google-site-verification: google0d91bc93cfc88895.html ແກ່ນ Seed - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 19, 2014

ແກ່ນ Seed


II. ແກ່ນ Seed
        ​ແກ່ນ​ແມ່ນ​ໄຂ່​ທີ່​ຈະ​ເລີນ​ເຕິ​ບ​ໂຕ​ເຕັມທີ່, ​ແກ່ນ​ເປັນ​ສ່ວນ​ທີ່​ສຳຄັນ​ທີ່​ສຸດ​ເມື່ອ​ປຽບ​ທຽບ​ກັບ​ສ່ວນ​ອື່ນໆ​ຂອງ​ພືດ​, ແກ່ນ​ເປັນຕົ້ນ​ກຳ​ເນີ​ດຂອງ​ຊີ​ວິດ​ພືດ​ເປັນ​ຕົວ​ເຊື່​ອມຕໍ່​ລະຫວ່າງ​ຊົ່ວ​ຊີ​ວິດ​ຕ່າງໆ​ຂອງ​ພືດ​ເປັນ​ສ່ວນ​ຊ່ວຍ​ແພ່​ກະຈາຍ​ພັນຕາ​ມສະຖານ​ທີ່​ຕ່າງໆ​ຂອງ​ໂລກ



1. ເອມບຼີ​ໂອ
​          ເປັນຕົ້ນ​ອ່ອນທີ່​ຢູ່​ໃນ​ແກ່ນ​ພືດ​ເຊິ່ງຈະ​ເລີນ​ເຕິ​ບ​ໂຕ​ມາ​ຈາກ​ໄຊ​ໂກຕ zygote ຫລື ໄຂ່​ປະສົມ​ເພດ fertilized egg ທີ່​ປະກອບ​ດ້ວຍ 2 ສ່ວນຄື:
             1. ແກ່ນ​ຂອງ​ຕົ້ນ​ອ່ອນ embryonic axis ໄດ້​ແກ່ໜໍ່ອ່ອນ, ຮາກ​ອ່ອນ radical, ລຳ​ຕົ້ນ​ອ່ອນ​ເທິງ ​ແລ​ະ ລຸ່ມ​ໃບ​ລ້ຽງ epicotyls


              2. ໃບ​ລ້ຽງ cotyledon



2. ເອນ​ໂດ​ສະ​ເປີຣ໌ມ ​ແລະ ​ເພີຣສະ​ເປີຣ໌ມ endosperm and per sperm
​         ເອນ​ໂດ​ສະ​ເປີຣ໌ມ​ເປັນ​ກຸ່ມ​ຈຸ​ລັງ​ທີ່​ເປັນ​ອາຫານ​ໃຫ້​ແກ່​ເອມບຼີ​ໂອ​ທີ່​ໃຊ້​ໃນ​ການຈະ​ເລີນ​ເຕີບ​ໂຕ​ແຕ່​ຈະ​ຖືກ​ໃຊ້ໝົດ​ໄປ​ໃນ​ລະຫວ່າງ​ການຈະ​ເລີນ​ເຕີບ​ໂຕ​ເຊັ່ນ: ຖົ່ວ​ລັນ​ເຕົາ​ເປັນຕົ້ນ, ​ແຕ່​ກໍ່​ມີ​ພືດ​ບາງ​ຊະນິດ​ທີ່​ມີ​ເອນ​ໂດ​ສະ​ເປີຣ໌ມ​ເຫລືອ​ຢູ່ໃນ​ແກ່ນ​ເຊັ່ນ: ຫຸ່ງສາ, ໝາຫພ້າວ ເພີຣສະ​ເປີຣ໌ມ ​ເປັນ​ອາຫານ​ທີ່​ສະ​ສົມ​ໃນ​ແກ່ນ​ພືດ​ນອກ​ຈາກ​ຈະ​ຢູ່​ໃນ​ສ່ວນ​ຂອງ​ໃບ​ລ້ຽງ​ແລ້ວ​ຍັງ​ອາດ​ຈະ​ຢູ່​ໃນ​ແພ​ຈຸ​ລັງ​ເພິຣສ​ເປີຣ໌ມອີກ​ດ້ວຍ, ​ເຮັດໜ້າທີ່​ສະ​ສົມ​ອາຫານ​ເພື່ອ​ສົ່ງ​ຕໍ່​ໃຫ້​ເອນ​ໂດ​ສະ​ເປີຣ໌ມບັນດາ​ອາຫານ​ເຫລົ່ານີ້ປະກອບ​ດ້ວຍ​ທາດ​ແປ້ງ, ​ໂປຣຕິນ ແລະ ລິປິ​ດຈຳນວນ​ຫລາຍ



3. ເປືອກ​ຫຸ້ມ​ແກ່ນ
          ​ເປືອກຫຸ້ມ​ແກ່ນ​ຂອງ​ພືດ​ບາງ​ຊະນິດ​ຈະ​ມີ​ການຈະ​ເລິນ​ເຕິ​ບ​​ໂຕ ແລະ ພັດທະ​ນາ​ການ​ທີ່​ແຕກ​ຕ່າງກັນ​ເປືອກ​ຫຸ້ມ​ແກ່ນ​ຂອງ​ພືດ​ປ່ຽນ​ແປງ​ມາ​ຈາກ​ອິນ​ເທ​ກິ​ວ​ເມ​ນ integuments ທີ່​ເປັນສ່ວນ​ຫຸ້ມ​ຫໍ່​ໄຂ່​ໄວ້​ເຮັດໜ້າທີ່​ຫຸ້ມ​ຫໍ່ ແລະ ປ້ອງ​ກັນ​ໂຄງ​ສ້າງ​ຕ່າງໆ​ຂອງ​ແກ່ນ



4. ການ​ງອກ​ຂອງ​ແກ່ນ​ພືດ
          ພາຍ​ຫລັງ​ທີ່​ມີ​ການ​ກະຈາຍ​ຂອງ​ແກ່ນ​ພືດ​ລົງ​ດິນ​ແລ້ວ​ແກ່ນ​ພືດ​ໄດ້​ຮັບ​ປັດ​ໃຈ​ທີ່​ເໝາະສົມ​ຄື:ນ້ຳ, ອອກ​ຊີ​ເຈນ ແລະ ອຸນນະ​ພູມ​ທີ່​ພໍ​ເຫມາະ​ແກ​່ນກໍ່​ງອກ​​ໂດຍ​ສ່ວນ​ທີ່​ເປັນ​ຮາກ​ຈະ​ແທງ​ເປືອກ​ຫຸ້ມ​ແກ່ນ​ອອກ​ມາ​ລົງ​ສູ່​ພື້ນ​ດິນ​ກາຍ​ເປັນ​ຮາກ​ທຳ​ອິດ ​ແລະ ມີ​ຮາກ​ແໜງ​ແຕກ​ອອກ​ມາ​ພາຍ​ຫລັງ​ລວມທັງ​ມີ​ຂົນ​ຮາກ​ເກີດ​ຂື້ນ​ໂດຍ​ສ່ວນ​ຫລາຍ​ໃບ​ລ້ຽງ ​ແລະ ຍອດ​ອ່ອນຈະ​ຂະຫຍາຍ​ຂື້ນມາ​ເທິງ​ດິນ



4.1 ປັດ​ໃຈ​ທີ່​ຕອບ​ສະໜອງການ​ງອກ​ຂອງ​ແກ່ນ​ພືດ
     1. ປັດ​ໃຈ​ພາຍ​ນອກ​ແກ່ນ
     - ຄວາມ​ຊູ່​ມຂອງ​ດິນ: 30- 60%​ໂດຍ​ນ້ຳ​ຈະ​ເປັນ​ຕົວ​ເຮັດ​ໃຫ້​ເປືອກ​ຫຸ້ມ​ແກ່ນ​ອ່ອນຕົວ ​ແລະ ຍັງ​ເປັນ​ສິ່ງ​ຈຳ​ເປັນ​ສຳລັບ​ປະຕິກິລິຍາ​ເຣັດ​ໃຫ້​ການ​ຍ່ອຍ​ອາຫານ, ການ​ລຳລຽງອາຫານ ແລະ ການຈະ​ເລີນ​ເຕິ​ບ​ໂຕ​ເກີດ​ຂື້ນ
     - ອອກ​ຊີ​ເຈນ​ແກ່ນ​ພືດ​ຕ້ອງການ​ອອກ​ຊີ​ເຈນ​ຫລາຍ​ກວ່າ 20% ​ເພື່ອ​ການ​ຫາຍ​ໃຈ, ຖ້າ​ຂາດ​ອອກ​ຊີ​ເຈນ​ຈະ​ເຮັດ​ໃຫ້​ແກ່ນ​ພືດ​ເນົ່າ​ໄດ້
     - ອຸນນະ​ພູມ​ພືດ​ເຂດ​ຮ້ອນ​ອຸນນະ​ພູມ​ສະ​ເລ່ຍຕ່ຳ​ສຸດ 15-20 ອົງສາ​ເຊ ​ແລະ ສູງ​ສຸດ 25-35 ອົງສາ​ເຊ
      - ແສງ​ແດດ
      - ຄາບ​ອນ​ໄດອ໊ອກ​ໄຊ ​ແລະ ຄວາມ​ເປັນ​ກົດ​​ເປັນ​ດ່າງ​ຂອງ​ດິນ
    2. ປັດ​ໃຈ​ພາຍ​ໃນ​ແກ່ນ
      - ອາຫານ​ບຳລຸງ​ລ້ຽງ
      - ການ​ພັກ​ຕົວ





No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ