ​ຈະ​ຕອນ ຫຼື​ ໂທມ​ນັ້ນ,ຖ້າ​ປາດ​ຖົງ​ຢາງ​ນ້ອຍ​ກ່ວາ​ປາກ​ບາດ​ທີ່​ເຮົາ​ຈະ​ໂທມ​ນັ້ນມັນ​ຈະ​ເຮັດ​ໃຫ້​ຄຸຍ​ໝາກ​ຟ້າວ​ບໍ່​ຫຸ້ມ​ກັບ​ປາກ​ບາດ​ເບື້ອງ​ເທິງ​ມັນ​ຈະ​ເຮັດ​ໃຫ້ການ​ເກີດ​ຮາກ​ມີ​ນ້ອຍ ຫຼື ອາດ​ຈະ​ຕ່າ​ຍ​ໄປ​ກໍ່​ເປັນ​ໄດ້.

ການຄັດເລືອກງ່າໂທມການ​ຄັດ​ເລຶອກງ່າຕົ້ນ​ຂອງ​ສົ້ມ​ໂອ​ທີ່​ເຮົາ​ຈະ​​ໂທມ​ນັ້ນ ຕ້ອງ​ແມ່ນ​ເຮົາ​ຈະ​ຕອ້ງ​ໄດ້​ພິຈະ​ລະນາ​ເ​ລຶອກຕົ້ນ​ກ່ອນ​ເພາະ​ຖ້າ​ຕົ້ນພໍ​ແມ່ນ​ພັນ​



ວິທີ​ແປະ​ຖົງ​ຄຸຍ​ຟ້າວ​ໃສ່​ປາກ​ບາດ

          ຫຼັງ​ຈາກ​ປາດ​ຖົງ​ຢາງສຳ​ເດັດ​ແລ້ວ​ຈາກ​ນັ້ນກໍ່​ນຳ​ມາ​​ແປະ ​ແມ່ນ​ໃຫ້​ກວ່ມ​ເອົາ​ປາກ​ບາດ​ດ້ານເທິງ ​ແລະ ດ້ານ​ລຸ່ມ​ໃຫ້​ພໍດີ​ ຖ້າຫາກ​ວ່າ​​ເຮັດ​ໃນ​ຊວງ​ລະດູ​ແລ້ງ​ໃຫ້​ປີ່​ນບ່ອນ​ທີ່​ເຮົາ​ປາດ​ນັ້ນ​ໃຫ້​ຢູ່​ຂ້າງ​ເທິງ ຫຼຶ ປາກ​ຂອງ​ຖົງ​ໃຫ້​ປີ່​ນຂື້ນ​ເທິງ,ລົງ​ລຸ່ມ​ກໍ່​ໄດ້ ແລະ ຖ້າ​ເປັນໃນ​ຊວງ​ລະດູຝົນ ໃຫ້​ປີ່​ນບ່ອນ​ທີ່​ເຮົາ​ປາດ​ນັ້ນ​ໃຫ້​ຢູ່​ຂ້າງ​ລຸ່ມ,​ໃຫ້​ປີ່​ນປາກ​ຖົງ​ລົງ​ລຸ່ມນີ້:

ການມັດ​ຖົງ

          ນຳ​ຖົງ​ຂຸຍ​ໝາກ​ຟ້າວທີ່​ຜ່າຕຽມ​ໄວ້​ແລ້ວ​ຫຼັງ​ຈາກ​ນັ້ນກໍ່ມາ ​ແປະ ຫຼື ​ຫຸ້​ມໃສ່​ປາກ​ບາດທີ່​ຜ່ານ​ການ​ປາດ​ໄວ້​ນັ້ນແລ້ວ​ນຳ​ໃຊ້​ມືບີບ​ໃຫ້​ເຂົ້າກັນ,​ ເມື່ອບີບ​ສຳ​ເດັດ​ແລ້ວ ຫຼັງ​ຈາກນັ້ນ​ແລ້ວ​ນຳ​ເອົາ​ເຊືອກຟາງທີ່​ເຮົາ​ຕຽມ​ໄວ້​ ແລ້ວ
ນຳ​​ເຊືອກ​ມາ​ມັດ​ໃສ່​ຂ້າງ​ເທີ​ງ ​​ແລະ ຂ້າງ​ລຸ​່ມ​ໃຫ້​ແໜ້ນ​ໃນ​ຂະນະ​ທີ່​ມັດ​ນັ້ນ​ແມ່ນ​ເຮົາ​ມັດ​ຂ້າງ​ໃດ​ກໍ່​ໄດ້ ແລ້ວ​ທີ່​ຜູ້ທີ່
ສະໜັດ.

ການ​ຮັກສາ​ງ່າ​ໂທມ

         ​ໃນ​ຂະນະ​ທີ່​ໄດ້​ເຮັດ​ການ​ໂທມ​ສຳ​ເດ​ັດ​ແລ້ວ​ເຮົາ​ຈະ​ຕອ້ງ​ໄດ້​ມີ​ການ​ຕິດຕາມກີ່​ງງ່າ​ຕະຫຼອດ  ​​ໄລຍະການ​ອອກການ​ອອກ​ຮາກ​ຂອງ​ງ່າ​ທີ່​ໂທມງ່າ​ທີ່​ຕັດ​ຖື​ວ່າ​ແມ່ນ​ຕັດ​ທໍ່​ລຳລຽງ​ຂົນ​ສົ່ງທາດ​ອາຫານ, ດັ່ງ​ນັ້ນມັນ​ຈະ​ຕ້ອງ​ອາ​​ໄສ​ອາຫານ​ທີ່​ສະ​ສົມ​ຢູ່​ໃນ​ກີ່​ງ​ເຊີ່ງ​ໄດ້ເຊີ່ງ​ໄດ້​ຈາກ​ການ​ສະ​ສົມ​ທາດ​ອາຫານ​ໃນ​ໃບ ​ແລະ ຈາກ​ການ​ປຸ່ງ​ແຕ່ງ​ທາດ​ອາຫານ​ທີ່​ໃບ​ ສະນັ້ນການ​ຮັກສາ​ໃຫ້​ງ່າ​ທີ່​ໂທມ​​ແມ່ນ​ໃຫ້​ຢູ່​ູ່​ໃນ​ສະພາບ​ປົກະຕິ​ ​,ມີ​ໃບສົມບູນ​ຢ່າງ​ພຽງພໍ ແລະ ​ໄດ້​ຮັບ​ແສງ​ແດດ​ພຽງພໍຢ່າງ​ສະ​ໜ່ຳສະ​ເໝີ ຖ້າວ່າ​ງ່າ​​ໂທມ​ຜິດ​ປົກກະຕິ​ມີ​ແມງ​ໄມ້​ມາ​ລົບ​ກວນ ຫຼື ເຈາະ​ຖົງ​ຂາດ​ແມ່ນ​ເຮົາ​ຈະ​ກຳຈັດ​ຖີ້ມຫຼັງ​ຈາກ​ນັ້ນ​ແມ່ນ​​ໃຫ້​ນຳ​ເອົາ​ຖົງ​ຢາງ​ມາ​ໂອບ​ໃສ່​ໃໝ​ແລ້​ວມັດ​ເຊື້ອກຟາງ ​ໃນ​ກໍ່​ລະ​ນີຖ້າ​ສັງ​ເກດ​ເຫັນ​ວ່າ​ຄຸຍ​ໝາກ​ຟ້າວໃນຖົງຢາງ​ຂາດຄວາມ​ຊຸ່ມ​ ຫຼື ແຫ້ງ​​ເກີນ​ໄປແມ່ນ​ເຮົາ​ຈະນຳ​ເອົາ​ນ້ຳ​ມາ​ຕື່ມ​ໃສ່ ຫຼັງ​ຈາກ​ນັ້ນ​ແມ່ນ​ເຮົາ​ກໍ່​ຕິດຕາມ​ຈົນ​ກ່ວາງ່າ​ໂທມ​​ອອກ​ຮາກຈົນ​ໄປ​ຮອດໃນການ​ຕັດ​ໄປ​ຊ​ຳ​ໃສ່​ຖົງຢາງ. ການຕິດຕາມງ່າ​ໂທມເຮົາສາມາດເຮັດໄດ້ດັ່ງນີ້:

 ງ່າໂທມປົກະຕິ

ໝາຍ​ເຖີງງ່າ​ທີ່​ເຮົາ​ໂທມ​ໄປ​ນັ້ນລັກສະນະ​ຂອງ​ຮ​າກ​ຕ້ອງສົມບູນ,ຮາກຕ້ອງແຂງ​ແຮງ, ການ​ເດີນ​ຂອງ​ຮາກ​ ແລະ ​ການຈະ​ເລີ​ນ​ເຕີບ​ໂຕ​ແມ່ນ​ຕອ້ງ​ເດີນ​ຢູ່​ໃນ​ສະພາບ​ປົກະ​ຕິຄື: ຮາກ​ຈະ​ເດີນ​ເຕັມ​ຖົງ, ຮາກຈະ​ກາຍເປັ​ນສີຂາວ​ອອກ​ເຫຼືອງ​ໜ້ອຍ​ໜື່ງ ​ແລະ ບໍ່​ມີ​ພະຍາດ, ​ແມງ​ໄມ້​ທີ່​ມາລົບ​ກວນ​ເບົ້າ ຫຼື ​ເຂົ້າ​ມາ​ທຳ
ລາຍ​ໃນ​ຖົງ​ກ້ອນ​ເບົ້າ​ເຮັດ​ໃຫ້​ຖົງ​ນັ້ນຂາດ ລວມທັງ​ແມງ​ໄມ້​ທີ່ເຂົ້າ​ມາ​ກັດຮາກນັບ​ທັງ​ພະຍາດ​ຕ່າງ​ທີ່​ມັກ​ເກີດ​ຂື້ນກັບ​ຖົງ​ກ້ອນ​ເບົ້າດັ່ງ​ຮູບ​ທີ່​ສະ​ແດງ​ລຸ່ມ​ນີ້:


 ງ່າໂທມຜິດປົກະ​ຕິ.

ໝາຍ​ເຖີງງ່າ​ທີ່​ເຮົາ​ໂທມ​ນັ້ນການ​ອອກ​ຮາກ​ຜິ​ດປົກະຕິ ​ຫຼຶ ບໍ່​ອອກ​ຮາກ​ຊ້ຳ​ເລີຍ​ສາຍ​ເຫດ​ທີ່​ເກີດ​ເນື່ອງ​ມາ​ຈາກ​ວ່າ:
- ການ​ຂູດ​ເນື້ອ​ເຍື່ອບໍ່​ລະອຽດ ຫຼຶ ນຳ​ໃຊ້​ມື້ຈັບ​ບ່າຍ​ກ່ອນ​ການ​ມັດ​ເບົ້າ.
- ການປາດ​ປາກ​ບາດ​ເລີກ​ເກີນ​ໄປ
-​ ຖົງ​ກ້ອນ​ເບົ້າ​ຂາດ​ນ້ຳ
- ແມງ​ໄມ້​ເຂົ້າ​ທຳລາຍດູດ​ກີ​ນນ້ຳ​ຫຼໍ່ລ້ຽງ ​ແລະ ທາດ​ອາຫານ​ໝົດ

    ຂໍ້​ຄວນ​ເອົາ​ໃຈ​ໃສ່:

                         ​ເຮ​ົາບໍ່​ຄວນ​ຂະ​ຫາຍ​ພັນ​ໝາກກ້ຽງ​ໃນ​ເວລາ​ທີ່​ພວມ​ເປັນ​ດອກ​ເດັດຂາດ​ເພາະວ່າ​ໃນ​ຊວງ​ນີ້ຕົ້ນ​ແມ່​ພັນ​ບໍ່ແຂງ​ແຮງ ​ແລະ ອີກ​ຢ່າງ​ໜື່ງຖ້າ​ເຮົາ​ໂທມ​ຕົ້ນ​ໄມ້​ທີ່ກ່ຳ​ລັງ​ພວມ ​ອອກດອກມັນ​ກໍ່​ອາດ​ຈະ​ເຮັດ​ໃຫ້​ດອກ ຫຼື​ ໝາກ​ນັ້ນລົ່ນຖີ້ມ​ເວລາ​ນຳ​ໄປ​ປູກ​ຜົນ​ຜະລິດ​ໃຫ້​ໝາກ​ກໍ່​ຈະ​ຕົກ​ຕ່ຳ,ດັ່ງນັ້ນ​ເຮົາ​ຈີ່​ງບໍ່​ຄວນ​ຂະ ຫຍາຍພັນ​ພືດ​ໃນ​ຊວງ​ນີ້​ເປັນ​ເດັດຂາດ.  

         ຕາຕະລາງ​ການ​ອອກ​ຮາກ​ຂອງ​ງ່າ​ທີ່​ໂທມ.
ລ/ດ       ຊະນິດ​ຕົ້ນ​ໄມ້       ​ເວລາ​ທີ່​ສາມາດ​ຕດັຊຳ​​ໄດ້     ໝາຍ​ເຫດ
1           ໝາກກ້ຽງ​ນອ້ຍ     6-8/ ອາທິດ        
2          ໝາກກ້ຽງ​ໃຫ່ຍ     12-14/ ອາທິດ     
3          ໝາກ​ນາວ​ຕ່າງໆ     4-6/ ອາທິດ        
4          ໝາກ​ລຳ​ໃຍ          8-10/ ອາທິດ      
5          ໝາກ​ລີ​ນຈີ່           6-8/ ອາທິດ        
6          ໝາກ​ເງາະ            10-12/ ອາທິດ     
7          ໝາກ​ລະ​ມົດ         16-20/ ອາທິດ    
8          ໝາກ​ມອນ​ໄຂ່       16-20/ ອາທິດ    
9          ໝາກ​ຕ້ອງ           10-14/ ອາທິດ     
10        ໝາກ​ສີດາ            6-8/ ອາທິດ        
11        ໝາກຍົມ             6-8/ ອາທິດ        
12        ໝາກຂາມ           8-12/ ອາທິດ       ​ໂທມ​ງ່າ​ອ່ອນ
13        ໝາກ​ອະ​ງຸ່ມ          6-10/ ອາທິດ       ​ໂທມ​ງ່າ​ກາງ-​ແກ່

ການ​ສັງ​ເກດ​ການ​ອອກ​ຮາກ.

         ເມຶ່ອ​ເຮົາ​ໂທມ​ງ່າ​​ໄດ້​ ​ແລ້ວເຮົາ​ຈະ​ສັງ​ເກດ ​ແລະ ຕິດຕາມ​ເປັນ​ປະຈ່ຳຈົນ​ຮອດ​ປະມານ 30 - 45 ວັນ ​ກີ່​ງ
ຕອນ​ກໍ່​ຈະ​ເລີມ​ອອກ​ຮາກ ​​ແລະ ​ເມື່ອ​ງ່າ​ທີ່​ໂທມ​ອອກ​ຮາກ​ໄດ້​ຫຼາຍ​ແລ້ວ ລໍຖ້າ​ໃຫ້​ຮາກ​ນັ້ນອອກ​ເປັນ​ສີ​ເຫຼືອງ​ແກ່ ຫຼຶສີນ້ຳ​ຕານ ແລະ ສີຂາວ ດັ່ງ​ຮູບ​ລຸ່ນີ້:


ການ​ປາດ​ເຕື່ອນ.

         ເມຶ່ອ​ກີ່​ງຕອນ​ເລີ່ມ​ອອກ​ຮາກ ​​ແລະ ​​ອອກ​ຮາກ​ໄດ້​ຫຼາຍ​ແລ້ວເຮົາຈະສັງເກດເຫັນມີຮາກເປັນ​ສີ​ເຫຼືອງ​ແກ່ ຫຼຶ
ສີນ້ຳ​ຕານ ແລະ ສີຂາວອອກເຕັມເບົ້າໃຫ້ເຕືອນງ່າໂທມເສຍກ່ອນຈີ່ງຕັດອອກຈາກຕົ້ນແມ່ພັນ, ການປາດເຕືອນ ຕອ້ງປາກຢູ່ລຸ່ມເບົ້າລົງໄປ 3 - 5 cm ແລະ ຕ້ອງປາດໃຫ້ເຖີງແກນ ຫຼື 1 ສ່ວນ 2 ຂອງກີ່ງ.

 ການ​ຕັດ​ງ່າ​ໂທມ

 ຕົ້ນ​ໝາກກ້ຽງ​ຈະ​ອອກ​ຮາກ​ປະມານ 1-2 ເດືອນ​ການ​ຕັດ​ກີ່​ງ​ໂທມ​ຕ້ອງ​ມີ​ການ​ພິຈະ​ລະນາ​ເບີ່​ງປະລິມານ​ການ​ອອກ​ຮາກ​ເລີ່​ມມີ​ສີນ້ຳຕານ ແລະ ມີ​ຮາກຝອຍ​ເກີດ​ຂື້ນມາ​ແລ້ວ​ຖ້າ​ເປັນ​ກີ່​ງທີ່​ມີ​ໃບ​ຫຼາຍ​ຄວນ​ຕັດ​ແຕ່ງ​ກີ່​ງ​ໃຫ້​ມີ​ປະ​ລິ​ມານ​ໜ້ອຍ​ລົງ ປ້ອງ​ກັນ​ການ​ຄາຍ​ນ້ຳ ພືດ​ບາງ​ຊະນິດ​ມີ​ຄວາມ​ອ່ອນ​ແອ​ຈະ​ຕ້ອງ​ຮັກສາ​ເປັນ​ພິ​ເສດ
 ເມື່ອ​ເຮົາ​ໄດ້​ປາດ​ເຕື່ອນຄົບ​ຕາມ​ຈຳນວນ​ມື້​ແລ້ວຫຼັງ​ຈາກ​ນັ້ນກໍ່​ນຳ​ໃຊ້​ກັນ​ໄກ​ ຫຼຶ ຊີ​ຄັດ​ເຕີ​ມາ​ຕັດ ການ​ຕັດ​ແມ່ນ​ໃຫ້​ຕັດ​ລຸ່ມ​ຈາກ​ເບົ້າ​ປະມານ 15 - 20 cm.ດັ່ງ​ລຸ່ມ​ນີ້:

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ