google-site-verification: google0d91bc93cfc88895.html ປະເພດຂອງເຕົາເຜົາຖ່ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, June 11, 2014

ປະເພດຂອງເຕົາເຜົາຖ່ານ


       ເຕົາທີ່​​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ເອົາ​ນ້ຳຖ່ານກໍ່​ມີຫລາຍປະເພດ, ຫລາຍ​ຂະຫນາດ​ທີ່​ແຕກ​ຕ່າງ​ກັນ​ໄປ​ແຕ່​ເຕົາຖ່ານ​ທີ່​ນິຍົມ​ກັນ​ໃຊ້​ຜະລິດ​ເອົາ​ນ້ຳ​ຖ່ານ​ແມ່ນ​ມີ​ຢູ່ 2 ແບບຄື: ເຕົາຖ່ານທີ່ເຮັດດ້ວຍຝຸ່ຍນ້ຳມັນ 200 ລິດ ແລະ ເຕົາຖ່ານທີ່ເຮັດດ້ວຍດິນ
   
ເຕົາຖ່ານທີ່ເຮັດດ້ວຍດິນ ແລະ ເຮັດດ້ວຍຝຸ່ຍນ້ຳມັນ 200 ລິດ
2.1        ເຕົາຖ່ານທີ່ເຮັດດ້ວຍຝຸ່ຍນ້ຳມັນ 200 ລິດ
​ເຕົາ​ຖ່ານ​ທີ່​ເຮັດ​ດ້ວຍ​ຝຸ່ຍນ້ຳມັນ 200 ລິດ​ມີ 2 ແບບຄື: ​ແບບ​ຕັ້ງ ​ແລະ ​ແບບ​ນອນ
   
ເຕົາ​ຖ່ານ​ແບບ​ຕັ້ງ ​ແລະ ​ແບບ​ນອນ​

2.1.1 ແບບ​ນອນ: ການ​ສ້າງ​ເຕົາ​ຖ່ານ​ແບບ​ນອນ​ເຮົາ​ສາມາດ​ເຮັດ​ໄດ້ 2 ແບບຄື: ​ເທິງ​ໜ້າດິນ ແລະ ພື້ນ​ດິນ​ແຕ່​ການ​ສ້າງ​ແມ່ນ​ມີ​ວິທີ​ການ​ຄື​ກັນ​

 

         ຮູບເຕົາແບບ​ເທິງ​ໜ້າດິນ ແລະ ພື້ນ​ດິນ

            ຕັດຝາຝຸ່ຍດ້ານເທິງອອກເພື່ອໃຊ້ເປັນຝາປິດເປີດຂອງເຕົາສາມາດນຳເອົາເຂົ້າອອກໄດ້ຕາມຄວາມ ຕ້ອງການ, ການຕັດຄວນຕັດໃຫ້ຈຳກັບຂອບຂອງຝຸ່ຍຫຼັງຈາກນັ້ນໃຫ້ທຸບສ່ວນທີ່ເຫຼືອນັ້ນລົງໃຫ້ພຽງ ເພື່ອປ້ອງກັນໃນເວລາບັນຈຸຟືນເຂົ້າເຕົາສ່ວນດັ່ງກ່າວຈະບໍ່ບາດແຂນ. 
            ຕັດຝາຝຸ່ຍໃຫ້ເປັນຮູບສີ່ລ່ຽມຂະຫນາດ 20x25 ຊັງຕີແມັດເພື່ອໃຊ້ເປັນບ່ອນຈູດໄຟໜ້າເຕົາ, ​ເປັນ​ບ່ອນ​ທີ່​ຄວາມ​ຮ້ອນ​ ຫຼື ແປວ​ໄຟຈະ​ແພ່​ກະຈາຍ​ເຂົ້າ​ໄປ​ໃນ​ໂຜ່​ງເຕົາ​ໄດ້​ສະດວກ​ສະບາຍ​ຂື້ນ

            ເຈາະຮູທາງດ້ານກົ້ນຂອງຝຸ່ຍໃຫ້ເປັນຮູບວົງມົນມີເສັ້ນຜ່າກາງ 10 ຊັງຕີແມັດ, ການ​ເຈາະ​ໃຫ້​ເຈາະ​ຫ່າງຈາກ​ຂອບ​ມາ​ໃຫ້​ໄດ້ 5 - 10 ຊັງ​ຕີ​ແມັດ, ຮູ​ດັ່ງ​ກ່າວ​ຈະ​ໃຊ້ໄວ້​ເປັນທໍ່​ຄວັນ, ​ເປັນ​ບ່ອນລະ​ບາຍ​ອາຍ ຫຼື ຄວັນ​ໄຟ​ອອກ​ສູ່​ພາຍ​ນອກ​ເຊິ​່ງ​ເປັນ​ບ່ອນ​ຕໍ່​ລະຫວ່າງໜ່ວຍ​ເຕົາກັບທໍ່​ຄວັນ.

            ຂຸດຂຸມ, ຕັ້ງຂອບ​ໃຫ້​ເໝາະ​ກັບຂະຫນາດຂອງຝຸ່ຍຕາມລວງນອນ: ສະຖານ​ທີ່​ຄວນ​ເປັນ​ບ່ອນ​ຄ້ອຍ​ເພື່ອ​ສະດວກ​ໃນ​ເວລາ​ຂຸດ ​ແລະ​ ກໍ່​ຈະ​ບໍ່​ໄດ້​ໃຊ້​ເວລາ​ຫລາຍ, ​ຄວນ​ຂຸດ​ໃຫ້​ເລິກ​ກ່ວາ​ຝຸ່ຍ​ໃນ​ລວງ​ນອນ, ຝຸ່ຍຕ້ອງ​ຕ່ຳ​ກ່ວາໜ້າດິນ 40-50 ຊັງ​ຕີ​ແມັດ​ພື້ນ​ດິນ​ສ່ວນ​ທີ່​ຈະ​ວາງ​ຝຸ່ຍ​ໃສ່​ຕ້ອງ​ຮາບ​ພຽງ​ບໍ່​ຄວນ​ໃຫ້​ມີ​ບ່ອນ​ຫຼຸບ - ໂນນ, ຫຼັງຈາກ​ນັ້ນ​ໃຫ້​ຂຸດ​ດ້ານໜ້າຂອງ​ເຕົາ​ສ່ວນ​ທີ່​ຈະ​ເປັນ​ບ່ອນ​ຈູດ​ໄຟປະມານ 2-3 ແມັດ ແລະ ກໍ່ໃຫ້ຂຸດເປັນພັກລົງໄປໃຫ້ຕ່ຳກ່ວາຂອບຝຸ່ຍ 40 ຊັງຕີແມັດ, ໃນ​ກໍລະນີ​ເປັນ​ລະດູຝົນ​ເຮົາ​ກໍ່​ຄວນ​ມີ​ການ​ມຸງ​ເພື່ອ​ເວລາ​ໂຕ່ງ​ເອົາ​ນ້ຳ​ຖ່ານ​ຈະ​ໄດ້​ບໍ່​ມີ​ການ​ເຈືອ​ປົນ​ຂອງ​ນ້ຳ​ຜົນ​ຢູ່.
   
            ຕິດຕັ້ງຝຸ່ຍ​ໃຫ້​ເປັນ​ເຕົາ​ເຜົາ: ນຳ​ຝຸ່ຍ​ທີ່​ກຽມ​ໄວ້​ນັ້ນມາ​ປົງ​ລົງ​ຕາມ​ລວງ​ນອນ​ຂອງ​ຝຸ່ຍຈັດ​ສະພາບ​ຂອງ​ຝຸ່ຍ​ໃຫ້​ຢູ່​ໃນ​ສະພາບ​ຮາບ​ພຽງ, ຖ້າ​ຫາກ​ວ່າ​ຝຸ່ຍງ່ຽງ​ດ້ານ​ປາກຫນ້ອຍ​ຫນຶ່ງ​ກໍ່​ສາມາດ​ຕິດ​ຕັ້ງ​ໄດ້​ແຕ່​ວ່າ​ຝຸ່ຍຫາກ​ງ່ຽງ​ດ້ານ​ຫລັງ(ດ້ານ​ທໍ່​ຄັວນ)​ແມ່ນ​ຄວນ​ແປງ​​ໃຫ້​ຝຸ່ຍຢູ່​ສະພາບ​ຮາບ​ພຽງ.
  
            ຕິດຕັ້ງທໍ່​ຄັວນ: ​ໃຊ້ທໍ່​ເຫລັກ​ທີ່​ກຽມ​ໄວ້​ມາ​ຕໍ່​ໃສ່​ປ່ອງ​ທີ່​ເຈາະ​ໄວ້​ທາງ​ດ້ານ​ກົ້ນຂອງ​ຝຸ່ຍ​ຈອດ​ຮອຍ​ຕໍ່​ດ້ວຍ​ດິນ​ຫນຽວ ຫລື ຈະ​ຈອດ​ດ້ວຍ​ເຄື່ອງ​ຈອດ​ໄຟຟ້າ​ກໍ່​ຍິ່ງ​ດີ ແລະ ຕ້ອງ​ຈອດ​ໃຫ້​ແຈບ​ດີ​ບໍ່​ໃຫ້​ມີ​ບ່ອນ​ຮົ່ວ​ຊືມຂອງ​ຄວນ​ໄຟ​ອອກ​ມາໄດ້.
  
            ໃຫ້ຖົມດິນ ຫລື ຊາຍປົກຫລັງຝຸ່ຍເພື່ອປ້ອງກັນປະລິມານຄວາມຮ້ອນທີ່ຈະລະບາຍອອກນອກເຕົາ, ຖົມ​ໃຫ້ໜາ 20 - 40 ຊັງ​ຕີ​ແມັດ​ແຕ່​ຄວນ​ສັງ​ເກດ​ເບິ່ງ​ວ່າ​ທໍ່​ຄວນ​ມີ​ການ​ເຄື່ອນ​ຍ້າຍ​ຫຼືບ່ໍ​ຫຼັງຈາກ​ນັ້ນ​ໃຫ້​ຢຽບ​ດິນ​ໃຫ້ແໜ້ນ​ໃຊ້​ນ້ຳ​ມາ​ຫົດ​ຕື່ມ​ອີກ​ຈັກ​ເລັກ​ນ້ອຍ​ຍິ່ງ​ຈະ​ເຮັດ​ດິນ​ແໜ້ນຂື້ນຕື່ມ​ອີກ.
   
            ຕິດຕັ້ງທໍ່​ດັກ​ເກັບນ້ຳ​ຖ່ານ: ດ້ານເທິງຂອງປ່ອງລະບາຍອາຍຄວັນແມ່ນໃຊ້ໄມ້ໄຜ່ບ້ານທີ່ເຈາະຮູໂລ່ງ ກັນຍາວ4-5 ແມັດ ຫຼື ຈະ​ໃຊ້​ທໍ່​ເຫຼັກທີ່​ມິ​ຂະໜາດ​ເສັ້ນ​ຜ່າ​ສູນ​ກາງ 10 ຊັງ​ຕີ​ແມັດ​ມາສຸບຕ​ໍ່​ໃສ່ທໍ່ລະ ບາຍຄວນ, ເຊິ່ງເຮົາຈະຕັ້ງໃນມູນ45 ໍ- 90 ໍເພື່ອສະດວກໃນການໂຕ່ງ ນ້ຳຖ່ານ ແລະ ສຸດທ້າຍສິ່ງທີ່ ສຳຄັນປ່ອງ​ທີ່​ຈະ​ໂຕ່ງ​ເອົາ​ນ້ຳ​ຖ່ານ​ຕ້ອງ​ເຈາະ​ໃຫ້​ເປັນ​ຮູ​ສູງ​ກ່ວາ​ບ່ອນ​ຕໍ່​ລະຫວ່າງ​ໄມ້​ໄຜ່​ກັບ​ທໍ່​ລະ ບາຍ​ອາຍ​ຄວັນ​ປະມານ 40-50 ຊັງ​ຕີ​ແມັດ

 2.1.2 ແບບ​ຕັ້ງ: ​ເຕົາ​ຖ່ານແບບ​ຕັ້ງມີ​ຂັ້ນຕອນການສ້າງ​ແບບ​ງ່າຍ​ດາຍ ​ແລະ ສາມາ​ດ​ເພີ່ມ​ທໍ່​ຄວັນ​ໃຫ້​ໄດ້​ຫຼາຍກວ່າໜຶ່ງບ່ອນ​ໄດ້​ເຊິ່ງມີ​ວິທີ​ການ​ສ້າງ​ທີ່​ຄື​ກັນ​ກັບ​ແບບ​ນອນ​ເຊິ່ງມີ​ຮູບ​ຮ່າງ​ລັກສະນະ​ດັ່ງນີ້:
  
2.2       ເຕົາຖ່ານທີ່ເຮັດດ້ວຍດິນ
            ຂຸດ​ຂຸມ​ເຕົາ: ຂຸມ​ຂອງ​ເຕົາ​ເຜົາຖ່ານຄວນ​ເລິກຈາກໜ້າດິນລົງໄປປະມານ 0,5-1​ ແມັດ​ເພື່ອ​ທີ່​ຈະ​ສາມາດ​ບັນຈຸ​ຟືນ​ໄດ້​ຫລາຍ, ​ເວລາ​ເຜົາ​ກໍ່​ຈະ​ບໍ່​ໄດ້​ໃຊ້​ເວລາ​ດົນ, ຂຸມຂອງເຕົາຕ້ອງເປັນຂຸມທີ່ມີລັກ ສະນະເປັນທໍ່ກົມລົງໄປ, ຂຸດຮ່ອງຂະໜາດ 3 x 10 ຊັງຕີແມັດອ້ອມແຈຂອງພື້ນເຕົາຫຼັງຈາກນັ້ນ ໃຫ້ຂຸດເປັນຮູບເລກຄູນ(x) ຫຼື ເລກບວກ(+) ໃສ່ພື້ນເຕົາຂະໜາດຄວາມກ້ວາງ ແລະ ເລິກຂອງ ຮ່ອງແມ່ນເທົ່າກັນໝົດ, ຮ່ອງດັ່ງກ່າວຂຸດໄວ້ເພື່ອໃຫ້ເປັນບ່ອນທີ່ຄວາມຮ້ອນຈະລະບາຍໄປທົ່ວ ເຕົາໄດ້
   
            ຂຸດ​ຂຸມ​ຈູດປາກ​ເຕົາ: ຂຸມ​ປາກ​ເຕົາ​ໃຊ້​ໄວ້​ເປັນ​ບ່ອນ​ຈູດ​ໄຟ​ຫນ້າ​ເຕົາ​ເຂົ້າ​ໄປ​ເຜົາ​ຟືນ​ທີ່ຢູ່ໃນເຕົາ, ຂຸມ​ປາກ​ເຕົາຄວນ​ເລິກ​ກ່ອນຂຸມ​ໂຜ່​ງ​ເຕົາ​ປະມານ 40-60 ຊັງ​ຕ​ີ​ແມັດ​, ຄວາມ​ຄ້ອຍ​ຊັນ​ຂອງ​ປາກ​ເຕົາ​ຢ່າງໜ້ອຍ 3 ແມັດ, ​ເຮົາ​ຈະ​ຂຸດ​ສ່ວນ​ທີ່​ເປັນ​ບ່ອນ​ຈູດ​ເລິກ2.5-3 ແມັດ(ອີ​ງຕາມ​ຄວາມ​ເລິກ​ຂອງ​ເຕົາ​ເຊັ່ນ​ດຽວ​ກັນ)​ຖ້າ​ເປັນ​ເຕົາ​ຂະຫນາດ 2x1​ແມັດດັ່ງ​ຮູບ​ລຸ​່ມນີ້.
  
            ຂຸດ​ຮູ​ທໍ່​ຄັວນ: ​ເປັນ​ບ່ອນ​ທີ່​ຈະ​ຕ້ອງ​ໄດ້​ລະບາຍ​ຄັວນອອກ​ ​ແລະ​ກໍ່​ມີ​ຄວາມ​ສຳຄັນ​ຫລາຍ​ໃນ​ການ​ຜະ ລິດ​ເອົາ​ນ້ຳ​ຖ່ານ​ດັ່ງນັ້ນຄວນ​ຂຸດ​ໃຫ້​ຖືກຕ້ອງ​ຕາມ​ຫລັກການ​ເຊິ່ງຈະ​ຕ້ອງ​ຂຸດ​ຫ່າງ​ຈາກ​ໂຜ່​ງ​ເຕົາລະ ຫວ່າງ 50-60 ຊັງ​ຕີ​ແມັດ​
   
            ບັນຈຸ​ພືນ: ນຳ​ຟືນ​ທີ່​ຕັດ​ໄດ້​ນັ້ນມາ​ບັນຈຸ​ໃສ່​ໃນ​ເຕົາ​ຕາມ​ລວງ​ຕັ້ງຂອງໄມ້​ຟືນ, ​ໃນ​ເວລາ​ທີ່​ບັນຈຸ​ຟືນ​ໃສ່​ນັ້ນຄວນ​ໃຫ້​ໄມ້​ຟືນ​ລຽນ​ກັນ​​ແຈບ​ເທົ່າ​ທີ່​ຈະ​ແຈບ​ໄດ້ຖ້າ​ຫາກ​ວ່າ​ໄມ້​ຄົດ​ກໍ່​ໃຫ້​ໃຊ້​ໄມ້​ນ້ອຍ​ມາ​ຈີບ​ໃສ່.
  
            ປະສົມ​ດິນກຽມ​ກໍ່: ປະສົມ​ດິນ​ຫນຽວ​ກັບ​ນ້ຳ​ໃຫ້​ເຂົ້າກັນ​ຢຽບ​ໃຫ້​ດິນ​ຫນຽວ​ດີ​ແລ້ວ​ໂຮຍ​ແກບ​ລົງ​ໄປ​ໃຫ້​ພໍປະມານ​ຕົວຢ່າງ​ວ່າ: ດິນ​ຫນຽວ3 ຂຸ​ປະສົມ​ແກບ1 ຂຸ, ກໍ່​ລະ​ນີບໍ່​ມີ​ແກບ​ໃຫ້​ໃຊ້​ໃບ​ໄມ້​ແທນ​ກໍ່​ໄດ້​ເຊັ່ນ​ກັນ.

            ກໍ່​ຈອມ​ເຕົາ: ນຳ​ດິນ​ຫນຽວ​ທີ່​ຜ່ານ​ການ​ຢຽບ​ຈົນ​ຫນຽວ​ດີ​ແລ້ວນັ້ນມາ​ໄວ້​ຂ້າງ​ຂຸມ​ທີ່​ກຽມ​ຈະ​ກໍ່​ໃຫ້​ເປັນ​ຈອມ, ​ໃຊ້​ໄມ້​​ໄຜ່, ​ໄມ້​ຊອດ, ​ໄມ້​ໄລ່, ​ໄມ້​ເຮ້ຍ ຫລື ໄມ້ຈິງນ້ອຍ​ມາ​ຕັ້ງ​, ລຽນ​ເປັນ​ລຳ​ໃຫ້​ເປັນ​ລັກສະນະ​ຮູບ​ຈວຍ, ​ໃຊ້​ມື​ປັ້ນດິນ​ຫນຽວ​ໃຫ້​ເປັນ​ກ້ອນ​ມົນ​ກົມ​ໃຫ່ຍ​ເທົ່າ​ໃດ​ກໍ່​ໄດ້​ຫລັງ​ຈາກ​ນັ້ນ​ກໍ່​ນຳ​ໄປ​ວາງ​ໃສ່​ຂອບ​ເຕົາ(ບ່ອນ​ທີ່​ລຽນ​ໄມ້​ໃສ່​ເປັນ​ຮູບ​ຈວຍ)ຈົນ​ຈອດ​ກັນ​ແລ້ວ​ໃຫ້​ກໍ່​ຂື້ນ​ໄປ​ແບບ​ເກົ່າ​ເລື້ອນຈົນ​ສຸດ​ຈອມ.
  
            ຕິດຕັ້ງທໍ່​ຄັວນ: ​ໃຊ້​ເຫ​ລັກ ຫລື ໄມ້​ໄຜ່ທີ່​ມີ​ຂະຫນາດ​ເສັ້ນຜ່າ​ໃຈກາງ 10 ຊັງ​ຕີ​ແມັດ, ຍາວ 20-40 ຊັງ​ຕີ​ແມັດ​ສຽບ​ລົງ​ຮູ​ທໍ່​ຄັວນສຽບ​ລົງ​ຈົນ​ເຖິງ​ບັກ​ທີ່​ເຮັດ​ໄວ້ທໍ່​ຄັວນທີ່​ເຫມາະ​ສົມຄວນ​ສູງ​ຈາກ​ຫນ້າດິນ​ປະມານ5-10 ຊັງ​ຕີ​ແມັດ.
 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ