google-site-verification: google0d91bc93cfc88895.html ປັດໃຈທີ່ມີອິດທິພົນຕໍ່ການໂທມງ່າ. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 12, 2014

ປັດໃຈທີ່ມີອິດທິພົນຕໍ່ການໂທມງ່າ.

ປັດໃຈທີ່ມີອິດທິພົນຕໍ່ການໂທມງ່າ.

ການ​ເຮັດວິທີນີ້ຈະ​ປະສົບ​ຜົນສຳ​ເລັດ​ໃນ​ການ​ໂທມງ່າ,ງ່າ​ທີ່​ໂທມ​ຈະ​ອອກ​ຮາກ​ຫຼາຍ ຫຼຶ ນ້ອຍ​ພຽງ​ໃດ​ແມ່ນ​ຂື້ນຢູຸ່ກັບ​ປັດ​ໃຈ​ທີ່​ສຳຄັນ​ດັ່ງນີ້:
  • ການ​ເຮັດ​ໃຫ້​ເກີດ​ຕໍ່​ການ​ສະ​ສົມ​ທາດ​ອາຫານ ແລະ ສານບາງ​ຊະນິດ​ທີ່​ຈຳ​ເປັນ​ຕໍ່​ການ​ອອກ​ຮາກ ​ໃນເວລາ​ທີ່​ໂທມ​ງ່າ​ນັ້ນ ໂດຍ​ວິທີ​ການ​ເຮັດ​ໃຫ້​ງ່າ​ເກີດ​ມີ​ຮອຍ​ບາດ​ເພື່ອ​ຕັດ​ທໍ່​ລຳລຽງ​ທາດ​ອາຫານ​ຂອງ​ພື​ດຈີ່​ງເຮັດ​ໃຫ້​ເກີດ​ການ​ສະ​ສົມ​ທາດ​ອາຫານ ​ໃນ​ງ່າ​ທີ່​ໂທມນັ້ນ.
  • ການ​ສ້າງ​ສະພາບ​ແວດ​ລ້ອມ​ໃຫ້​ເໝາະ​ສົມ​ກັບ​ການ​ອອກ​ຮາກ​ຂອງ​ພືດ ​ເຊັ່ນ: ຄວາມ​ຊຸ່ມ​ຊື່​ນ,ອຸ່ນ​ຫະພູມ ​ແລະ ​ແສງ​ສະ​ຫ່ວາງການ​ດູ​ແລ​ຮັກສາ​ຄວບ​ຄຸມ​ຄວາມ​ຊຸ່ມ​ຊື່ນ​ບໍ່​ໃຫ້​ຫຼາຍ​ເກີນ​ໄປ ຫຼຶ ການ​ປ້​ອງກັນ​ບໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ອັນ​ເກ​ີດຈາກ​ສັດຕູ​ອືນໆ​ເຊັ່ນ: ມຸດ,​ ແມງ​ໄມ້ ແລະ ສັດລ້ຽງອີກ​ດ້ວຍ.ການ​ໂທມງ່າຈະ​ປະສົບ​ຜົນສຳ​ເລັດ​ໃນ​ການເຮັດວຽກນັ້ນ, ງ່າ​ທີ່​ໂທມ​ຈະ​ອອກ​ຮາກ​ຫຼາຍ, ນ້ອຍ​ພຽງ​ໃດ​ແມ່ນ​ຂື້ນຢູຸ່ກັບ​ປັດ​ໃຈ​ທີ່​ສຳຄັນ​ດັ່ງນີ້:

ລະດູ​ໃນການ​ໂທມ​ງ່າໝາກກ້ຽງ

  • ໃນ​ການໂທມ​ງ່າ​ນ ບໍ່​ຄວນ​ທີ່​ຈະ​ເຮັດ​ໃນ​ເວລາ​ທີ່​ເປັນດອກ,ໝາກ ຫຼຶ ກຳລັງການ​ເກັບ​ກ່ຽວ​ໝາກຜົນ​ຈາກ​ຕົ້ນ,​ເພາະ​ໃນ​ໄລຍະ​ນີ້ຕົ້ນ​ແມ່​ພັນ​ຈະ​ບໍ່​ຄ່ອຍ​ແຂງ​ແຮງ​ປານ​ໃດ.
  • ລະດູ​ທີ່​ເໝາະ​ສົມ​ທີ່ສຸດໃນການໂທມງ່າ​ແມ່ນ​ໃນຊວງ​ລະດູ​ຜົນ ເພາະວ່າ​ໃນ​ລະດູ​ນີ້ຄວາມ​ຊຸ່ມ​ຊື່ນ​ຢູ່​ໃນ​ອາ
  • ກາດ​ມີ​ຫຼາຍ ​ແລະ ການລະ​ເຫີ​ຍນ້ຳ​ຈະ​ມີ​ໜ້ອຍ.
  • ໃນ​ລະດູ​ຮ້ອນ​ ເບົ້າງ່າ​ທີ່​ເຮົາໂທມ​ນັ້ນຈະ​ຂາດ​ນ້ຳ ສະນັ້ນ​ເຮົາ​ຄວນ​ຈະ​ຕ້ອງໄດ້ຕິດຕາມຕະຫຼອດ ຖ້າຂາດ
  • ໃຫ້ຕື່ມ ຫຼຶ ​ຮ່າຍ​ນ້ຳ​ໃສ່​ຖົງ​ຢາງ, ຢ່າງ​ນ້ອຍ​ອາທິດ​ລະ​ 1 ເທື່ອ​, ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ຊຸ່ມ​ພຽງພໍ​ສຳລັບ​ງ່າ​ທີ່​ໂທມ​ນັ້ນ.
  • ສ່ວນໃນ​ລະດູ​ໜາວ ​ເປັນ​ເວລາ​ທີ່​ຕົ້ນ​ໄມ້​ຜັກ​ຕົວ ສະ​ນັ້ນຕົ້ນ​ໄມ້​ທີ່​ເຮົາ​ໂທມ​ນັ້ນຈະ​ອອກ​ຮາກ​ຊ້າ​ກ່ວາ​ປົກ
ກະຕິ.

ໄລຍະ​ເວລາ​ໃນ​ການ​ໂທມ​ງ່າ

ການໂທມງ່າ​ກ​ໍ່ແມ່ນ​ເປັນ​ອີກ​ບັ່ນ​ຫາ​ໜື່ງທີ່​ສຳຄັນ​ທີ່​ຈະ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ, ກາ​ນ​ໂທມ​ແມ່ນ​ເຮົາ​ຈະ​ນຳ​ເອົາ​ຊີ້ນສ່ວນ​ຕ່າງໆ​ຂອງ​ກີ່​ງ, ງ່າ​ຂອງ​ພືດ​ເຮັດ​ໃຫ້​ເກີດ​ຮາກ​ແລ້​ວນຳ​ໄປ​ປູກ ​ເຊີ່ງ​ຈະ​ເຮັດ​ໃຫ້​ຕົ້ນໝາກກ້ຽງ​ບໍ່​ກາຍພັນ, ​ຄື​ພັນ​ເດີ່ມທຸກ​ປະການ ການ​ຂະຫຍາຍ​ພັນ​ແບບ​ນີ້​ສ່ວນ​ຫຼາຍ​ແມ່ນ​ເພີ່​ນຈະ​ນິຍົມ​ກັນຫຼາຍ ໃນ​ການ​ເຮັດ​ແມ່ນ​ເ​ຮັດ​ງ່າຍ ​ແລະ ບໍ່ຊີ້ນ​ເປື່ອງທືນຫຼາຍ ​ໄລຍະ​ການ​ປະຕິບັດ​ແມ​່ນ​ໃນຊວງ​ອາກາດ​ເຢັນ​ຄື: ຕອນ​ເຊົ້າ​ ແລະ ຕອນ​ແລງ​ເຊີ່ງ​ໃນ​ໄລຍະ​ນີ້​ແມ່ນ​ຈະ​ເຮັດ​ໃຫ້ການ​ຕິດ​ເຊື້ອຂອງພະຍາດແມ່ນ​ມີ​ໜ້ອຍ ​ແລະ ການ​ອອກ​ຮາກ​ຂອງ​ພືດ​ຈະ​ມີ​ເປີ​ເຊັນ​ສູງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ