google-site-verification: google0d91bc93cfc88895.html ຄວາມໝາຍຂອງການໂທມງ່າ. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 12, 2014

ຄວາມໝາຍຂອງການໂທມງ່າ.

ຄວາມໝາຍຂອງການໂທມງ່າ.  ການໂທມງ່າໝາຍເຖິງການຂະຫຍາຍພັນອີກວິທີ່ໜຶ່ງທີ່ນິຍົມກັນປະຕິບັດ ແລະ ສາມາດໂທມກັບພືດຫຼາຍຊະນິດໄດ້ບໍ່ວ່າຈະເປັນໄມ້ໃຫ້ໝາກ, ໄມ້ດອກໄມ້ປະດັບຈົ

ຄວາມຫມາຍຂອງການໂທມງ່າ


          ການໂທມງ່າໝາຍເຖິງການຂະຫຍາຍພັນອີກວິທີ່ໜຶ່ງທີ່ນິຍົມກັນປະຕິບັດ ແລະ ສາມາດໂທມກັບພືດຫຼາຍຊະນິດໄດ້ບໍ່ວ່າຈະເປັນໄມ້ໃຫ້ໝາກ, ໄມ້ດອກໄມ້ປະດັບຈົນກະທັ້ງພືດເຄືອເຊັ່ນ: ສະຕໍເບີຣີ, ໝາກກ້ຽງ ເປັນພືດທີ່ສາມາດຂະຫຍາຍພັນໄດ້ຫຼາຍແບບ ແລະ ວິທີການໂທມງ່າໃຊ້ກັບຕົ້ນໝາກກ້ຽງກໍ່ເຫັນວ່າໄດ້ຜົນດີທີ່​ສຸດ.
      ການໂທມງ່າໝາຍເຖິງການເຮັດໃຫ້ຮາກຂອງພືດເກີດຕາມບ່ອນທີ່ຕ້ອງການເຊັ່ນ: ກິ່ງງ່າ, ໂດຍຜ່ານຂັ້ນ ຕອນ ແລະ ວິທີການເພື່ອທີ່ຈະນຳເອົາໄປເປັນຕົ້ນພັນໃນຂັ້ນຕໍ່ໄປເຊິ່ງທາດແທ້ຂອງການໂທມງ່າກໍ່ຄືການຮັກສາແນວພັນເດີມໄວ້ໃຫ້ໄດ້ກິນດົນ ແລະເພື່ອຄວາມສະດວກສະບາຍໃນການເກັບກ່ຽວຜົນຜະລິດມາ​ຮັບ​ໃຊ້​ເປັນ​ອາຫານ.

ຂໍ້ດີ, ຂໍ້ເສຍຂອງ​ການ​ໂທມ​ງ່າ

ຂໍ້​ເສຍ.

      - ບໍ່​ທົນ​ທານ​ຕໍ່ສະນພາບ​ແວດ​ລ້ວມ ລົ້ມ​ງ່າຍ
      - ພືດທີ່​ຂະຫຍາຍ​ພັນ​ດ້ວຍ​ສີ້ນສ່ວນ​ຕ່າງໆ​ແມ່ນ​ບໍ່​ມີ​ລະບົບຮາກ​ແກ້ວ.
      - ຕົ້ນ​ໄມ້​ທີ່​ໂທມ​ແມ່ນ​ອາຍຸ​ບໍ່ຍືນຄື​ກັບ​ຕົ້ນໄມ້​ທີ່​ປູກ​ດ້ວຍ​ແກ່ນ

ຂໍ້​ດີ.

         - ຕົ້ນ​ໄມ້​ຈະ​ໃຫ້​ຜົນ​ຜະລິດ​ໄວ​ກ່ວາ​ການ​ປູກ​ດ້ວຍ​ແກ່ນ
         -  ຜົນ​ທີ່​ເກີດ​ຂື້ນມານັ້ັ້ນຈະ​ຄື​ກັບ​ພັນ​ເດີມ​ຂອງ​ຕົ້ນ​ໄມ້​ທຸກ​ປະການ.
         - ຕົ້ນຈະ​ບໍ່​ສູງ​ບໍ່​ໃຫ່ຍ​ບໍ່​ຄື​ກັບ​ການ​ປູກ​ດ້ວຍ​ແກ່ນ
         - ສາມາດ​ຂະຫຍາຍ​ພັນ​ພືດ​ທີ່​ບໍ່​ສາມາດ​ນຳ​ໃຊ້​ແກ່ນ​ກ້າ ຫຼື ໝາກ​ໄມ້​ທີ່​ມີ​ແກ່​ນ​ໃຫ້​ສືບ​ທ​ອດຮັກສາ​ແນວ​ພັນ​ໄດ້​ຕະຫຼອດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ