google-site-verification: google0d91bc93cfc88895.html ການກຽມດິນປູກອ້ອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 13, 2014

ການກຽມດິນປູກອ້ອຍ


ເນື່ອງ​ຈາກ​ອ້ອຍ​ເປັນ​ພືດອາຍຸ​ຍືນ ​ແລະ ມີ​ຮາກ​ຢັ່ງລົງ​​ເລິກຫລາຍ ການ​ປູກ​ອ້ອຍ 1 ຄັ້ງ ສາມາດ​ເກັບ​ກ່ຽວ​ຜົນ​ຜະລິດ​ໄດ້​ດົນ 3 - 4 ປີ ຫລື ຫລາຍ​ກ່ວານັ້ນ.  ການ​ກຽມ​ດິນ​ປູກ​ຈະ​ມີ​ຜົນ​ຕໍ່ຜົນ​ຜະລິດ​ຂອງ​ອ້ອຍ​ຕະຫລອດ​ໄລຍະ​ເວລາ​ທີ່​ຈົ່ງຕໍໄວ້.
            ການ​ກຽມ​ດິນ​ນັບ​ວ່າ​ມີ​ຄວາມ​ສຳຄັນ​ຫລາຍ​ຄື: ຄວນ​ສັງ​ເກດ​ເບິ່ງ​ດິນເສຍກ່ອນວ່າພື້ນທີ່​ດິນ​ໃນ​ສວນເປັນ​ແນວ​ໃດ​ເຊັ່ນ: ຮາບ​ພຽງ, ສູງໆ​ ຕ່ຳໆ ຫລື ຄ້ອຍ​ຊັນ​ໄປ​ທາງ​ໃດທາງໜຶ່ງ ຖ້າ​ບໍ່ສະໝ່ຳ  ສະ​ເໝີ​ ຄວນ​ປັບ​ໃຫ້​ມັນ​ສະໝ່ຳສະ​ເໝີ​ກ​່ອນ ​ແຕ່​ຕ້ອງ​ໃຫ້​ມີ​ຄວາມຄ້ອຍ​ຊັນ​ເລັກ​ນ້ອຍ (ບໍ່​ເກີນ 3%) ທັງ​ນີ້ກໍ່​ເພື່ອ​ບໍ່​ໃຫ້​ມີ​ນ້ຳ​ຂັງ.
            ການ​ໄຖ​ກຽມ​ດິນ​ຄວນ​​ໄຖ​ໃນ​ຂະນະ​ທີ່​ດິນ​ມີ​ຄວາມ​ຊຸ່ມ​ຊື່ນ​ເໝາະ​ສົມ ບໍ່​ແຫ້ງ ຫລື ປຽກ​ເກີນ​ໄປ ​ເພາະ​ດິນ​ທີ່​ຊຸ່ມ​ສາມາດ​ໄຖ​ພວນ​ໄດ້​ສະດວກ ​ແລະ ດິນ​ຈະ​ຜຸ​ຜຸ່ຍ​ດີ. ຖ້າ​ດິນ​ມີ​ຄວາມ​ຊຸ່ມ​ຫລາຍ ຫລື ໜ້ອຍ​ເກີນ​ໄປນອກຈາກ​ຈະ​​ໄຖຍາກ​ແລ້ວ ສະພາບ​ຂອງ​ດິນ​ຫລັງຈາກການ​ໄຖ​ກໍ່ຈະ​ບໍ່​ເໝາະ​ສົມ​ຕໍ່ການຈະ​ເລີ​ນ​ເຕິ​ບ​ໂຕ​ຂອງ​ອ້ອຍ​ນຳ​ອີກ.  ນອກຈາກ​ນີ້ ຖ້າ​ເປັນ​ທີ່​ຄ້ອຍ​ຊັນ​ຄວນ​ໃຫ້​ແນວ​ໄຖ​ຕັດ​ກັບ​ຄວາມ​ຄ້ອຍ​ຊັນ​ຂອງ​ດິນ, ວິທີ​ນີ້​ເຖິງ​ວ່າ​ຈະ​ບໍ່ສະດວກ​ຕໍ່ການ​ປະຕິບັດ ​ແຕ່​ກໍ່ໃຫ້​ຜົນ​ດີ​ໃນ​ດ້ານ
ການອະນຸລັກ​ຮັກສາ​ດິນ ​ແລະ ນ້ຳດ້ວຍ.


            ​ໄຖ​ໃຫ້​ເລິກ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ​ໄຖ​ຫລາຍໆ​ຄັ້ງ ​ເພື່ອ​ໃຫ້​ດິນ​ຜຸ​ຜຸ່ຍ​ດີ ໂດຍສະ​ເພາະ​ແມ່ນ​ການ​ປູກ​ທ້າຍ​ລະດູ​ຝົນ ສ່ວນ​ການ​ປູກ​ຕົ້ນ​ລະດູຝົນ​ບໍ່ຈຳ​ເປັນຕ້ອງ​​ໄຖ​ດິນ​ແຕກ​ລະອຽດ​ຫລາຍ​ກໍ່​ໄດ້  ເພາະ​ດິນ​ລະອຽດ​ເມື່ອ​ຖືກ​ຝົນ ຫລື ​ການ​ໃຫ້​ນ້ຳ​ຈະ​ຖືກ​ເຊາະ​ລ້າງ​ໄປ​ຕັນ​ຕາ​ມຊ່ອງ​ຫວ່າງ​ລະຫວ່າງ​ເມັດ​ດິນ, ​ເຮັດ​ໃຫ້ການ​ລະບາຍ​ນ້ຳ ​ແລະ ອາກາດ​ບໍ່ສະດວກ.
            ການ​ກຽມ​ດິນ​ປູກ​ໃໝ່​ທຸກ​ຄັ້ງ ຕ້ອງ​ໄຖ​ດິນ​​ໃຫ້​ເລິກ​ປະມານ 50 - 75 ຊັງ​ຕີ​ແມັດ ຫລັງ​ຈາກ​ນັ້ນ ຈຶ່ງ​ຍົກຮ່ອງປູກ ຫລື ຖ້າຈະປູກໂດຍໃຊ້ລົດປູກ ກໍ່ບໍ່ຕ້ອງຍົກຮ່ອງ.  ບັນຫາສຳຄັນກ່ຽວກັບການ ກຽມດິນເຊິ່ງຊາວສວນຂະໜາດນ້ອຍປະສົບມາກໍ່ໍ່ຄື ການຈ້າງໄຖ ຜູ້ຮັບຈ້າງບາງຄົນຂາດຄວາມ ຮັບຜິດຊອບໄຖດິນພຽງຕື້ນໆ ບາງເທື່ອກໍ່ໄຖບໍ່ທົ່ວ ເຊຶ່ງເປັນສາເຫດອັນໜຶ່ງທີ່ເຮັດໃຫ້ຜົນຜະລິດຕົກ ຕ່ຳ ລົງ. ດັ່ງນັ້ນສິ່ງສຳຄັນໃນການກຽມດິນກໍ່ຄື ຈະຕ້ອງກຽມດິນໃຫ້ລະອຽດ ໄຖໃຫ້ເລິກ, ໄຖດິນ ໃຫ້ຜຸຜຸ່ຍ ແລະ ຕ້ອງໄຖດິນທຸກໆຄັ້ງ ທີ່ຈະປູກອ້ອຍໃໝ່.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ