google-site-verification: google0d91bc93cfc88895.html ສ່ວນປະກອບຂອງນ້ຳຖ່ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 12, 2014

ສ່ວນປະກອບຂອງນ້ຳຖ່ານ


    

    ນ້ຳ​ຖ່ານ​ມີ​ສານ​ປະກອບ​ຕ່າງໆຫລາຍ​ກ່ວາ 200 ຊະນິດ, ສານປະກອບ​ທີ່​ສຳຄັນ​ໄດ້​ແກ່​ນ້ຳ 85%, ກົດ​ອິນ​ຊີ 3% ​ແລະ ສານ​ອື່ນໆ​ອີກ​ປະມານ 12%​ ເຊິ່ງກົດ​ນ້ຳກົດ​ອິນ​ຊີ​ທີ່​ມີ​ຢູ່ໃນນ້ຳ​ຖ່ານມີ​ຫລາຍ​ຊະນິດ​ສານ​ທີ່​ສຳຄັນ​ໄດ້​ແກ່​: ກົດນ້ຳ​ສົ້ມ(ກົດ​ອະ​ຊິ​ຕິກ), ກົດ​ຟໍມິກ(ກົດ​ມົດ), ​ເມ​ຕາ​ໂນນ, ຟໍມັນດີ​ໄຮ, ອະ​ຊີ​ໂຕນ ​ແລະ ຟີ​ນອນ​ເຊິ່ງສານ​ແຕ່ລະ​ຢ່າງ​ມີ​ມີ​ຄຸນສົມບັດ​ຕ່າງໆ​ດັ່ງນີ້:
v  ກົດ​ອະ​ຊິ​ຕິກ ຫລື ກົດນ້ຳ​ສົ້ມ(Acetic acid): ​ເປັນ​ຕົວ​ກັດ, ມີ​ຄວາມ​ສົ້ມ​ໃຊ້​ຂ້າ​ເຊື້ອ​ໂຣກ​ໄດ້
v  ກົດ​ຟໍມິກ ຫລື ກົດ​ມົດ(Formic acid): ​ເປັນ​ຕົວ​ຊ່ວຍ​ລະລາຍ(ຊ່ວຍ​ໃນ​ການ​ປັບປຸງ​ດິນ)
v  ​ເມ​ຕາ​ໂນນ(Methanol): ​ເປັນ​ເຫລົ້າ​ທີ່​ບໍ່​ສາມາດ​ນຳ​ມາ​ດື່ມກິນ​ໄດ້(ຖ້າ​ຫາກ​ວ່າ​ເຂົ້າ​ຕາກໍ່​ຈະ​ເຮັດ​ໃຫ້​ຕາບອດ​ໄດ້), ​ເລັ່ງການ​ງອກ​ຂອງ​ເມັດ ​ແລະ ຮາກ, ​ໃຊ້​ຂ້າ​ເຊື້ອ​ໂຣກ​ໄດ້.
v  ຟໍມັນດີ​ໄຮ(Formaldehyde):  ມີ​ຄຸນສົມບັດ​ເປັນ​ພິດ( ຖ້າ​ຫາຍ​ໃຈ​ເອົາ​ກໍ່​ຈະ​ເຮັດ​ໃຫ້​ເປັນ​ລົມ​ໄດ້), ມີ​ພິດ​ສູງ​ໃນ​ການ​ຂ້າ​ເຊື້ອ, ​ໂຣກ ​ແລະ ​ແມງ​ໄມ້, ​ເປັນ​ຕົວ​ຄວບ​ຄຸມ, ລະງັບ ​ແລະ ຢັບຢັ້ງ
v  ອະ​ຊິ​ໂຕນ(Acetone): ​ເປັນສານ​ທີ່​ລະລາຍ​ວັດຖຸ, ​ໃຊ້​ເຮັດ​​ເປັນ​ນ້ຳ​ຢາ​ລ້າງ, ຢາ​ທາ​ເລັບ ​ແລະ ​ເປັນສານ​ເສບ​ຕິດ
v  ຟີ​ນອນ(Phenol): ​ເປັນສານ​ຂ້າ​ແມງ​ໄມ້, ​ໃຊ້​ລາງ​ບາດ, ປຸງ​ແຕ່ງ​ເປັນ​ຢາ​ຈຳ​ພວກ​ໄພລິນ, ​ເຮັດ​ເປັນ​ກົດ picric ອັນ​ເປັນ​ວັດຖຸ​ລະ​ເບີດ ​ແລະ​ ​ເຮັດ​ເປັນ​ວັດຖຸ​ຫລອມ​ແຫລວ, ນອກ​ນີ້ຍັງ​ເປັນ​ກຸ່ມ​ທີ່​ຄວບ​ຄຸມ​ການຈະ​ເລີ​ນ​ເຕິ​ບ​ໂຕ​ຂອງ​ຕົ້ນ​ພືດ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ