6.1. ການໃຫ້ນ້ຳ
ການໃຫ້ນຳແບບຮ່ອງ
(Furrow irrigation): ເປັນລະບົບໃຊ້ຕົ້ນທືນຕ່ຳສະດວກ ແລະ
ງ່າຍໃນການປະຕິບັດ ແຕ່ວ່າມີຂໍ້ຈຳກັດຢູ່ທີ່ແປງປູກອ້ອຍ ຈະຕ້ອງຂ້ອນຂ້າງພຽງ ໂດຍມີຄວາມ
ຄ້ອຍຊັນບໍ່ເກີນ 3%
ໂດຍປົກກະຕິການໃຫ້ນ້ຳລະບົບນີ້ຈະມີຮ່ອງນ້ຳທີ່ຫົວແປງປູກ ຫລື ອາດໃຊ້ທໍ່ ຫລື
ສາຍຢາງທີ່ມີປະຕູປິດເປີດໃຫ້ນ້ຳໄຫລເຂົ້າຮ່ອງອ້ອຍແຕ່ລະຮ່ອງ ສຳລັບບ່ອນປູກອ້ອຍທີ່ມີນ້ຳ
ຊົນລະປະທານ ຫລື ແຫລ່ງນ້ຳຕາມທຳມະຊາດ ຄວນໃຫ້ນ້ຳທັນທີຫລັງຈາກປູກ.
ການໃຫ້ນ້ຳແບບສີດຝອຍ
(Sprinkler irrigation): ການໃຫ້ນ້ຳແບບນີ້ ໃຊ້ໄດ້ກັບສະ
ພາບພື້ນທີ່ທຸກຊະນິດ ປະສິດທິພາບໃນການໃຫ້ນ້ຳແບບນີ້ ອາດຫລາຍກ່ວາ 75% ໄດ້ ຖ້າມີການ ຈັດການທີ່ຖືກຕ້ອງ ແລະ
ເໝາະສົມ ການໃຫ້ນ້ຳແບບນີ້ມີຫລາຍຮູບແບບຄື:
1). ສະປຣິງເກີແບບຫົວໃຫຍ່: ຕ້ອງໃຊ້ເຄື່ອງຈັກດູດນ້ຳແບບແຮງສູງ ແລະ ມີທາງ
ໄຫລຖາວອນໃນແປງປູກອ້ອຍ .
2). ສະປຣິງເກີແບບຫົວນ້ອຍ: ເຄື່ອນຍ້າຍໄດ້ ໃຊ້ສຳລັບປູກອ້ອຍ ຫລື ອ້ອຍດຳ ອາ ຍຸໜ້ອຍ ແລະ ປະລິມານນ້ຳທີ່ໃຫ້ມີຈຳ ກັດ
ວິທີການນີ້ມີຂໍ້ເສຍຄື ຕ້ອງໃຊ້ແຮງງານຫລາຍໃນການ ເຄື່ອນຍ້າຍ ແລະ
ບໍ່ສາມາດໃຊ້ກັບອ້ອຍສູງໄດ້ .
3). ສະປຣິງເກີ
ແບບຫົວນ້ອຍເທິງແຂນລະນາບ (Lateral
move irrigators): ຂໍ້ດີ
ຄືສາມາດໃຫ້ນ້ຳໃນພື້ນທີ່ຂະໜາດໃຫຍ່ ຢ່າງມີປະສິດທິພາບ ແລະ ໃຊ້ແຮງງານໜ້ອຍ ແຕ່ກໍ່ມີຂໍ້
ເສຍຄືໃຊ້ຕົ້ນທຶນສູງ ສຳລັບອຸປະກອນ ແລະ ເຄື່ອງມື.
4). ສະປຣິງເກີແບບຫົວນ້ອຍເທິງແຂນ
ທີ່ເຄື່ອນເປັນວົງກົມອ້ອມຈຸດສູນກາງ
(Centre - ivot
irrigators):
ການໃຫ້ນ້ຳແບບນ້ຳຢອດ
(Drip irrigation): ເປັນວິທີການໃຫ້ນ້ຳທີ່ມີປະສິດທິພາບ
ໃນການໃຫ້ນ້ຳສູງສຸດ
ໂດຍສາມາດໃຫ້ນ້ຳສະເພາະອ້ອມຮາກພືດ ແລະ ສາມາດໃຫ້ປຸຍ ແລະ ສານເຄມີປ້ອງກັນ
ກຳຈັດສັດຕູພືດໄປພ້ອມກັບນ້ຳໄດ້ເລີຍ ປະຈຸບັນມີໃຊ້ກັນຢູ່ 2 ແບບຄື:
1). ລະບົບນ້ຳຢອດເທິງໜ້າດິນ (Surface
System): ລະບົບນີ້ວາງສາຍນ້ຳເທິງໜ້າ ດິນທີ່ເຄິ່ງກາງຮ່ອງ ຫລື ຂ້າງຮ່ອງ ອາດວາງທຸກຮ່ອງ ຫລື
ຮ່ອງໜຶ່ງແລ້ວບາຮ່ອງໜຶ່ງ.
2). ລະບົບນ້ຳຢອດລຸ່ມໜ້າດິນ
(Subsurface System): ລະບົບນີ້ຈະຕ້ອງວາງສາຍ
ໃຫ້ນ້ຳກ່ອນປູກ ໂດຍປົກກະຕິຈະຝັງເລິກລົງດິນປະມານ 25 - 30 ຊມ ໃຫ້ສາຍໃຫ້ນ້ຳຢູ່ລຸ່ມທ່ອນ ພັນອ້ອຍ ປະມານ 10 ຊັງຕີແມັດ.
6.2. ການພວນດິນ
ການພວນດິນລະຫວ່າງແຖວອ້ອຍ ເພື່ອກຳຈັດວັດຊະພືດ, ເພື່ອຮັກສາຄວາມຊຸ່ມຊື່ມໃນດິນ, ເພື່ອຊ່ວຍໃຫ້ການຖ່າຍເທອາກາດໃນດິນດີຂຶ້ນ
ຫລັງຈາກປູກອ້ອຍໄດ້ປະມານ 6-8
ອາທິດຄວນມີການພວນດິນ ເພື່ອກຳຈັດວັດຊະພືດ, ຫລຸດຜ່ອນການແໜ້ນຂອງດິນ ແລະ
ກະຕຸ້ນໃຫ້ອ້ອຍແຕກກໍດີ ອ້ອຍແຕກໜໍ່ດີແລ້ວເຮົາຄວນທຳການພວນດິນປົກເຫງົ້າຮາກອ້ອຍ
ສຳລັບເຄື່ອງມືທີ່ນຳໃຊ້ໃນການພວນດິນແມ່ນແຕກຕ່າງກັນໄປຕາມທ້ອງຖິ່ນ, ຂະໜາດຂອງສວນອ້ອຍ ແລະ
ສ່ວນຫລາຍອຸປະກອນທີ່ໃຊ້ຄື: ຈົກ ,
ຊ້ວານ ຫລື ໃຊ້ເຄື່ອງຈັກລົດໄຖນາເດີນຕາມ ຫລື ລົດໄຖໃຫຍ່ພວນດິນກໍ່ໄດ້
.
6.3. ການໃສ່ຝຸ່ນ
ອ້ອຍກໍ່ຄືກັນກັບພືດທົ່ວໄປຕ້ອງການອາຫານ ແລະ
ທາດທີ່ຈຳເປັນຕໍ່ການຈະເລີນເຕີບໂຕຂອງພືດຄົບທັງ 16 ທາດ ໃນປະລິມານ ແລະ
ອັດຕາສ່ວນທີ່ເໝາະສົມ ຈຶ່ງຈະເລີນເຕີບໂຕ ແລະສະສົມນ້ຳຕານໄດ້ເຕັມທີ່
ເນື່ອງຈາກທາດອື່ນໆບໍ່ຄ່ອຍມີບັນຫາຄວບຄຸມຜົນຜະລິດປານໃດ, ທາດອາຫານ 3 ທາດທີ່ມີຄວາມຈຳເປັນ ແລະ ຕ້ອງການຫລາຍຄື:
ໄນໂຕຣເຈນ, ຟອສຟໍຣັດ
ແລະ ໂປແຕສຊຽມ ເມື່ອອ້ອຍມີອາຍຸປະມານ 3
- 4 ເດືອນ ຕ້ອງໃສ່ປຸຍຊະນິດທີ່ມີທາດອາຫານຕາມທີ່ດິນມີໃຫ້ບໍ່ພໍ
ຈຳເປັນຕ້ອງໃສ່ປຸຍທີ່ມີໄນໂຕຣເຈນ,
ຟອສຟໍຣັສ ແລະ ໂປແຕສຊຽມ ເຊິ່ງຄວນຈະເປັນສູດ 15 - 15 - 15 ໃນອັດຕາປະມານ 30 ກິໂລກະລາມ ຕໍ່ໄລ່
ໃຊ້ເປັນປຸຍຮອງພື້ນ ຫລື ໃຊ້ປຸຍ ສູດ 21
- 00 - 00 ເປັນຄັ້ງທີ 2
ເມື່ອອ້ອຍມີອາຍຸ 4 - 5 ເດືອນ
ໂດຍການໂຮຍບາງໆຕາມທາງ ຂ້າງຕົ້ນ ຫລື ກໍ
ເມຶ່ອສັງເກດເຫັນອ້ອຍບໍ່ງາມຄວນໃສ່ປຸຍທີ່ມີທາດ N. P. K. ໃນອັດຕາ 60 - 30 - 20 ເພີ່ມອີກ.
ຖ້າອາຍຸອ້ອຍຮອດ 6
ເດືອນແລ້ວ ບໍ່ຄວນໃສ່ປຸຍອ້ອຍອີກ.
ຮູບທີ 8
ການໃຊ້ຈົກຂຸດຮ່ອງໃກ້ກໍອ້ອຍໃສ່ຝຸ່ນແລ້ວຖົມດິນ
6.4. ວັດຊະພືດ ແລະ ການປ້ອງກັນກຳຈັດ
ການກຳຈັດວັດຊະພືດກໍ່ນັບວ່າມີຄວາມສຳຄັນຫລາຍ
ຫາກວ່າປູກອ້ອຍແລ້ ບໍ່ກຳຈັດວັດ ຊະພືດໃຫ້ໝົດໄປ
ຈະເຮັດໃຫ້ການປູກອ້ອຍບໍ່ໄດ້ຮັບຜົນເທົ່າທີ່ຄວນ ບາງຄັ້ງຈະເຮັດໃຫ້ຜົນຜະລິດ ຫລຸດລົງເຖິງ
80% ຫລື
ຫລາຍກວ່ານັ້ນ.
ສະນັ້ນຈຶ່ງມີຄວາມຈຳເປັນຈະຕ້ອງໄດ້ທຳການກຳຈັດວັດ ຊະພືດ
ເພື່ອໃຫ້ການປູກອ້ອຍໄດ້ຮັບຜົນດີ ແລະ ຜົນຜະລິດສູງເທົ່າທີ່ຄວນ. ສຳລັບວິທີການກຳຈັດ
ວັດຊະພືດນັ້ນແມ່ນມີຫລາຍວິທີຄື:
ວິທີເຂດຕະກຳ:
ເລີ່ມຕັ້ງແຕ່ການກຽມດິນ ໂດຍການໄຖປີ້ນດິນປົກວັດຊະພືດ ອາດຈະ ຕ້ອງໄຖຫລາຍຄັ້ງ
ຖ້າມີວັດຊະພືດຫລາຍ ແລະ ກ່ອນການປູກອ້ອຍກໍ່ຈະມີການໄຖຄົ້ນ ພວນດິນ ອີກຄັ້ງ
ແລ້ວຈຶ່ງຍົກຮ່ອງປູກ. ເມື່ອອ້ອຍອອກໜໍ່ແລ້ວ ຖ້າມີວັດສະພືດເກີດຂຶ້ນ ກໍ່ໃຊ້ແຮງງານຄົນ
ເສຍຫຍ້າລະຫວ່າງແຖວ ແລະ ກໍ ໃຊ້ລົດໄຖນາເດີນຕາມ ຫລື ລົດແທກເຕີ ເຂົ້າໄຖພວນດິ ກໍ່ໄດ້.
- ຂໍ້ດີ
ຂອງວິທີການນີ້ຄື : ອ້ອຍໄດ້ຮັບການກະທົບກະເທືອນໜ້ອຍ ແລະ ບໍ່ເປັນພິດ ເປັນໄພ
ຖ້າທຽບກັບການໃຊ້ສານເຄມີ.
- ຂໍ້ເສຍ ຄື :
ວິທີການນີ້ກຳຈັດແກ່ນວັດຊະພືດທີ່ອອກໃໝ່ບໍ່ໄດ້,
ແຮງງານຫາຍາກ, ລາຄາແພງ, ໃນການໃຊ້ລົດໄຖກຳຈັດວັດຊະພືດ
ບໍ່ສະດວກໃນເມື່ອເວລາອ້ອຍໃຫຍ່ ມີລຳຕົ້ນສູງ ແລະ ມີການແຕກຕາຫລາຍ
ເຮັດໃຫ້ໜໍ່ລູກຖືກຢຽບຢ່ຳຫັກໄດ້
ວິທີການປົກຄຸມໜ້າດິນ:
ໃຊ້ໃບອ້ອຍ ຫລື ເຟືອງແຫ້ງ ປົກຄຸມດິນລະຫວ່າງແຖວ ເພື່ອ ປົກຄຸມວັດຊະພືດທີ່ເກີດຂຶ້ນ.
- ຂໍ້ດີ:
ວິທີການນີ້ແມ່ນຊ່ວຍຮັກສາຄວາມຊຸ່ມຊື່ນຂອງດິນ ແລະ ຊ່ວຍເພີ່ມອິນຊີວັດຖຸ
ໃຫ້ແກ່ດິນອີກດ້ວຍ.
- ຂໍ້ເສຍ:
ໃຊ້ແຮງງານຫລາຍ ວັດຖຸທີ່ຈະມາຄຸມດິນມີຈຳກັດ,
ການຄຸມດິນບໍ່ທົ່ວເຖິງ ເຮັດໃຫ້ການປ້ອງກັນວັດຊະພືດບໍ່ໄດ້ຮັບຜົນດີເທົ່າທີ່ຄວນ.
ການປູກພືດແຊມ:
ການປູກພືດແຊມດ້ວຍຖົ່ວຂຽວ ຈະຊ່ວຍໃຫ້ຫລຸດບັນຫາວັດຊະພືດ ລົງໄດ້
ຄວນປູກໃນເວລາອ້ອຍອາຍຸບໍ່ເກີນ 4 ເດືອນ
ຖົ່ວຂຽວມີອາຍຸບໍ່ເກີນ 70 ວັນ
ຈະຊ່ວຍປົກຄຸມ ດິນບໍ່ໃຫ້ວັດຊະພືດເກີດຂຶ້ນໄດ້ .
- ຂໍ້ດີ:
ສາມາດມີລາຍໄດ້ເພີ່ມຂຶ້ນຕື່ມອີກ ກວ່າການປູກອ້ອຍພຽງຢ່າງດຽວ
- ຂໍ້ເສຍ:
ຕ້ອງໃຊ້ແຮງງານຫລາຍຂຶ້ນ.
ການປູກພືດໜູນວຽນ:
ຫລັງຈາກເກັບກ່ຽວຕໍອ້ອຍປີສຸດທ້າຍແລ້ວ ກໍ່ທຳການຂຸດຕໍອ້ອຍ ອອກເພື່ອປູກໃໝ່.
ຄວນທຳການປູກພືດບຳລຸງດິນ ຫລື
ປູກພືດອາຍຸສັ້ນ ເກັບກ່ຽວບໍ່ເກີນ 3 ເດືອນ
ກ່ອນປູກອ້ອຍ ຈະເປັນການຄວບຄຸມບໍ່ໃຫ້ວັດຊະພືດເກີດຂຶ້ນໄດ້.
ການໃຊ້ສານເຄມີກຳຈັດ
1). ປະເພດສີດກ່ອນປູກ
ໝາຍເຖິງການໃຊ້ສານເຄມີສີດກ່ອນການທຳການປູກ ຫລື ວາງທ່ອນພັນລົງໄປ
ອາດເປັນສານທີ່ໃຊ້ສີດທາງໃບ ເພື່ອທຳລາຍວັດຊະພືດທີ່ເກີດຂຶ້ນມາແລ້ວໃຫ້
ໝົດກ່ອນການກຽມດິນປູກເຊັ່ນ: ໃຊ້ຢາດາລາພອນ ກຳຈັດຫຍ້າຄາ ຫລື ໃຊ້ຢາ ພາຮາຄວອທ (Paraquat), ໄກລໂຟເສທ (Glyphosate)
2). ສີດສານກຳຈັດວັດຊະພືດກ່ອນງອກ
ເຊິ່ງເອີ້ນກັນວ່າຢາຄຸມຫຍ້າ ເປັນສານເຄມີ
ສີດລົງດິນ ເພື່ອຄວບຄຸມບໍ່ໃຫ້ແກ່ນຫຍ້າ ຫລື ວັດຊະພືດແຕກງອກ
ເຊິ່ງໃຊ້ສີດຫລັງຈາກປູກອ້ອຍ ແລະ ໃຫ້ນ້ຳແກ່ອ້ອຍ ໂດຍປະໄວ້ 1 ວັນ ຈຶ່ງສີດສານກຳຊັດວັດສະພືດ
ທຳລາຍແກ່ນ ຫລື ຂ້າຕົ້ນ ອ່ອນທີ່ງອກຈາກເມັດທັນທີ ຫລື
ອາດສີດສານຈຳກັດວັດຊະພືດ ຫລັງຈາກໃຫ້ນ້ຳຄັ້ງທີ 2
ເຊິ່ງຖ້າເປັນການປູກອ້ອຍໃນລະດູແລ້ງ ການໃຫ້ນ້ຳຄັ້ງທີ 1 ແລະ 2 ຫ່າງກັນສອງອາທິດ ການສີດຢາກຳ ຈັດວັດຊະພືດ
ຫລັງຈາກໃຫ້ນ້ຳຄັ້ງທີສອງ ຕ້ອງລະວັງຢ່າໃຫ້ຖືກອ້ອຍ ຊຶ່ງສານບາງຊະນິດມີພິດເຮັດໃຫ້ອ້ອຍຕາຍ
ແລະ ຢຸດການຈະເລີນເຕີບໂຕໄດ້.
ສານເຄມີທີ່ໃຊ້ກຳຈັດວັດຊະພືດຕ່າງໆ
ທີ່ນຳມາໃຊ້ມີຄື: ເມທິບູຊິນ (metribuzin),
ໄດຢູ ຮອນ (diuron), ອະລາຄລໍຣ
(alachlor),
ເຮັກຊາຊິໂນນ (hexazinone), ອິມາຊາພິກ (Imazapic), ພາຣາຄອທ (paraguat), ທູໂຟດີ (2,4 -D), ອາມີທຣີນ (ametryn), ອາຊູແລມ (asulam).
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ