google-site-verification: google0d91bc93cfc88895.html ການກວດສອບຄຸນສົມບັດຂອງນ້ຳຖ່ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, June 11, 2014

ການກວດສອບຄຸນສົມບັດຂອງນ້ຳຖ່ານ


ການກວດ​ສອບ​ຄວາມ​ເປັນ​ກົດ


 ​ໃຊ້​ເຈ້ຍ​ລິດມັສຈຸ່ມລົງ​ໄປ​ໃນ​ນ້ຳ​ຖ່ານ​ແລ້ວ​ໃຫ້​ສັງ​ເກດ​ເບິ່ງ​ການ​ປ່ຽນ​ແປງ​ຂອງ​ສີ​ຢູ່​ໃນ​ແຜ່ນ​ເຈ້ຍຫລັງ​ຈາກ​ນັນ​ກໍ່ນຳ​ໄປປຽບທຽມກັບ​ຕົວຢ່າງ​ສີ​ຢູ່​ກັບ(​ແຜ່ນ​ເຈ້ຍ​ຕົວຢ່າງ) ຫລື ພາ​ສະ​ນະ​ໃສ່​ເຈ້ຍ​ລິດ​ມັສ​ແລ້ວ​ອ່ານ​ຄ່າ​ເຊິ່ງຄ່າ pH ​ເທົ່າ​ກັບ 7 ​ແມ່ນ​ມີ​ສະພາບ​ເປັນກາງ, ຖ້າວ່າ​ຄ່າ​ pH ຂອງນ້ຳ​ຖ່ານ​ຫລາຍ​ກ່ວາ 7 ​ແມ່ນ​ມີ​ສະພາບ​ເປັນ​ດ່າງ, ​ແຕ່​ຖ້າ​ຫາກ​ວ່າ​ຄ່າ pH ຂອງ​ນຳ​ຖ່ານ​ຫາກ​ຫນ້ອຍ​ກ່ວາ 7 ກໍ່​ສະ​ແດງ​ວ່າ​ນ້ຳ​ຖ່ານ​ນັ້ນມີ​ສະພາບ​ເປັນ​ກົດ, ຖ້າ​ມີ​ນ້ຳ​ຢາ​ສຳລັບ​ວັດ​ຄ່າ​ຄວາມ​ເປັນ​ກົດ​ເປັນ​ດ່າງ​ແລ້ວ​ແມ່ນ​ໃຫ້​ປະ​ຕິ​ບັດ​ດັ່ງນີ້: ​ໃຫ້​ຕັກ​ເອົາ​ນ້ຳ​ຖ່ານ ຫຼື ດິນ ໜື່ງບ່ວງ(ບ່ວງ​ຂະໜາດ 0,5 ຊີ​ຊີມີ​ສະ​ເພາະ​ວັດ​ຄ່າ pH ແບບ​ໃຊ້​ນ້ຳ​ຢາ) ໃສ່​ລົງ​ໄປ​ໃນຖານ​ທີ່​ຕຽມ​ໄວ້​ຫຼັງ​ຈາກ​ນັ້ນ​ໃຫ້​ຖອກ​ນ້ຳ​ຢາ​ລົງ​ໄປ​ໃຫ້​ເຕັມ​ຂຸມ​ວັດ​ແທກ​​ແລ້ວ​ໃຫ້​ຄ່ອຍໆ​ເຄາະ​ໃຫ້​ນ້ຳ​ຢາ​ເຮັດ​ວຽກ​ປະມານ 1 ນາທີ່​ກໍ່​ສາມາດ​ສັງ​ເກດ​ເບິ່ງ​ສີ​ຂອງ​ນ້ຳ​ໄດ້



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ