google-site-verification: google0d91bc93cfc88895.html ເຫດຜົນທີ່ຕ້ອງຜະລິດແລະນຳໃຊ້ນ້ຳຖ່ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, June 11, 2014

ເຫດຜົນທີ່ຕ້ອງຜະລິດແລະນຳໃຊ້ນ້ຳຖ່ານ


ເພື່ອເປັນການໝູນໃຊ້ທຳມະຊາດໃຫ້ເກີດປະໂຫຍດທີ່ສຸດເພື່ອຫຼີກລ້ຽງການໃຊ້ສານເຄມີທີ່ຈະເປັນອັນ ຕະລາຍໃຫ້ແກ່ຊີວິດຂອງຊາວກະສິກອນ, ເຖິງຢ່າງໃດກໍ່ຕາມນ້ຳຖ່ານແມ່ນນ້ຳທີ່ຜະລິດຂື້ນມາເພື່ອຮັບໃຊ້ ໃຫ້ແກ່ການສິກຳ ແລະ ດ້ານອື່ນໆອີກ, ນອກຈາກນີ້ຍັງເປັນການສ້າງເສດຖະກິດຄອບຄົວໃຫ້ດີຂື້ນອີກດ້ວຍ ແລະ ເພື່ອໃຫ້ຜົນຜະລິດດີຂື້ນຄືກັບໃຊ້ສານເຄມີແຕ່ວ່າປະສິດທີພາບຂອງລິດຢາຈະໃຫ້ຜົນຊ້າກ່ວາ  ​ແລ​​ະ ກໍ່ບໍ​່​ເປັນ​ອັນຕະລາຍຕໍ່ສຸຂະພາບ, ນຳ້​ຖ່ານສາມາດ​ປັບ​ສະພາບຂອງ​ດິນ​ໃຫ້​ອຸດົມສົມບູນ​ຂື້ນ​ແຖມ​ຍັງ​ບໍ່​ມີ​ຜົນ​ກະທົບ​ໃດໆ​ໃນ​ເວລາ​ໃຊ້ ​ແລະ ບໍ່​ມີ​ຜົນກະທົບ​ໃດໆ​ຕາມ​ມາ​​ແຕ່​ກົງກັນຂ້າມ​ເມື່ອ​ໃຊ້​ສານ​ເຄມີ​ຜົນ​ກະທົບ​ທີ່​  ຕາ​ມມາ​ກໍ່​ມີ​ຫລາຍ​ເຊັ່ນ: ​ໃຊ້​ສານ​ເຄມີ​ປາບ​ສັດຕູ​ພືດ​ເຖິງ​ຈະ​ປົກ​ປິດ​ຮ່າງ​ກ່າຍ​ດີ​ປານ​ໃດ​ກໍ່​ບໍ່​ສາມາດ​ຫລິກລ້ຽງ​ສານ​ເຄມີ​ດັ່ງກ່າວ​ນັ້ນ​ໄດ້​ເນື່ອງ​ຈາກ​ຜ້າ​ທີ່​ນຳ​ມາ​ປິດ​ດັງ ​ແລະ ຮ່າງ​ກ່າຍ​ນັ້ນບໍ່​ສາມາດ​ກັ່ນ​ຕອງ​ສານ​ເຄມີ​ໄດ້, ອີກ​ຢ່າງ​ຫນື່ງ​ເມື່ອ​ສິດ​ຢາ​ປ້ອງ​ກັນ-ກຳຈັດ ​ແມງ​ໄມ້​ ຫລື ຈະ​ໃສ່​ຝຸ່ນ​ເຄມີ​ເພື່ອ​ເລັ່ງການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ພືດ​ລົງ​ໄປ​ຈະ​ເຮັດ​ໃຫ້​ພືດ​ດູດ​ຊັບ​ເອົາ​ສານ​ດັ່ງກ່າວ​ໄປ​ສະ​ສົມ​ໄວ້, ​ເມື່ອ​ຄົນ​ເຮົາ​ນຳ​ໄປ​ກິນ​ສານ​ດັ່ງ​ກ່າວ​ກໍ່​ຈະ​ສະ​ສົມ​ເທື່ອ​ລະ​ຫນ້ອຍ​ໃນ​ຮ່າງກາຍ​ຈົນ​ໃນ​ທີ່​ສຸດ​ສານ​ດັ່ງກ່າວ​ກໍ່​ຈະ​ລວມຕົວ​ກັນ​ຫລາຍ​ຂື້ນຈົນ​ກາຍ​ເປັນສານ​ພິດ​ເມື່ອ​ຮ່າງກາຍ​ຊຸດ​ໂຊມ​ລົງ​ສານພິດ​ຕົວ​ນັ້ນກໍ່​ຈະ​ອອກ​ລິດ​ເຣັດ​ໃຫ້​ເກີດ​ມີ​ອາການ​ຕ່າງໆ​ນາໆ​ເປັນຕົ້ນ​ໂລກ​ຫົວ​ໃຈ, ​ເບົາຫວານ, ​ໂລກ​ມະ​ເລັງ ​ແລະ ອື່ນໆ​ຈົນ​ເຖິງ​ແກ່​ຊີວິດ​ໄດ້​ໃນ​ທີ່​ສຸດ, ດັ່ງນັ້ນຈຶ່ງ​ຈຳ​ຕ້ອງ​ຫັນ​ມາ​ໃຊ້​ນ້ຳ​ຖ່ານ​ເພື່ອ​ຫລີກ​ລ້ຽງ​ຜົນ​ກະທົບ​ຕ່າງໆທີ່​ຈະ​ຕາມ​ມາ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ