google-site-verification: google0d91bc93cfc88895.html ຄຸນປະໂຫຍດຂອງນ້ຳຖ່ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, June 11, 2014

ຄຸນປະໂຫຍດຂອງນ້ຳຖ່ານ


  • ຖ້າ​ມີຄວາມ​ຈຳ​ເປັນ​ໃຊ້​ສານ​ເຄມີ​ຂ້າ​ແມງ​ໄມ້​ໃຫ້ເອົາ​ນ້ຳ​ຖ່ານມາປະສົມ​ເຂົ້າຈະ​ເຮັດ​ໃຫ້ການ​ກຳຈັດ​ແມງ​ໄມ້​ຍາວ​ກ່ວາ​ເຄິ່ງຫນື່ງຂອງ​ການ​ໃຊ້​ຢາຂ້າ​ແມງ​ໄມ້​ທີ່ເປັນເຄມີ.
  • ​ເມື່ອ​ໃຊ້​ນ້ຳ​ຖ່ານ​ຮ່ວມກັບ​ສານ​ເຄມີ​ຈະ​ເຮັດ​ໃຫ້​ມີ​ປະສິດທິພາບ​ຫລາຍ​ຂື້ນ
  • ຖ້າ​ປະສົມ​ນ້ຳ​ຖ່ານ​ກັບ​ນ້ຳ​ໃນ​ອັດຕາ 1/ 500-1000 ​ໃຊ້​ຫົດ​ຕົ້ນ​ໄມ້​ກິນ​ຫມາກ​ຈະ​ຊ່ວຍ​ເພີ່ມ​ຄວາມ​ຫວານຂອງໝາກໄມ້ໄດ້
  • ຊ່ວຍ​ຍ່ອຍ​ຝຸ່ນ​ຫມັກ, ຝຸ່ນຄອກ ​ແລະ​ລົດ​ກິ່ນ​ເຫມັນ​ຕ່າງໆ​ໄດ້​ຢ່າງ​ມີ​ປະສິດທິພາບ
  • ຖ່ານ​ທີ່​ນຳ​ມາ​ແຊ່​ກັບ​ນ້ຳ​ຖ່ານ​ນຳ​ໄປ​ໃສ່​ດິນ​ຈະ​ຊ່ວຍ​ປັບປຸງ​ເຮັດ​ໃຫ້​ດິນ​ດີ​ຂື້ນ, ​ເພີ່ມ​ຈຸລິນ​ຊີ​ໃນ​ດິນ ​ແລະ ​ເປັນ​ປະ​ໂຫຍ​ດ​ແກ່​ພືດ
  • ການ​ໃຊ້​ນ້ຳ​ຖ່ານ​ກັບ​ພືດ​ຄວນ​ໃຊ້​ໃນ​ຕອນ​ເຊົ້າ ​ແລະ ຕອນ​ແລງ​ຈະ​ເກີດ​ມີ​ຜົນ​ປະ​ໂຫຍ​ດ​ແກ່​ພືດ​ຫລາຍ​ກ່ວາ​ຕອນ​ກາງ​ເວັນ, ​ໃບ​ພືດ​ຈະ​ເພີ່ມ​ຄວາມ​ຕ້ານທານຕໍ່​ໂຣກ​ໄດ້​ດີ
  • ສາມາດ​ຂ້າ​ເຊື້ອ​ໂຣກ​ໃນ​ດິນ​ໄດ້​ໃນ​ອັດຕາ​ສ່ວນ 1 / 20-30 ນ້ຳ​ທຳ​ມະ​ດາ, ຈະ​ເຮັດ​ໃຫ້​ຈຸລິນ​ຊີ​ທີ່​ເປັນ​ປະ​ໂຫຍ​ດມີ​ຫລາຍ​ຂື້ນ, ສາມາດ​ກຳຈັດ​ໂຣກທີ່​ເກີດ​ຈາກ​ເຊື້ອລາ ​ແລະ ຂີ້ກະ​ເດືອນ​ຝອຍ​ໃນ​ດິນ​ເມື່ອ​ປະສົມ​ກັນ​ແລ້ວ​ກໍ່​ໃຊ້​ໃນ​ອັດຕາ​ສ່ວນ 6 ລິດ / 1 ຕາ​ແມັດ
  • ສີດ​ນ້ຳ​ຖ່ານ​ໃນ​ອັດຕາ​ສ່ວນ 1/500-1000 ສ່ວນ​ຈະ​ເຮັດ​ໃຫ້​ເພີ່ມ​ລົດ​ຊາດ​ຂອງ​ຫມາກ​ໄມ້​ທີ່​ບໍ່​ຫວານ​ໃຫ້​ມີ​ຄວາມ​ຫວານ​ຂື້ນ​ກ່ວາ​ເກົ່າ
  • ນ້ຳ​ຖ່ານສາມາດ​ນຳ​ໄປ​ຂັບ​ໄລ່​ແມງ​ໄມ້​ໂດຍ​ສະ​ເພາະ​ແມ່ນຂີ້​ເຂັບ
  • ດັບ​ກິ່ນ​ຂີ້​ສັດ​ໃນ​ອັດຕາ​ສ່ວນ 1 / 500
  • ນ້ຳ​ຖ່ານ​ສາມາດ​ເພີ່ມຄຸນະພາບ​ຂອງ​ຜົນ​ຜະລິດ​ໂດຍ​ໃຊ້ 2-3 ຄັ້ງ ຫລື ທຸກໆ 15 - 20 ວັນ​ນັບ​ແຕ່​ໄລຍະ​ປູກ​ຈົນ​ເຖິງ 15 ວັນ​ກ່ອນ​ເກັບ​ກ່ຽວ, ​ໃນ​ກໍລະນີ​ຜັກ ກ່ອນ​ເກັບ​ກ່ຽວ​ຈະ​ຊ່ວຍ​ເພີ່ມ​ຄຸນ​ນະພາ​ບ​ໃຫ້​ດີ​ຂື້ນ​ບໍ່​ແຫ່ວ​ງ່າຍ​ສຳລັບ​ຜັກ​ຈະ​ໃຊ້ 1-2 ຄັງ​ຕໍ່ 2 ​ອາທິດກ່ອນ​ເກັບ​ກ່ຽວ​ໂດຍ​ທົ່ວ​ໄປ​ແລ້ວ​ຄວນ​ປະສົມ​ກັບ​ນ້ຳ​ລະຫວ່າງ​ນ້ຳ​ຖ່ານ 1 ສ່ວນ​ຕໍ່​ກັບ​ນ້ຳ 300-1000 ສ່ວນ

ດ້ານ​ການ​ປູກຝັງ
  • ນ້ຳ​ຖ່ານ​ເປັນ​ນ້ຳ​ທີ່​ມີ​ຄຸນ​ປະ​ໂຫຍ​ດສູງ​ທາງ​ດ້ານ​ການ​ປູກຝັງ​ເຊິ​ງຈະ​ຊ່ວຍ​ໃຫ້​ພືດ​ມີ​ຄວາມ​ແຂງ​ແຮງ ​ແລະ​ທົນ​ທານ​ຕໍ່​ໂຣກ-ພະຍາດ, ພືດ​ຈະ​ໃຫຍ່​ໄວ​ກ່ວາ​ປົກກະຕິ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະສິກອນ​ໄດ້​ເປັນ​ຢ່າງ​ດີ​ບໍ່​ວ່າ​ຈະ​ເປັນ​ພືດ​ລົ້ມລຸກ, ພືດ​ຢືນ​ຕົ້ນ, ພືດ​ໃຫ້​ຫົວ, ພືດ​ໃຫ້​ດອກ, ພືດ​ໃຫ້​ໃບ ​ແລະ ພືດ​ໃຫ້​ຫມາກ
  • ຊ່ວຍ​ປັບປຸງ​ດິນ: ​ໂດຍ​ການ​ສ້າງ​ຈຸລິນ​ຊີ​ທີ່​ມີ​ປະ​ໂຫຍ​ດຂື້ນຈຸລິນ​ຊີ​ດັ່ງກ່າວ​ຈະ​ໄປ​ຍ່ອຍ​ສະຫລາຍ​​ເສດ​ພືດ-ສັດ​ທີ່​ມີ​ຢູ່​ໃນ​ດິນ​ໃຫ້​ມີ​ລັກສະນະ​ນ້ອຍ​ລົງ​ຈົນ​ຢູ່​ໃນ​ສະພາບ​ເປັນທາດ​ອາ ຫານ, ຕົວ​ຈຸລິນ​ຊີ​ເອງ​ເມື່ອ​ຕາຍ​ໄປ​ກໍ່​ຈະ​ເປັນທາດ​ອາຫານ​ເຊັ່ນ​ດຽວ.
  • ຮັກສາ​ການລະ​ເຫີ​ຍອາຍ​ຂອງ​ນ້ຳ​ໃນ​ດິນ​ໄດ້​ໃນ​ພາວະ​ການ​ປະຕິກິລິຍາ​ລະ​ຫວ່າງນ້ຳ​ຖ່ານ ແລະ ​ນ້ຳທີ່​ມີ​ຢູ່​ໃນ​ພື້ນ​ດິນ.
  • ຊ່ວຍ​ໃຫ້​ຮາກຝອຍ​ຂອງ​ພືດ​ທີ່​ຕາຍ​ໄປ​ມີ​ການ​ເກີດ​ທົດ​ແທນ ແລະ ​ເພີ​່ມຈຳນວນຮາກ​ໃຫ້​ມີ​ຫລາຍ​ກ່ວາ​ເກົ່າ, ​ເສີມ​ຄວາມ​ແຂງ​ແຮງ​ຂອງ​ຮາກ​ແກ້ວ​ໂດຍ​ສະ​ເພາະ​ແມ່ນ​ຮາກຝອຍ.                          
  • ຊ່ວຍ​ໃນ​ການ​ຂະຫຍາຍຕົວ​ຂອງ​ເນື້ອ​ເຍື່ອ​ໃນ​ລຳ​ຕົ້ນ: ​ເມື່ອ​ພືດ​ໄດ້​ຮັບເອົາ​ນ້ຳ​ຖ່ານຂື້ນ​ໄປ​ປຸງ​ແຕ່ງ​ຢູ່​ສ່ວນ​ໃບ​ແລ້ວ​ພືດ​ຈະ​ສົ່ງ​ທາດ​ອາຫານ​ເຫລົ່ານັ້ນ​ໄປ​ທົວທຸກ​ສ່ວນ​ຂອງ​ຕົ້ນ​ພືດ, ລຳຕົ້ນ​ກໍ່​ແມ່ນ​ສ່ວນ​ຫນຶ່ງທີ່​ໄດ້​ຮັບ​ທາດ​ອາຫານ​ທີ່​ມີ​ສ່ວນ​ປະກອບ​ຄື​ນ້ຳ​ຖ່ານ​ຈຶ່ງ​ເຮັດ​ໃຫ້​ເນື້ອ​ເຍື່ອສ່ວນ​ທີ່​ຈະ​ຈະ​ເລີ​ນ​ໄປ​ເປັນ​ລຳຕົ້ນ​ທາງ​ດ້ານ​ຂ້າງ(ຄວາມ​ໃຫຍ່​ຂອງ​ລຳຕົ້ນ)ຂະຫຍາຍ​ອອກ​ຢ່າງ​ສະ ຫມ່ຳສະ​ເຫມີ​ລຳຕົ້ນ​ຈື່ງ​ຈະ​ກົມ​ງາມ​ດີ, ສ່ວນທາງ​ດ້ານ​ຄວາມ​ສູງ​ກໍ່​ເຊັ່ນ​ດຽວຈະ​ສະ​ເຫມີ​ກັນ​ໄປ​ເຮັດ​ໃຫ້​ຕົ້ນ​ໄມ້​ບໍ່​ມີ​ສ່ວນ​ທີ່​ຫລຸບ ຫລື ສວດ​ອອກ​ເຊິ່ງ​ເຂົາ​ມັກ​ເອີ້ນ​ກັນ​ວ່າ​ປີກ​ຂອງ​ຕົ້ນໄມ້.
​                                               ຮູບ​ທີ4: ເນື້ອ​ເຍື່ອພືດທີ່​ຈະ​ເລີ​ນດ້ານ​ຂ້າງ
 ​ເຮັດ​ໃຫ້​ພືດ​ສັງ​ເຄາະ​ແສງ​​ໄດ້​ດີ​ຂື້ນ: ຫມາຍ​ຄວາມ​ວ່າ​ນ້ຳ​ຖ່ານ​ຈະ​ເຮັດ​ໃຫ້​ແຜ່ນ​ຮັບ​ແສງ​​ໃນ​ໃບ​ພື​ດມີ​ຄວາມ​ໃຫຍ່ ແລະ ກ້ວາງ​ອອກ, ຮູ້​ສຳລັບ​ຄາຍ​ອາຍ​ນ້ຳ​ທີ່​ມີ​ຢູ່​ກ້ອງ​ໃບ​ກໍ່​ສາມາດ​ເຮັດ​ຫນ້າ​ທີ່​ໄດ້​ດີ​ຂື້ນ​ກ່ວາ​ປົກະຕິ. 
  • ຊ່ວຍ​ໃຫ້​ດອກ ​ແລະ ຫມາກ​ຂອງ​ຕົ້ນ​ພືດ​ຈັບ​ດີ, ຫມາກ​ກໍ​່ມີ​ລົດ​ຊາດ​ຫວານ​ກ່ວາ​ປົກກະຕິ ແລະ ຫນ່ວຍ​ໃຫຍ່​ເປັນ​ພິ​ເສດ.
  • ຂັບ​ໄລ່​ແມງ​ໄມ້​ສັດຕູ​ພືດ: ​ເນື່ອງ​ຈາກ​ວ່າ​ນ້ຳ​ຖ່ານ​ມີ​ກີ່​ນຂິວ​ຄັວນ​ໄຟ​ຈຶ່ງ​ເຮັດ​ໃຫ້​ແມ້ງ​ໄມ້​ບໍ່​ກ້າ​​ເຂົ້າ​ມາ​ໃກ້​ຕົ້ນ​ພືດ​ທີ່​ມີ​ການ​ສີດ​ພົ່ນ​ນ້ຳ​ຖ່ານ.
  • ອັດຕາ​ການ​ຕາຍ​ຂອງ​ພືດ​ທີ່​ໄດ້​ຜ່ານ​ການ​ສີດ​ພົ່ນ​ນ້ຳ​ຖ່ານ​ກໍ່​ມີ​ຈຳນວນ​ຫນ້ອຍ​ລົງ​ເຮັດ​ໃຫ້​ຊາວ​ກະສິ ກອນ​ມີ​ລາຍ​ຮັບ​ເພີ່ມ​ຂື້ນ​ໄດ້.
           
ດ້ານ​ການ​ລ້ຽງສັດ
•           ດັບ​ກິນ​ເຫມັນ​ອັບ​ໃນ​ຄອກ​ສັດ, ກິ່ນ​ຂີ້​ສັດ: ຄອກ​ສັດ​ທີ່​ມີ​ກິ່ນ​ເໝັນອັບ​ບໍ່​ວ່າ​ຈະ​ເກີດ​ຈາກ​ການ​ສະ​ສົມ​ຂອງ​ຂີ້​ສັດ ຫລື ກິ່ນທີ່​ເກີດ​ຈາກ​ສິ່ງ​ອື່ນໆ​ກໍ່ຕາມ​ເມື່ອ​ນຳ​ໃຊ້​ນ້ຳ​ຖ່ານມາ​ປະສົມ​ກັບ​ນ້ຳ​ທຳ​ມະ​ດ​າ​ແລ້ວ​ສີດ​ພົ່ນ​ໃຫ້​ທົ່ວຄອກ​ເປັນ​ເວລາ 3 ວັນ​ຕິດຕໍ່​ກັນຈະ​ຊ່ວຍ​ໃຫ້​ກິ່ນ​ທີ່​ເຫມັນ​ຄາວ​ນັ້ນຫມົດ​ໄປ, ຈຳພວກ​ແມງວັນ​ກໍ່​ບໍ່​ມາ​ໄກ້​ ເມື່ອ​ໃຊ້​ໄປ​ເລື້ອຍໆຄອກ​ສັດ​ກໍ່​ຈະ​ມີ​ຄວາມ​ສະອາດໄປ​ໃນ​ໂຕ.
      •  ຊ່ວຍ​ໃຫ້​ສັດ​ກິນ​ອາຫານ​ດີ​ຂື້ນ: ​ເມື່ອ​ປະສົມ​ນ້ຳ​ຖ່ານ​ໃສ່​ນ້ຳ ຫລື ອາຫານ​ໃຫ້​ສັດ​ກິນ​ຈະ​ເຮັດ​ໃຫ້​ສັດ​ກິນ​ອາຫານ​ໄດ້​ດີ​ຂື້ນ​ເນື່ອງ​ຈາກ​ວ່າ​ຈຸລິນ​ຊີ​ທີ່​ມີ​ປະ​ໂຫຍ​ດ​ໃນ​ນ້ຳ​ຖ່ານ​ຈະ​ໄປ​ຊ່ວຍ​ຍ່ອຍ​ອາຫານ​ໃນ​ກະ​ເພາະ​ຂອງ​ສັດ​ຈຶ່ງ​ເຮັດ​ໃຫ້​ສັດ​ຕ້ອງການ​ກິນ​ອານ​ຫານ​ຫລາຍ​ຂື້ນ ແລະ ກິນ​ດີ​ຂື້ນ​ກ່ວາ​ເກົ່າ.

ດ້ານ​ສິ່ງ​ແວດ​ລ້ອມ

      •  ສາມາດ​ລົດ​ກິ່ນ​ເຫມັນ​ຂອງ​ຂີ້​ເຫຍື້ອ​ບໍ​່ວ່າຈະ​ຫນ້ອຍ ຫລື ຫລາຍ​ກໍ່ຕາມ: ຂີ້​ເຫ​ຍື້​ອຕາມ​ສະຖານ​ທີ່​ຕ່າງໆ( ຖັງ, ​ເຂັ້ງ ຫລື ສະຖານ​ທີ່​ເກັບ​ຂີ້​ເຫຍື້ອ )ນຳ​ເອົາ​ນ້ຳ​ຖ່ານ​ໄປ​ສີດ​ພົ່ນ ຫລື ວ່າ​ຫົດ​ໃຫ້​ປຽກ​ຊຸມ​ຈະ​ດັບ​ກິ່ນ​ເຫມັນ​ຄາວ​ຂອງ​ເສດ​ອາຫານ ແລະ ສິ່ງ​ເສດ​ເຫລືອ​ຕ່າງໆນັ້ນ​ໄດ້.
      •  ຊ່ວຍ​ບຳບັດ​ນ້ຳ​ທີ່​ໃຊ້​ບໍ່​ໄດ້(ນ້ຳ​ເປື້ອນຈາກ​ຫ້ວຍຮ່ອງ​ຄອງ​ບຶງ): ຖ້າ​ຫາກ​ວ່າ​ນ້ຳ​ບໍ່​ເລິກ​ໃຫ້​ໃຊ້​ບົວ​ຫົດ ຫລື ໃຊ້​ບັ້ງສີດ​ສີດ​ພົ່ນ​ໃຫ້​ທົ່ວ​ແຕ່​ຫາກ​ວ່າ​ນ້ຳ​ທີ່​ເນົ່າ​ເປື້ອນນັ້ນຫາກ​ເລິກ ​ແລະ ຍາວ​ຄວນ​ໃຊ້​ວິທີ່​ໂດຍ​ການ​ນຳ​ເອົາ​ດິນ​ຫນຽວ​ມາ​ປະສົມ​ກັບ​ນ້ຳ​ຖ່ານ​ຄັ້ນ​ໃຫ້​ເຂົ້າກັນ​ແລ້ວ​ປັ້ນ​ໃຫ້​ເປັນ​ກ້ອນ, ນຳ​ກ້ອນ​ດິນ​ດັ່ງກ່າວ​ໄປ​​ແກວ່ງ​ລົງ​ແມ່​ນ້ຳ​ນັ້ນ​ໃຫ້​ໄດ້​ຫລາຍ​ເທົ່າ​ທີ່​ຫລາຍ​ໄດ້​ກໍ່​ຈະ​ສາມາດ​ລົດ​ປະລິມານ​ນ້ຳ​ເປື້ອນນັ້ນລົງ​ໄດ້.

ດ້ານ​ທົ່ວ​ໄປ

            ນຳ​ນ້ຳ​ຖ່ານ​ໄປ​ທາ​ໃສ່​ບ່ອນ​ທີ່​ເປັນ​ຕຸ່ມ​ເປື່ອຍ, ຕຸ່ມ​ຄັນ, ​ເປັນ​ຫໍ, ​ເຮື້ອ​ນຈະ​ເຮັດ​ໃຫ້​ຕຸ່ມ​ຄັນ, ຕຸ່ມ​ເປື່ອຍ​ຈົນ​ກະທັ້ງຫໍ​-ເຮື້ອນນັ້ນ​ເຊົາ​ໄດ້, ນອກຈາກນັ້ນຍັງສາມາດຮັກສາພະຍາດຕ່າງໆທີ່ເກີດຂື້ນກັບຄົນໄດ້ອີດດ້ວຍ ເຊັ່ນ: ໂລກຫົວໃຈ, ຕັ້ງຊົ່ງ, ເບົາຫວານ ແລະ ຍັງສາມາດນ້ຳໄປປະກອບກັບສານຕ່າງເພື່ອຜະລິດເປັນເຄື່ອງ ໃຊ້ເຊັ່ນ: ຄີມ​ບຳລຸງ​ຜິວ, ສະບູ, ຢາ​ສະ​ຜົມ ​ແລະ ອື່ນໆ​ອີກ. 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ