google-site-verification: google0d91bc93cfc88895.html ການເກັບກ່ຽວອ້ອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 13, 2014

ການເກັບກ່ຽວອ້ອຍ


         ການເກັບກ່ຽວເປັນເລື່ອງສຳຄັນເລື່ອງໜຶ່ງໃນການເຮັດສວນອ້ອຍ ເພາະເປັນຂັ້ນຕອນສຸດ ທ້າຍທີ່ຈະໄດ້ຮັບຄ່າຕອບແທນ ຫລັງຈາກທີ່ໄດ້ລົງທຶນໄປ ໂດຍໃຊ້ເວລາມາເກືອບປີ.  ສິ່ງທຳອິດທີ່ ຈະຕ້ອງປະຕິບັດກ່ອນການເກັບກ່ຽວກໍ່ຄື: ການຕິດຕໍ່ກັບໂຮງງານ ເພື່ອຈະໄດ້ວາງແຜນໃຫ້ ເໝາະ ສົມໃນການເກັບກ່ຽວ, ເຊິ່ງຕ້ອງກຽມໃຫ້ພ້ອມທັງໂຮງງານ ແລະ ຊາວສວນເລີ່ມຕັ້ງແຕ່ການຄາດ ຄະເນປະລິມານອ້ອຍ, ເສັ້ນທາງຄົມມະນາຄົມ, ສຳຫລວດຄຸນນະພາບອ້ອຍ, ຈັດລຳດັບການຕັດ ອ້ອຍ, ການກຽມແຮງງານ, ກຽມເຄື່ອງມືຕັດອ້ອຍ, ເງິນທຶນ ຈາກນັ້ນຈຶ່ງເລີ່ມເກັບກ່ຽວ.
ການເກັບກ່ຽວອ້ອຍ ຕ້ອງປະຕິບັດດັ່ງນີ້:



- ໃນເຂດທີ່ມີຊົນລະປະທານ ຕ້ອງຢຸດນ້ຳການໃຫ້ນ້ຳແກ່ອ້ອຍກ່ອນການເກັບກ່ຽວ ຢ່າງ ໜ້ອຍໜຶ່ງເດືອນ ເພື່ອຮັກສາຄວາມຫວານ.
ຕ້ອງເກັບກ່ຽວອ້ອຍທີ່ແກ່ເຕັມທ່ີ ດ້ວຍການສັງເກດເບິ່ງດອກ, ໃບມີສີເຟືອງແຫ້ງ ຫລື ສີເຟືອງແຫ້ງປົນຂຽວ.
ຄວນຕັດອ້ອຍເມື່ອມີອາຍຸ 10 ເດືອນຂຶ້ນໄປ ການຕັດ ຕ້ອງຕັດລຳຕົ້ນໃຫ້ຈຳດິນເພື່ອໃຫ້ ໜໍ່ທີ່ແຕກໃໝ່ແຂງແຮງ ແລະ ມີລຳຕົ້ນໃຫຍ່ດີ
ຫລັງຈາກຕັດແລ້ວ ຕ້ອງສົ່ງເຂົ້າໂຮງງານທັນທີ ຖ້າປະໄວ້ດົນຈະສູນເສຍນ້ຳໜັກ.
ດີແທ້ ຖ້າປູກອ້ອຍເປັນເສດຖະກິດ ກ່ອນເກັບກ່ຽວ ຄວນແທກຄວາມຫວານຂອງອ້ອຍ ໃຫ້ຫລາຍກ່ວາ 18% ຂຶ້ນໄປ.
ວິທີການເກັບກ່ຽວອ້ອຍ ມີ 2 ວິທີຄື:


            - ການເກັບກ່ຽວດ້ວຍແຮງງານຄົນ: ສາມາດເຮັດໄດ້ຢ່າງປານີດເກັບກ່ຽວອ້ອຍໄດ້ທຸກສະ  ພາບຂອງພື້ນທີ່ ແລະ ທຸກສະພາບຂອງອ້ອຍ ບໍ່ວ່າຈະເປັນທີ່ຕ່ຳໆສູງໆ ຫລື ລົ້ມກໍ່ຕາມ. ນອກຈາກ ນີ້ ໃນຂະນະທີ່ຕັດ ກໍ່ສາມາດເລືອກສະເພາະອ້ອຍທີ່ມີຄຸນນະພາບດີ ພໍທີ່ຈະໄດ້ເຂົ້າອີ້ວໄດ້ເທົ່ານັ້ນ  ອ້ອຍທີ່ໄດ້ຈາກແຮງງານຄົນຈະສະອາດກວ່າຕັດດ້ວຍເຄື່ອງຈັກ.
            -  ການເກັບກ່ຽວດ້ວຍເຄື່ອງຈັກ: ການເກັບກ່ຽວອ້ອຍ ນອກຈາກຈະໃຊ້ແຮງງານຄົນແລ້ວ ອາດໃຊ້ລົດຕັດອ້ອຍຊະນິດຕັດທັງຕົ້ນ, ເຊິ່ງຕັດອ້ອຍທັງລຳ ແລະ ຕັດຍອດນຳ. ອ້ອຍທີ່ຕັດແລ້ວ ຈະຖືກວາງຮຽງກັນ, ຫລັງຈາກນັ້ນກໍ່ໃຊ້ຄົນແກະໃບອອກເຮັດຄວາມສະອາດ ແລ້ວ ມັດເປັນມັດໆ ເພື່ອສົ່ງຂຶ້ນລົດບັນທຸກ. 


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ