google-site-verification: google0d91bc93cfc88895.html ວິທີການຜະລິດນ້ຳຖ່ານແບບຝຸ່ຍນ້ຳມັນ 200 ລິດ. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, June 11, 2014

ວິທີການຜະລິດນ້ຳຖ່ານແບບຝຸ່ຍນ້ຳມັນ 200 ລິດ.


ກຽມ​ຟືນ​ມາ​ເຜົາ: ການ​ຕັດ​ຟືນ​ມາ​ເຜົາ​ຖ້າ​ເປັນ​ໄມ້​ດິບຕັດ​ໃຫມ່​ຈະ​ມີ​ຄວາມ​ປຽກ​ຊຸ່ມ​ເຖິງ50%​ໂດຍ​ນ້ຳຫນັກ​ຖ້າ​ນຳ​ມາ​ຜະລິດ​ໂລດ​ຈະ​ໃຊ້​ເວລາ​​ໃນ​ການ​ເຜົາດົນ​​ແຕ່​ຖ້າ​ໃນ​ກໍລະນີ​ໄມ້​ແຫ້ງ​ໂພດ ຫລື ​ເປັນ​ຟືນ​ຕາຍ​​ແລ້ວນຳ​ມາ​ເຜົາ​ຈະ​ເຮັດ​ໃຫ້​ຟືນ​ກາຍ​ເປັນ​ຖ່ານ​ໄວ ​ແລະ ກໍ່​ຈະ​ໄດ້​ນ້ຳ​ຖ່ານ​ຫນ້ອຍ​, ໄມ້ຟືນ​ທີ່ ​ເຫມາະ​ສົມ​ໃນ​ການ​ເຜົາ​ເອົາ​ນ້ຳ​ຖ່ານ​ຄວນ​ຕັດ​ຈະໄວ້ບ່ອນ​ຮົ່ມ​ປະມານ 2-3 ອາທິດ​ປະລິມານ​ຄວາມ​ຊຸ່ມ​ຂອງ​ຂອງ​ຟືນ​ຫລຸດ​ລົງ 35% ( ຟືນ​ຕາຍຫມາດ ); ຂະຫນາດ​ຂອງ​​ໄມ້ຟືນທີ່​ເຫມາະ​ສົມ​ທີ່​ຈະ​ນຳ​ມາ​ເຜົາ​​ເອົາ​ນ້ຳ​ຖ່ານ​ໃນ​ເຕົາ​ໃນ​ເຕົາ​ທີ່​ເຮັດ​ດ້ວຍ​ຝຸ່ຍນ້ຳມັນ 200 ລິດ​ຟືນ​ຈະ​ຕ້ອງ​ມີ​ຄວາມ​ໃຫຍ່​ເສັ້ນ ຜ່າ​ກາງ​ປະມານ 5 ຊັງ​ຕີ​ແມັດ ​ແລະ ຍາວ 80 ຊັງ​ຕີ​ແມັດຖ້າ​ເປັນ​ໄມ້​ໃຫຍ່​ຕ້ອງ​ຜ່າ​ກ່ອນ ​ແລະ ຕາກ​ແດດ​ໄວ້ 2-3 ອາທິດ​ເພື່ອ​ໃຫ້​ໄມ້​ຕາຍຫມາດ​ກ່ອນ.

            ການ​ບັນຈຸ​ຟືນ​ເຂົ້າ​ເຕົາ: ນຳ​ໄມ​້ຟືນທີ່​ມີ​ຂະຫນາດ​ເສັ້ນຜ່າ​ກາງ 5 ຊັງ​ຕີ​ແມັດ ​ແລະ ຍາວ80 ຊັງ​ຕີ​ແມັດ​ທີ່​ຕັດ​ມາ​ປະມານ 2-3 ອາທິດນຳ​ເຂົ້າ​ມາ​ບັນຈຸ​ໃສ່​ຝຸ່ຍ​ໃນ​ແນວ​ນອນ​ຕາມ​ລວງ​ຂອງ​ຝຸ່ຍພື້ນ​ຂອງ​ເຕົາ​ຕ້ອງ​ຮອງ​ດ້ວຍ​ຕາ​ນ່າງ​ເຫລັກ​ເພື່ອ​ບໍ່​ໃຫ້​ຟືນ​ແທດ​ກັບ​ພື້ນ​ເຕົາ
  
            ການ​ປິດ​ປາກ​ເຕົາ: ອັດ​ປາກ​ເຕົາ​ດ້ວຍ​ຝາ​ປິດ​ທີ່​ກຽມ​ໄວ້​ນັ້ນ​ໃຫ້​ແຫນ້ນຫນາ ​ແລະ ຈອດ​ຮອຍ​ຕໍ່​ລະ ຫວ່າງ​ຂອບ​ຝາ​ປິດ ​ແລະ ຂອບ​ປາກ​ເຕົາ​ດ້ວຍ​ດິນ​ຫນຽວ​ໂດຍ​ບໍ່​ໃຫ້​ມີ​ຮູ​ພິ່ວ, ຈາກ​ນັ້ນກໍ່​ກຽມ​ຈູດ​ໄຟທີ່​ປາກ​ເຕົາ
  
            ການ​ຈູດ​ໄຟ​ຫນ້າ​ເຕົາ: ການຈູດໄຟທີ່ປາກເຕົາ​ເມື່ອ​ເລີ່​ມ​ເຜົາ​ຄວນ​ລະມັດລະວັງ​ບ່ອນ​ຈູດ​ຂອງ​ໄຟ​ຫນ້າ​ເຕົາ​ບໍ່​ຄວນ​ໃຫ້​ໄຟ​ເຂົ້າ​ໃກ້​ຫລາຍ​ຈົນ​ເກີນ​ໄປ​ບ່ອນ​ທີ່​ເຫມາະ​ສົມ​ຕ້ອງຫ່າງ​ຈາກ​ຟືນ​ໃນ​ເຕົາປະ ມານ 20 ຊັງ​ຕີ​ແມັດ, ປອຍ​ໃຫ້​ອາຍ​ຄວັນ​ໄຟ​ຮ້ອນ​ເຂົ້າ​ໄປ​ໃນ​ເຕົາ​ໂດຍ​ໃຊ້​ແຜ່ນ​ເຫລັກ​ມີ​ຮູ​ບລັກ​ສະ​ນະອູບ​ມຸງ​ມາກ​າງ​ໄວ້; ຫລັງ​ຈາກ​ນັ້ນກໍ່ຈູດ​ໄຟ​ຫນ້າ​ເຕົາ​ເພື່ອ​ໃຫ້​ຄວັນ​ຮ້ອນ​ເຂົ້າ​ໄປ​ໃນ​ເຕົາ​ເຊິ່ງ​ເປັນ​ຂັ້ນຕອນອົບ​ໄມ້​ໃນ​ເຕົາ​ໃຫ້​ແຫ້ງ​ຢ່າງ​ທົ່ວ​ເຖິງ ​ແລະ ຄ່ອຍໆ​ໃຫມ້​ໄມ້​ຟືນ​ໃນ​ເຕົາ; ​ໄລຍະ​ຈູດ​ໄຟ​ຫນ້າ​ເຕົານ້ັນ​ຈະ​ໃຊ້​ເວລາ​ຢູ່ປະມານ 6-10 ຊົ່ວ​ໂມງ(ຖ້າ​ເປັນ​ຝຸ່ຍຂະຫນາ​ດ 200 ລິດ) ການ​ສັງ​ເກດ​ເບື້ອງຕົ້ນ​ວ່າ​ຟືນ​ໃນ​ເຕົາ​ເລີ່​ມ​​ໄຫ້ມ​ແລ້ວ​ບໍ່, ​ແມ່ນ​ເຮົາ​ຈະສັງ​ເກດ​ເຫັນ​ຄວັນ​ທີ່​ປ່ອງ​ລະບາຍ​ອອກ​ເປັນ​ສີດຳ​ປົນ​ຂາວ​ເນື່ອງ​ຈາກ​ເປັນ​ການລະ​ເຫີ​ຍອາຍ​ຄວາມ​ຊື້ນຈາກ​ໄມ້​ຟືນ​ອອກ​ມາ​ເປັນອາຍ.
 
  
            ການ​ໂຕ່ງ​ເອົາ​ນ້ຳ​ຖ່ານ: ຄັວນທີ່​ເກີດ​ຈາກ​ການ​ເຜົາ​ຖ່ານ​ເລີ່​ມຕົ້ນ​ຄັວນຈະ​ເປັນ​ສີດຳ​ປົນ​ຂາວ​ແມ່ນ​ໄລຍະ​ທີ່​ເລີ່​ມຕົ້ນ​ໃນ​ການ​ເຜົາ​ໄຫມ້​ເຣົາຈະ​ໂຕ່ງ​ເອົາ​ນ້ຳ​ຖ່ານ​ໃນ​ໄລຍະ​ນີ້​ເລີຍ​ແມ່ນ​ບໍ່​ໄດ້​ເທື່ອ, ​ໃຫ້​ສັງ ​ເກດ​ໄປ​ຕື່ມ​ຈົນ​ກ່ວາ​ຄັວນທີ່​ລະບາຍ​ອອກ​ມາ​ນັ້ນຈະ​ເປັນ​ສີ​ຂາວ​ປົນ​ກັບ​ສີ​ເຫລືອງ​​ເຮົາ​ຈຶ່ງ​ຈະ​ສາມາດ​ໂຕ່ງ​ເອົາ​ນ້ຳ​ຖ່ານ​ໄດ້; ​ເຊິ່ງ​ຈະ​ໃຫ້​ປະກອບ​ທໍ່ຄັວນ ​ແລະ​ ປ່ອງ​ໂຕ່ງ​ນ້ຳ​ຖ່ານ​ໂດຍ​ນຳ​ເອົາ​ໄມ້​ໃຜ່ບ້ານ​ໂລ່ງ​ຂໍ້​ບາ​ວປະມານ 4-5 ຊັງ​ຕີ​ແມັດ, ນຳ​ມາ​ສຸບ​ໃສ່​ແປວ​ຄັວນ​ໄຟ​ທີ່​ອອກ​ມາ​ໂດຍ​ຈະຕັ້ງ​ໃຫ້​ເປັນ​ມູມ 45  ໍ ​​ເຈາະ​ຮູ​ໄມ້​ໃຜ່ຫ່າງ​ຈາກ​ສົ້ນ​ບ່ອນ​ຕໍ່​ປ່ອງ​ລະບາຍ​ປະມານ 40 ຊັງ​ຕີ​ແມັດ, ຄວາມ​ກ້ວາງ​ຂອງ​ຮູ​ໂຕ່ງ​ປະມານ 1-2 ຊັງຕີ​ແມັດ ​ແລະ ນຳ​ໃຊ້​ພາຊະນະ​ເຊັ້ນ: ຄຸ, ກະ​ຖັງ, ຊາມ ຫລື ພາຊະນະ​ອື່ນ​ໆ​ທີ່​ສາມາດ​ບັນຈຸ​ນ້ຳ​ໄດ້, ນ້ຳ​ດັ່ງກ່າວ​ນີ້​ເອີ້ນ​ວ່າ: ນ້ຳ​ຖ່ານ ຫລື ນ້ຳສົ້ມ​ຄັວນ​ໄມ້( Wood vinegar), ຈະ​ມີ​ກິ່ນ​ຂິວ​ຄັວນ​ໄຟ​ມີ​ຄວາມ​ເປັນ​ກົດ(ສົ້ມ) ​ແລະ​ມີ​ສີນ້ຳຕານ​ໄຫ້ມ.
  
            ການ​ສັງ​ເກດ​ສີ​ຂອງ​ຄັວນ​ເພື່ອ​ເກັບ​ເອົາ​ນ້ຳ​ຖ່ານ: ຄັວນທີ່​ເກີດ​ຈາກ​ການ​ເຜົາ​ຖ່ານ​ຈະແບ່ງ​ອອກ​ເປັນ 3 ລັກສະນະ​ດັ່ງ​ນີ້:
-    ​ໄລຍະ​ເບື້ອງຕົ້ນ​ຄັວນຈະ​ເປັນ​ຄັວນສີຂາວປົນ​ສີດຳ​ຄັວນດັ່ງກ່າວ​ແມ່ນ​ຄັວນທີ່​ລະ​ເຫີ​ຍອາຍ​ນ້ຳ​ຈາກ​ພາຍ​ໃນ​ໄມ້​ຟືນ​ໄລຍະ​ນີ້ບໍ່​ໂຕ່ງ​ເອົາ​ກໍ່​ໄດ້
-    ​ໄລຍະ​ຄັວນ​ເປັນ​ສີ​ເຫລືອງ​ເປັນ​ໄລຍະ​ຂອງ​ການລະ​ເຫີ​ຍອາຍ​ຂອງ​ນ້ຳ​ຖ່ານ​ໄລຍະ​ນີ້​ແມ່ນ​ໄລຍະ​ທີ່​ເກັບ​ເອົາ​ນ້ຳ​ຖ່ານ.
-    ​ໄລຍະ​ຄັວນ​ເປັນ​ສີຟ້າ(ນ້ຳມັນTar)​ແມ່ນ​ບໍ່​ຄວນ​ເອົາ​ເພາະ​​ໄລຍະ​ນີ້ນ້ຳ​ເປັນ​ພິດຈະລະ​ເຫີ​ຍອອກ​ມາ ​ແລະ ​ເປັນ​ອັນຕະລາຍ(​ເປັນ​ພິດ)
            ການ​ປິດ​ເຕົາ​ຫລັງ​ຈາກ​ເຜົາ​ໄຫ້​ມ​ແລ້ວ: ​ເມື່ອ​ສັງ​ເກດ​ເຫັນ​ວ່າ​ຢູ່​ປາກ​ປ່ອງ​ລະບາຍ​ອາຍ​ຄັວນຄ່ອຍໆ​ຮ້ວຍ​ລົງ ຫລື ​ຈົນກະທັ້ງວ່າ​ບໍ່​ມີ​ຄັວນອອກ​ມາ​ແລ້ວ​ແມ່ນ​ໃຫ້​ອັດ​ປາກ​ເຕົາ​ໃຫ້​ແຈບ​ດີ​ໂດຍ​ຈະ​ໃຊ້​ດິນ​ຫນຽວ​ຈອດ​ອັດຕາ​ມຂອບ​ປາກ​ເຕົາ, ບໍ່​ຄວນ​ໃຫ້​ມີ​ບ່ອນ​ພິ່ວ ຫລື ຮອຍ​ຮົ່ວຈັກ​ບ່ອນສ່ວນ​ປາກ​ປ່ອງ​ລະບາຍ​ຄັວນອອກ​ກໍ່​ປິດ​ດ້ວຍ​ດິນ​ຫນຽວ​ເພື່ອ​ບໍ່​ໃຫ້​ອາກາ​ດ​ເຂົ້າ​ໄປ​ພາຍ​ໃນ​ເຕົາ​ໄດ້​ຖ່ານ​ກໍ່​ຈະ​ສຸກ​ພໍດີ; ຫລັງ​ຈາກ​ທີ່​ເຮົາ​ປິດ​ແລ້ວ​ກໍ່​ໃຫ້​ປະ​ໄວ້​ຫນຶ່ງ​ຄືນ( 12 ຊົ່ວ​ໂມງ ) ຫລື ຈົນ​ກ່ວາ​ເຕົາ​ຈະ​ເຢັນ​ລົງຈື່ງ​ຈະ​ສາມາດ​ເປີດ​ເຕົາ​ນຳ​ເອົາ​​ຖ່ານ​ອອກ​ໃນ​ຕອນ​ເຊົ້າ​ແລ້ວ​ຈະ​ນຳ​ເອົາ​ໃຊ້ ຫລື​ ຈຳຫນ່າຍ​ກໍ່​ໄດ້

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ