google-site-verification: google0d91bc93cfc88895.html ການປູກອ້ອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 13, 2014

ການປູກອ້ອຍ


​ວິທີ​ປູກ
ສຳລັບ​ການປູກອ້ອຍມີ 2 ວິທີ​ຄື: ການ​ປູກ​ອ້ອຍ​ດ້ວຍ​ແຮງ​ງານ​ຄົນ ​ແລະ ການ​ປູກ​ອ້ອຍ​ດ້ວຍ​ເຄື່ອງ​ປູກ.
ການ​ປູກ​ອ້ອຍ​ດ້ວຍ​ແຮງ​ງານ​ຄົນ: ວິທີ​ການ​ນີ້​ໂດຍ​ການ​ຍົກຄູ​ກ່ອນ ​ແລ້ວ​ຈຶ່ງ​ວາງ​ທ່ອນ​ພັນລົງຕາມ​ໄລຍະ​ປູກ ພ້ອມ​ທັງ​ປົກ​ດິນ​ໜາ​ປະມານ 3 - 5 ຊັງ​ຕີ​ແມັດ ສຳລັບ​ຍາມ​ຝົນ ຖ້າ​ປູກ​ລະດູ​ແລ້ງ​ຄວນ​ປົກ​ໜາ​ປະມານ 20 ຊັງ​ຕີ​ແມັດ ​ເມື່ອ​ປົກ​ດິນ​ແລ້ວ​ຄວນ​ຢຽບ​ດິນ​ໃຫ້​ແໜ້ນ​ພໍ​ສົມຄວນ ​ເພື່ອ​ຫລຸດ​ການລະ​ເຫີ​ຍຂອງ​ນ້ຳ​ອອກ​ຈາກ​ດິນ ​ແລະ ​ໃຫ້​ທ່ອນ​ພັນ​​ຕິດຊະໜິດ​ກັບດິນ.
ການ​ປູກ​ດ້ວຍ​ເຄື່ອງ​ປູກ ວິທີ​ນີ້ສາມາດປູກ​ໄດ້​ໄວ ​ແລະ ປູກ​ໄດ້​ສະໝ່ຳສະ​ເໜີ​ກ່ອນ​ການ​ປູກ​ດ້ວຍ​ແຮງ​ງານ​ຄົນ ​ເຄື່ອງ​ປູກ​ອ້ອຍ​ທີ່​ໃຊ້​ກັນ​ຢູ່ມີ 2 ຊະນິດ​ຄື: ​ແບບ​ສຽບ​ລຳ​ອ້ອຍ​ໃນ​ແນວ​ຕັ້ງ ​ແລະ ​ແບບ​ຕາມ​ທາງ​ນອນ ຫລື ສຽບທ້າຍ ການ​ໃຊ້​ເຄື່ອງ​ປູກ​ນີ້ຫລັງ​ຈາກ​ກຽມ​ດິນ​ແລ້ວ ບໍ່​ຕ້ອງ​ຍົກ ຄູ ຈະ​ໃຊ້​ເຄື່ອງ​ປູກ​ຕິດ​ທ້າຍ​ລົດ​ແທັກ​ເຕີ ​ໂດຍ​ຈະ​ມີ​ເຄື່ອງ​ເປີດ​ຮ່ອງ ​ແລະ ຊ່ອງ​ສຳລັບ​ໃສ່​ພັນ​ອ້ອຍ​​ເປັນ​ລຳ ​ແລະ ມີ​ຕົວ​ຕັດ​ລຳ​ອ້ອຍ​ເປັນ​ທ່ອນ​ລົງ​ໃນຮ່ອງ ມີ​ເຄື່ອງ​ປົກ​ດິນ​ຕາມ​ຫລັງ ການ​ປູກ​ດ້ວຍ​ເຄື່ອງປູກ​ນີ້ ຈະ​ມີ​ຄວາມ​ງອກ​ສະໝ່ຳສະ​ເໝີ  ປະຈຸ​ບັນ​ມີ​ການ​ໃຊ້​ເຄື່ອງ​ປູູກ​ແບບ​ແຖວ​ດຽວ ​ແລະ ​ແຖວ​ຄູ່.

 

  
ໄລຍະ​ປູກ ​ແລະ ອັດຕາ​ປູກ

​ໄລຍະ​ປູກ​ໝາຍ​ເຖິງ​ໄລຍະ​ຫ່າງ​ລະຫວ່າງ​​ແຖວ ​ແລະ ​ໄລຍະ​ລະຫວ່າງ​ທ່ອນ​ພັນ, ການ​ວັດ​ແທກ​ຄື​ເອົາ​ຈຸດ​ເຄິ່ງກາງຂອງ​ແຖວ ຫລື ຂອງທ່ອນ​ພັນ ​ເປັນ​ຫລັກ.  ສ່ວນ​ອັດຕາ​ປູກ​ນັ້ນໝາຍ​ເຖິງ​ຈຳນວນ​ທ່ອນ​ພັນ​ທີ່​ໃຊ້​​ໃນພື້ນທີ່ຕໍ່​ໄລ່ ຫລື ຕໍ່​ເຮັກຕາ, ​ໄລຍະ​ປູກ​ສ່ວນຫລາຍ​ແມ່ນໃຊ້ 120 ​- 130 ຊັງ​ຕີ​ແມັດ, ສ່ວນ​ໄລຍະ​ລະຫວ່າງທ່ອນພັນ​​ແມ່ນ 30 - 50 ຊັງ​ຕີ​ແມັດ.
ໄລຍະ​ປູກ​ສຳ​ລັບ​ອ້ອຍ​ທີ່​ແຕກ​ກໍ​ຫລາຍ​ ແມ່ນ​ປູກ​ເປັນ​ແຖວ​ດຽວ, ສ່ວນ​ອ້ອຍ​ທີ່​ແຕກ​ກໍ​ໜ້ອຍ​ປູກ​ເປັນ​​ແຖວ​ຄູ່ ​ໄລຍະ​ແຖວ​ຄູ່ 30 - 50 ຊັງ​ຕີ​ແມັດ ໂດຍ​ມີ​ສູດ​ການ​ຄິດ​ໄລ່​ທ່ອນ​ພັນຕໍ່ພື້ນທີ່​ດັ່ງ​ລຸ່ມ​ນີ້:

                                                      ຄວາມຍາວຂອງພື້ນທີ່   ຄວາມກ້ວາງຂອງພື້ນທີ່
ຈຳນວນທ່ອນພັນຕໍ່ພື້ນທີ່ປູກ =                                           x
                                                      ໄລຍະລະຫວ່າງແຖວ   ໄລຍະລະຫວ່າງທ່ອນພັນ

ການ​ປ​ູກສ້ອມ

ຫລັງຈາກປູກອ້ອຍແລ້ວປະມານ 7 ວັນ ອ້ອຍຈະເລີ່ມງອກຂຶ້ນມາຈາກດິນໃຫ້ເຫັນ ແລະ ເພີ່ມຂຶ້ນເລື້ອຍໆ ຈະຊ້າ ຫລື ໄວນັ້ນແມ່ນຂຶ້ນກັບຄວາມແກ່ ແລະ ຄວາມອ່ອນຂອງຕາອ້ອຍ, ຕາ ອ່ອນຈະເລີ່ມງອກກ່ອນ ແລະ ຕາທີ່ແກ່ຈະຂຶ້ນຕາມຫລັງ ສ່ວນຫລາຍຈະຂຶ້ນຄົບພາຍໃນເວລາ 20 ວັນ ຫລັງຈາກປູກ ຖ້າຫາກກາຍ 1 ເດືອນໄປແລ້ວບໍ່ອອກ ສະແດງວ່າຕາອ້ອຍນັ້ນຕາຍ.  ສະນັ້ນ ເຮົາຄວນໄດ້ທຳການປູກສ້ອມຄືນ ເພື່ອໃຫ້ຕົົ້ນທີ່ປູກສ້ອມນັ້ນຈະເລີນເຕີບໂຕທັນຕົ້ນປູກ.
ການປູກສ້ອມວິທີທີ່ດີທີສຸດຄື: ໃຊ້ທ່ອນພັນທີ່ເຫລືອຈາກການປູກຊຳໄວ້ແລ້ວ ໃນບໍລິເວນ ສວນປູກ ວິທີການຊຳນັ້ນໂດຍນຳທ່ອນພັນທີ່ເຫລືອວາງຮຽງກັນ ຫ່າງກັນໜ້ອຍໜຶ່ງເທິງໜ້າດິນ ໃຫ້ ຕາຢູ່ດ້ານຂ້າງ, ເອົາດິນປົກໃຫ້ຖ້ວມ ແລ້ວຫົດນ້ຳຖ້າຫາກຝົນບໍ່ຕົກ ເມື່ອທ່ອນພັນອອກເປັນໜໍ່ ຍາວ 5 - 6 ນິ້ວ ກໍ່ນຳໄປປູກສ້ອມໄດ້ ທ່ອນພັນທີ່ຈະນຳໄປປູກສ້ອມນັ້ນ ຄວນຈະເປັນທ່ອນພັນທີ່ ອອກໜໍ່ແລ້ວ ແຕ່ຍັງບໍ່ມີໃບຈິງ ຫລື ຍັງບໍ່ທັນມີແຜ່ນໃບ. 

  

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ