google-site-verification: google0d91bc93cfc88895.html ການໃຊ້ນ້ຳຖ່ານໃນການປູກເຂົ້າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 12, 2014

ການໃຊ້ນ້ຳຖ່ານໃນການປູກເຂົ້າ


ໄລຍະ​ແຊ່​ເມັດ​ເຂົ້າ:  ​ໃຊ້​ນ້ຳ​ຖ່ານ​ປະສົມ​ກັບ​ເມັດ​ພັນ​ເຂົ້າ​ໃນ​ອັດຕາ​ສ່ວນເຂົ້າ 4-5 ປິບ​ຫມັກ​ກັບ​ນ້ຳ 1 ຖັງ ຫລື ປະມານ 140-150 ລິດ, ຖອກ​ນ້ຳ​ຖ່ານ​ລົງ​ໄປ 1 ລິດ ຫລື ຈະ​ໃຊ້​ນ້ຳ​ຊີວະ​ພາບ​ອື່ນ​ຊ່ວຍ​ຕື່ມ​ອີກ​ເຊັ່ນ: ປາ​ຫມັກ​ພືດ​ສົດຊີວະ​ພາບ(ນ້ຳ​ຫມັກ​ພືດ​ສົດ​ຕື່ມ​ອີກ​ກໍ່​ຍິ່ງ​ດີ) ແລະ ຫອຍ​ຫມັກ​ແຕ່​ຫອຍ​ຫມັກ​ຈະ​ດີ​ກ່ວາ​ເພາະວ່າ​ຫອມ​ຈະ​ມີ​ແຄນ​ຊຽມ​ແລ້ວ​ຖອກ​ປະສົມ​ຕື່​ມໃສ່ 1 ລິດ​ເພື່ອ​ໃຫ້​ເມັດ​ເຂົ້າ​ແຂງ​​ແຮງ, ​ເມື່ອ​ປະສົມ​ສ່ວນ​ປະກອບ​ເຂົ້າກັນ​ແລ້ວ​ໃຫ້​ແຊ່​ໄວ້ 2 ຄືນ​ຫລັງ​ຈາກ​ນັ້ນ​ກໍ່​ຕັກ​ມາ​ໃສ່​ເປົາ​ປ່ານ​ໄວ້​ແລ້ວ​ນຳ​ໄປ​ປະສົ​ມກັບປຸຍ​ຄອກ(ປຸຍ​ທີ່​ຫມັກ​ຈາກ​ດິນ​ກັບ​ຂີ້​ສັດ)​ໃນ​ອັດຕາ​ສ່ວນ 1:3 ຄື ປຸຍ​ຄອກ 1 ປິບ​ຕໍ່​ເຂົ້າ 3 ປິບ​ແລ້ວ​ປະສົມ​ກັນ​ນຳ​ໄປ​ແບ່ງ​ໃສ່ເປົາ​ເປົາ​ລະ 1 ປິບ(1 ປິບ​=20ລິດ ຫຼື ​ກິ​ໂລ) ​ແລ້ວ​ນຳ​ໄປ​ວາງ​ໄວ້​ບ່ອນ​ຮົ່ມ ຫລື ກ້ອງ​ຕົ້ນ​ໄມ້​ແລ້ວ​ໃຊ້​ຜ້າ​ຢາງ​ຄຸມ​ໄວ້, ​ເມື່ອ​ເວລາ​ຜ່ານ​ໄປ 1 ຄືນ​ເມັດ​ເຂົ້າ​ທີ່​ຫມັກ​ໄວ້​ກໍ່​ຈະ​ອອກ​ຮາກ​ພ້ອມ​ສຳລັບ​ການ​ຫວ່ານກ້າ​ໃນ​ຕໍ່​ໄປ





            ​ໄລຍະ​ເປັນຕົ້ນ​ກ້າ: ນ້ຳ​ຖ່ານ​ຈະ​ເຮັດ​ໃຫ້​ຮາກ​ຂອງ​ເຂົ້າ​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ດີ​ຂື້ນ ແລະ ກ້າ​ກໍ່​ມີ​ອັດຕາ​ການ​ລອດ​ສູງ​ເຊິ່ງ​ໄລຍະ​ນີ້​ນ້ຳ​ຖ່ານ​ຈະ​ຊ່ວຍ​ປ້ອງ​ກັນ​ພະຍາດ​ໃບ​ລາຍ, ​ໃບ​ດ່າງ, ​ໃບ​ໃຫມ້, ​ໃບ​ຂີດ, ​ແມງ​ໄມ້ ແລະ ​ອື່ນ​ໄດ້​ອີກ​ດ້ວຍ
                 ຫລັງ​ປັກ​ດຳ15-45 ວັນ: ຖອກ​ນ້ຳ​ຖ່ານ​ລົງ​ໃສ່​ບ່ອນ​ທີ່​ປ່ອຍ​ນ້ຳ​ເຂົ້າ​ໃນ​ອັດຕາ1:50-100​ເຊິ່ງຈະ​ໃຊ້​ນ້ຳ​ຖ່ານ​ທີ່​ເຈືອ​ຈາງ​ແລ້ວ​ອັດຕາ 80-100 ລິດ​ຕໍ່​ໄລ


            ​ໄລຍະ​ກ່ອນຖອກ​ຮວງ: ຖອກ​ນ້ຳ​ຖ່ານ​ເຈືອ​ຈາງ 1:50-100 ລົງ​ໃນ​ໄຮ່ນາ​ທີ່​ມີ​ນ້ຳ​ຢູ່​ເຊິ່ງອາດ​ຈະ​ໃຊ້​ນ້ຳ​ຖ່ານ​ໄດ້​ເຖິງ 80-160 ລິດ/​ໄລ່

            ຫລັງ​ເຂົ້າ​ຖອກ​ຮວງ: ​ໃຫ້​ໃຊ​້ການ​ສີດ​ພົ່ນ​ເດືອນ​ລະ 2-3 ຄັ້ງ​ໂດຍ​ການ​ໃຊ້​ນ້ຳ​ຖ່ານ​ເຈືອ​ຈາງ1:200-300





No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ