1. ໄລຍະງອກ (Gemination Phase)
ຕັ້ງແຕ່ປູກດ້ວຍທ່ອນພັນ ຈົນຮອດເວລາໜໍ່ພົ້ນຂຶ້ນໜ້າດິນ
ເຊິ່ງຈະໃຊ້ເວລາປະມານ 3 - 6 ອາທິດ
ໂດຍຂຶ້ນກັບ 2 ປັດໃຈຄື:
ປັດໃຈພາຍໃນແມ່ນພັນ, ອາຍຸ, ອົງປະກອບພາຍໃນທ່ອນພັນ ແລະ ປັດໃຈພາຍນອກ
ແມ່ນສະພາບແວດລ້ອມ.
ໄລຍະງອກນີ້ແມ່ນເປັນຕົວກຳນົດກໍ ຫລື
ຈຳນວນຕົ້ນທີ່ງອກຕໍ່ເຮັກຕາ ຫລື ຕໍ່ພື້ນທີ່ ໄລ ຍະນີ້ແມ່ນມີຄວາມສຳຄັນຫລາຍ
ຖ້າອອ້ຍບໍ່ງອກ ກໍ່ບໍ່ມີອ້ອຍແຕກກໍ ຄວາມສົມບູນຂອງທ່ອນພັນ ແມ່ນມີຄວາມສຳພັນກັບການງອກ
ທ່ອນພັນທີ່ໄດ້ຮັບນ້ຳ ແລະ ທາດອາຫານ ໂດຍສະເພາະໄນໂຕ ເຈນຢ່າງສົມບູນຈະງອກດີ ຕົ້ນອ່ອນຈະເລີນເຕີບໂຕໄວ
ແລະ ຕັ້ງໂຕໄດ້ດີ ກວ່າທ່ອນພັນທີ່ຂາດ ທາດອາຫານ ໄລຍະການງອກນີ້ຄວນລະມັດລະວັງເລື່ອງນ້ຳ
ເພາະວ່າໄລຍະເລີ່ມງອກ ອ້ອຍຕ້ອງ ການນ້ຳໜ້ອຍ ສ່ວນປຸຍໂດຍສະເພາະ ປຸຍໃນໂຕເຈນ
ຕ້ອງໄດ້ຮັບຢ່າງພຽງພໍ ເພື່ອການຈະເລີນ ເຕີບໂຕໃນໄລຍະຕໍ່ໄປ.
2. ໄລຍະແຕກໜໍ່ ຫລື ແຕກກໍ (Tillering Phase)
ອ້ອຍກໍ່ຄືກັນກັບຫຍ້າທົ່ວໆໄປ ສາມາດແຕກກໍໄດ້
ຈາກທີ່ມີພຽງໜໍ່ດຽວ ຫລື ຕົ້ນດຽວ ໃນ ໄລຍະງອກ ກໍ່ຈະມີການເພີ່ມຈຳນວນຂຶ້ນດ້ວຍການແຕກກໍ
ໃນຊ່ວງອາຍຸປະມານ 6 - 12 ອາທິດ
ການແຕກກໍຫລາຍ ຫລື ໜ້ອຍນັ້ນ ແມ່ນຂຶ້ນກັບແນວພັນ ແລະ ສະພາບແວດລ້ອມ ໄລຍະນີ້ເປັນ
ຕົວກຳນົດຈຳນວນລຳ ຕໍ່ກໍ, ຈຳນວນລຳ
ຕໍ່ແມັດ ການແຕກກໍເປັນລັກສະນະສຳຄັນຂອງອ້ອຍ ໂດຍ ເກີດຂຶ້ນຈາກຕາທີ່ຢູ່ທີ່ກົກລຳໃນດິນ
ແລະ ຕົ້ນແມ່ ຈາກຕົ້ນທຳອິດ ຈະເລີນເປັນໜໍ່ຊຸດທີ 2 ແລະ ໜໍ່ຊຸດທີ 3
ຈະເລີນມາຈາກໜໍ່ຊຸດທີ 2 ຕາມລຳດັບໄປ
ໄລຍະແຕກກໍນີ້ ອ້ອຍຕ້ອງການແສງແດດ ຮ້ອນ ອຸນຫະພູມສູງ ໂດຍສະເພາະບໍລິເວນເຫງົ້າ ເຊິ່ງຈະຊ່ວຍໃຫ້ການແຕກກໍ
ແລະ ການເຕີບ ໂຕຂອງໜໍ່ ນອກຈາກນີ້ອ້ອຍກໍ່ຕ້ອງການນ້ຳ ແລະ ຝຸ່ນ ໂດຍສະເພາະ
ໄນໂຕເຈນຫລາຍຂຶ້ນດ້ວຍ. ນອກຈາກປັດໃຈດັ່ງກ່າວ
ການແຕກກໍຍັງຂຶ້ນຢູ່ກັບຄວາມໜາຂອງດິນທີ່ປົກທ່ອນພັນ ຖ້າປົກດິນ ໜາຈະແຕກກໍໜ້ອຍ
ຖ້າປົກດິນບາງຈະແຕກກໍໄວ ແລະ ຫລາຍ.
3. ໄລຍະເປັນປ້ອງ (Cane Elongation Phase)
ໄລຍະນີ້ແມ່ນເກີດຂຶ້ນຫລັງຈາກແຕກກໍແລ້ວ ໃນຊ່ວງຕັ້ງແຕ່ 3 ເດືອນຂຶ້ນໄປ ເຊິ່ງເປັນ
ຊ່ວງໄລຍະທີ່ອ້ອຍຈະເລີນເຕີບໂຕໄວທີ່ສຸດ ໃນຊ່ວງນີ້ບໍ່ຄວນໃຫ້ອ້ອຍຂາດນ້ຳ ຖ້າຫາກຂາດນ້ຳຈະ
ເຮັດໃຫ້ປ້ອງສັ້ນ ໄລຍະນີ້ອ້ອຍຕ້ອງການແສງແດດ,
ອຸນຫະພູມ, ນ້ຳ ແລະ
ຝຸ່ນໄນໂຕເຈນຫລາຍ ທີ່ສຸດ.
4. ໄລຍະແກ່ (Maturity Phase)
ເປັນໄລຍະຈະເລີນເຕີບໂຕຊ້າຫລາຍ ໃບຊີດເຫລືອງ
ໃບທີ່ຍອດຢູ່ໄກ້ກັນ ຄືອອກມາຈາກ ຈຸດດຽວກັນ ໄລຍະນີ້ອ້ອຍຕ້ອງການນ້ຳ ແລະ ຝຸ່ນໜ້ອຍ
ໃນບາງພັນປະກົດວ່າມີການສ້າງຊໍ່ດອກ ເຊິ່ງເປັນໄລຍະທີ່ອ້ອຍມີການສະສົມນ້ຳຕານສູງສຸດ.
5. ໄລຍະສະສົມນ້ຳຕານ (Sucrose Phase)
ເປັນໄລຍະທີ່ອ້ອຍປ່ຽນໂມເລກຸນດ່ຽວ (Monosaccharide) ໄດ້ແກ່ ກະລູໂຄສ ແລະ
ຟຣຸກໂຕສ ເປັນນ້ຳຕານໂມເລກຸນຄູ່ (Dissaccharide)
ໃນຮູບຂອງນ້ຳຕານ ຊູໂຄຣສ ຈົນເຖິງສະ ສົມນ້ຳຕານຊູໂຄຣສ ໄດ້ສູງສຸດ (Rippening) ເຊິ່ງຈະເລີ່ມຕັ້ງແຕ່ໄລຍະເປັນປ້ອງ
ຈົນເຖິງໄລຍະ ແກ່ ໄລຍະນີ້ຈະສັ້ນ ຫລື ຍາວນັ້ນ ແມ່ນຂຶ້ນກັບສະພາບແວດລ້ອມ ແລະ
ລັກສະນະປະຈຳພັນເປັນ ສຳຄັນ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ