google-site-verification: google0d91bc93cfc88895.html ນ້ຳຖ່ານກັບການລ້ຽງສັດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 12, 2014

ນ້ຳຖ່ານກັບການລ້ຽງສັດ

ນ້ຳຖ່ານກັບການລ້ຽງສັດ ການ​ລ້ຽງ​ໝູ ການ​ລ້ຽງ​ໄກ່ຊີ້ນ ການ​ລ້ຽງ​ໄກ່​ໄຂ ນຳໃຊ້ເຂົ້າໃນການດັບກິ່ນ ນຳໃຊ້ເຂົ້າໃນການບຳບັດນ້ຳເສຍ


ນ້ຳຖ່ານກັບການລ້ຽງສັດ

ການ​ນຳ​ນ້ຳ​ຖ່ານ​ໄປ​ໃຊ້​ດ້ານ​ລ້ຽງສັດຈະ​ໃຊ້​ໃນ​ການ​ຫຼຸດປະລິ​ມານ​ກິ່ນ ແລະ ​ແມງ​ໄມ້​ໃນ​ພາມ​ລ້ຽງສັດ​ໂດຍ​ການ​ໃຊ້​ຄັ້ງທຳ​ອິດ​ຄວນ​ປະສົມ​ນ້ຳ 100 ເທົ່າຫລັງ​ຈາກນັ້ນ​ໃຫ່​ເພີ່ມ​ເປັນ 200 ເທົ່າຈະ​ກຳຈັດ​ກິ່ນ ແລະ ຫຼຸດ​​ຈຳນວນ​ແມງ​ໄມ້​ໄດ້​ຢ່າງ​ມີ​ປະ​ສິດທິ​ພາບ​ນອກຈາກ​ນັ້ນ​ໃຊ້​ປະສົມ​ອາຫານ​ສັດ​ເພື່ອ​ຊ່ວຍ​ຍ່ອຍ​ອາຫານ _ແລະ ປ້ອງ​ກັນ​ໂລກ​ຖອກທ້ອງ​​ແຕ່​ການ​ໃຫ້​ໂດຍ​ກົງ​ໂດຍ​ການ​ປະສົມ​ກັບ​ນ້ຳ​ຈະ​ມີ​ກິ່ນ​ຄັວນ​ໄຟ​ຄວນ​ນຳ​ໄປ​ປະສົມ​ກັບ​ຜົງ​ຖ່ານ​ເສຍ​ກ່ອນ​ໂດຍ​ນຳ​ນ້ຳ​ຖ່ານ 2 ລິດປະສົມ​ກັບ​ຜົງ​ຖ່ານ 8 ກິ​ໂລກຣາມ​ແລ້ວ​ນຳຜົງ​ຖ່ານທີ່​​ຊຸ່ມ ດ້ວຍ​ນ້ຳ​ຖ່ານນີ້​ໄປ​ປະສົມ​ກັບ​ອາຫານ​ສັດ 990 ກິ​ໂລກຣາມກໍ່​ຈະ​ໄດ້​ອາຫານ​ສັດ 1 ໂຕນພໍດີ, ສຳລັບ​ຖ່ານ​ປະສົມ​ກັບ​ອາຫານ​ສັດຈະ​ມີ​ຄຸນສົມບັດ ​ແລະ ປະ​ໂຫຍ​ດດັ່ງນີ້:

1)  ເຮັດ​ໃຫ້ການ​ຍ່ອຍ ​ແລະ ການ​ໃຊ້​ປະ​ໂຫຍ​ດຈາກ​ອາຫານ​ດີ​ຂື້ນ​ເຮັດ​ໃຫ້​ສັດ​ໃຫຍ່​ໄວ​ກວ່າ​ປົກກະຕິ​ໂດຍ​ໃຊ້​ອາຫານ​ຊ່ຳ​ເກົ່າ.
2) ຊ່ວຍ​ຢັບຢັ້ງ​ການ​ເກີດ​ແກ໊ສ ​ແລະ ດູ​ຊືມ​ໂລຫະ​ໜັກ​ໃນ​ກະ​ເພາະ​ອາຫານ​ເຮັດ​ໃຫ້​ສັດ​ສຸຂະພາບ​ດີ.
3) ຊ່ວຍ​ປ້ອງ​ກັນ​ອາການ​ເຈັບທ້ອງ.
4) ຊ່ວຍ​ປັບປຸງ​ຄຸນ​ນະພາ​ບ ​ແລະ ລົດ​ປະລິມານ​ນ້ຳ​ໃນ​ຊີ້ນ​ສັດ​ເຮັດ​ໃຫ້​ຊີ້ນ​ສັດ​ດີ​ຂື້ນ​ທັງ​ລົດ​ຊາດ​, ສີ ແລະ ກິ່ນ.
5) ຊ່ວຍ​ປັບປຸງ​ຄຸນ​ນະພາ​ບຂອງ​ໄຂ​ເຮັດ​ໃຫ້​ໄຂ​ແດງ​ໃຫຍ່ ແລະ ໜຽວ​ຂື້ນທັງ​ຍັງ​ເພີ່ມ​ປະລິມານ​ວິຕາ ມິນ ແລະ ຫຼຸດ​ຄໍ​ເຣສ​ເຕີຣອນ.
6) ຊ່ວຍ​ເພີ່ມ​ປະລິມານ​ນ້ຳນົມ.
7) ຊ່ວຍ​ຢັບຢັ້ງການ​ເກີດ​ແກ໊ສ​ແອ​ມ​ໂມ​ເນຍ ​ແລະ ຊັດ​ເຟີ​ໄດ​ອ໊ອກ​ໄຊ​ເຮັດ​ໃຫ້​ລົດ​ກິ່ນ​ຂີ້​ສັດ​ເຮັດ​ໃຫ້​ສັດ​ບໍ່​ງ່ວມ​ເຫງົາ​ທັງ​ຍັງ​ເພີ່ມ​ປະລິມານ​ຝຸ່ນ​ຄອກ​ທີ່​ດີ​ຈາກ​ຂີ້​ສັດ​ທີ່​ດີ​ຂື້ນ
8) ຊ່ວຍ​ຢັບຢັ້ງການ​ຟັກ​ໄຂ່​ຂອງ​ແມງ​ໄມ້​ໃນ​ມູນ​ສັດ​ເຮັດ​ໃຫ້​ຫຼຸດ​ປະລິມານ​ແມງ​ໄມ້​ໃນ​ຟາ​ມລົງ​ໂດຍ​ສະ​ເພາະ​ແມງວັນ

ການ​ລ້ຽງ​ໝູ

ການ​ປະສົມ​ນ້ຳ​ຖ່ານ​ເຈືອ​ຈາງ 0,5-1% ລົງ​ໃນ​ອາຫານຫມູ​ຈະ​ຊ່ວຍ​ປັບປຸງ​ຄຸນ​ນະ  ພາ​ບຊີ້ນແລະ ລົດ​ຈຳນວນວັນ​ໃນ​ການ​ລ້ຽງ​ຫມູ​ລົງ​ໄດ້​ປະມານ 10%; ຫາກ​​ໃຊ້​ຜົງ​ຖ່ານ​ມາ​ປະສົມ​ກັບ​ນ້ຳ​ຖ່ານ 100% ​ໃນ​ສັດ​ສ່ວນ​ນ້ຳ​ຖ່ານ​ 8:2ຈະ​ຊ່ວຍ​ໃຫ້​ຫມູ​ມີ​ສຸຂະພາບ​ດີ ແລະ ຊີ້ນ​ກໍ່​ງາມທັ້ງ ນີ້ຄວນ​ໃຫ້​ສ່ວນ​ປະສົມ​ຂອງ​ຜົງ​ຖ່ານ​ຢູ່​ໃນ​ປະລິມານ 0,5 - 1% ຂອງ​ປະລິມານ​ອາຫານ ຫລື​ ເພີ່​ມ ເປັນ 2 - 3% ຫາກ​ຕ້ອງການ​ທີ່​ຈະ​ປ້ອງ​ກັນໂລກ​ຖອກທ້ອງ

ວິທີການນຳໃຊ້ນ້ຳຖ່ານປະສົມຜົງຖ່ານໃນອາຫານໝູ

          ປະສົມນ້ຳຖ່ານກັບທີ່ບົດລະອຽດດີ ຫຼື ຕຳໃຫ້ລະອຽດກໍ່ໄດ້ເຊັ່ນກັນ( ຖ່ານຕ້ອງເປັນທີ່ໄດ້ ຈາກການເຜົາເອົານ້ຳຖ່ານ) ໃນສັດສ່ວນນ້ຳຖ່ານຕໍ່ຜົງຖ່ານ 1:4 (ອາດຈະໃຊ້ໃນອັດຕາສ່ວນຕ່ຳກ່ວານີ້ກໍ່ໄດ້ ເຊັ່ນ: 1:3 ແຕ່ຕ້ອງໄດ້ເບິ່ງວ່າສ່ວນປະສົມທີ່ໃຊ້ຈະແຫ້ງເກີນໄປ ຫຼື ປຽກເກີນໄປ ຫຼືບໍ່) ໂດຍທຳການປະສົມ ໃນພາຊະນະເຊັ່ນ: ຂຸ, ຊາມ ໃຫ້ເຂົ້າກັນດີເສຍກ່ອນຈາກນັ້ນ ໃຫ້ນຳ ໄປປະສົມກັບອາຫານໝູສຳເຫຼັດຮູບ ຫຼື ອາຫານທີ່ປະສົມໃຊ້ເອງໂດຍຈະໃຊ້ໃນລະດັບ 1- 3% ດັ່ງການປະ ສົມລຸ່ມນີ້:
- ຖ້າ​ໃຊ້​ນ້ຳ​ຖ່ານ​ຮ່ວມ​ກັບ​ຜົງ​ຖ່ານ 1% ສູດ​ອາຫານ​ຈະໝາຍ​ເຖິງ ປະສົມ​ອາຫານ​ໃນ​ຈຳ ນວນ100 ກິ​ໂລກຣາມ, ​ໃນ​ນັ້ນຈະ​ໃຊ້​ນ້ຳ​ຖ່ານ​ທີ່​ປະສົມ​ກັບ​ຜົງ​ຖ່ານ 1 ກິ​ໂລກຣາມຕໍ່​ກັບ​ອາຫານໝູ 99 ກິ​ໂລກຣາມ
        ຂໍ້​ແນະນຳ​ພິ​ເສດ: ກໍ​ລະ​ນີ​ໃຊ້​ໃນ​ອັດຕາ​ນ້ຳ​ຖ່ານກັບ​ຜົງ​ຖ່ານ 1:4 ໃຊ້ນ້ຳ​ຖ່ານ 200 ກຣາມ ຫຼື 2 ຂີດ​ປະສົມ​ກັບ​ຜົງ​ຖ່ານ 800 ກຣາມ ຫຼື 8 ຂີດ, ກໍ​ລະ​ນີ​ໃຊ້​ໃນ​ອັດຕາ 1:3 ໂດຍໃຊ້ນ້ຳຖ່າຍ250 ກຣາມ ຫຼື 2.5 ຂີດປະສົມກັບຜົງຖ່ານ 750 ກຣາມ ຫຼ 7.5 ຂີດ
     - ຖ້າໃສ່ສ່ວນປະສົມຂອງນ້ຳຖ່ານກັບຜົງຖ່ານ 3% ສຸດອາຫານແມ່ນ 100 ກິໂລກຣາມໃຫ້ ໃຊ້ນ້ຳຖ່ານທີ່ປະສົມກັບຜົງຖ່ານ 3 ກິໂລກຣາມປະສົມກັບອາຫານທີ່ປະສົມແລ້ວ
       ຂໍ້ແນະນຳ: ກໍລະນີໃຊ້ໃນອັດຕາສ່ວນນ້ຳຖ່ານປະສົມຜົງຖ່ານ 1:4 ໃຫ້ໃຊ້ນ້ຳຖ່ານ 600 ກຣາມ ຫຼື 6 ຂີດປະສົມກັບຜົງຖ່ານ 2.4 ກິໂລກຣາມ

ການ​ລ້ຽງ​ໄກ່ຊີ້ນ

ນ້ຳ​ຖ່ານສາມາດ​ເຮັດ​ໃຫ້​ໄກ່​ມີ​ຊີ້ນ​ນຸ່ມ​, ແຫນ້ນ, ມີ​ລົດ​ຊາດ​ດີ ແລະ ບໍ່​ຄາວ​ໂດຍ​ສາມາດ​ໃຊ້​ນ້ຳ​ຖ່ານ​ເຈືອ​ຈາງ 0,7% - 0,8% ປະສົມ​ກັບອາຫານ​ລ້ຽງ​ໄກ່​ໃຫ້​ໄກ່​ກິນ, ສາມາດ​ໃຫ້​ໄກ່​ກິນ​ໄດ້​ຕັ້ງ​ແຕ່​ໄກ່​ຍັງ​ນ້ອຍ​ຈົນກະທັ້ງວ່າ​ໄກ່​ໃຫຍ່​ໄດ້​ທີ່​ເຊິ່ງຈະ​ໃຊ້​ເວລາ​ປະມານ 55-60 ວັນ

ການ​ລ້ຽງ​ໄກ່​ໄຂ:

ນ້ຳ​ຖ່ານ​ຈະ​ເຮັດ​ໃຫ້​ໄຂ​ແດງ​ຫນາ​ຂື້ນ, ​ໄຂ່​ກໍ່​ຈະ​ມີ​ລົດ​ຊາດ​ຫວານ ແລະ ​ໃຫຍ່​ຂື້ນ, ຫາກ​ວ່າ​ປະສົມ​ນ້ຳ​ຖ່ານ​ເຈືອ​ຈາງ 1,5% ລົງ​ໃນ​ອາຫານ​ໄກ່​ຈະ​ເຮັດ​ໃຫ້​ໄກ່​ມີ​ວິ​ຕາ​ມິນ A ເພີ່ມ​ຂື້ນ 23%, ວິຕາມິນ E ເພີ່ມ​ຂື້ນ 50% ​ແລະ​ມີ​ວິຕາມິນ B12 ເພີ່ມ​ຂື້ນ 14% ນອກ​ນີ້​ນ້ຳ​ຖ່ານ​ຍັງ​ເຮັດ​ໃຫ້​ຄໍ​ເຣສ​ເຕີຣອນ​ໃນ​ໄຂ​ນ້ອຍ​ລົງ 9% ​ໃນ​ເດືອນ​ທຳ​ອິດ, 16% ​ໃນ​ເດືອນ​ທີ່​ສອງ ​ແລະ 25% ​ໃນ​ເດືອນ​ທີ​ສາມ
    
ຕາຕະລາງ​ການ​ປະສົມ​ນ້ຳ​ຖ່ານ
        
                       ຈຳນວນ​ວັນ​ທີ່​ລ້ຽງ        ຄວາມ​ເຂັ້ມຂົ້ນຂອງ​ນ້ຳ​ຖ່ານ
  •                     0-100                     0,4%
  •                     100-150                  0,6%
  •                     150 ຂື້ນ​ໄປ                0,8%

ນຳໃຊ້ເຂົ້າໃນການດັບກິ່ນ

            ດັບ​ກິ່ນ​ຂີ້​ສັດ: ​ໃຊ້​ນ້ຳ​ຖ່ານ​ໃນ​ອັດຕາ​ສ່ວນ 1:200 ສີດພົ່ນ​ລົງ​ໄປ​ໃນ​ບ່ອນີທີ່​ມີ​ຂີ້​ສັດ ຫລື ບ່ອນ​ທີ່​ມີ​ກີ່​ນ​ເໝັນທັງ​ໃນ​ຕົວ​ຄອກ​ເອງ​ຈະ​ຊ່ວຍ​ລົດ​ກິ່ນ​ເຫມັນ​ດັ່ງກ່າວ​ລົງ​ໄດ້​ເນື່ອງ​ຈາກ​ວ່າ​ນ້ຳ​ຖ່ານ​ເປັນ ສານ​ປະ​ເພດ​ຄວບ​ຄຸມ ​ແລະ ຈະ​ຄວບ​ຄຸມດ້ວຍ​ຈຸລິ​ຊີ​ໂດຍ​ຈຸລິນ​ຊີ​ຈະ​ຍ່ອຍ​ສະຫລາຍ​ຂີ້​ສັດ​ໄວ​ຂື້ນ​ເຮັດ​ໃຫ້ການ​ສະ​ສົມ​ຂອງ​ຂີ້​ສັດ​ໜ້ອຍ​ລົງ, ​ເມື່ອ​ການ​ສະ​ສົມ​ຂອງ​ຂີ້​ສັດ​ມີ​ໜ້ອຍ​ລົງ​ການ​ທີ່​ຈະ​ເກີດ​ມີ​ກິ່ນເໝັນອັບກໍ່​ໜ້ອຍ​ລົງ​ເຊັ່ນ​ກັນ, ​ດັ່ງນັ້ນ​ເມື່ອ​ໃຊ້​ນ້ຳ​ຖ່ານ​ເຂົ້າ​ໄປ​ຢ່າງ​ຕິດ​ຕໍ່​ກັນ​ຈົນ​ເຖິງ 3 ວັນກໍ່​ຈະ​ຮູ້ສຶກ​ໄດ້​ເລື​ຍວ່າ​ສັດມີ​ສຸ​ຂະ​ພາບ​ແຂງ​ແຮງ​ບໍ່​ມີ​ພະຍາດ​ມາ​ລົບ​ກວນ, ຄອກ​ກໍ່​ສະອາດ ​ແລະ ສັດຈະ​ຕິດພະຍາດ​ກໍ່​ມີ​ໜ້ອຍ​ທີ່​ສຸດ.
  
            ດັບ​ກິ່ນ​ຂີ້​ເຫຍື້ອ: ຂີ້​ເຫຍື້ອ​ກໍ່​ຖື​ວ່າ​ເປັນ​ສິ່ງ​ທີ່​ຄົນ​ເຮົາ​ບໍ່​ຕ້ອງການ​ແລ້ວ​ແຖມ​ຍັງ​ມີ​ກິນ​ເໝັນ​ຍິ່ງ​ເປັນ​ສິ່ງ​ທີ່​ຄົນ​ເຮົາ​ລັງ​ກຽດ, ວິທີ​ແກ້​ໄຂ​ໃຊ້​ນ້ຳ​ຖ່ານ​ປະ​ສົມ​ກັບ​ນ້ຳ​ທຳ​ມະ​ດາ​ໃນ​ອັດຕາ​ສ່ວນ 1:500 ຫມາຍ​ຄວາມ​ວ່າ​ໃຊ້​ນ້ຳ​ຖ່ານ 1 ສ່ວນ​ປະສົມ​ກັບ​ນ້ຳ​ທຳ​ມະ​ດາ 500 ສ່ວນ​ຫົດ​ໃສ່ກອງ​ຂີ້​ເຫຍື້ອ, ຖັງຂີ້​ເຫຍື້ອ ​ແລະ ບ່ອນ​ທີ່​ມີ​ການ​ສະ​ສົມ​ຂອງ​ຂີ້​ເຫຍື້ອ.
    
            ດັບ​ກິນ​ນ້ຳ​ເຫມັນ​ຈາກ​ຮ່ອງ​ລະ​ບາຍນ້ຳ​ເປື້ອນ: ປະສົມ​ນ້ຳ​ຖ່ານ​ກັບ​ນ້ຳ​ທຳ​ມະ​ດາ​ໃນ​ອັດຕາ​ສ່ວນ 1:​800(ນ້ຳຖ້ານ 1 ສ່ວນ, ນ້ຳ​ທະ​ມະ​ດາ 800ສ່ວນ)ປະສົມ​ໃຫ້​ເຂົ້າກັນ​ແລ້ວ​ຫົດ​ລົງ​ຕາມ​ຮ່ອງ​ລະບາຍ​ນ້ຳ, ການ​ຫົດ​ຄວນ​ຈະ​ຫົດ​ໃນ​ຕອນ​ແລງຈະ​ດີ​ທີ່​ສຸດ ​ແລະ ຕ້ອງ​ຫົດຕິດ​ຕໍ່​ກັນ 3-4​ ໃນໜຶ່ງ​ອາທິດ​ໃຫ້​ເຮັດຕິ​ດຕໍ່​ກັນ 3 ອາທິດ​ກໍ່​ຈະ​ລົດ​ກິ່ນ​ເໝັນ​ໄດ້.
  

ນຳໃຊ້ເຂົ້າໃນການບຳບັດນ້ຳເສຍ

            ​ໃຊ້​ດິນ​ຫນຽວຈາກ​ສະຖານ​ທີ່​ໃດ​ກໍ່​ໄດ້​ມາ​ຕາກ​ໃຫ້​ແຫ້ງ​ຫລັງ​ຈາກນັ້ນກໍ່​ບົດ​ດິນ​ໃຫ້​ມຸ່ນ​ລະອຽດນຳ​ໄປ​ບັນຈຸ​ໃສ່​ຊາມ ຫລື ຂຸ​ຕາມ​ຄວາມ​ເຫມາະ​ສົມ​ແລ້ວ​ໃຫ້​ເອົາ​ນ້ຳ​ຖ່ານ​ມາ​ຖອກ​ໃສ່​, ໃຊ້ມື​ບີບຄັ້ນ​ໃຫ້​ເຂົ້າກັນ​ຈົນ​ກ່ວາ​ດິນ​ຈະ​ຫນຽວ​ ແລະ ສາມາດ​ປັ້ນ​ເປັນ​ກ້ອນ​ໄດ້​ແຕ່​ບໍ່​ຄວນ​ໃຫ້​ດິນ​ທີ່​ປັ້ນ​ແຫລວ​ຈົນ​ເກີນ​ໄປ​ເພາະ​ຈະ​ເຮັດ​ໃຫ້​ສິ້ນ​ເປືອງ​ນ້ຳ​ຖ່ານ​ ​ແລະ ຈະ​ໃຊ້​ງານ​ຫຍຸ້ງຍາກ​ອີກ​ຢ່າງ​ຫນຶ່ງດິນ​ຫນຽວ​ທີ່​ປັນ​ຄວນ​ໃຫ້​ພໍ​ເຫມາະ​ເທົ່າຫນ່ວຍ ຫລື ໃຫຍ່​ກ່ວານັ້ນ​ເລັກ​ນ້ອຍ​ກໍ່​ໄດ້, ຫລັງ​ຈາກ​ທີ່​ປັ້ນ​ໄດ້​ແລ້ວ​​ໃຫ້ບັນຈຸ​ໃສ່​ຂຸ​ແລ້ວ​ນຳ​ໄປ​ໂຍນ​ໃສ່ແມ່ນ້ຳ, ຮ່ອງ, ຄອງ ​ແລະ ຫນອງ, ບຶງ​ທີ່​ເຫັນ​ວ່າ​ນ້ຳ​ເປື້ອຍ ​ແລະ ມີ​ກິ່ນ​ເຫມັນ ຫລື ຈະ​ນຳ​ໄປ​ໃຊ້​ກັບ​ຫນອງ​ປາ​ກໍ່​ໄດ້​ເຊັ່ນ​ກັນ, ນ້ຳ​ຖ່ານ​ຈະ​ຄ່ອຍໆ​ປັບປຸງ​ສະພາບ​ນ້ຳ​ໃຫ້​ດີ​ຂື້ນ​ ແລະ ດັບ​ກິນ​ເຫມັນ​ລົງ​ເທື່ອ​ລະ​ຫນ້ອຍ, ການ​ເຮັດ​ແບບ​ນີ້ຄວນ​ຈະ​ເຮັດ​ຄັ້ງຫນຶ່ງ​ຕໍ່​ຫນຶ່ງ​ອາທິດ​ເຮັດຕິ​ດຕໍ່​ກັນ​ປະມານ 3 ອາທິດ​ກໍ່​ຈະ​ເຫັນ​ຜົນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ